Hesperian Health Guides

ວິທີຕ່າງໆທີ່ບໍ່ໄດ້ຜົນ

ຢູ່ໃນພາກນີ້:

ວິທີເຫຼົ່ານີ້ແມ່ນບໍ່ໄດ້ປະໂຫຍດ ຫຼືເປັນຜົນຮ້າຍ:

  • ການຍ່ຽວຫຼັງຈາກຮ່ວມເພດແມ່ນບໍ່ເປັນຜົນຮ້າຍ ແຕ່ມັນກໍບໍ່ໄດ້ປ້ອງກັນການຖືພາ. ນຳ້ຍ່ຽວແມ່ນອອກຈາກຈາກຄົນລະຮູກັນກັບຊ່ອງຄອດ.
  • ໃສ່ສະໝຸນໄພ, ຕົ້ນໄມ້, ສານເຄມີ ຫຼືບາງສິ່ງທີ່ເຮັດໃຫ້ຊ່ອງຄອດແຫ້ງບໍ່ໄດ້ປ້ອງກັນການຖືພາ. ແຕ່ມັນສາມາດສົ່ງຜົນຮ້າຍຕໍ່ຊ່ອງຄອດ ເຊິ່ງເຮັດໃຫ້ມັນຕິດເຊື້ອໄດ້ງ່າຍ.
  • ການລ້າງຊ່ອງຄອດຫຼັງຈາກຮ່ວມເພດແມ່ນບໍ່ໄດ້ປ້ອງກັນການຖືພາ. ຕົວອະສຸຈິແມ່ນເຄື່ອນໄຫວໄວຫຼາຍ ແລະ ບາງໂຕກໍອາດເຂົ້າເຖິງມົດລູກແລ້ວກ່ອນທີ່ຈະຖືກລ້າງອອກ. ການລ້າງສາມາດພັດໂຕອະສຸຈິເຂົ້າໄປໃນມົດລູກ.
  • ຂອງດີ (ຂອງຂັງ) ແລະ ການສູດມົນແມ່ນປ້ອງກັນການຖືພາບໍ່ໄດ້. ຜູ້ຍິງທີ່ໃຊ້ວິທີນີ້ຖືພາໄດ້.




This page was updated: ໒໘ ກັນຍາ ໒໐໑໘