Hesperian Health Guides

ເອກະສານຊ້ອນທ້າຍ A: ຕາຕະລາງພັດທະນາການຂອງເດັກ

ຢູ່ໃນພາກນີ້:

ວິທີການນໍາໃຊ້ແຜນຜັງພັດທະນາການຂອງເດັກ

ພັດທະນາການຂອງເດັກແມ່ນວັດໄດ້ຈາກຫຼາຍໆດ້ານ: ທາງດ້ານຮ່າງກາຍ, ຄວາມຄິດ, ການສື່ສານ (ທ່າທາງ ແລະ ການເວົ້າ), ແລະ ສັງຄົມ (ຄວາມສຳພັນກັບຄົນອື່ນໆ). ບາງທັກສະເດັກສາມາດຮຽນຮູ້ໄດ້ຈາກດ້ານຕ່າງໆເຫຼົ່ານັ້ນ. ຕົວຢ່າງ, ເມື່ອເດັກຕ້ອງການໃຫ້ທ່ານອຸ້ມເຂົາເຈົ້າ, ເດັກຈະຕ້ອງໃຊ້:

  • ທັກສະດ້ານຮ່າງກາຍ - ເດັກຈະຍົກເອົາແຂນຂຶ້ນ.
  • ທັກສະດ້ານຄວາມຄິດ - ເດັກຈະເບິ່ງທ່ານເພື່ອຮັບຮູ້ວ່າແມ່ນໃຜ.
  • ທັກສະການສື່ສານ - ເດັກຈະບອກທ່ານວ່າສິ່ງໃດທີ່ເຂົາເຈົ້າຕ້ອງການ.
  • ທັກສະດ້ານສັງຄົມ - ເດັກຈະມີຄວາມສຸກເວລາທີ່ທ່ານອຸ້ມເຂົາເຈົ້າ.


ແຜນຜັງໃນໜ້າຕໍ່ໄປຈະບອກທັກສະບາງອັນທີ່ເດັກຮຽນຮູ້ ແລະ ເດັກສ່ວນໃຫຍ່ຈະຮຽນຮູ້ໄດ້ເອງ. ທ່ານສາມາດນໍາໃຊ້ແຜນຜັງເຫຼົ່ານັ້ນເພື່ອເຂົ້າໃຈຂໍ້ມູນໂດຍທົ່ວໄປກ່ຽວກັບພັດທະນາການຂອງເດັກ ແລະ ຊ່ວຍໃຫ້ທ່ານຮູ້ວ່າພັດທະນາການອັນໃດທີ່ເດັກຈຳເປັນຕ້ອງໄດ້ຮຽນຮູ້.

"A baby lying on its side"
6
ເດືອນ
"A baby crawling"
12
ເດືອນ
A two year-old child walking"
2
ປີ
ແຜນຜັງນີ້ສະແດງໃຫ້ຮູ້ວ່າ ທັກສະຂອງເດັກປ່ຽນໄປ ເມື່ອເດັກໃຫຍ່ຂຶ້ນ.


ເພື່ອຊ່ວຍໃຫ້ທ່ານຕັດສິນໃຈວ່າທັກສະໃດທີ່ເດັກຕ້ອງໄດ້ຮຽນຮູ້

ໃຫ້ເລືອກແຜນຜັງສຳລັບກຸ່ມອາຍຸທີ່ໃກ້ຄຽງທີ່ສຸດຂອງອາຍຸເດັກ. ໃນແຜນຜັງນັ້ນ, ໃຫ້ໝາຍວົງມົນເອົາທັກສະທີ່ເດັກມີ ຫຼືເຮັດໄດ້. ທ່ານອາດເຫັນວ່າລູກຂອງທ່ານອາດບໍ່ມີທັກສະທີ່ເດັກໃນໄວອາຍຸດຽວກັບເຂົາເຈົ້າມີ. ການຮູ້ສິ່ງເຫຼົ່ານີ້ຊ່ວຍໃຫ້ທ່ານຕັດສິນໃຈໄດ້ວ່າກິດຈະກໍາໃດທີ່ທ່ານຕ້ອງໄດ້ພາເຂົາເຈົ້າເຮັດ.

"A child development chart with five skills in different categories circled"

ໃນແຜນຜັງຂ້າງເທິງ, ໃຫ້ແມ່ຂີດອ້ອມເອົາທັກສະຂອງລູກອາຍຸ 20 ເດືອນທີ່ສາມາດເຮັດໄດ້. ເດັກຕ້ອງການເຮັດກິດຈະກຳຕ່າງເພື່ອເສີມສ້າງທັກສະທາງຮ່າງກາຍ ແລະ ການສື່ສານຕ່າງໆ.



ແຕ່ລະພາກສ່ວນຂອງວົງມົນໄດ້ສະແດງໃຫ້ເຫັນການພັດທະນາທີ່ແຕກຕ່າງກັນໃນແຕ່ລະດ້ານ. ທັງຮູບພາບ ແລະ ຄຳສັບແມ່ນເປັນຕົວຢ່າງທັກສະທີ່ເດັກສ່ວນຫຼາຍເຮັດຕອນເຂົາອາຍຸໄດ້ 3 ເດືອນ.

DevChart background.png
3
ເດືອນ
ການສື່ສານ
ຄວາມຄິດ
ສັງຄົມ
ຮ່າງກາຍ


"A man holding and talking to his baby"
ຕອບສະໜອງຕໍ່ສຽງ ຫຼື ໃບໜ້າທີ່ລຶ້ງເຄີຍ
"A man playing a flute to a baby"
ຕອບສະໜອງທັນທີຕໍ່ສຽງ ຫຼື ການເຄື່ອນໄຫວ
A man picking up a baby"
ຮັບຮູ້ເຖິງຄົນທີ່ເບິ່ງແຍງເປັນຫຼັກ
"A baby crying in its mother's arms"
ໄຫ້ເວລາທີ່ຫິວ ຫຼື ຮູ້ສຶກບໍ່ສະບາຍ
"A man soothing his baby with his hands"
ຖືກອອຍດ້ວຍສຽງ ຫຼື ການສຳພັດ
"A baby smiling at its mother"
ຍິ້ມເວລາມີຄົນຫຼີ້ນນຳ
"A baby lying on its side playing with its hands
ຮູ້ຈັກມື (ໃຊ້ມື)
"A mother breastfeeding her baby"
ຮູ້ດູດນົມແມ່
"A baby lying on its belly, lifting its head"
ຍົກຫົວຂຶ້ນເວລານອນຄວ້ຳ
ຖ້າເດັກບໍ່ສາມາດເຮັດ 2 ທັກສະທີ່ຢູ່ໃນແຕ່ລະພາກສ່ວນຂອງວົງມົນອາດຈະມີກິດຈະກຳອື່ນທີ່ຊ່ວຍໃຫ້ສາມາດພັດທະນາຕື່ມອີກ. ເຖິ່ງຢ່າງໃດກໍ່ຕາມຮູບພາບເຫຼົ່ານີ້ເປັນພຽງຕົວຢ່າງບາງທັກສະເທົ່ານັ້ນ. ຕົວຢ່າງ: ໃນວົງມົນທີ່ພາກສ່ວນທັກສະການສື່ສານ: ບໍ່ຈຳເປັນຕ້ອງຮອດຫຼິ້ນຄຸ່ຍ! ຕ້ອງຖາມຕົວທ່ານເອງວ່າເດັກຕອບສະໜອງຕໍ່ສຽງທັນທີ່ເລີຍບໍ.


ຈື່ໄວ້ວ່າເດັກຈະຮຽນຮູ້ໄດ້ດີສຸດດ້ວຍການເຮັດກິດຈະກຳຕາມເດັກທີ່ອາຍຸຊ່ຳກັນເຮັດໃນທັກສະການສື່ສານ.




ແຕ່ລະພາກສ່ວນຂອງວົງມົນໄດ້ສະແດງໃຫ້ເຫັນການພັດທະນາທີ່ແຕກຕ່າງກັນໃນແຕ່ລະດ້ານ. ທັງຮູບພາບ ແລະ ຄຳສັບແມ່ນເປັນຕົວຢ່າງທັກສະທີ່ເດັກສ່ວນຫຼາຍເຮັດຕອນເຂົາອາຍຸໄດ້ 6 ເດືອນ.

DevChart background.png
6
ເດືອນ
ການສື່ສານ
ຄວາມຄິດ
ສັງຄົມ
ຮ່າງກາຍ
"A baby lying on its mothers belly, making sounds"
ເຮັດສຽງ ຫຼື ທ່າທາງງ່າຍໆ
ອາອາ
"A father lying with his baby, shaking a rattle"
ໂງ່ຫົວໄປຕາມສຽງ ຫຼື ການເຄື່ອນໄຫວ້
"A baby sitting on its mother's lap, sucking on a toy"
ຈັບເອົາສິ່ງຂອງ ແລະ ເອົາເຂົ້າປາກ
"A mother and baby banging toys on a table together"
ຫຼິ້ນຂອງຫຼິ້ນຫຼາຍແບບ
"A baby grabbing a toy from an older child"
ສົນໃຈຂອງຕ່າງໆ
"A baby turning away from a woman"
ສະແດງທ່າຢ້ານກົວຄົນແປກໜ້າ
"A baby holding its arms out to a woman"
ເຮັດທ່າທາງຮຽກຮ້ອງຄວາມສົນໃຈ
"A baby holding its arms out to a man and a woman"
ຮັບຮູ້ວ່າມີຫຼາຍຄົນ
"A baby rolling"
ປີ້ນໂຕ(ຄວ້ຳ) ແຕ່ໜ້າໄປຫາຫຼັງ ແລະ ປິ້ນກັບຈາກຫຼັງຫາໜ້າ
"A baby sitting up with help from its mother"
ນັ່ງໄດ້ໂດຍມີບ່ອນອີງ
"A baby smiling and shaking a rattle"
ແກ່ວງ ແລະ ເຕະແຂນ ແລະ ຂາ
ຖ້າເດັກບໍ່ສາມາດເຮັດ 2 ທັກສະທີ່ຢູ່ໃນແຕ່ລະພາກສ່ວນຂອງວົງມົນອາດຈະມີກິດຈະກຳອື່ນທີ່ຊ່ວຍໃຫ້ສາມາດພັດທະນາຕື່ມອີກ. ເຖິ່ງຢ່າງໃດກໍ່ຕາມຮູບພາບເຫຼົ່ານີ້ເປັນພຽງຕົວຢ່າງບາງທັກສະເທົ່ານັ້ນ. ຕົວຢ່າງ: ໃນວົງມົນທີ່ພາກສ່ວນທັກສະການຮ່າງກາຍ: ເດັກບໍ່ຈຳເປັນຕ້ອງຮອດວ່າສັ່ນແກ່ວງແຮງໆ! ຕ້ອງຖາມຕົວທ່ານເອງວ່າເດັກແກ່ວງ ແລະ ເຕະໄດ້ກໍ່ພໍ. ຈື່ໄວ້ວ່າເດັກຈະຮຽນຮູ້ໄດ້ດີສຸດດ້ວຍການເຮັດກິດຈະກຳຕາມເດັກທີ່ອາຍຸຊ່ຳກັນເຮັດໃນທັກສະການສື່ສານ.



ແຕ່ລະພາກສ່ວນຂອງວົງມົນໄດ້ສະແດງໃຫ້ເຫັນການພັດທະນາທີ່ແຕກຕ່າງກັນໃນແຕ່ລະດ້ານ. ທັງຮູບພາບ ແລະ ຄຳສັບແມ່ນເປັນຕົວຢ່າງທັກສະທີ່ເດັກສ່ວນຫຼາຍເຮັດຕອນເຂົາອາຍຸໄດ້ 12 ເດືອນ.


DevChart background.png
12
ເດືອນ
ການສື່ສານ
ຄວາມຄິດ
ສັງຄົມ
ຮ່າງກາຍ


ເຂົ້າໃຈຄຳເວົ້າ ຫຼື ທ່າທາງສັນຍານທີ່ງ່າຍໆ
ເອົາມັນມາໃຫ້ແດ່
"A baby banging a spoon on a cup"
"A woman holding her hand out for her baby to give her something"
"A baby shaking a rattle and babbling to itself"
ໃຊ້ສຽງລວມກັນ
ຮູ້ຈັກຊື່ສິ່ງຂອງ
ບ໋າບ໋າ ກ໋າກ໋າ
ວ໋າວ໋າ
"A baby dropping a cup"
ຮຽນຮູ້ວ່າມີສິ່ງຂອງຢູ່ບ່ອນໃດໂດຍທີ່ບໍ່ໄດ້ຍິນສຽງມັນ
"A baby taking objects out of a box"
ເຮັດບາງຢ່າງເພື່ອແກ້ບັນຫາງ່າຍໆ
"A baby pulling in a rattle on a string"
ເລີ້ມຮັບຮູ້ວ່າມັນມີເຫດ ແລະ ຜົນ
"A baby holding its arms out"
ຮູ້ໃຊ້ທ່າທາງ
"A baby crying"
ຮ້ອງໄຫ້ເມື່ອຜູ້ດູແລບໍ່ຢູ່ນຳ
"A man playing peek-a-boo with a baby"
ເລີ້ມຮູ້ສຶກມ່ວນເວລາຫຼິ້ນຈະເອ໋
"A baby sitting up"
ນັ່ງໄດ້ເອງ
"A baby crawling"
ຄານ
"A baby using a stool to pull himself up to a standing position"
ຈ່ອງເພື່ອຢືນຂຶ້ນ


ຖ້າເດັກບໍ່ສາມາດເຮັດ 2 ທັກສະທີ່ຢູ່ໃນແຕ່ລະພາກສ່ວນຂອງວົງມົນ ອາດຈະມີກິດຈະກຳອື່ນທີ່ຊ່ວຍໃຫ້ສາມາດພັດທະນາຕື່ມອີກ. ເຖິ່ງຢ່າງໃດກໍ່ຕາມຮູບພາບເຫຼົ່ານີ້ເປັນພຽງຕົວຢ່າງບາງທັກສະເທົ່ານັ້ນ. ຕົວຢ່າງ: ໃນວົງມົນທີ່ພາກສ່ວນທັກສະການເຂົ້າສັງຄົມ: ເດັກບໍ່ຈຳເປັນຕ້ອງຫຼິ້ນ ຈະເອ໋ ກັບທ່ານໄດ້! ຕ້ອງຖາມຕົວທ່ານເອງວ່າເດັກມີຄວາມສຸກໃນການຫຼິ້ນນຳກັນບໍ. ຈື່ໄວ້ວ່າເດັກຈະຮຽນຮູ້ໄດ້ດີສຸດດ້ວຍການເຮັດກິດຈະກຳຕາມເດັກທີ່ອາຍຸຊ່ຳກັນເຮັດໃນທັກສະການສື່ສານ.




ແຕ່ລະພາກສ່ວນຂອງວົງມົນໄດ້ສະແດງໃຫ້ເຫັນການພັດທະນາທີ່ແຕກຕ່າງກັນໃນແຕ່ລະດ້ານ. ທັງຮູບພາບ ແລະ ຄຳສັບແມ່ນເປັນຕົງຢ່າງທັກສະທີ່ເດັກສ່ວນຫຼາຍເຮັດຕອນເຂົາອາຍຸໄດ້ 2 ປີ.

DevChart background.png
2
ປີ
ການສື່ສານ
ຄວາມຄິດ
ສັງຄົມ
ຮ່າງກາຍ
ໃຊ້ 2 ຫາ 3 ປະໂຫຍກ
ຫຼິ້ນໝາກບານ
"A father talking to his child"
ພໍ່, ພໍ່
ພໍ່, ພໍ່
"A child holding a ball"
"A child pointing at a cup"
ໃຊ້ ຄຳເວົ້າງ່າຍໆ
ຮຽນແບບຄຳເວົ້າ ຫຼື ທ່າທາງ
ຈອກ
"A child making a collection of balls"
ຈັບກຸ່ມສິ່ງຂອງທີ່ຄືກັນ
"A child banging a drum with a drumstick"
ປະຕິດປະຕໍ່ສິ່ງຕ່າງໆໃສ່ກັນໄດ້
"A child playing with a collection of objects"
ມີຄວາມຕັ້ງໃຈເຮັດກິດຈະກຳໃດໜຶ່ງເປັນເວລາດົນ
"Two children playing next to each other with stones and cups"
ຫຼິ້ນນຳເດັກຄົນອື່ນ
"A father and son washing their hands together"
ຮຽນແບບການດູແລ
"A man kneeling down so his child can talk to him"
ຂໍຄວາມຊ່ວຍເຫຼືອເວລາທີ່ຕ້ອງການ
"A child stacking blocks"
ກອງຕໍ່ ຂອງຫຼິ້ນໃຫຍ່ໆ
"A child walking"
ຍ່າງ
"A child squatting"
ນັ່ງຍ່ອງຍໍ້
ຖ້າເດັກບໍ່ສາມາດເຮັດ 2 ທັກສະທີ່ຢູ່ໃນແຕ່ລະພາກສ່ວນຂອງວົງມົນ ອາດຈະມີກິດຈະກຳອື່ນທີ່ຊ່ວຍໃຫ້ສາມາດພັດທະນາຕື່ມອີກ. ເຖິ່ງຢ່າງໃດກໍ່ຕາມຮູບພາບເຫຼົ່ານີ້ເປັນພຽງຕົວຢ່າງບາງທັກສະເທົ່ານັ້ນ. ຍົກຕົວຢ່າງ, ໃນວົງມົນທີ່ພາກສ່ວນ ທັກສະການໃຊ້ຄວາມຄິດ: ເດັກບໍ່ຈຳເປັນຕ້ອງຮອດວ່າຕີກອງເປັນ! ຕ້ອງຖາມຕົວທ່ານເອງວ່າເດັກສາມາດໃຊ້ສິ່ງຂອງ 2 ຢ່າງນຳກັນໄດ້ກໍ່ພໍ. ຈື່ໄວ້ວ່າເດັກຈະຮຽນຮູ້ໄດ້ດີສຸດດ້ວຍການເຮັດກິດຈະກຳຕາມເດັກທີ່ອາຍຸຊ່ຳກັນເຮັດໃນທັກສະການສື່ສານ.




ແຕ່ລະພາກສ່ວນຂອງວົງມົນໄດ້ສະແດງໃຫ້ເຫັນການພັດທະນາທີ່ແຕກຕ່າງກັນໃນແຕ່ລະດ້ານ. ທັງຮູບພາບ ແລະ ຄຳສັບ ແມ່ນເປັນຕົງຢ່າງທັກສະທີ່ເດັກສ່ວນຫຼາຍເຮັດຕອນເຂົາອາຍຸໄດ້ 3 ຂວບ.

DevChart background.png
3
ປີ
ການສື່ສານ
ຄວາມຄິດ
ສັງຄົມ
ຮ່າງກາຍ
"A woman talking to a child, who is pointing at his mouth"
ປາກເຈົ້າຢູ່ໃສ?
"A child talking"
ສື່ສານໄດ້ຊັດເຈນ
ຂ້ອຍຢາກໄປກັບພໍ່.
ເຂົ້າໃຈພາສາຄຳເວົ້າທີ່ງ່າຍໆ


"A child fitting a square piece of cardboard into a square hole"
ເອົາສິ່ງຂອງທີ່ມີຮູບຮ່າງພໍດີໃສ່ໃນຮູ ຫຼື ຊ່ອງຫວ່າງ.
"A child sorting small objects by color"
ແຍກປະເພດສິ່ງຂອງ
"A child opening a box"
ເອົາສິ່ງຂອງອອກຈາກກັນ ແລະ ເອົາມັນໃສ່ກັນຄືນ
"A girl sweeping with her older sister"
ມັກໃຫ້ຍ້ອງຫຼັງຈາກເຮັດສິ່ງໃດໜຶ່ງສຳເລັດ
Thank you
for helping
"A mother doing the laundry with her child"
ມ່ວນໃນການຊ່ວຍວຽກເຮືອນ
"A child wiping away his mother's tears"
ຮັບຮູ້ຄວາມຮູ້ສຶກຄົນອື່ນ
"A child running"
ແລ່ນ, ໂດດ, ປີນ
"A child opening a jar"
ໃຊ້ມືເຮັດໄດ້ຫຼາຍອັນຕື່ມ
"A child throwing a ball"
ໂຍນໝາກບານ
ຖ້າເດັກບໍ່ສາມາດເຮັດ 2 ທັກສະທີ່ຢູ່ໃນແຕ່ລະພາກສ່ວນຂອງວົງມົນ ອາດຈະມີກິດຈະກຳອື່ນທີ່ຊ່ວຍໃຫ້ສາມາດພັດທະນາຕື່ມອີກ. ເຖິ່ງຢ່າງໃດກໍ່ຕາມຮູບພາບເຫຼົ່ານີ້ເປັນພຽງຕົວຢ່າງບາງທັກສະເທົ່ານັ້ນ. ຍົກຕົວຢ່າງ, ໃນວົງມົນທີ່ພາກສ່ວນ ທັກສະການເຂົ້າສັງຄົມ: ເດັກບໍ່ຈຳເປັນຕ້ອງກວດພື້ນໄດ້! ຕ້ອງຖາມຕົວທ່ານເອງວ່າເດັກມີຄວາມສຸກໃນການໄດ້ຊ່ວຍວຽກນຳຄອບຄົວໄດ້ກໍ່ພໍ. ຈື່ໄວ້ວ່າເດັກຈະຮຽນຮູ້ໄດ້ດີສຸດດ້ວຍການເຮັດກິດຈະກຳຕາມເດັກທີ່ອາຍຸຊ່ຳກັນເຮັດໃນທັກສະການສື່ສານ.




ແຕ່ລະພາກສ່ວນຂອງວົງມົນໄດ້ສະແດງໃຫ້ເຫັນການພັດທະນາທີ່ແຕກຕ່າງກັນໃນແຕ່ລະດ້ານ. ທັງຮູບພາບ ແລະ ຄຳສັບ ແມ່ນເປັນຕົວຢ່າງທັກສະທີ່ເດັກສ່ວນຫຼາຍເຮັດຕອນເຂົາອາຍຸໄດ້ 5 ຂວບ.

DevChart background.png
5
ປີ
ການສື່ສານ
ຄວາມຄິດ
ສັງຄົມ
ຮ່າງກາຍ
"A child, dripping wet"
ຂ້ອຍຕົກນ້ຳ
"A child walking with his father, asking him questions"
ຖາມຄຳຖາມຫຼາຍຄຳຖາມ
ແມ່ນໃຜຢູ່ຫັ້ນ?
ເຈົ້າກຳລັງເຮັດຫຍັງຢູ່?
ເວົ້າ ຫຼື ເຮັດທ່າທາງຕອນທີ່ລາວໄດ້ເຮັດສິ່ງໃດໜຶ່ງ


"A child helping in a vegetable garden"
ເຮັດຕາມຄຳສັ່ງງ່າຍໆ
"A child putting the pieces of a puzzle together"
ຕໍ່ຮູບພາບໄດ້
"A child using an abacus"
ເຂົ້າໃຈການນັບເລກ
"Three children playing with a tire together"
ເຂົ້າໃຈກົດລະບຽບຕ່າງ
"Two children at school, listening to their teacher"
ຫຼິ້ນກັບເດັກຄົນອື່ນ
"A child speaking"
ສະແດງອາລົມໄດ້ຫຼາກຫຼາຍ
"A child drawing two squares in the sand"
ຮຽນແຕ້ມແບບຮູບງ່າຍໆ
"A child walking backwards"
ຢ່າງຖອຍຫຼັງໄດ້ໜ້ອຍໜຶ່ງ
"A child hopping on one foot"
ໂດດເຕັ້ນຂາດຽວ


ຖ້າເດັກບໍ່ສາມາດເຮັດ 2 ທັກສະທີ່ຢູ່ໃນແຕ່ລະພາກສ່ວນຂອງວົງມົນ ອາດຈະມີກິດຈະກຳອື່ນທີ່ຊ່ວຍໃຫ້ສາມາດພັດທະນາຕື່ມອີກ. ເຖິ່ງຢ່າງໃດກໍ່ຕາມຮູບພາບເຫຼົ່ານີ້ເປັນພຽງຕົວຢ່າງບາງທັກສະເທົ່ານັ້ນ. ຍົກຕົວຢ່າງ, ໃນວົງມົນທີ່ພາກສ່ວນ ທັກສະການເຂົ້າສັງຄົມ: ເດັກບໍ່ຈຳເປັນຕ້ອງສາມາດຟັງແຕ່ນາຍຄູ! ຕ້ອງຖາມຕົວທ່ານເອງວ່າເດັກສາມາດເຂົ້າໃຈກົດລະບຽບຄືກັບເດັກຄົນອື່ນໄດ້ກໍ່ພໍ. ຈື່ໄວ້ວ່າເດັກຈະຮຽນຮູ້ໄດ້ດີສຸດດ້ວຍການເຮັດກິດຈະກຳຕາມເດັກທີ່ອາຍຸຊ່ຳກັນເຮັດໃນທັກສະການສື່ສານ.



This page was updated: ໐໖ ມີຖຸນາ ໒໐໑໙