Hesperian Health Guides

ຢາປິ່ນປົວໂລກຫົວໃຈວາຍ

ບັນຫາກ່ຽວກັບຕາ ແລະ ການເບິ່ງເຫັນ: ຢາປິ່ນປົວ

ຖ້າເຈົ້າສົງໃສວ່າຄົນເຈັບກຳລັງມີອາການຫົວໃຈວາຍ, ເອົາຢາ aspirin ໜຶ່ງເມັດ (ເມັດຂະໜາດ 300 ຫາ 325 mg) ໃຫ້ຄົນເຈັບກິນທັນທີ. ບອກໃຫ້ຄົນເຈັບຫຍຳ້ຢາເມັດນັ້ນໃຫ້ແຫຼກດີ ແລ້ວກືນລົງພ້ອມນຳ້. ເຖິງເຈົ້າບໍ່ແນ່ໃຈວ່າ ຄົນເຈັບກຳລັງມີອາການຫົວໃຈວາຍຫຼືບໍ່ກໍ່ຕາມ, ຢາ aspirin ກໍ່ຈະບໍ່ກໍ່ໃຫ້ເກີດອັນຕະລາຍຫຍັງກັບຄົນເຈັບ. ໃນລະຫວ່າງທາງທີ່ພາຄົນເຈັບໄປໂຮງໝໍນັ້ນ, ໃຫ້ເອົາຢາ nitroglycerin ໃຫ້ຄົນເຈັບກິນ, ຖ້າເຈົ້າມີ.

ເຈົ້າຍັງສາມາດໃຫ້ຢາມໍພີນ (morphine) ແກ່ຄົນເຈັບເພື່ອຊ່ວຍບັນເທົາອາການເຈັບປວດ ແລະຄວາມຢ້ານ, ແລະຊ່ວຍໃຫ້ຫົວໃຈສູດສີດເລືອດໄດ້ສະດວກຍິ່ງຂຶ້ນ. ຂໍ້ມູນລາຍລະອຽດກ່ຽວກັບຢາມໍພີນ (morphine) ແມ່ນຢູ່ໃນບົດການປິ່ນປົວຄົນເຈັບເບື້ອງຕົ້ນ ຢູ່.

ຢາ nitroglycerin (Glyceryl trinitrate)

ຢາ nitroglycerin ໃຊ້ປິ່ນປົວອາການເຈັບເອິກເນື່ອງຈາກໂລກຫົວໃຈວາຍ. ມັນຊ່ວຍຂະຫາຍຫຼອດເລືອດ ເຮັດໃຫ້ຫົວໃຈສູບສີດເລືອດໄດ້ສະດວກຂຶ້ນ.

ສິ່ງ​ສໍາຄັນNBgrnimportant.png

ບໍ່ໃຫ້ໃຊ້ຢາ nitroglycerin ກັບຄົນເຈັບທີ່ເປັນໂລກຄວາມດັນເລືອດຕຳ່ ຫຼື ຜູ້ທີ່ກິນຢາ sildenafil (Viagra) ໃນລະຍະເວລາ 24 ຊົ່ວໂມງຜ່ານມາ. ການໃຊ້ຢາທັງສອງຊະນິດນີ້ຮ່ວມກັນສາມາດພາໃຫ້ຄວາມດັນເລືອດຫຼຸດລົງຕຳ່ຫຼາຍເຖິງຂັ້ນອັນຕະລາຍ, ແລະ ອາດເປັນອັນຕະລາຍເຖິງຊີວິດໄດ້.

ຜົນ​ຂ້າງຄຽງGreen-effects.png

ຢາ nitroglycerin ອາດພາໃຫ້ເກີດອາການເຈັບຫົວຢ່າງຮຸນແຮງ, ຮູ້ສຶກຮ້ອນ, ຫຼື ວິນວຽນ.

ວິທີການນໍາໃຊ້NBgrnpill.png

ໃນກໍລະນີຄົນເຈັບມີອາການວິນວຽນຫົວ ຕາລາຍ, ພວກເຂົາເຈົ້າຄວນນັ່ງ ຫຼື ນອນຢູ່, ບໍ່ໃຫ້ຢືນ.

NWTND bag arrow.png
ເອົາຢາ nitroglycerin ½ mg (0.5 mg) ໃຫ້ຄົນເຈັບອົມໄວ້ຢູ່ກ້ອງລີ້ນແລະປ່ອຍໃຫ້ຢາລະລາຍ, ໃຫ້ຢານີ້ບໍ່ໃຫ້ເກີນ 3 ຄັ້ງ, ການໃຫ້ແຕ່ລະຄັ້ງແມ່ນໃຫ້ຫ່າງກັນ 5 ນາທີ. ຖ້າອາການເຈັບໜ້າເອິກ ແລະອາການອື່ນໆຫາຍດີ, ກໍ່ບໍ່ຈຳເປັນໃຫ້ຢາຕື່ມອີກ.

ສຳລັບຢາ ນີ້ແມ່ນບໍ່ໃຫ້ຫຍຳ້ ຫຼື ກືນລົງໄປເລີຍ. ໃນຂະນະທີ່ຢາລະລາຍຢູ່ກ້ອງລີ້ນນັ້ນ, ມັນຈະຮູ້ສຶກມຶນ ຫຼື ຮ້ອນໜ້ອຍໜຶ່ງ.


This page was updated: ໐໕ ມັງກອນ ໒໐໒໔