Hesperian Health Guides

ແມ່ຍິງຖືພາໄດ້ແນວໃດ

ຢູ່ໃນພາກນີ້:

NWTND FP Page 4-1.png
ນ້ຳອະສຸຈິ: ຂອງແຫຼວສີຂາວຂຸ້ນທີ່ມີຕົວອະສຸຈິເປັນຈຳນວນຫຼາຍລ້ານຕົວ, ທີ່ໄຫຼ່ຜ່ານທໍ່ສົ່ງນ້ຳເຊື້ອນີ້ ແລະ ອອກມາທາງອະໄວຍະວະເພດ
ອະໄວຍະວະເພດຊາຍ (ໂຄຍ)
ລູກອັນທະ (ໄຂ່ຫຳ): ລູກອັນທະແມ່ນບ່ອນຜະລິດໂຕອະສຸຈິ
NWTND FP Page 4-2.png
ຈອມສັງວາດ (clitoris): ເປັນສ່ວນໜຶ່ງຂອງອະໄວຍະວະເພດຍິງທີ່ມີຄວາມຮູ້ສຶກໄວເມື່ອຖືກສຳພັດ
ທໍ່ປັດສະວະ:
ທໍ່ທີ່ຍ່ຽວອອກມາ
ຮູຊ່ອງຄອດ
ຂະໂມມ
ຮູທະວານ
NWTND FP Page 4-3.png
ຮັງໄຂ່: ຮັງໄຂ່ແມ່ຍິງຂ້າງໃດໜຶ່ງຈະປ່ອຍໄຂ່ທີ່ມີຂະໜາດນ້ອຍລົງມາຕາມທໍ່ສົ່ງໄຂ່ ປະມານເດືອນລະຄັ້ງ
ທໍ່ສົ່ງໄຂ່: ໄຂ່ລົງມາຕາມທໍ່ສົ່ງໄຂ່ ແລະ ເຂົ້າໄປໃນມົດລູກ
ມົດລູກ: ບ່ອນທີ່ລູກນ້ອຍຈະເລີນເຕີບໂຕ ຖ້າຫາກວ່າແມ່ຍິງຖືພາ.
ປາກມົດລູກ
ຊ່ອງຄອດ

ເມື່ອຜູ້ຊາຍຫຼັ່ງນ້ຳອະສຸຈິເຂົ້າໃນ ຫຼືໃກ້ບໍລິເວນຊ່ອງຄອດ, ຕົວເຊື້ອອະສຸຈິຂອງເພດຊາຍກໍ່ຈະເຂົ້າໄປໃນມົດລູກ ແລະທໍ່ໄຂ່ ຂອງເພດຍິງ. ໃນຊ່ວງໄລຍະເວລາທີ່ໄຂ່ຕົກ, ຕົວອະສຸຈິກໍ່ຈະເຂົ້າໄປຫາໄຂ່ຂອງເພດຍິງເພື່ອປະຕິສົນທິ. ຖ້າຕົວອະສຸຈິ ໄດ້ປະຕິສົນທິກັບກັບໄຂ່ທີ່ຕົກລົງມາແລ້ວມັນກໍ່ຈະຝັງຕົວເອງຢູ່ໃນມົດລູກ. ນີ້ແມ່ນການຖືພາ. ວິທີການຕ່າງໆ ໃນການ ວາງແຜນຄອບຄົວແມ່ນການປ້ອງກັນບໍ່ໃຫ້ຖືພາໂດຍການປ້ອງກັນບໍ່ໃຫ້ຕົວອະສຸຈິເຂົ້າໄປໃນຊ່ອງຄອດ, ຫຼືດ້ວຍການຢຸດ ບໍ່ໃຫ້ຮ່າງກາຍແມ່ຍິງປ່ອຍໄຂ່ລົງມາ, ຫຼືດ້ວຍການຢຸດບໍ່ໃຫ້ນ້ຳເຊື້ອອະສຸຈິເຂົ້າໄປປະຕິສົນທິກັບໄຂ່.


This page was updated: ໑໑ ມີຖຸນາ ໒໐໑໙