Hesperian Health Guides

ໝົດປະຈໍາເດືອນ: ການສິ້ນສຸດການເປັນປະຈຳເດືອນ

ຢູ່ໃນພາກນີ້:

NWTND wmc Page 6-1.png

ຕາມທຳມະດາແລ້ວແມ່ຍິງຈະໝົດປະຈໍາເດືອນເມື່ອພວກເຂົາມີອາຍຸໄດ້ປະມານ 50 ປີ. ກ່ອນການໝົດປະຈໍາເດືອນຢ່າງສິ້ນເຊີງ, ການເປັນປະຈໍາເດືອນສາມາດມາບໍ່ເປັນປົກກະຕິ. ແມ່ຍິງບາງຄົນອາດຈະມີເລືອດອອກໃນຊ່ວງລະຫວ່າງຮອບປະຈຳເດືອນໄປເປັນເວລາຫຼາຍເດືອນເຊິ່ງເລືອດທີ່ອອກນັ້ນສາມາດອອກໜ້ອຍລົງຫຼືຫຼາຍຂຶ້ນກວ່າປົກກະຕິກໍ່ເປັນໄດ້.

ສໍາລັບແມ່ຍິງບາງຄົນ, ອາການອື່ນໆຂອງການໝົດປະຈໍາເດືອນທີ່ສາມາດສັງເກດເຫັນໄດ້ມີຄືອາລົມມີການປ່ຽນແປງ, ມີບັນຫາເລື່ອງການນອນ, ແລະຮູ້ສຶກອອກຮ້ອນໃນຕົນໂຕເນື່ອງຈາກການປ່ຽນແປງຂອງຮໍໂມນໃນຮ່າງກາຍສິ່ງນີ້ສາມາດເຮັດໃຫ້ຮູ້ສຶກບໍ່ສະບາຍເນື້ອສະບາຍຕົວຫຼືຮູ້ສຶກໂສກເສົ້າ, ແຕ່ວ່າສໍາລັບແມ່ຍິງຫຼາຍຄົນອາການເຫຼົ່ານີ້ແມ່ນຈະຄ່ອຍໜ້ອຍລົງຫຼືຫາຍໄປພາຍໃນສອງສາມປີ.

ໃນຊ່ວງເວລາແມ່ຍິງໝົດປະຈຳເດືອນຊ່ອງຄອດຈະແຫ້ງແລະນ້ອຍລົງກວ່າປົກກະຕິ. ສະນັ້ນເພື່ອຊ່ວຍໃຫ້ການຮ່ວມເພດເປັນໄປດ້ວຍດີແລະເພື່ອຫຼີກລ້ຽງການຈີກຂາດໃນຊ່ອງຄອດທີ່ອາດເກີດຂຶ້ນໃນເວລາຮ່ວມເພດ; ແມ່ນໃຫ້ໃຊ້ສານຫຼໍ່ລື່ນທີ່ມີສ່ວນປະສົມຂອງນຳ້ເປັນຫຼັກເຊັ່ນ: ນໍ້າລາຍຫຼືເຄ-ວາຍເຈລ (K-Y Jelly).ຫ້າມບໍ່ໃຫ້ໃຊ້ຄີມຫຼືນຳ້ມັນທາຜິວ ທາໃນຊ່ອງຄອດເພາະມັນສາມາດພາໃຫ້ເກີດການລະຄາຍເຄືອງຊ່ອງຄອດໄດ້.

ໃນຊ່ວງການໝົດປະຈຳເດືອນຄຽງຄູ່ກັບການສິ້ນສຸດການມາຂອງເລືອດປະຈໍາເດືອນນັ້ນຮັງໄຂ່ຂອງແມ່ຍິງກໍ່ຈະເຊົາຜະລິດໄຂ່, ແລະສຸດທ້າຍ ຜູ້ຍິງຜູ້ນັ້ນກໍ່ບໍ່ສາມາດມີລູກໄດ້ອີກ. ແຕ່ວ່າຫຼັງຈາກການໝົດປະຈໍາເດືອນປະມານໜຶ່ງປີ, ຮ່າງກາຍຂອງແມ່ຍິງບາງຄົນອາດຈະຍັງສາມາດຜະລິດໄຂ່ໄດ້ແລະແມ່ຍິງຜູ້ນັ້ນກໍ່ຍັງສາມາດຖືພາໄດ້ໃນຊ່ວງເວລາຫຼາຍເດືອນຫຼັງໝົດປະຈຳເດືອນ.

ເຖິງແມ່ນວ່າແມ່ຍິງໃນບາງປະເທດຮູ້ສຶກໂສກເສົ້າເສຍໃຈຫຼັງຈາກທີ່ຮ່າງກາຍຂອງຕົນສິ້ນສຸດຄວາມສາມາດມີລູກ,ແຕ່ໃນວັດທະນະທໍາຂອງຫຼາຍໆປະເທດເຫັນວ່າການໝົດປະຈຳເດືອນແມ່ນຈະກາຍເປັນບຸກຄົນອະວຸໂສທີ່ເປັນທີ່ນັບໜ້າຖືຕາໃນຊຸມຊົນ.

NWTND wmc Page 7-1.png


This page was updated: ໒໗ ກັນຍາ ໒໐໑໘