Hesperian Health Guides

ຢາສຳລັບໂລກຫອນໄກ່ (Genital Warts)

ພະຍາດຕິດຕໍ່ທາງເພດສຳພັນ (ພຕພ): ຢາປິ່ນປົວ

ໂປໂດຟີລ໋ອກ (podofilo)


Podofilox ແມ່ນໃນຮູບແບບເປັນທາດແຫຼວເພື່ອຮັກສາກະຕູດຢູ່ບໍລິເວນອະໄວຍະວະເພດ ແລະ ມີແບບເຈວເພື່ອຮັກສາກະຕູດບໍລິເວນຮູທະວານໜັກ ຫຼືອະໄວຍະວະເພດ. ບໍ່ໃຫ້ສັບສົນຢາຊະນິດນີ້ກັບ podophyllin, ທີ່ໃຊ້ກັບພະຍາດຫອນໄກ່, ແຕ່ວ່າມັນຕະລາຍຫຼາຍກວ່າຖ້າໃຊ້ຢ່າງບໍ່ຖືກຕ້ອງ. Podofilox ແມ່ນປວດໄພກວ່າທີ່ຈະໃຊ້.

ພະນັກງານສາທາລະນະສຸກ ສາມາດໃຊ້ຢາຊະນິດນີ້ເປັນຄັ້ງທາອິດໃນຄຼີນິກເພື່ອສາທິດໃຫ້ເບິ່ງວ່າໃຊ້ແນວໃດ. ຄົນເຈັບອາດຈະຕ້ອງຄວາມຊ່ວຍເຫຼືອໃນການໃຊ້ຢາ podofilox ຖ້າເບິ່ງກະຕູດບໍ່ຄ່ອຍເຫັນ ຫຼືມັນເຂົ້າບໍ່ເຖິງ. ໃຫ້ເອົານ້ຳຢາຢອດໃສ່ຝ້າຍສຳລີ ຫຼືໃຊ້ມື້ຈ້ອຍເອົາເຈວ. ລ້າງມືຫຼັງຈາກໃຊ້ຢາຊະນິດນີ້. ໃຫ້ຖ້າໃຫ້ຢາແຫ້ງກ່ອນຈະໃສ່ເຄື່ອງ.

ຜົນ​ຂ້າງຄຽງGreen-effects.png

Podofilox ສາມາດເຮັດຄັນຄາຍຜີວໜັງ, ເປັນສາເຫດຂອງການຈ່ອຍພອມ, ແຕກ ແລະເລືອດອອກ.

ສິ່ງ​ສໍາຄັນNBgrnimportant.png

ບໍ່ໃຫ້ໃຊ້ຢາຊະນິກນີ້ຖ້າວ່າເຈົ້າຖືພາ ຫຼືໃຫ້ນົມລູກ.

ຖ້າວ່າອາການຄັນຄາຍຕາມຜີວໜັງແບບຮຸນແຮງປາກົດຂຶ້ນ ແມ່ນບໍ່ໃຫ້ໃຊ້ຢາຊະນິດນີ້ອີກ.

ວິທີການນໍາໃຊ້NBgrneyedrop.png
ສຳລັບໂລກຫອນໄກ:
NWTND bag arrow.png
ໃຊ້ນ້ຳຢາ ຫຼືເຈວ, ຮັກສາທາໃສ່ກະຕູດຕອນເຊົ້າ 2 ຄັ້ງຕໍ່ມື້ (ຕອນເຊົ້າ ແລະຕອນແລງ) ເປັນເວລາ 3 ມື້. ຫຼັງຈາກນັ້ນຢຸດໃຊ້ຢາປະມານ 4 ມື້. ໃສ່ຢາກະຕູດອນເຊົ້າ 2 ຄັ້ງຕໍ່ມື້ (ຕອນເຊົ້າ ແລະຕອນແລງ) ເປັນເວລາ 3 ມື້ ຄືນ ແລະ ຢຸດໃຊ້ຢາປະມານ 4 ມື້ ເຮັດແນວນີ້ເປັນເວລາລວມທັງໝົດ 4 ອາທິດ. ຢຸດໃຊ້ເມື່ອກະຕູດຫາຍໄປ. ຖ້າວ່າຍັງເຫັນກະຕູດຢູ່ຫຼັງຈາກ 4 ອາທິດ, ບໍ່ໃຫ້ສືບຕໍ່ໃຊ້ຢາ podofilox. ໃຫ້ໄປພັບແພດຫຼັງເພື່ອປຶກສາວິທີການຮັກສາທີ່ແຕກຕ່າງອອກໄປ.

ອາຊິດ Trichloroacetic ແລະ bichloroacetic


ອາຊິດ trichloroacetic ຫຼື bichloroacetic ແມ່ນອາຊິດທີ່ໃຊ້ໂດນກົງກັບຜູ້ປ່ວຍທີ່ເປັນໂລກຫອນໄກ່ເພື່ອເຮັດໃຫ້ກະຕູດຫົດໂຕລົງ. ພະນັກງານສາທາລະນະສຸກ (ແພດ) ຜູ້ທີ່ຊ່ຽວຊານສາມາດປະຕິບັດໜ້າທີ່ນີ້ເພື່ອຫຼີກລ້ຽງການໄໝ້ທີ່ຮຸນແຮງ.

ຜົນ​ຂ້າງຄຽງGreen-effects.png

ອາຊິດ trichloroacetic ຫຼື bichloroacetic ແມ່ນອາຊິດທີ່ຈະສາມາດເຮັດໃຫ້ເຈັບປວດ ຫຼືທຳລາຍຜີວໜັງທຳມະດາເມື່ອພວກເຂົາສຳພັດອາຊິດຊະນິດນີ້.

ສິ່ງ​ສໍາຄັນNBgrnimportant.png

ໃຫ້ໃຊ້ຢ່າງລະມັດລະວັງ. ມັນຈະເຮັດໃຫ້ໄໝ້ຜີວໜັງ ແລະສາມາດເປັນສາເຫດຂອງແຜເປັນໄດ້.

ວິທີການນໍາໃຊ້NBgrnspoon.png

ຢານີ້ແມ່ນມາໃນຮູບຂອງແຫຼວທີ່ມີຄວາມເຂັ້ມ 10 % ຫາ 35%.

ສຳລັບໂລກຫອນໄກ:
NWTND bag arrow.png
ທຳອິດໃຫ້ປ້ອງກັນບໍລິເວນທີ່ເປັນກະຕູດດ້ວຍເຈວເປໂຕຼລຽມ (petroleum). ຫຼັງຈາກນັ້ນໃຊ້ສຳລີທີ່ໃຊ້ເພື່ອເຮັດຄວາມສະອາດບາດແຜ ຫຼືຜ້າສະອາດກໍ້ໜ້ອຍໆໃຫ້ດີແລ້ວຈຶ່ງຈຸບອາຊິດ trichloroacetic ຫຼື bichloroacetic ພຽງແຕ່ທາໃສ່ເທື່ອລະໜ້ອຍລະໜ້ອຍຈົນກວ່າມັນຈະກາຍເປັນສີຂາວ. ທາໃສ່ປະມານ 1 ຫາ 3 ອາທິດ ຕາມຄວາມຕ້ອງການ.

ມັນຈະເຈັບເປັນເວລາ 15 ຫາ 20 ນາທີ. ຖ້າວ່າຖືກບ່ອນຜີວໜັງທີ່ມີສຸຂະພາບດີ, ໃຫ້ລ້າງອອກທັນທີດ້ວຍສະບູ່ ແລະນ້ຳ.

ຖ້າວ່າການຮັກສາໄດ້ຜົນ, ບາດແຜທີ່ເຈັບປວດບ່ອນທີ່ເປັນກະຕູດຈະຫາຍໄປ. ເຊົາຮັກສາ. ຖ້າວ່າມັນມີອາການລະຄາຍເຄືອງຜີວໜັງຫຼາຍເກີນໄປ ລໍຖ້າດົນເກີນໄປກ່ອນຈະໄດ້ຮັບການຮັກສາໃນຄັ້ງຕໍ່ໄປ. ບາດແຜທີ່ເຈັບປວດຕ່າງຄວນຈະຫາຍພາຍໃນ 1 ຫຼື 2 ອາທິດ. ເຮັດໃຫ້ບາດແຜສະອາດ ແລະແຫ້ງ ແລະສັງເກດເບິ່ງການຕິດເຊື້ອ.




This page was updated: ໐໕ ມັງກອນ ໒໐໒໔