Hesperian Health Guides

ໃສ່ອຸປະກອນເຂົ້າໃນມົດລູກ (ໃສ່ຮ່ວງ)

ຢູ່ໃນພາກນີ້:

ການໃສ່ຮ່ວງແມ່ນການເອົາຢາງພຣາດຕິກນ້ອຍ ຫຼືຢາງທີ່ປະສົມກັບທອງແດງເຂົ້າໄປໃນມົດລູກໂດຍຜູ້ໃຫ້ບໍລິການດ້ານສຸຂະພາບທີ່ໄດ້ຮັບການຝຶກອົບຮົມມາ. ມັນປ້ອງກັນບໍ່ໃຫ້ໂຕອະສຸຈິເຂົ້າໄປປະສົມພັນກັບໄຂ່ ແລະ ມັນກໍຍັງປ້ອງກັນບໍ່ໃຫ້ໄຂ່ຝັງໂຕລົງໃນມົດລູກ. ສຳລັບຂໍ້ມູນກ່ຽວກັບການໃສ່ຮ່ວງໃຫ້ເບິ່ງບົດທີ 21 ໃນປື້ມສຳລັບປະດຸງຄັນຢູ່ໃນ ເຮັດພິຣຽນ Hesperian.

ຫຼືຢາງທີ່ປະສົມກັບທອງແດງເຂົ້າໄປໃນມົດລູກໂດຍຜູ້ໃຫ້ບໍລິການດ້ານສຸຂະພາບທີ່ໄດ້ຮັບການຝຶກອົບຮົມມາ. ມັນປ້ອງກັນບໍ່ໃຫ້ໂຕອະສຸຈິເຂົ້າໄປປະສົມພັນກັບໄຂ່ ແລະ ມັນກໍຍັງປ້ອງກັນບໍ່ໃຫ້ໄຂ່ຝັງໂຕລົງໃນມົດລູກ. ສຳລັບຂໍ້ມູນກ່ຽວກັບການໃສ່ຮ່ວງໃຫ້ເບິ່ງບົດທີ 21 ໃນປື້ມສຳລັບປະດຸງຄັນຢູ່ໃນ ເຮັດພິຣຽນ Hesperian.

NWTND FP Page 16-2.png

ການໃສ່ຮ່ວງແມ່ນມີຄວາມປອດໄພທັງຜູ້ຍິງທີ່ເຄີຍຖືພາມາກ່ອນແລ້ວ ແລະ ຜູ້ທີ່ບໍ່ເຄີຍຖືພາມາກ່ອນ. ການໃສ່ຮ່ວງແມ່ນສາມາດໃສ່ໄດ້ຕະຫຼອດເວລາທີ່ຜູ້ຍິງບໍ່ໄດ້ຖືພາຢູ່ ແລະ ບໍ່ມີການຕິດເຊື້ອຢູ່ຊ່ອງຄອດ ຫຼືມີພະຍາດຕິດເຊື້ອທາງເພດສຳພັນ. ຮ່ວງສາມາດເອົາອອກເມື່ອໃດກໍໄດ້ໂດຍຜູ້ໃຫ້ບໍລິການດ້ານສຸຂະພາບທີ່ໄດ້ຮັບການຝຶກອົບຮົມມາ. ຫຼັງຈາກທີ່ເອົາຮ່ວງອອກ ຜູ້ຍິງກໍສາມາດມີລູກໄດ້ທັນທີ.

WWHND10 Ch13 Page 217-1.png

ເມື່ອໃສ່ຮ່ວງເຂົ້າໄປແລ້ວມັນເປັນໄປໄດ້ຍາກທີ່ຮ່ວງຈະອອກມາ ແຕ່ມັນກໍເປັນໄປໄດ້. ທ່ານສາມາດກວດເບິ່ງສາຍຮ່ວງວ່າມັນຍັງຕິດຢູ່ປາກມົດລູກຕໍ່ອອກມາຊ່ອງຄອດ ແລະ ຈັບເບິ່ງເດືອນລະຄັ້ງ ແຕ່ບໍ່ໃຫ້ດຶງມັນ. ຖ້າທ່ານບໍ່ສາມາດຈັບສາຍຮ່ວງໄດ້ ຫຼືທ່ານຄິດວ່າຮ່ວງມັນອອກແມ່ນບໍ່ໃຫ້ທ່ານຮ່ວມເພດ. ຫຼືໃຫ້ໃສ່ຖົງຢາງອະນາໄມຈົນກວ່າທ່ານຈະໄດ້ກວດກັບຜູ້ໃຫ້ການບໍລິການດ້ານສຸຂະພາບ.

ຜົນຂ້າງຄຽງທີ່ພົບໄດ້ຈາກການໃສ່ຮ່ວງ

ຜົນຂ້າງຄຽງທີ່ພົບເລື້ອຍແມ່ນເຈັບທ້ອງປະຈຳເດືອນພ້ອມກັບມີເລືອດອອກຫຼາຍຂື້ນ. ມັນອາດເຮັດໃຫ້ຮູ້ສຶກບໍ່ສະບາຍ ແຕ່ມັນກໍບໍ່ເປັນອັນຕະລາຍ ແລ້ວມັນກໍຈະດີຂື້ນຫຼັງຈາກ 3-2 ເດືອນ. ຮ່ວງບາງຊະນິດປະກອບມີ ຮໍໂມນ progestin ເຊິ່ງມັນຈະຊ່ວຍຫຼຸດອາການເຈັບທ້ອງ ແລະ ເລືອດປະຈຳເດືອນກໍອອກໜ້ອຍລົງ. ຮ່ວງທີ່ມີສ່ວນປະກອບຂອງຮໍໂມນ progestin ແມ່ນຈະມີຜົນຂ້າງຄຽງຄືກັນກັບຢາຄຸມຊະນິດມິນິພິລ.

ໃຜທີ່ບໍ່ຄວນໃສ່ຮ່ວງ

  • ຜູ້ຍິງທີ່ເປັນມະເຮັງປາກມົດລູກ ຫຼືມະເຮັງມົດລູກ. ຜູ້ຍິງທີ່ເປັນມະເຮັງເຕົ້ານົມບໍ່ຄວນໃສ່ຮ່ວງທີ່ມີສ່ວນປະກອບຂອງ ຮໍໂມນ progestin ແຕ່ກໍສາມາດໃສ່ຮ່ວງທີ່ເປັນສາຍທອງແດງຢ່າງມີຄວາມປອດໄພ.
  • ຜູ້ຍິງທີ່ເປັນລົງຂາວ, ໜອງໃນທ່ຽມ (chlamydia) ຫຼືຕິດເຊື້ອພາຍໃນຜົ້ງທ້ອງນ້ອຍ. ສຳລັບຂໍ້ມູນລົງຂາວ, ໜອງໃນທ່ຽມ (chlamydia) ເພີ່ມເຕີມແມ່ນເບິ່ງບົດ ບັນຫາທາງດ້ານອະໄວຍະວະສືບພັນ ແລະ ການຕິເຊື້ອ. ສຳລັບຂໍ້ມູນການຕິດເຊື້ອພາຍໃນຜົ້ງທ້ອງນ້ອຍແມ່ນໃຫ້ເບິ່ງ “ການຕິດເຊື້ອພາຍໃນຜົ້ງທ້ອງນ້ອຍ.” ໃນບົດເຈັບທ້ອງ, ຖອກທ້ອງ ແລະ ພະຍາດແມ່ກາຝາກ.



This page was updated: ໑໑ ມີຖຸນາ ໒໐໑໙