Hesperian Health Guides

ອາຫານແນວໃໝ່ ແລະ ບັນຫາສຸຂະພາບໃໝ່

ຢູ່ໃນພາກນີ້:

ໃນປະຈຸບັນນີ້ ອາຫານຈາກໂຮງງານ ເຊັ່ນ: ເຂົ້າໜົມຫວານ ແລະ ອາຫານກິນຫຼິ້ນ, ນໍ້າອັດລົມ, ຂອງຫວານອື່ນໆ, ແລະ ເຄື່ອງດື່ມບັນຈຸຂວດແກ້ວ ແມ່ນມີຂາຍຢູ່ທົ່ວທຸກມຸມໂລກ. ອາຫານເຫຼົ່ານີ້ແມ່ນມີຈຳໜ່າຍທົ່ວໄປຢູ່ຕາມເມືອງຕ່າງໆ, ປະຊາຊົນສ່ວນໃຫຍ່ຕາມຊົນນະບົດກໍ່ສາມາດຫາຊື້ມາກິນໄດ້ບາງປະເພດ. ແລະຜູ້ຄົນສ່ວນໃຫຍ່ກໍ່ເລີ່ມຫັນມາມັກກິນລົດຊາດຫວານ ຫຼື ເຄັມເຫຼົ່ານີ້. ຍ້ອນມັກອາຫານເຫຼົ່ານີ້ຫຼາຍ ພວກເຮົາຈິ່ງກິນ ຫຼື ດື່ມພວກມັນທຸກມື້, ແລະ ຍັງເອົາໃຫ້ລູກຫຼານຂອງພວກເຮົາກິນແທນອາຫານທີ່ປຸງແຕ່ງເອງ.

chips, candy and coca cola

ເຂົ້າໜົມອົມ, ນໍ້າອັດລົມ ແລະ ຂອງກິນຫຼິ້ນບັນຈຸກ່ອງອື່ນໆ ແມ່ນມີເກືອ, ນໍ້າຕານ ແລະ ໄຂມັນ ຫຼາຍໂພດ. ພວກມັນຍັງໃສ່ສານກັນບູດ ແລະ ສີ. ສ່ວນປະສົມອາຫານທີ່ບໍ່ມີປະໂຫຍດເຫຼົ່ານີ້ເປັນສາເຫດພາໃຫ້ເກີດບັນຫາສຸຂະພາບໃນໄລຍະຍາວ ເຊັ່ນ: ແຂ້ວແມງ, ພະຍາດເບົາຫວານ, ພະຍາດຫົວໃຈ ແລະ ມະເຮັງບາງຊະນິດ. ອາຫານເຫຼົ່ານີ້ຍັງຂາດທາດວິຕາມິນ, ແຮ່ທາດ, ເສັ້ນໄຍອາຫານ ແລະ ທາດໂປຣຕິນ ທີ່ຮ່າງກາຍຕ້ອງການ ເຊິ່ງມັນບໍ່ຄືກັບອາຫານທີ່ເຮົາປຸງແຕ່ງກິນເອງຕາມຄົວເຮືອນ. ດ້ວຍເຫດນີ້ພວກເຮົາຈິ່ງເອີ້ນອາຫານເຫຼົ່ານີ້ວ່າ: “ອາຫານບໍ່ມີປະໂຫຍດ”.

Cans of food and packaged noodles and soup

ເຂົ້າຈີ່ຂາວຈາກໂຮງງານ, ອາຫານກະປ໋ອງ, ເຂົ້າໜົມຫວານ, ແລະ ເຂົ້າໜົມອົບແຫ້ງ ຫຼື ເສັ້ນໝີ່ສຳເລັດຮູບ ອາດເບິ່ງຄືວ່າມີປະໂຫຍດຕໍ່ຮ່າງກາຍຄືກັບທີ່ປຸງແຕ່ງເອງໃນຄົວເຮືອນ. ພວກເຮົາເຂົ້າໃຈເຊັ່ນນີ້ກໍ່ເພາະໂຄສະນາບອກກັບພວກເຮົາວ່າພວກມັນມີປະໂຫຍດ. ແຕ່ໃນຄວາມເປັນຈິງແລ້ວອາຫານເຫຼົ່ານີ້ແມ່ນມັກມີນໍ້າຕານ, ເກືອ ແລະ ສານເຄມີອື່ນໆຫຼາຍ ທີ່ບໍ່ມີປະໂຫຍດຕໍ່ຮ່າງກາຍ; ແລະພວກມັນກໍ່ບໍ່ໄດ້ໃຫ້ສານອາຫານທີ່ມີປະໂຫຍດຄືກັນກັບອາຫານທີ່ເຮົາປຸງແຕ່ງກິນເອງໃນຄົວເຮືອນ. ອາຫານເຫຼົ່ານີ້ກໍ່ແມ່ນອາຫານບໍ່ມີປະໂຫຍດ ຄືກັນກັບເຂົ້າໜົມອົມ ແລະ ອາຫານກິນຫຼິ້ນບັນຈຸກ່ອງອື່ນໆ.

Two women buying fresh vegetables at a market stall
ອາຫານເພື່ອສຸຂະພາບແມ່ນໄດ້ມາຈາກທໍາມະຊາດ, ບໍ່ແມ່ນມາຈາກໂຮງງານ.

ພະຍາດເບົາຫວານ ແລະ ພະຍາດຫົວໃຈ: ພະຍາດຂອງລະບົບອາຫານແບບໃໝ່

Two overweight women sitting down, working at a sewing machine

ພະຍາດເບົາຫວານ ແລະ ພະຍາດຫົວໃຈ ເປັນບັນຫາສຸຂະພາບທີ່ເກີດມາຈາກການປ່ຽນແປງພຶດຕິກໍາການກິນອາຫານ ແລະ ການເຮັດວຽກຂອງຄົນເຮົາ. ພະຍາດເຫຼົ່ານີ້ແມ່ນພົບເຫັນໜ້ອຍໃນບ່ອນທີ່ຜູ້ຄົນຍັງຫາອາຫານສົດ, ປູກຝັງພືດຜັກເປັນອາຫານ ແລະນຳມາປຸງແຕ່ງອາຫານກິນເອງ, ແລະ ເຮັດວຽກເປັນຊາວກະສິກອນ ຫຼື ເປັນຊ່າງສິລະປະກຳ. ແຕ່ເມື່ອຜູ້ຄົນຄວບຄຸມການເຮັດວຽກຂອງຮ່າງກາຍໄດ້ໜ້ອຍລົງ ແລະ ມີການອອກກໍາລັງກາຍໜ້ອຍລົງ (ຕົວຢ່າງ: ກໍາມະກອນທີ່ເຮັດວຽກໃນໂຮງງານ ແລະ ເຮັດວຽກຢູ່ໜ້າຄອມພີວເຕີ ເປັນຕົ້ນ) ແລະ ພວກເຂົາເຈົ້າກໍ່ເພິ່ງພາອາໃສອາຫານສໍາເລັດຮູບຈາກໂຮງງານຫຼາຍຂຶ້ນ, ແລະພະຍາດເບົາຫວານ ແລະ ພະຍາດຫົວໃຈກໍ່ເລີ່ມເປັນກັນຫຼາຍຂຶ້ນ. ພະຍາດເຫຼົ່ານີ້ແມ່ນບໍ່ໄດ້ເກີດຈາກເຊື້ອພະຍາດ ແລະຕິດຕໍ່ກັນໄດ້. ພວກມັນເກີດຈາກການຂາດການອອກກໍາລັງກາຍ, ກິນແຕ່ອາຫານບໍ່ມີປະໂຫຍດເປັນສ່ວນໃຫຍ່, ມີຄວາມກົດດັນ ຫຼື ເຄັ່ງຄຽດຈາກການເຮັດວຽກຫຼາຍຂຶ້ນ, ແລະ ຄວາມບໍ່ສົມດຸນກັນໃນການດຳລົງຊີວິດຂອງພວກເຮົາ. ເຊິ່ງຮ່າງກາຍຂອງພວກເຮົາກໍຈະເຮັດວຽກບໍ່ໄດ້ດີໃນສະພາບເຫຼົ່ານີ້.

ເຖິງແມ່ນວ່າພະຍາດເບົາຫວານ ແລະ ຫົວໃຈ ເປັນພະຍາດຄົນລະຊະນິດທີ່ແຕກຕ່າງກັນຫຼາຍ, ແຕ່ພວກມັນເກີດມາຈາກຫຼາຍສາຍເຫດທີ່ຄືກັນ. ແຕ່ລະຢ່າງໃນສອງອັນນີ້ ແມ່ນສາມາດເປັນສາເຫດຂອງກັນ ແລະກັນ ພ້ອມທັງວິທີການປິ່ນປົວ ແລະ ປ້ອງກັນຂອງໂລກແຕ່ລະຢ່າງກໍ່ຍັງຄືກັນ.

A fat man

ພະຍາດເບົາຫວານ

ພະຍາດເບົາຫວານ ແມ່ນເປັນບັນຫາຄວາມຜິດປົກກະຕິຂອງຮ່າງກາຍທີ່ບໍ່ສາມາດນຳ ທາດນໍ້າຕານໃນອາຫານໄປໃຊ້ໄດ້ຢ່າງເໝາະສົມ ແລະເຮັດໃຫ້ມີນ້ຳຕານຄ້າງໃນເລືອດຫຼາຍເກີນໄປ. ເບົາຫວານສາມາດພາໃຫ້ມີບັນຫາໃນການເບິ່ງເຫັນ (ຕາບອດ), ສູນເສຍແຂນ ຫຼືຂາ, ເກີດອາການເສຍສະຕິ, ຫຼື ເສຍຊີວິດໄດ້. ຂໍ້ມູນເພີ່ມເຕີມກ່ຽວກັບພະຍາດເບົາຫວານຊະນິດຕ່າງໆ ແລະ ວິທີການປີ່ນປົວ, ໃຫ້ເບິ່ງໃນບົດ “ພະຍາດເບົາຫວານ”.

ພະຍາດເບົາຫວານພົບຫຼາຍໃນບັນດາປະເທດທີ່ຮັ່ງມີ ເຊັ່ນ: ປະເທດສະຫະລັດອາເມລິກາ, ແລະ ປັດຈຸບັນນີ້ແມ່ນກໍາລັງເປັນຢ່າງແຜ່ຫຼາຍໃນທົ່ວໂລກ. ສາເຫດຂອງມັນທີ່ກ່ຽວຂ້ອງກັບພຶດຕິກໍາການກິນອາຫານຂອງຄົນເຮົາແມ່ນລວມມີເຖິງການກິນອາຫານຫຼາຍໂພດ, ກິນອາຫານທີ່ບໍ່ມີປະໂຫຍດຕໍ່ສຸຂະພາບ, ແລະ ຂາດການອອກກໍາລັງກາຍ. ຢູ່ນະແຫ່ງຫົນໃດກໍ່ຕາມ ທີ່ຜູ້ຄົນພາກັນກິນອາຫານຈາກໂຮງງານ ທີ່ເຮັດຂຶ້ນຈາກແປ້ງຂາວ ແລະ ມີນ້ຳຕານເປັນສ່ວນປະສົມໃນປະລິມານຫຼາຍ, ພະຍາດເບົາຫວານກໍ່ເກີດຈະຕາມມາ.

ພະຍາດຫົວໃຈ ແລະ ຫົວໃຈວາຍ

  • ພະຍາດຄວາມດັນເລືອດສູງ
  • ພະຍາດຫົວໃຈ
  • ພະຍາດຫົວໃຈວາຍ


ສິ່ງເຫຼົ່ານີ້ເປັນສິ່ງທີ່ແຕກຕ່າງກັນຂອງບັນຫາສຸຂະພາບທີ່ເປັນອັນດຽວກັນັ້ນກໍຄື: ພະຍາດຫົວໃຈ. ການກິນອາຫານທີ່ບໍ່ມີປະໂຫຍດ ແລະ ຂາດການອອກກຳລັງກາຍ (ບວກໃສ່ກັບຄວາມຕຶງຄຽດ/ກົດດັນ ແລະ ສູບຢາ) ພາໃຫ້ເກີດມີໄຂມັນສະສົມຂຶ້ນໃນຫຼອດເລືອດຕ່າງໆ. ເພາະເຫດນີ້, ຫົວໃຈຕ້ອງໄດ້ເຮັດວຽກໜັກຂຶ້ນຕື່ມ ເພື່ອສູບສີດເລືອດໃຫ້ສາມາດໄຫຼຜ່ານຫຼອດເລືອດທີ່ຕີບໜາເຫຼົ່ານີ້ ເຊິ່ງເປັນຜົນໃຫ້ເກີດຄວາມດັນເລືອດສູງ. ໃນສະພາບການເຮັດວຽກໜັກແບບນີ້ ຫົວໃຈກໍ່ຈະອິດເມື່ອຍ ແລະອ່ອນແອລົງໄປເລື້ອຍໆ. ເລືອດທີ່ບໍ່ສາມາດໄຫຼໄດ້ສະດວກກໍ່ຈະຈັບຕົວກັນເປັນກ້ອນ, ແລະ ຫົວໃຈທີ່ອ່ອນເພຍຢູ່ແລ້ວ ແລະເມື່ອບໍ່ມີເລືອດໄຫຼເຂົ້າມາລ້ຽງຫົວໃຈ, ກໍ່ຈະຢຸດເຮັດວຽກ ພາໃຫ້ເກີດຫົວໃຈວາຍ.

ພະຍາດຫົວໃຈຣູມາຕິກ (rheumatic heart disease) ກໍ່ເປັນອີກສາເຫດໜຶ່ງທີ່ພາໃຫ້ເກີດບັນຫາຫົວໃຈ. ພະຍາດຫົວໃຈຣູມາຕິກນີ້ເກີດຈາກໄຂ້ຣູມາຕິກ (ໄຂ້ພ້ອມມີອາການຂໍ່ກະດູກອັກເສບ) ທີ່ເຄີຍໄດ້ເປັນເມື່ອຕອນຍັງເປັນເດັກນ້ອຍ.

Four girls having fun playing a game of basketball
ການປິ່ນປົວ ແລະ ປ້ອງກັນ

ມີຫຼາຍສິ່ງທີ່ພວກເຮົາສາມາດປະຕິບັດໄດ້ໃນສ່ວນບຸກຄົນ ແລະປະຕິບັດຮ່ວມກັນເປັນຄອບຄົວ ເພື່ອປ້ອງກັນ ແລະ ປິ່ນປົວພະຍາດເບົາຫວານ ແລະ ພະຍາດຫົວໃຈ. ແຕ່ວ່າການປ່ຽນແປງເພື່ອປ້ອງກັນ ແລະ ປິ່ນປົວພະຍາດເຫຼົ່ານີ້ ໃນລະດັບຊຸມຊົນ ແລະ ລະດັບຊາດກໍ່ຈຳເປັນເຊັ່ນກັນ.

ການອອກກຳລັງກາຍ: ການຍ່າງໄວ, ເຕັ້ນລຳ, ຫຼິ້ນກິລາຕ່າງໆ ຫຼື ອອກກຳລັງກາຍແບບໃດກໍ່ໄດ້ ທີ່ເຮັດໃຫ້ອັດຕາການເຕັ້ນຂອງຫົວໃຈເຕັ້ນໄວຂຶ້ນ ໃນມື້ໜຶ່ງ ໃຊ້ເວລາ 30 ນາທີ ຫຼື ຫຼາຍກວ່ານັ້ນ ເພື່ອໃຫ້ທຸກລະບົບໃນຮ່າງກາຍເຮັດວຽກໄດ້ດີ. ການອອກກຳລັງກາຍເຮັດໃຫ້ກະດູກແຂງແຮງ, ຮູ້ສຶກມີເຫື່ອມີແຮງ, ເຮັດໃຫ້ອາລົມດີ ແລະ ຊ່ວຍໃຫ້ອາຍຸຢືນ. ມັນເປັນວິທີທີ່ສຳຄັນທີ່ສຸດເພື່ອປ້ອງກັນ ແລະ ປິ່ນປົວທັງພະຍາດເບົາຫວານ ແລະ ພະຍາດຫົວໃຈ.

ອາຫານ: ການຄວບຄຸມເລື່ອງອາຫານການກິນ ໂດຍກິນຜັກສົດ, ເມັດພືດທັນຍາຫານ (grains) ຕ່າງໆ ແລະ ໝາກຖົ່ວຕ່າງໆໃຫ້ຫຼາຍ ແມ່ນເປັນສິ່ງທີ່ດີທີ່ສຸດ ສຳລັບການປ້ອງກັນ ແລະ ປິ່ນປົວ ທັງພະຍາດຫົວໃຈ ແລະ ພະຍາດເບົາຫວານ.

  • ຊີ້ນແດງ, ຜະລິດຕະພັນອາຫານຈາກນົມ, ແລະ ໄຂ່ ແມ່ນອາຫານເພື່ອສຸຂະພາບ, ແຕ່ຖ້າກິນທຸກຄາບ ຫຼື ກິນທຸກມື້ ພວກມັນອາດຈະເຮັດໃຫ້ເກີດເປັນພະຍາດຫົວໃຈໄດ້. ດັ່ງນັ້ນ ຈິ່ງໃຫ້ກິນອາຫານເຫຼົ່ານີ້ 2-3 ຄັ້ງຕໍ່ອາທິດ ຫຼື ກິນໜ້ອຍຄັ້ງກວ່ານັ້ນ.
  • ອາຫານຫວານ ແລະອາຫານເຮັດຈາກແປ້ງສີຂາວ ແມ່ນບໍ່ມີຄວາມຈຳເປັນ, ແລະ ການກິນອາຫານເຫຼົ່ານີ້ທຸກມື້ ສາມາດພາໃຫ້ເປັນພະຍາດເບົາຫວານໄດ້.
  • ໄຂມັນໃນປະລິມານໜ້ອຍແມ່ນຈຳເປັນຕໍ່ຮ່າງກາຍ ແຕ່ຖ້າກິນໃນປະລິມານຫຼາຍ ມັນກໍ່ຈະພາໃຫ້ເປັນພະຍາດຫົວໃຈ ແລະ ພະຍາດເບົາຫວານ. ຊີ້ນແດງ, ນ້ຳມັນປາມ, ອາຫານຈືນ, ແລະ ອາຫານໂຮງງານແມ່ນເປັນແຫຼ່ງໄຂມັນຫຼັກທີ່ບໍ່ດີຕໍ່ສຸຂະພາບ. ພະຍາຍາມກິນອາຫານດັ່ງກ່າວມານີ້ໃຫ້ໜ້ອຍລົງ. ແກ່ນນັດທ (nuts), ໝາກອາໂວກາໂດ, ແລະ ປາ ແມ່ນເປັນແຫຼ່ງໄຂມັນທີ່ດີຕໍ່ສຸຂະພາບ ແລະ ໃຫ້ສານອາຫານອື່ນໆເຊັ່ນກັນ, ດັ່ງນັ້ນ ພວກມັນຈິ່ງເປັນທາງເລືອກທີ່ດີກວ່າ.
NWTND Nut Page 17-1.png
  • ເກືອຍັງເຮັດໃຫ້ພະຍາດຫົວໃຈເປັນແຮງຂຶ້ນ ຖ້າກິນໃນປະລິມານຫຼາຍ. ຖ້າເຈົ້າເປັນພະຍາດຫົວໃຈ ຫຼື ພະຍາດຄວາມດັນເລືອດສູງ, ໃຫ້ຫຼີກເວັ້ນອາຫານສຳເລັດຮູບບັນຈຸຫໍ່ທີ່ມີລົດຊາດເຄັມ. ອາຫານກະປ໋ອງສ່ວນໃຫຍ່ ແມ່ນມີເກືອປົນຢູ່ໃນປະລິມານຫຼາຍເກີນໄປ. ເມື່ອປຸງລົດອາຫານ, ໃຫ້ໃຊ້ເກືອໜ້ອຍໜຶ່ງ, ຫຼື ໃຊ້ສະໝູນໄພ ຫຼື ເຄື່ອງເທດແທນກໍ່ໄດ້.

ເຄື່ອງດື່ມໂຄກ' ແລະ ນ້ຳຫວານແກ້ວ ແລະ ນ້ຳຫວານກະປ໋ອງ ແມ່ນເຄື່ອງດື່ມທີ່ບໍ່ດີຕໍ່ສຸຂະພາບ. ໂດຍພື້ນຖານແລ້ວ ພວກມັນປະກອບດ້ວຍນ້ຳ ແລະ ນ້ຳຕານເທົ່ານັ້ນ, ເຊິ່ງໃສ່ສານເຄມີຕື່ມເຂົ້າໄປເພື່ອໃຫ້ມີສີສັນໜ້າສົນໃຈ ແລະ ລົດຊາດດີ. ການດື່ມເຄື່ອງດື່ມເຫຼົ່ານີ້ທຸກໆມື້ສາມາດເປັນສາເຫດເຮັດໃຫ້ເປັນພະຍາດເບົາຫວານ ຫຼື ພາໃຫ້ພະຍາດເບົາຫວານເປັນແຮງຂຶ້ນ, ເປັນແຂ້ວແມງ, ແລະ ເຮັດໃຫ້ຮ່າງກາຍສະສົມສິ່ງທີ່ບໍ່ມີປະໂຫຍດໄວ້.

ຖ້າເຈົ້າຕຸ້ຍ: ການລົດນ້ຳໜັກ ຊ່ວຍປ້ອງກັນເຈົ້າຈາກພະຍາດເບົາຫວານ ແລະ ພະຍາດຫົວໃຈໄດ້. ການລົດນ້ຳໜັກເທື່ອລະໜ້ອຍແມ່ນປອດໄພກວ່າການລົດນ້ຳໜັກຫຼາຍບາດດຽວພາຍໃນເວລາອັນສັ້ນ. ວິທີການລົດນ້ຳໜັກທີ່ດີຕໍ່ສຸຂະພາບທີ່ສຸດ ແລະໄດ້ຜົນຍາວນານທີ່ສຸດ ກໍ່ຄື ການອອກກຳລັງກາຍເລື້ອຍໆ (ອອກກຳລັງກາຍ 5 ມື້ຕໍ່ອາທິດ ຫຼື ຫຼາຍກວ່ານັ້ນ) ແລະ ກິນອາຫານໃນແຕ່ລະຄາບໃຫ້ພໍປະມານ. ໃຫ້ພະຍາຍາມຫຼີກເວັ້ນ ການກິນອາຫານທີ່ບໍ່ມີປະໂຫຍດຕໍ່ສຸຂະພາບຕາມລາຍການທີ່ກ່າວໃນຂ້າງເທິງນັ້ນ.

ການເຊົາສູບຢາກໍ່ເປັນອີກວິທີໜຶ່ງເພື່ອໃຫ້ມີຊີວິດທີ່ຍືນຍາວ ແລະ ດີຂຶ້ນກວ່າເກົ່າ. ການເຊົາສູບຢາຈະຊ່ວຍປ້ອງກັນເຈົ້າຈາກພະຍາດຫົວໃຈ, ພະຍາດເບົາຫວານ ແລະ ພະຍາດມະເຮັງ ນຳອີກ. ສຳລັບຂໍ້ມູນເພີ່ມຕື່ມກ່ຽວກັບອັນຕະລາຍຂອງການຢາສູບ, ເບິ່ງໃນບົດ "ຢາເສບຕິດ, ເຫຼົ້າ ແລະ ຢາສູບ” (ກຳລັງຂຽນຂຶ້ນຢູ່).

ສຸຂະພາບເປັນບັນຫາຂອງຊຸມຊົນ

ອາຫານທີ່ພວກເຮົາກິນ ແລະ ວິຖີການດຳລົງຊີວິດຂອງພວກເຮົາ ແມ່ນເປັນຜົນສ່ວນໜຶ່ງຈາກທາງເລືອກຂອງພວກເຮົາເອງ, ແຕ່ອີກສ່ວນໜຶ່ງກໍ່ແມ່ນຈາກອາຫານ, ອາຊີບ ແລະ ບ່ອນຢູ່ອາໃສທີ່ມີ ແລະ ຄວາມສາມາດຊື້ຫາໄດ້. ພວກເຮົາຍັງສາມາດພັດທະນານິດໄສການກິນອາຫານທີ່ດີຕໍ່ສຸຂະພາບ ແລະ ນິດໄສໃນການອອກກຳລັງກາຍ, ແຕ່ວ່າທາງເລືອກຂອງພວກເຮົາກໍ່ມັກມີຂອບເຂດທີ່ຈຳກັດ. ຕົວຢ່າງ: ສິ່ງທີ່ພວກເຮົາຕ້ອງການກິນ ແລະ ຖ້າວ່າພວກເຮົາມີເວລາໃນການແຕ່ງອາຫານດີໆກິນ ແມ່ນຂຶ້ນຢູ່ກັບຫຼາຍປັດໄຈ ເຊິ່ງມັນເປັນການຍາກສຳລັບຄົນບຸກຄົນໜຶ່ງໆຈະຄວບຄຸມມັນໄດ້ ເຊັ່ນ: ການໂຄສະນາ, ວິທີເຮັດວຽກຂອງພວກເຮົາ, ແລະ ການເຂົ້າເຖິງນໍ້າສະອາດ ແລະ ມີເຮືອນຄົວທີ່ສະອາດດີສຳລັບພວກເຮົາບໍ. ຄົນສ່ວນຫຼວງຫຼາຍຮູ້ ແລະພາກັນປະຕິບັດຕາມສະພາບເງື່ອນໄຂເຫຼົ່ານີ້ ແລະ ສິ່ງເຫຼົ່ານີ້ສາມາດປ່ຽນແປງໄດ້ດ້ວຍການລົງມືປະຕິບັດຮ່ວມກັນ ຫຼື ຜ່ານທາງນະໂຍບາຍຂອງລັດຖະບານ.

A group of people with placards saying "Save our farms" and "No expensive imported foods

ການປະຕິບັດຕ່າງໆເພື່ອປ່ຽນແປງ ສາມາດມີຈຸດສຸມທີ່ສະເພາະ ເຊັ່ນ: ການຫ້າມຈຳໜ່າຍເຄື່ອງດື່ມໂຄກ ແລະ ເຄື່ອງດື່ມອື່ນໆທີ່ມີນ້ຳຕານຢູ່ຕາມໂຮງຮຽນຕ່າງໆ, ຫຼື ຈັດໃຫ້ມີອາຫານທ່ຽງເພື່ອສຸຂະພາບໃຫ້ກັບນັກຮຽນທຸກໆຄົນ. ກິດຈະກຳເພື່ອສຸຂະພາບຕ່າງໆສາມາດຈັດຕັ້ງປະຕິບັດໄດ້ທົ່ວຕົວເມືອງ ເຊັ່ນ: ໂຄງການພາອອກກຳລັງກາຍລາຍວັນໂດຍບໍ່ເສຍຄ່າ ຈັດໂດຍ ນະຄອນຫຼວງບາງກອກ, ປະເທດໄທ, ຫຼື ເລື່ອງ “ຊີໂຄຼເວຍ”

(Ciclovía) ຫຼືຄວາມໝາຍໃນພາສາລາວວ່າ “ທາງລົດຖີບ” ຢູ່ໜ້າຕໍ່ໄປ. ແທນທີ່ຈະເພື່ອຜົນກຳໄລຂອງບັນດາບໍລິສັດກະສິກຳຂະໜາດໃຫຍ່ທັງຫຼາຍ, ນະໂຍບາຍທ້ອງຖິ່ນ ແລະ ນະໂຍບາຍໃນລະດັບປະເທດ ກໍ່ສາມາດວາງອອກມາເພື່ອຜົນປະໂຫຍດຂອງຊາວກະສິກຳລາຍຍ່ອຍ ແລະ ຕະຫຼາດໃນທ້ອງຖິ່ນໄດ້. ເພື່ອປ້ອງກັນ ແລະ ປິ່ນປົວພະຍາດເບົາຫວານ ແລະ ພະຍາດຫົວໃຈໃຫ້ປະສົບຜົນສຳເລັດໄດ້, ແມ່ນຕ້ອງໄດ້ມີການປ່ຽນແປງໃນທຸກລະດັບຂັ້ນ.
ທາງລົດຖີບ “ຊີໂຄຼເວຍ” (Ciclovía)

ປະຊາຊົນໃນນະຄອນຫຼວງໂບໂກຕ້າ (Bogota), ປະເທດໂຄໂລມເບຍ (ເຊິ່ງເປັນຕົວເມືອງໃຫຍ່ແຫ່ງໜຶ່ງໃນອາເມລິກາໃຕ້) ຮູ້ສຶກເບື່ອກັບອັນຕະລາຍຈາກຖະໜົນທີ່ແອອັດ ແລະມົນລະພິດທາງອາກາດ. ໂດຍການນຳພາຂອງຄະນະນຳນະຄອນໂບໂກຕ້າທີ່ມີແນວຄິດກວ້າງໄກເພື່ອອະນາຄົດ, ພວກເຂົາໄດ້ຕັດສິນໃຈເຮັດບາງຢ່າງກັບບັນຫາທີ່ປະເຊີນຢູ່: ພວກເຂົາເຈົ້າໄດ້ເອົາພື້ນທີ່ຖະໜົນບາງສ່ວນຂອງຕົວເມືອງກັບຄືນມາຈາກການໃຊ້ລົດໃຫ່ຍ ແລະລົດບັນທຸກ, ແລ້ວເຮັດໃຫ້ເປັນຕົວເມືອງທີ່ໜ້າຢູ່ຂຶ້ນສຳລັບຊາວເມືອງ. ພວກເຂົາເຈົ້າຈັດສັນພື້ນທີ່ໃນຕົວເມືອງຄືນໃໝ່ໂດຍການຍົກເລີກບໍ່ໃຫ້ມີບ່ອນຈອດລົດໃຫ່ຍຫຼາຍຮ້ອຍບ່ອນ, ສ້າງເສັ້ນທາງສຳລັບລົດຖີບ ທີ່ມີລະຍະທາງຍາວຫຼາຍກ່ວາ 300 ກິໂລແມັດ, ແລະ ຈຳກັດຈຳນວນລົດໃຫຍ່ທີ່ໃຫ້ແລ່ນຕາມທ້ອງຖະໜົນໃນເມືອງໃນເວລາທີ່ລົດຕິດໃຫ້ໜ້ອຍລົງ.


ແນວຄວາມຄິດສ້າງສັນອັນໜ້າຕື່ນເຕັ້ນທີ່ສຸດຂອງພວກເຂົາ (ໃນປະຈຸບັນນີ້ມີຫຼາຍປະເທດໃນທົ່ວໂລກໄດ້ເຮັດຕາມແນວຄິດນີ້ແລ້ວ) ແມ່ນ “ຊີໂຄຼເວຍ” (Ciclovía) ຫຼື “ທາງລົດຖີບ”: ທຸກໆວັນອາທິດ, ຖະໜົນຫຼັກຫຼາຍເສັ້ນໄດ້ຖືກປິດບໍ່ໃຫ້ລົດໃຫຍ່ສັນຈອນ. ເປີດໃຫ້ສະເພາະ ຄົນຂີ່ລົດຖີບ, ນັກຫຼິ້ນສະເກັດ, ຄົນນັ່ງລົດເຂັນ ແລະ ຄົນຍ່າງເຂົ້າມາໃຊ້ແທນ. ໃນສວນສາທາລະນະ, ແມ່ນໄດ້ຈັດໃຫ້ມີຊົ່ວໂມງສອນນຳພາເຕັ້ນ-ອອກກໍາລັງກາຍໃຫ້ປະຊົນໂດຍບໍ່ຄິດຄ່າ. ແລະກໍ່ມີລົດຖີບໄວ້ໃຫ້ຢືມຂີ່ໂດຍບໍ່ໄດ້ເສຍຄ່າເຊົ່າເຊັ່ນກັນ.


ເຖິງແມ່ນວ່າມັນເປັນການຈັດຕັ້ງເພື່ອແກ້ໄຂບັນຫາໃຫຍ່ຂອງຕົວເມືອງ, ແຕ່ “ຊີໂຄຼເວຍ” (Ciclovía) ກໍ່ເປັນອັນມ່ວນຊື່ນ. ເຊິ່ງມັນຄ້າຍໆກັບວ່າເປັນງານປາຕີ້ປະຈຳອາທິດທີ່ທຸກໆຄົນໃນເມືອງຖືກເຊີນມາຮ່ວມ. ເດັກນ້ອຍ ແລະ ພໍ່ຕູ້ແມ່ຕູ້ມາເຕັ້ນ-ອອກກຳລັງກາຍ ຮ່ວມກັນຕາມສວນສາທາລະນະ ແລະ ຜູ້ຄົນທຸກເພດທຸກໄວມາຂີ່ລົດຖີບຫຼິ້ນອອກກຳລັງກາຍ, ຫຼິ້ນສະເກັດ ແລະ ແລ່ນອອກກຳລັງກາຍໄປມາຕາມທ້ອງຖະໜົນ ທີ່ຕາມວັນເວລາປົກກະຕິແມ່ນແອອັດໄປດ້ວຍຍານພາຫະນະໃຫຍ່ນ້ອຍຕ່າງໆ. ມັນເປັນວິທີການທີ່ມ່ວນຊື່ນໃນການອອກກຳລັງກາຍ, ໄດ້ພົບປະກັບເພື່ອນບ້ານ, ເພື່ອນຮ່ວມວຽກ, ແລະ ສ້າງໝູ່ໃໝ່. ມັນເປັນວິທີການດຳລົງຊີວິດໃນຕົວເມືອງທີ່ແຕກຕ່າງ ແລະ ດີຂື້ນ.


ໃນເບື້ອງຕົ້ນ, ກໍ່ມີຫົວໜ່ວຍທຸລະກິດຈຳນວນໜຶ່ງ ແມ່ນບໍ່ເຫັນດີນຳຄວາມຄິດດັ່ງກ່າວ ເພາະພວກເຂົາເຈົ້າຄິດວ່າ ມັນຈະເປັນການສ້າງໃຫ້ ການສັນຈອນຕິດຂັດ ແລະ ລົບກວນການຊື້ຂາຍ. ແຕ່ວ່າ “ຊີໂຄຼເວຍ” (Ciclovía) ນີ້ໄດ້ຮັບຄວາມນິຍົມຫຼາຍ ຈົນເຮັດໃຫ້ພວກເຂົາຫັນມາເຫັນດີນຳແນວຄິດ “ຊີໂຄຼເວຍ” (Ciclovía) ນີ້. ໃນປັດຈຸບັນນີ້ ປະຊາຊົນໃນນະຄອນຫຼວງໂບໂກຕ້າກຳລັງຊອກຫາວິທີທາງເພີ່ມຕື່ມເພື່ອເຮັດໃຫ້ຕົວເມືອງຂອງພວກເຂົາເຈົ້າປອດໄພຂືນ, ມີສະພາບແວດລ້ອມເພື່ອສຸຂະພາບດີຂຶ້ນ ແລະ ມີຄວາມມ່ວນຊື່ນຫຼາຍຂຶ້ນຕື່ມ ໃຫ້ໄດ້ 7 ວັນຕໍ່ອາທິດ.
A large group of happy people cycling, walking, running, and using wheelchairs in the street


This page was updated: ໐໗ ພຶດສະພາ ໒໐໑໙