Hesperian Health Guides

ຍ້ອນສາເຫດໃດການ​ສື່ສານ​ຈຶ່ງ​ເປັນສິ່ງ​ສຳຄັນ

ຢູ່ໃນພາກນີ້:

ໃນໄລຍະ​ອາຍຸ​ນັບແຕ່​ມື້ເກີດ​ຫາອາຍຸ​ 7 ປີ, ເດັກ​ແມ່ນສາມາດ​ຮຽນຮູ້​ພາສາ​ໄດ້ຢ່າງ​ວ່ອງໄວ. ເຊິ່ງ​ມັນໄດ້​ເປັນ​ປີທີ່​ສຳຄັນ​ທີ່ຈະ​ຮັບຮູ້ເຖິງ​ຄວາມ​ຜິດປົກກະຕິ​ທາງຫູ​ຂອງເດັກ​ ແລະ​ ສຳຄັນ​ໃນການ​ທີ່ຈະ​ໃຫ້ການ​ຊ່ວຍ ເຫຼືອ​ທີ່ມີ​ປະສິດທິພາບ, ຖ້າບໍ່​ດັ່ງນັ້ນ​ປີທີ່​ມີຄວາມ​ສຳຄັນ​ທີ່ສຸດ​ສຳລັບ​ການຮຽນຮູ້​ທັກສະ​ການສື່ສານ​ນີ້​ ກໍ່ຈະ​ສູນເສຍໄປ, ໃນ​ໄລຍະຕົ້ນ ເດັກ​ເລີ່ມທີ່​ຈະຮຽນຮູ້​ພາສາ ແລະ ເຝິກ​ການສື່ສານ, ຍິ່ງໄປກວ່ານັ້ນ​ເດັກ​ສາມາດ​ທີ່​ຈະຮຽນຮູ້​ໄດ້​ຫຼາຍໆ​ສິ່ງ​ອີກຕື່ມ.

ການສື່ສານ​ໄດ້ເກີດຂຶ້ນ​ເມື່ອ​ພວກເຮົາ​ເຂົ້າໃຈ​ໃນສິ່ງທີ່​ຜູ້ອື່ນ​ເວົ້າກັບ​ພວກເຮົາ​ ແລ້ວ​ກໍ່ຕອບສະໜອງ​ຕໍ່ສິ່ງ​ດັ່ງກ່າວ, ຫຼື ​ເວົ້າວ່າ ໃນເມື່ອ​ພວກເຮົາ​ໄດ້ສະແດງ​ທັດສະນະ, ຄວາມຕ້ອງການ ແລະ ຄວາມຮູ້ສຶກ​ຂອງຕົນເອງ​ອອກມາໂດຍທີ່​ບຸກຄົນອື່ນ​ສາມາດ​ເຂົ້າໃຈໄດ້.

ຄວາມ​ໂດດດ່ຽວ​ຂອງເດັກ​ພິການ​ທາງຫູ

4 children talk together while a boy nearby inside a glass jar looks on.

ເດັກ​ທີ່​ພິການ​ທາງຫູ​ນັ້ນ​ດຳລົງຊີວິດ​ປຽບເໝືອນ​ດັ່ງຢູ້​ໃນກວດແກ້ວ, ເພາະວ່າ ​ພວກເຂົາ​ສາມາດ​ເບິ່ງ ເຫັນ​ຄົນທີ່ກຳລັງ​ລົມກັນຢູ້ ແຕ່​ບໍ່ສາມາດ​ທີ່​ຈະເຂົ້າໃຈ​ໄດ້ວ່າ​ພວກເຂົາ​ກຳລັງ​ເວົ້າ​ຫຍັງກັນ.

ຄົນເຮົາ​ສາມາດ​ທີ່ຈະ​ປະຕິ​ສຳພັນ​ກັບຄົນ​ອື່ນໆ​ໄດ້ເພາະວ່າ ພວກເຂົາ​ໄດ້ຮຽນຮູ້​ພາສາ​ທີ່ໃຊ້​ໃນການ​ຕິດຕໍ່​ສື່ສານ​ເຊິ່ງກັນ ແລະ ກັນ, ແຕ່ວ່າ​ເດັກທີ່​ພິການ​ທາງຫູ​ນັ້ນ ບໍ່ສາມາດ​ທີ່ຈະ​ຮຽນຮູ້​ພາສາ​ໄດ້ ເນື່ອງມາຈາກພວກເຂົາບໍ່ສາມາດຮັບຮູ້ທາງຫູໄດ້. ນີ້ກໍ່ໝາຍຄວາມວ່າ ເດັກທີ່ພິການທາງຫູເຕີບໂຕຂຶ້ນມາ ແຕ່ບໍ່ສາ ມາດ​ຮຽນຮູ້​ ຫຼື ​ໃຊ້​ພາສາ​ໃນການ​ປະຕິ​ສຳພັນ​ກັບ​ຄົນ​ອື່ນໆ​ທີ່ຢູ້​ອ້ອມຕົວ​ເຂົາໄດ້.

ຄົນ​ຜູ້ທີ່ມີ​ຄວາມຕ້ອງການ​ອັນແຮງກ້າ​ຢາກຕິດຕໍ່​ສື່ສານ​ກັບ​ຄົນ​ອື່ນໆ​ ກໍ່ຈະສ້າງ​ສາຍພົວພັນ​ກັບຄົນອື່ນ​ໄດ້. ເມື່ອເດັກ​ພິການ​ທາງຫູ​ບໍ່ມີ​ທັກສະ​ໃນການ​ຕິດຕໍ່​ສື່ສານ​ທີ່ຈະ​ສ້າງ​ສາຍສຳພັນ​ກັບ​ຄົນ​ອື່ນ ແລະ ເມື່ອ​ບຸກຄົນ​ອື່ນ​ກໍ່ບໍ່ຮູ້​ວິທີ​ທີ່ຈະ​ຕິດຕໍ່​ສື່ສານ ຫຼື ສ້າງ​ສາຍສຳພັນ​ກັບ​ພວກເຂົາ​ແລ້ວ​ ກໍ່ຈະ​ເຮັດໃຫ້​ພວກເຂົາ​ຖືກ​ປະ ປ່ອຍ​ໃຫ້ຢູ້ຢ່າງ​ໂດດດ່ຽວ​ເກືອບ​ຕະຫຼອດ​ເວລາ ແມ່ນ​ແຕ່​ບຸກຄົນ​ທີ່​ໃກ້ຊິດ​ກັບ​ພວກເຂົາ​ເອງ. ເຊິ່ງ​ຈະເປັນຜົນ​ເຮັດໃຫ້​ພວກເຂົາ​ຖືກ​ແຍກຕົວ​ອອກຈາກ​ສັງຄົມ.

A man and woman speaking.
ເພື່ອນບ້ານ​ຂອງຂ້ອຍ​ບໍ່ມັກ​ທີ່​ຈະເອົາໃຈໃສ່​ນາງນ້ອຍ​ເລີຍ, ເມື່ອຂ້ອຍ​ໄປຕະຫຼາດ ຄົນ​ໃນຕະຫຼາດ​ກໍ່ເວົ້າວ່າ: ນາງ​ບໍ່​ເຂົ້າໃຈຫຍັງເລີຍ​ເມື່ອ​ພວກເຂົາ​ເວົ້າ.
ບາງຄັ້ງ​ໄດ້ມີ​ເດັກນ້ອຍ​ຄົນອື່ນ​ແລ່ນມາ​ເບື້ອງຫຼັງ​ຂອງ​ພວກເຮົາ​ ແລະ​ ເອີ້ນ​ຊື່ລູກ​ຂອງຂ້ອຍ​ໃນຊື່​ທີ່​ບໍ່​ປາຖະໜາ​ພໍເທົ່າໃດ, ຂ້ອຍ​ຫວັງວ່າ​ຂ້ອຍຈະ​ສາມາດ​ປົກປ້ອງເຂົາ​ຈາກຄວາມ​ໃຈດຳ​ອຳມະຫິດ​ນີ້.
A woman speaking to 2 small children.


ການສື່ສານ​ເພື່ອການ​ຮຽນຮູ້​ ແລະ​ ການຄົ້ນຄິດ

ເດັກ​ໃຊ້ການ​ສື່ສານ​ເພື່ອການ​ຮຽນຮູ້​ກ່ຽວກັບ​ໂລກ, ສ້າງ​ສາຍພົວພັນ​ກັບ​ຄົນອື່ນ, ສະແດງທັດ​ສະນະ​ ຂອງ​ຕົນເອງ, ຄົ້ນຄິດ ແລະ ພັດທະນາ​ແນວຄວາມຄິດ​ຂອງພວກເຂົາ. ຖ້າ​ປາສະຈາກ​ຮູບແບບ​ການ​ສື່ສານ ເດັກ​ພິການ​ທາງຫູ​ກໍ່ບໍ​ສາມາດ​ທີ່ຈະ​ພັດທະນາ​ທາງດ້ານ​ແນວຄວາມຄິດ​ ແລະ​ ຄວາມສາມາດ​ຂອງເຂົາ​ໄດ້​ຢ່າງເຕັມສ່ວນ.

ເດັກ​ສ່ວນຫຼາຍ​ສາມາດ​ຮຽນຮູ້​ພາສາ​ ແລະ​ ພວກເຂົາ​ກໍ່​ສາມາດ​ເຂົ້າໃຈ​ໂລກ​ຂອງພວກເຂົາ​ຫຼາຍຂຶ້ນ, ຄົ້ນຄິດ, ວາງແຜນ​ ແລະ​ ພັດທະນາ​ສາຍພົວພັນ​ກັບຄົນ​ທີ່ຢູ້​ອ້ອມຂ້າງ​ຂອງ​ພວກເຂົາໄດ້.

A woman and a small girl use sign language.
ສະບາຍດີ​ ຂ້ອຍຊື່​ ກາເມັນ (ຄາເມນ) ແລະ​ ຂ້ອຍ​ໄດ້​ໃຊ້ມື​ຂອງຂ້ອຍ​ໃນການ​ສື່ສານ. ເພາະວ່າ ຂ້ອຍ​ກໍ່ແມ່ນ​ຜູ້ໜຶ່ງ​ທີ່​ພິການ​ທາງຫູ, ຂ້ອຍໄດ້​ໄປເຂົ້າ​ໂຮງຮຽນ​ເດັກ​ພິການ​ທາງຫູ​ທີ່ເມືອງ​ ນິກາ ຣາກົວ, ໃນທີ່ນັ້ນ​ ພວກເຮົາ​ກໍ່ໄດ້​ສ້າງ​ພາສາ​ທີ່ໃຊ້​ເຄື່ອງໝາຍ​ທຳອິດ​ຂອງ​ ນິກາຣາກິວ, ຂ້ອຍ ຍັງ​ຈື່ໄດ້ດີ​ວ່າ​ ມັນເປັນ​ແນວໃດ ໃນທີ່ສຸດ​ກໍ່ມີ​ຄົນ​ສາມາດ​ເຂົ້າໃຈຂ້ອຍ.
ຂ້ອຍໄດ້​ແຕ່​ລະບາຍ​ສີ​ທຸກສິ່ງ​ຢູ້ໃນ ໂລກ​ອອກມາ​ ມັນປຽບ​ເໝືອນ​ແນວ ຄວາມຄິດ​ຂອງຂ້ອຍ​ ເຊິ່ງ​ໃນເມື່ອ ກ່ອນ​ຂ້ອຍ​ມີພຽງ​ແຕ່ສີ​ທີ່​ໝົ່ນໝອງ ພຽງ​ສີດຽວ​ເທົ່ານັ້ນ.

ເລື່ອງຂອງ​ ນາງ​ ອານິດຕາ

A woman using sign language.
ຂ້ອຍຈະ​ເລົ່າເລື່ອງ​ຂອງຂ້ອຍ​ສູ່​ພວກເຈົ້າ​ຟັງ, ແຕ່ກ່ອນອື່ນ​ ຂ້ອຍ​ຢາກຈະເລົ່າ ເລື່ອງລາວ​ກ່ຽວກັບ​ເດັກ​ຈຳນວນໜຶ່ງ​ທີ່​ພິການ​ທາງຫູ​ໃຫ້​ເຈົ້າຟັງ​ກ່ອນ. ບໍ່ ແມ່ນວ່າ​ເດັກ​ທຸກຄົນ​ຈະໄດ້​ໄປ​ໂຮງຮຽນ​ຄືກັບ​ຂ້ອຍ, ນາງ. ອານິດຕາ ເປັນເດັກ​ຜູ້ ໜຶ່ງ​ທີ່​ພິການ​ທາງຫູ​ເຊັ່ນດຽວ​ກັບຂ້ອຍ, ນາງ​ບໍ່ສາມາດ​ທີ່ຈະ​ຮຽນຮູ້ການ​ສື່ສານ ໄດ້. ເລື່ອງຕໍ່ໄປນີ້ແມ່ນເລື່ອງລາວຂອງ ນາງ. ອານິດຕາ.

ນາງ. ອານິດຕາ​ ເກີດມາ​ພ້ອມກັບ​ຄວາມ​ພິການ​ທາງຫູ​ເກືອບ​ສະໜິດ, ແຕ່​ພໍ່​ແມ່​ຂອງນາງ​ບໍ່​ຮັບຮູ້​ເລີຍ​ຈົນກະທັ້ງ ນາງ ອາຍຸໄດ້ 4 ປີ. ເມື່ອ​ຄາວນາງ​ຍັງ​ເປັນ​ເດັກແດງ​ນັ້ນ ພວກເຂົາ​ພຽແຕ່​ສັງເກດ​ເຫັນວ່າ​ ນາງ​ມີ​ສຸຂະພາບ​ແຂງແຮງ ແລະ ຫ້າວຫັນດີ, ຈົນກວ່າ​ນ້ອງສາວ​ຂອງລາວ ຊື່ວ່າ ລໍຣາ ເກີດອອກມາ. ພວກເຂົາ​ບໍ່ໄດ້ ກັງວົນເລີຍ​ທີ່ ອານິດຕາ​ຍັງ​ບໍ່ທັນ​ຮຽນເວົ້າ, ພວກເຂົາ​ຄິດພຽງ​ແຕ່ວ່າ ນາງ​ເປັນເດັກ​ທີ່ມີ​ການ​ພັດທະນາ​ຊ້າ​ເທົ່ານັ້ນ.

ມາ​ມື້ໜຶ່ງ ເພື່ອນ​ບ້ານ​ຄົນໜຶ່ງໄດ້ຖາມ​ແມ່​ຂອງລາວ ຊື່​ ນາງ​ ອີວາ ວ່າ: “ເຈົ້າ​ແນ່ໃຈ​ບໍວ່າ​ນາງ​ບໍ່ໄດ້​ຫູ ໜວກ”, ແມ່​ຂອງ​ນາງ ອານິດຕາ​ກໍ່​ຕອບວ່າ: “ແນ່ນອນ”. ອີວາ ແມ່​ຂອງລາວ​ໄດ້​ຮ້ອງຊື່​ຂອງນາງ​ຢ່າງແຮງ ແລະ ອານິດຕາ​ກໍ່​ແກວ່ງຫົວ.

ເມື່ອນາງ​ອາຍຸໄດ້​ 3​ ປີ, ອານິດຕາ​ສາມາດ​ເວົ້າໄດ້​ພຽງແຕ່​ 2-3 ​ຄຳ​ເທົ່ານັ້ນ. ເຊິ່ງ​ຕ່າງກັບ​ນ້ອງສາວ​ອາຍຸ ​2 ປີ​ຂອງລາວ​ທີ່​ສາມາດ​ເວົ້າ​ຄຳສັບ​ໃໝ່​ໄດ້​ທຸກໆ​ມື້. ເມື່ອ​ແມ່​ຂອງລາວ​ເວົ້າ​ ຫຼື ​ຮ້ອງເພງ​ໃສ່ ​ນາງ​ ລໍຣາ, ລາວ​ກໍ່ຍິ້ມ ​ແລະ ຫົວ​ຫຼາຍກວ່າ​ ອານິດຕາ, ລໍຣາ ມັກແອ່ວ​ເອົາສິ່ງນີ້​ຢູ້ເລື້ອຍໆ, ຮ້ອງເພງ​ ແລະ​ ຫຼິ້ນກັບ​ໝູ້​ເພື່ອນ​ໄດ້​ຢ່າງ​ມີຄວາມສຸກ. ແຕ່​ນາງ ອານິດຕາ ຕ້ອງ​ຫຼິ້ນ​ຄົນດຽວ, ໃນ​ການຫຼິ້ນ​ກັບເດັກ​ຄົນອື່ນ​ມັກຈະ​ຈົບລົງ​ດ້ວຍການ​ຕີກັນ​ ຫຼື ​ຮ້ອງໄຫ້​ຢູ່ສະເໝີ.


HCWD Ch1 Page 4-2.png

ຄັ້ງໜຶ່ງ​ໃນຕະຫຼາດ​ຂອງບ້ານ, ລໍຣາ​ໄດ້ໄຫ້​ຂັດເອົາ​ໂບມັດຜົມ​ ແລະ​ ອີວາ ​ແມ່​ຂອງລາວ​ກໍ່ຊື້ໃຫ້ລາວ​ອັນໜຶ່ງ. ຕໍ່ມາ ນາງ ອານິດຕາ ກໍ່ໄດ້​ຈັບເອົາ​ໂບມັດຜົມນັ້ນ​ເຊັ່ນກັນ ແລະ ໄດ້ເອົາ​ມາມັດ​ໃສ່ຜົມ​ຂອງນາງ. ແຕ່​ແມ່​ຂອງລາວ​ໄດ້​ດຶງ​ໂບມັດຜົມ​ນັ້ນ​ອອກ. ນາງ ອານິດຕາ ໜ້າແດງ ແລະ ເສຍໃຈ, ລາວຈຶ່ງ​ນອນລົງ​ກັບພື້ນດິນ ແລ້ວ​ກໍ່​ສົ່ງສຽງ​ແຜດຮ້ອງ​ອອກມາ.

A man shakes his finger at a girl who is crying.

ເມື່ອ​ພໍ່​ຂອງ ອານິດຕາ ໄດ້ຮູ້​ເຖິງ​ເຫດການ​ທີ່​ເກີດຂຶ້ນ​ໃນຕະຫຼາດ​ນັ້ນ, ລາວ​ໃຈຮ້າຍ​ຫຼາຍ ​ແລະ​ ເວົ້າກັບ​ອານິດຕາ ວ່າ “ເມື່ອໃດ​ລູກ​ຈຶ່ງ​ຈະຮູ້​ຮ້ອງຂໍ​ຢາກໄດ້​ສິ່ງນັ້ນ​ສິ່ງ​ນີ້? ລູກ​ອາຍຸ​ 4 ​ປີ​ແລ້ວ​ແຕ່​ຍັງບໍ່​ທັນຮຽນເວົ້າ​ເລີຍ. ລູກ​ເປັນຄົນ​ໂງ່ ​ຫຼື ເປັນຄົນ​ຂີ້ຄ້ານ​ກັນແທ້?”.

ນາງ ອານິດຕາ ເບິ່ງໄປ​ທີ່​ພໍ່​ຂອງລາວ, ນາງບໍ່​ເຂົ້າໃຈເລີຍ​ວ່າ ພໍ່​ຂອງນາງ​ເວົ້າ​ຫຍັງ ​ແຕ່ນາງ​ເຂົ້າໃຈ​ວ່າ ພໍ່​ຂອງນາງ​ຢາກຮ້າຍ ເພາະ​ສັງເກດ​ຈາກ​ສີໜ້າ​ຂອງລາວ. ນ້ຳຕາ​ຂອງນາງ​ຈຶ່ງ​ໄດ້ໄຫຼ​ລົງ​ອາບແກ້ມ​ຂອງ​ອານິດຕາ, ພໍ່​ຂອງລາວ​ຈຶ່ງກອດເອົາ​ອານິດຕາ​ໄວ້ໃນ​ອ້ອມແຂນ​ຂອງລາວ.

ເມື່ອ​ຄອບຄົວ​ນັ່ງ​ລົມກັນ​ໃນຕອນແລງ​ຂອງ​ມື້ນັ້ນ, ອີວາ ແມ່​ຂອງລາວ​ໄດ້ຄິດ​ເຖິງ​ຄຳຖາມ​ຂອງ​ເພື່ອນບ້ານ​ທີ່ເວົ້າ​ກ່ຽວກັບ​ການ​ຮັບຮູ້​ທາງຫູ​ຂອງ​ອານິດຕາ. ແມ່​ຂອງ ນາງ​ ອານິດຕາ ໄດ້​ຕັດສິນໃຈ​ທີ່ຈະ​ທົດສອບ​ໂດຍ​ສ້າງ​ສຽງດັງ​ຕ່າງໆ ຢູ້​ເບື້ອງຫຼັງ​ຂອງ ອານິດຕາ ແລ້ວ​ສັງເກດ​ເບິ່ງວ່າ ອານິດຕາ​ສາມາດ​ໄດ້ຍິນ​ສຽງຫຍັງ​ໄດ້ແດ່. ເມື່ອ​ຄອບຄົວ​ຂອງລາວ​ຮູ້ວ່າ: ນາງ ອານິດຕາ ບໍ່ມີ​ການ​ຕອບສະໜອງ​ໃດໆ ຕໍ່ສຽງຫຍັງ​ທັງໝົດ. ພວກເຂົາ​ຈຶ່ງຮູ້ວ່າ​ລາວ​ເປັນຄົນ​ຫູໜວກ ເຊິ່ງ​ມັນເປັນ​ວັນທີ່​ເສົ້າ​ສະຫຼົດໃຈ​ຂອງ​ພວກເຂົາ​ທັງໝົດ.

ຄອບຄົວ​ຂອງລາວ​ເປັນຫ່ວງ​ວ່າ ອານິດຕາ ຈະບໍ່​ສາມາດ​ພັດທະນາ​ໄດ້ຄື​ກັບເດັກ​ຄົນ​ອື່ນໆ.

A woman thinking. A young girl sits beside her.
ຈະ​ສາມາດ​ອະທິບາຍ​ສິ່ງ​ຕ່າງໆ ໃຫ້ກັບ​ຄົນ ທີ່​ບໍ່ໄດ້ຍິນ​ ຫຼື​ ບໍ່ເວົ້າໄດ້​ແນວໃດ?, ຂ້ອຍຢາກ ໃຫ້ນາງ​ມີຊີວິດ​ທີ່​ເປັນປົກກະຕິ​ຄື​ກັບນ້ອງ ສາວ​ຂອງລາວ. ອະນາຄົດ​ຂອງເດັກ​ທີ່ພິການ ທາງຫູ​ຈະເປັນ​ແນວໃດ?

ພໍ່​ແມ່​ຂອງ ອານິດຕາ ໄດ້ເຮັດ​ດີ​ທີ່ສຸດ​ເທົ່າທີ່​ພວກເຂົາ​ເຮັດໄດ້​ໃນການ​ຊ່ວຍເຫຼືອ ອານິດຕາ. ພວກເຂົາ​ມີຄວາມ​ຫຍຸ່ງຍາກ​ຫຼາຍ​ໃນການ​ດູແລ​ລ້ຽງດູ​ລູກ ແລະ ການ​ປະຕິບັດ​ໜ້າທີ່​ວຽກງານ​ຂອງ​ພວກເຂົາ. ສະ ນັ້ນ ມັນ​ເປັນການ​ຍາກ​ສຳລັບ​ພວກເຂົາ​ທີ່ຈະ​ໃຫ້ຄວາມ​ເອົາໃຈໃສ່​ຕາມທີ່​ນາງ​ຕ້ອງການ ພວກເຂົາ​ໄດ້ແຕ່​ຫວັງວ່າ ມື້ໃດ​ມື້​ໜຶ່ງ​ນາງ​ຈະສາມາດ​ມີ​ຊີວິດ​ທີ່​ສົມບູນ​ໄດ້, ແຕ່ບໍ່​ຮູ້ວ່າ​ພວກເຂົາ​ຈະ​ ສາມາດ​ຊ່ວຍເຫຼືອ​ນາງ​ແນວໃດ?

A woman using sign language.
ນາງ​ ອານິດຕາ ບໍ່ແມ່ນ​ຄົນໂງ່​ຈ້າ, ເພາະວ່າ​ ບໍ່ມີໃຜ​ສອນລາວ​ກ່ຽວກັບ​ພາສາ ແລະ ຮຽນ​ວິທີ​ໃນການ​ສື່ສານ​ກັບລາວ, ອານິດຕາ​ ແລະ​ ບຸກຄົນ​ທີ່ຢູ້​ອ້ອມຕົວລາວ​ນັ້ນແມ່ນ ເຂົ້າໃຈຜິດ​ ແລະ​ ຜິດຫວັງ​ເຊິ່ງກັນ​ ແລະ ກັນ​ຕະຫຼອດມາ.

ອານິດຕາ ແລະ ເດັກ​ພິການ​ທາງຫູ​ອື່ນໆ ອາດຈະ​ສະແດງການ​ປະພຶດ​ທີ່ບໍ່ດີ​ອອກມາ ອາດເປັນ​ຜົນມາຈາກ​ການທີ່​ພວກເຂົາ​ບໍ່ເຂົ້າໃຈ​ວ່າ ພວກເຂົາ​ຄວນເຮັດ​ແນວໃດ? ເພາະວ່າ​ ອານິດຕາ ບໍ່ສາມາດ​ໄດ້ຍິນ​ຄຳ ເວົ້າ​ຢ່າງ​ຈະແຈ້ງ. ມັນເປັນ​ສິ່ງທີ່​ຍາກຫຼາຍ​ສຳລັບລາວ​ໃນ​ການຮຽນ​ພາສາ​ຂອງ​ຄອບຄົວ​ຂອງລາວ​ເອງ. ສະນັ້ນ ມັນເປັນ​ສິ່ງທີ່​ຫຍຸ້ງຍາກ​ຫຼາຍ​ສຳລັບລາວ​ທີ່ຈະ​ເຂົ້າໃຈ​ວ່າ: ຄົນອື່ນນັ້ນ​ຕ້ອງການ​ຫຍັງ, ບອກ​ຄົນອື່ນ​ວ່າ: ນາງ​ຕ້ອງການ​ຫຍັງ.

ມັນບໍ່​ເປັນເລື່ອງ​ແປກເລີຍ​ທີ່ຜູ້ພິການ​ທາງຫູ​ນັ້ນ​ບາງຄັ້ງ​ຈະຮູ້ສຶກ​ໂດດດ່ຽວ​ ຫຼື ​ຖືກລືມ, ການ​ພັດທະນາ ອາດມີ​ບັນຫາ​ທາງດ້ານ​ພຶດຕິກຳ ຫຼື ດ້ານ​ການຮຽນຮູ້​ທີ່ຈະ​ສ້າງ​ສາຍພົວພັນ​ກັບ​ຄົນອື່ນ​ນັ້ນກໍ່​ຊັກຊ້າ, ອານິດຕາ ຕ້ອງການ​ຄວາມ​ຊ່ວຍເຫຼືອ​ໃນການ​ພັດທະນາ​ທາງດ້າ​ນພາສາ​ ເພື່ອ​ລາວຈະ​ສາມາດ​ເຂົ້າໃຈ​ໃນສິ່ງ​ຕ່າງໆທີ່່ຢູ່​ ອ້ອມຕົວ​ຂອງລາວ​ເອງ.

ເລື່ອງຂອງ​ ໂອມາ

A woman using sign language.
ນີ້ກໍ່ແມ່ນ​ເລື່ອງລາວ​ຂອງ​ ໂອມາ. ທ້າວ​ ໂອມາ ບໍ່ໄດ້​ເກີດມາ​ພ້ອມກັບ​ຄວາມ​ພິການ​ທາງຫູ, ແຕ່​ລາວ​ສູນເສຍ​ການຮັບຮູ້​ທາງຫູ​ໄປຫຼັງຈາກ​ລາວ​ໄດ້ຮຽນເວົ້າ.





ໂອມາ​ ເກີດມາ​ພ້ອມກັບ​ການໄດ້ຍິນ​ຂອງຫູ​ທີ່ເປັນ​ປົກກະຕິ​ ແລະ​ ເປັນເດັກ​ຊາຍທີ່​ມັກເວົ້າ​ຫຼາຍ. ໃນໄລຍະ ​2 ປີ​ຜ່ານມາ​ຫູ​ຂອງລາວ​ໄດ້ຖືກ​ຕິດເຊື້ອ​ຫຼາຍຄັ້ງ, ຄອບຄົວ​ຂອງລາວ​ບໍ່ມີເງິນ​ພຽງພໍ​ທີ່ຈະ​ປິ່ນປົວ​ການ​ຕິດເຊື້ອ​ເຫຼົ່ານັ້ນ​ໄດ້, ໃນການ​ຊຶມເຊື້ອ​ແຕ່ລະຄັ້ງ​ນັ້ນລາວ​ໄດ້​ສູນເສຍ​ການ​ຮັບຮູ້​ທາງຫູ​ໄປ​ເທື່ອລະເລັກ​ເທື່ອລະໜ້ອຍ. ເມື່ອ​ເວລາ​ຜ່ານໄປ​ອາຍຸ​ລາວໄດ້ 4 ປີ, ລາວ​ບໍ່​ສາມາດ​ທີ່ຈະ​ເຂົ້າໃຈ​ພໍ່​ແມ່​ຂອງລາວ​ອີກ​ເມື່ອ​ພວກເຂົາ​ເວົ້າກັບ ໂອມາ, ລາວ​ພຽງແຕ່​ເບິ່ງ​ພວກເຂົາ​ແບບ​ເສີຍໆ​ ແລະ​ ກໍ່​ເວົ້າ​ໜ້ອຍລົງ.

A man speaking to another man and a woman.
ຂ້ອຍ​ຄິດວ່າ​ ໂອມາ​ ຍັງ​ ສາມາດ ໄດ້ຍິນສຽງ ໄດ້ສ່ວນໃດ ສ່ວນໜຶ່ງ.


ພໍ່​ແມ່​ຂອງ ໂອມາ ຜູ້ທີ່ໄດ້​ເສຍ​ທັກສະການ​ຟັງ​ໄປຕາມ​ອາຍຸ​ການ​ແລ້ວນັ້ນ, ລາວ​ໄດ້​ແນະນຳ​ບາງສິ່ງ​ບາງຢ່າງ​ທີ່​ອາດຈະ​ສາມາດ​ຊ່ວຍ ໂອມາ ໄດ້. ລາວເວົ້າ​ວ່າ: ລາວເອງ​ຈະເຂົ້າໃຈ​ຄົນອື່ນ​ໄດ້ດີ ເມື່ອ​ພວກເຂົາ​ເວົ້າ​ກັບລາວ​ໂດຍ​ການ​ສັງເກດ​ຈາກ​ຮີມສົບ​ຂອງ​ພວກເຂົາ.

ພໍ່ເຖົ້າ ໂອມາ​ຍັງ​ເວົ້າ​ອີກວ່າ​ບາງຄັ້ງ​ມັນກໍ່​ເປັນການ​ຍາກ​ທີ່ຈະ​ເຂົ້າໃຈ​ຄົນອື່ນ​ເວົ້າ, ເພາະວ່າ ​ມີຫຼາຍ​ຄຳສັບ ທີ່​ຄືກັນ​ທີ່​ອອກຈາກ​ຮີມສົບນັ້​ນ, ລາວ​ຄິດວ່າ​ເຄື່ອງຊ່ວຍ​ການຟັງ​ຈະຊ່ວຍ​ ໂອມາ​ ໄດ້​ດີກວ່າ.

ພໍ່​ຂອງ ໂອມາ ໄດ້​ນຳເອົາ​ລາວ​ໄປ​ຄຣີນິກ (ສຸກສາລາ) ປົວຫູ​ຢູ່​ໃນເມືອງ, ທ່ານໝໍ​ກໍ່​ໄດ້ກວດ​ລະບົບຫູ ​ຂອງລາວ ແລະ​ ຄິດວ່າ​ ເຄື່ອງຊ່ວຍ​ໃນ​ການຟັງ​ນັ້ນ​ຈະຊ່ວຍ​ລາວ​ໄດ້. ສະນັ້ນ​ ພໍ່​ຂອງ​ ໂອມາ​ກໍ່ໄດ້​ຢືມເງິນ​ຈາກ​ພີ່ນ້ອງ​ຂອງລາວ​ ແລະ ໂອມາ​ເອງ​ ກໍ່​ໄດ້ໃຊ້​ເຄື່ອງ​ຊ່ວຍ​ໃນການຟັງ. ຄອບຄົວ​ຂອງລາວ​ໄດ້​ເຝິກຊ້ອມ​ ໂອມາ​ ເພື່ອ​ຊ່ວຍໃຫ້​ລາວ​ໄດ້​ເຂົ້າໃຈ​ຄຳສັບ ແລະ​ ເວົ້າໄດ້​ຢ່າງ​ຖືກຕ້ອງ​ຕັ້ງແຕ່​ຕອນ​ຍັງນ້ອຍ​ເປັນຕົ້ນມາ.

ເດັກ​ຈຳນວນ​ໜຶ່ງ​ກໍ່​ເຊັ່ນດຽວ​ກັບ​ ທ້າວ​ ໂອມາ, ເຊິ່ງ​ສາມາດ​ໄດ້ຍິນ​ພຽງ​ເລັກໜ້ອຍ, ອາດຈະ​ສາມາດ​ເວົ້າ​ ແລະ ຄາດເດົາ​ຄຳເວົ້າ​ຈາກ​ຮີມສົບ​ໄດ້, ອຸປະກອນ​ຊ່ວຍ​ໃນການຟັງ​ສາມາດ​ຊ່ວຍ ໂອມາ​ໄດ້ ເພາະ​ລາວ​ຍັງ​ສາມາດ​ຍິນສຽງ​ໄດ້​ສ່ວນໃດ​ສ່ວນໜຶ່ງ​ ແລະ​ ກໍ່ເຄີຍ​ຮຽນຮູ້​ພາສາ​ມາກ່ອນ, ກ່ອນ​ທີ່ລາວ​ຈະກາຍ​ເປັນເດັກ​ພິ ການ​ທາງຫູແລ້ວ.

A woman using sing language.
ພໍ່​ແມ່​ຂອງ​ ທ້າວ​ ໂອມາ​ ຈະຕ້ອງ​ດີ້ນຮົນ​ເພື່ອ​ຊອກຫາ​ເງິນ​ມາຊື້​ຖ່ານ​ ແລະ​ ອົງປະ ກອບ​ໃໝ່​ສຳລັບ​ເຄື່ອງ​ຊ່ວຍ​ການຟັງ​ຂອງລາວ​ ເມື່ອລາວ​ເຕີບໂຕ​ຂຶ້ນ, ຖ້າ​ພວກເຂົາ ສາມາດ​ເຮັດໄດ້​ຄື​ແນວນັ້ນ​ຕະຫຼອດ, ໂອມາ​ ກໍ່ຈະ​ບໍ່ມີ​ບັນຫາ​ອີກ.


ເລື່ອງ​ຂອງ​ ຈູເລຍ

A woman using sign language.
ເລື່ອງລາວ​ຕໍ່ໄປນີ້​ຈະເປັນ​ເລື່ອງລາວ​ຂອງ​ ຈູເລີຍ. ເມື່ອ​ພໍ່​ແມ່​ຂອງ​ ຈູເລຍ ຮູ້ວ່າ​ນາງພິ ການທາງຫູ, ພວກເຂົາກໍ່ໄດ້ສ້າງເຄື່ອງໝາຍຕ່າງໆເພື່ອສື່ສານກັບນາງ.





ທ່ານ ໄອຣີນ ແລະ ເພໂດຣ ໄດ້ຮູ້​ວ່າ​ລູກສາວ​ຂອງ​ພວກເຂົາ​ພິການ​ທາງຫູ ເມື່ອເດັກ​ຄົນ​ອື່ນໆ ທີ່ມີ​ເກນ​ອາຍຸ​ຮຸ່ນດຽວ​ກັບລາວ​ແມ່ນ​ເວົ້າ​ໄດ້ແລ້ວ. ແຕ່​ ນາງ. ຈູເລຍ​ ຍັງບໍ່​ທັນຮຽນ​ເວົ້າ​ຈັກເທື່ອ​ເລີຍ.

ໄອຣີນ ແມ່​ຂອງ​ລາວ ໄດ້ເວົ້າ​ອອກມາ​ຢ່າງ​ຄັບແຄ້ນໃຈ​ວ່າ: “ຈູເລຍ, ລູກມີ​ທຸກໆ​ໂອກາດ​ທີ່​ຈະຮຽນ​ ແລະ​ ປະສົບ​ຜົນສຳເລັດ​ໃນຊີວິດ​ ແຕ່​ເປັນຫຍັງ​ຈຶ່ງເປັນ​ແນວນີ້” ເນື່ອງຈາກ​ຂ້ໍ​ສົງໄສ, ຄວາມຢ້ານ ​ແລະ ​ຫຼາຍໆ​ຄຳຖາມ​ຂອງ​ນາງເອງ, ໄອຣີນ ຈຶ່ງ​ຄິດວ່າ: ເຖິງ​ແມ່ນວ່າ​ ຈູເລຍ​ ຈະ​ເປັນຄົນ​ພິການ​ທາງຫູ​ ນັ້ນ​ກໍ່ບໍ່ໄດ້ ໝາຍ​ຄວາມວ່າ ນາງ ບໍ່​ສາມາດ​ຮຽນຮູ້​ເຮັດ​ສິ່ງໃດ​ສິ່ງໜຶ່ງ​ໄດ້”.

ໄອຣີນ ໄດ້ຄິດເຖິງ​ຕອນທີ່​ລາວ​ໄດ້ພົບກັບ​ແມ່ຍິງ​ຊາວ​ຕ່າງປະເທດ​ຜູ້ໜຶ່ງ ເຊິ່ງ​ແມ່ຍິງ​ຄົນນັ້ນ ກໍ່ເວົ້າ​ພາສາ​ທີ່​ແຕກຕ່າງ​ຈາກລາວ​ໃນ​ຂະນະ​ທີ່​ພວກເຂົາ​ບໍ່​ສາມາດ ທີ່ຈະ​ໂອ້ລົມ​ເຊິ່ງ​ກັນ ​ແລະ ກັນ​ໄດ້, ພວກເຂົາ​ກໍ່ໃຊ້​ພາສາ​ມື ​ແລະ ສະແດງ​ທ່າທາງ​ປະກອບ​ວ່າ: ພວກເຂົາ​ຕ້ອງການ​ເວົ້າຫຍັງ, ເຖິງ​ແມ່ນວ່າ​ມັນຕ້ອງໃຊ້​ເວລາ ດົນ​ກໍ່ຕາມ​ ແລະ ບາງຄັ້ງ​ມັນກໍ່​ເຮັດໃຫ້​ເຂົ້າໃຈຜິດ​ເຊິ່ງກັນ ແລະ ກັນ​ໄດ້. ແຕ່​ພວກເຂົາ​ກໍ່ມີ​ຄວາມ​ສະໜຸກ​ສະໜານ​ໃນກຸ່ມ​ຂອງ​ພວກເຂົາ​ເອງ.

A man and woman speaking. Nearby a young girl uses her hands to gesture to a small boy.
ຈູເລຍ​ ສະຫຼາດຫຼາຍ ເບິ່ງ​ແມ໋! ລາວ​ສາມາດ​ຮຽນ ຮູ້​ສັນຍະລັກ​ໃໝ່​ໄດ້​ຢ່າງ​ໄວວາ ແລະ ມີເກລ ກໍ່ກຳ ລັງ​ຮຽນຮູ້ພາສາ​ສັນຍະລັກ​ເຫຼົ່ານັ້ນ​ຄືກັນ.


ສະນັ້ນ, ການທີ່​ຈະ​ສື່ສາ​ນກັບ ຈູເລຍ, ທັງໝົດ​ໃນ​ຄອບຄົວ​ຕ້ອງສ້າງ​ພາສາ​ມືຶ​ຂຶ້ນມາ ແລະ ພາສາ​ສັນຍະລັກ​ພາຍໃນເຮືອນ​ຂຶ້ນມາ, ໝູນໃຊ້​ພາສາ​ເຫຼົ່ານັ້ນ​ດ້ວຍກັນ ແລະ ກໍ່ອາດ​ຈະເຮັດໃຫ້​ເພື່ອນບ້ານ​ເລີ່ມຮຽນ​ວິທີ​ໃຊ້​ພາສາ​ສັນຍະລັກ​ຂອງ ຈູເລຍ ໃນການ​ສື່ສານ​ກັບລາວ​ອີກດ້ວຍ

ຕໍ່ຈາກນັ້ນ ໄອຣີນ ໄດ້ເຂົ້າໄປ​ຖາມ​ ແລະ ຂໍຄວາມເຫັນ​ຈາກຄູ ທີ່​ປະຈຳຢູ້​ໃນ​ໂຮງຮຽນ​ຂອງບ້ານ​ວ່າ: ເມື່ອໃດ ຈູເລຍ ຈຶ່ງຈະ​ສາມາດ​ທີ່ຈະ​ເລີ່ມເຂົ້າ​ຮຽນໄດ້. ແລ້ວ​ຄູຄົນ​ດັ່ງກ່າວ​ເວົ້າວ່າ: “ລາວ​ບໍ່ມີ​ຄວາມ​ສາມາດ​ຈະສອນເດັກ​ທີ່​ຫູໜວກ​ໄດ້” ນາງ​ໄດ້​ແນະນຳໃຫ້ ໄອຣີນ ກ່ຽວກັບ​ໂຮງຮຽນ​ແຫ່ງໃໝ່​ທີ່ຈະ​ສາມາດ​ສອນ ຈູເລຍ​ໄດ້, ແຕ່ມັນ​ຕ້ອງໃຊ້​ເວລາ 2-3 ຊົ່ວໂມງ​ໃນການ​ຍ່າງໄປ ແລະ ກັບ​ໂຮງຮຽນ​ດ່ັງກ່າວ​ນັ້ນ. ເພໂດຣ ແລະ ໄອຣີນ ຍັງຄິດ​ສົງໄສ ແລະ ອຸກໃຈ​ວ່າ ເມື່ອໃດ​ທີ່ ຈູເລຍ ຈະສາມາດ​ໄປ​ທີ່ນັ້ນ ແລະ ກັບມາ​ດ້ວຍ​ຕົນເອງໄດ້​ທຸກໆ​ມື້.

ການສຶກສາ​ສຳລັບເດັກ​ພິການ​ໃນ​ ປະເທດ​ນິກາຣາກົວ

A woman using sign language.
ກ່ອນທີ່​ຂ້ອຍຈະເລົ່າ​ເລື່ອງລາວ​ທີ່​ກ່ຽວກັບ​ຕົວຂ້ອຍເອງ. ທຳອິດ​ເຈົ້າ ຕ້ອງຮູ້ຈັກ​ກ່ຽວກັບ​ ນິກາຣາກົວ​ ເສຍກ່ອນ, ມັນເປັນ​ປະເທດໜຶ່ງ​ໃນ ອາເມຣິກາ​ກາງ, ເຊິ່ງຂ້ອຍ​ໄດ້​ດຳລົງຊີວິດ​ຢູ່ທີ່ນັ້ນ ແລະ ມັນມີການ ປ່ຽນແປງ​ ເມື່ອຂ້ອຍອເຕີບໃຫຍ່​ຂຶ້ນມາ.

ເປັນເວລາ​ຫຼາຍປີ​ທີ່ ປະເທດ​ນິກາຣາກົວ ຖືກ​ປົກຄອງ​ໂດຍ​ຄອບຄົວ​ຂອງ​ໂຊໂມຊາ. ພວກເຂົາ​ໄດ້ຍຶດຄອງ​ເອົາ​ຊັບສົມບັດ​ເກືອບ​ທັງໝົດ​ຂອງປະເທດ ແລະ ແບ່ງປັນ​ໃຫ້​ປະຊາຊົນ​ຊົມໃຊ້​ພຽງແຕ່​ສ່ວນໃດ​ສ່ວນໜຶ່ງ​ ເທົ່ານັ້ນ.

A man in a military uniform.


ໂຊໂມຊາ ບໍ່ໄດ້​ຄຳນຶງ​ເຖິງວ່າ ການສຶກສາ​ສຳຄັນ​ສຳລັບ​ທຸກໆ​ຄົນ. ພວກເຂົາ​ຄິດວ່າ: ປະຊາຊົນ​ຜູ້ທີ່​ໃຊ້ຊີວິດ​ຂອງ​ພວກເຂົາ​ຕາມ​ທົ່ງໄຮ່​ທົ່ງນາ​ນັ້ນ ບໍ່ຕ້ອງການ​ທີ່ຈະໄປ​ໂຮງຮຽນ​ດອກ. ໂຊໂມຊາ ເວົ້າວ່າ: “ຂ້ອຍ​ບໍ່ຕ້ອງການ​ຄົນ​ທີ່ມີການ​ສຶກສາ, ຂ້ອຍ​ຕ້ອງການ​ຄົນ​ອອກແຮງງານ​ຫຼາຍກວ່າ.”

ດັ່ງນັ້ນ, ຈຶ່ງ​ເປັນຜົນ​ເຮັດໃຫ້​ປະຊາຊົນ​ເກືອບ​ທັງໝົດ​ໃນ ນິກາຣາກົວ ບໍ່​ສາມາດ​ອ່ານ ຫຼື ຂຽນ​ໜັງສື​ໄດ້, ເດັກ​ທີ່​ຍາກຈົນ​ເສຍ​ອົງຄະ​ຫຼາຍຄົນ ສ່ວນໃຫຍ່ແມ່ນນອນຢູ່ໃນເຂດຊົນນະບົດ ໂດຍ​ສະເພາະ​ແມ່ນເດັກ​ທີ່​ພິການ​ທາງຫູ​ບໍ່​ສາມາດ​ທີ່ຈະ​ເຂົ້າ​ໂຮງຮຽນ​ໄດ້.

A woman using sign language.
ບຸກຄົນ​ທີ່ມີ​ອຳນາດ​ມັນງ່າຍ​ທີ່ຈະ​ຫຼອກໃຊ້​ຜູ້ທີ່​ມີຄວາມ ແຕກຕ່າງ​ຈາກ​ພວກເຂົາ​ທາງດ້ານ​ແນວ​ຄວາມຄິດ, ພວກເຂົາ​ມີສິດທິ​ພຽງ​ໜ້ອຍດຽວ ແລະ ໜ້ອຍກວ່າ ຄວາມເປັນ​ມະນຸດ​ອີກ​ຊ້າ.ນີ້ແມ່ນ​ເກີດຂຶ້ນ​ກັບ​ປະຊາຊົນ​ຜູ້ທີ່​ທຸກຈົນ, ຜູ້ທີ່​ເວົ້າ​ພາ ສາ​ອື່ນ, ແມ່ຍິງ, ຜູ້ທີ່​ເຊື່ອຖື​ສາສະໜາ​ອື່ນ ໂດຍສະ ເພາະ​ແມ່ນ​ກັບຄົນ​ພິການ!

ຕໍ່ມາ​ໃນປີ 1979 ປະຊາຊົນ ນິກາຣາກົວ ໄດ້​ຄົ້ນລົ້ມ​ອຳນາດ​ຜະເດັດການ ໂຊໂມຊາ ແລະ ສ້າງຕັ້ງ​ລັດຖະບານ​ໃໝ່ຂຶ້ນ. ລັດຖະບານ​ໃໝ່ນີ້ ໄດ້ຮັບຮອງ​ເອົາ​ວ່າ ທຸກໆຄົນ​ມີສິດ​ທີ່ຈະ​ໄດ້ຮັບ​ການສຶກສາາ ແລະ ເຮັດໃຫ້​ເດັກ​ທຸກຄົນ​ໄດ້ຮັບ​ການສຶກສາ, ລວມທັງ​ເດັກ​ທີ່​ພິການ​ທາງຫູ​ອີກດ້ວຍ, ເຊິ່ງເປັນ​ຄັ້ງ​ທຳອິດ​ໃນ​ນິກາຣາກົວ ທີ່ມີ​ໂຮງຮຽນ​ສຳລັບຄົນ​ພິການ​ທາງຫູ​ກໍ່ໄປ​ຮັບການ​ເປີດຂຶ້ນ.

ເລື່ອງຂອງ ຄາເມນ

Sປະມານ 2-3 ເດືອນ ຫຼັງຈາກ​ທີ່ຂ້ອຍ​ໄດ້​ກຳເນີດ​ອອກມາ, ການ​ເຈັບປ່ວຍ​ຕ່າງກໍ່​ໄດ້ແຜ່​ລະບາດ​ຢ່າງ​ວ່ອງໄວ ໃນ​ໝູ່ເດັກນ້ອຍ​ພາຍໃນບ້ານ​ຂອງຂ້ອຍ ແລະ ຂ້ອຍກໍ່​ໄດ້ເປັນ​ໄຂ້​ເຊ່ັນກັນ ເຊິ່ງເປັນ​ໄຂ້ຫຼາຍ. ພໍ່​ແມ່​ຂອງຂ້ອຍ​ມີຄວາມ​ດີໃຈ​ຫຼາຍ​ເມື່ອຂ້ອຍ​ມີອາການ​ທີ່ດີຂຶ້ນ. ແຕ່​ພວກເພິ່ນ​ກໍ່​ຮູ້ວ່າ​ຄວາມ​ເຈັບປ່ວຍ​ດ່ັງກ່າວ​ນັ້ນ ໄດ້ເຮັດໃຫ້​ຂ້ອຍ​ກາຍເປັນ​ຄົນ​ທີ່​ພິການ​ທາງຫູ​ໄປເສຍແລ້ວ. ເມື່ອຂ້ອຍ​ເຕີບໃຫຍ່​ຂຶ້ນມາ ພວກເພິ່ນ​ທັງໝົດ​ລ້ວນແຕ່​ຮູ້ສຶກ​ຫົດຫູ່ໃຈ ເພາະວ່າ​ ມັນເປັນ​ການຍາກ​ລຳບາກ​ໃນການ​ສື່ສານ​ ເຖິງແມ່ນວ່າ​ມັນຈະເປັນ​ແນວ​ຄວາມຄິດ​ ຫຼື ຄວາມ​ຕ້ອງການ​ທີ່​ທຳມະດາ​ກໍ່ຕາມ. ຄອບຄົວ​ຂອງຂ້ອຍ​ບໍ່ຮູ້​ວິທີ​ຈະ​ສື່ສານ​ກັບຂ້ອຍ ແລະ ສອນຂ້ອຍ​ເລີຍ.

A woman using sign language.
ຖ້າຂ້ອຍ​ຢາກໄດ້​ສິ່ງໃດ​ສິ່ງໜຶ່ງ ຂ້ອຍ​ຈຳຕ້ອງ​ເອົາມື​ຊີ້ບອກ​ຄອບຄົວ ຂອງຂ້ອຍ, ຖ້າ​ບໍ່ມີ​ສິ່ງນັ້ນ​ໃຫ້ຂ້ອຍ​ຊີ້ ໃສ່ມັນ, ຂ້ອຍ​ກໍ່ບໍ່​ສາມາດ​ທີ່ຈະ​ເຮັດ ໃຫ້​ພວກເພິ່ນ​ເຂົ້າໃຈ​ຂ້ອຍ​ໄດ້.


ຫຼັງຈາກ​ການປະຕິວັດ​ໃນປະເທດ​ນິກາຣາກົວ, ໂຮງຮຽນ​ຄົນ​ພິການ​ທາງຫູ​ກໍ່ໄດ້​ເປີດຂຶ້ນ ແລະ ພໍ່​ແມ່ ຂອງຂ້ອຍ​ກໍ່ໄດ້​ນຳເອົາ​ຂ້ອຍໄປ​ທີ່ນັ້ນ. ພວກເພິ່ນ​ຮູ້ດີວ່າ​ໂຮງຮຽນ​ສາມາດ​ຊ່ວຍຂ້ອຍ​ໄດ້​ດ້ວຍ​ວິທີທີ່ ພໍ່ ແລະ ແມ່​ຂອງຂ້ອຍ​ບໍ່ສາມາດ​ເຮັດໄດ້. ບັນດາ​ຄູ​ອາຈານ​ຢູ່ໃນ​ໂຮງຮຽນ​ພະຍາຍາມ​ທີ່ຈະສອນ​ໃຫ້​ພວກເຮົາ​ທັງໝົດ​ອ່ານ​ໂດຍການ​ໃຊ້​ຮີມສົບ​ ແລະ ​ເວົ້າ. ເຖິງ​ແມ່ນວ່າ ພວກເຮົາ​ຫຼາຍຄົນ​ບໍ່ສາມາດ​ຮຽນຮູ້ໄດ້​ໂດຍ​ການ​ອ່ານຈາກ​ຮີມສົບ ແລະ ໄດ້ດີ​ເທ່ົາທີ່ຄວນ​ກໍ່ຕາມ, ການທີ່ໄດ້ຢູ່ຮ່ວມກັນນັ້ນ ໄດ້ເປັນຈຸດເລີ່ມຕົ້ນໃນການເປີດໂລກ ໃຫ້ກວ້າງຂຶ້ນສຳລັບພວກເຮົາ.

A woman using sign language.
ຂ້ອຍບໍ່​ເຄີຍຮູ້​ເດັກ​ພິການ​ທາງຫູ​ຄົນ​ອື່ນໆ ແລະ ເພື່ອນ ຮ່ວມຫ້ອງ​ໃໝ່​ຂອງຂ້ອຍ​ເກືອບໝົດ​ທຸກຄົນ​ກໍ່ບໍ່​ເຄີຍຮູ້ ເດັກ​ພິການ​ທາງຫູ​ຄົນ​ອື່ນໆ ເຊັ່ນກັນ. ເມື່ອຂ້ອຍ​ເຫັນ ເດັກ​ຄົນ​ອື່ນໆ ໃຊ້​ພາສາ​ສັນຍະລັກ ຂ້ອຍ​ກໍ່ເລີ່ມ​ໃຊ້​ເຊັ່ນ ກັນ. ມັນເປັນ​ຄັ້ງ​ທຳອິດ​ທີ່ຂ້ອຍ​ໄດ້ເລີ່ມ​ຮຽນຮູ້.

ພວກເຮົາ​ຫຼາຍໆ​ຄົນ ເມື່ອມີ​ອາຍຸ​ສູງແລ້ວ​ຈຶ່ງໄດ້​ເຂົ້າ​ໂຮງຮຽນ, ພວກເຮົາ​ສື່ສານ​ໂດຍ​ໃຊ້​ພາສາ​ສັນ ຍະລັກ​ໃນເຮືອນ​ກັບ​ຄອບຄົວ​ຂອງ​ພວກເຮົາ ແລະ ບາງອັນ​ກໍ່​ແຕກຕ່າງ​ກັນຫຼາຍ. ແຕ່​ພວກເຮົາ​ກໍ່ສອນ​ເຊິ່ງກັນ ແລະ ກັນ ພ້ອມທັງ​ສ້າງ​ພາສາ​ສັນຍະລັກ​ໃໝ່​ດ້ວຍກັນ. ມັນເປັນ​ການງ່າຍ​ສຳລັບ​ພວກເຮົາ​ໃນການ​ໃຊ້​ສັນຍະລັກ​ໃນການ​ສື່ສານ. ເມື່ອ​ພວກເຮົາ​ໃຊ້​ສັນຍະລັກ​ຫຼາຍຂຶ້ນ​ມັນກໍ່​ໄດ້​ເຕີບໂຕ​ກາຍເປັນ​ພາສາ​ທີ່​ສົມບູນ​ໃນ​ບໍ່ຊ້າ​ຕໍ່ມາ, ພວກເຮົາ​ສາມາດ​ສື່ສານ​ກ່ຽວກັບ​ຫຼາຍສິ່ງ​ຫຼາຍຢ່າງ​ເຊິ່ງກັນ ແລະ ກັນ​ໄດ້ເຊ່ັນ: ກ່ຽວກັບ​ຄອບຄົວ ແລະ ໝູ່ເພື່ອນ​ຂອງ​ພວກເຮົາ, ແຜນການ ແລະ ຄວາມຝັນ​ຂອງ​ພວກເຮົາ ແລະ ສິ່ງ​ຕ່າງໆ​ທີ່​ເກີດຂຶ້ນ​ກັບ​ພວກເຮົາ.

ພາສາ​ຊ່ວຍສ້າງ​ໃຫ້ມີການ​ຮຽນຮູ້ ແລະ​ຢູ່​ຮ່ວມກັບ​ຊຸມຊົນ​ໄດ້

ຄາເມນ ແລະ ເດັກໜູ່ມ​ພິການ​ທາງຫູ​ຜູ້​ອື່ນໆ​ໃນປະເທດ​ນິກາຣາກົວ ໄດ້ພິສູດ​ໃຫ້ໂລກ ຮູ້ວ່າ ພາສາ​ສັນຍະລັກ​ແມ່ນ​ເປັນພາສາ​ທີ່ເປັນ​ທຳມະຊາດ ແລະ ສົມບູນ​ພາສາ​ໜຶ່ງ ທີ່ໄດ້ຮັບ​ການ​ພັດທະນາ​ໃນຊຸມຊົນ. ດັ່ງເຊັ່ນ​ດຽວກັບ​ພາສາ​ອື່ນໆ. ພາສາ​ສັນຍະລັກ​ນີ້ເອງ​ກໍ່ຕ້ອງ​ມີກຸ່ມ​ຄົນທີ່​ໃຊ້​ພາສາ​ດັ່ງກ່າວ​ຢູ່​ນຳກັນ.

ເຊັ່ນດຽວ​ກັບ ຄາເມນ ແລະ ເດັກ​ຄົນ​ອື່ນໆໄດ້​ພັດທະນາ​ພາສາ​ສັນຍະລັກ​ແຫ່ງ ນິກາຣາກົວ ແລະ ທັກສະ​ການ​ສື່ສານ​ຂອງ​ພວກເຂົາ, ພວກເຂົາ​ຍັງໄດ້​ພັດທະນາ​ຄວາມສາມາດ​ຕ່າງໆ ໃນການ​ພັນລະນາ​ວັດຖຸ​ສິ່ງຂອງ, ແກ້ໄຂ​ບັນຫາ ແລະ ສະແດງ​ຄວາມ​ຮູ້ສຶກ​ຂອງ​ພວກເຂົາ​ອອກມາ, ຄວາມ​ຕ້ອງການ​ ແລະ ແນວ​ຄວາມຄິດ​ຂອງ​ພວກເຂົາ​ອີກດ້ວຍ, ພາສາ​ສັນຍະລັກ​ບໍ່ແມ່ນ​ພຽງແຕ່​ໃຫ້ເດັກ​ຮູ້​ທິດທາງ​ໃນການ​ສື່ສານ​ເທົ່ານັ້ນ, ແຕ່ມັນ​ຍັງຊ່ວຍໃຫ້​ພວກເຂົາ​ພັດທະນາ​ຄວາມ​ສາມາດ​ຂອງ​ພວກເຂົາ​ໃນການ​ຄົ້ນຄິດ​ອີກດ້ວຍ.

A woman using sign language.
ພາສາ​ສັນຍະລັກ​ໄດ້ເຮັດໃຫ້​ຂ້ອຍເວົ້າ​ກັບ​ຄົນ​ອື່ນ, ໄດ້​ຮຽນ ຮູ້ຈັກ​ໂລກ​ພາຍນອກ ແລະ ໄດ້ເວົ້າ ໃນສິ່ງ​ທີ່​ຂ້ອຍ​ຄິດ, ຂ້ອຍ ບໍ່ໄດ້ຢູ່​ໂດດດ່ຽວ​ອີກ​ຕໍ່ໄປ, ບໍ່ໄດ້​ຫົດຫູ່ໃຈ​ ຫຼື ສັບສົນ​ອີກ. ພາສາ​ສັນຍະລັກ ເຊິ່ງແມ່ນ​ພາສາ​ທີ່ເຮັດ ໃຫ້ຂ້ອຍ​ເປັນ ພາກສ່ວນໜຶ່ງ​ຂອງ​ຊຸມຊົນ.


A boy and girl sitting at a school desk. The boy uses his hands to speak to the girl.

ເຫດຜົນ​ໜຶ່ງ​ທີ່​ເດັກ​ປະເທດ​ນິກາຣາກົວ​ໄດ້​ພັດທະນາ​ເຮັດໃຫ້​ພາສາ​ດັ່ງກ່າວ​ນັ້ນ​ສົມບູນ​ໄດ້​ກໍ່ ຍ້ອນ​ວ່າ ທີ່ນັ້ນ​ມີ​ເດັກ​ຫຼາຍ​ໃຊ້​ພາສາ​ດັ່ງກ່າວ. ພວກເຂົາ​ສາມາດ​ເຮັດໄດ້​ແນວນີ້ ກໍ່ເພາະ​ວ່າ ປະຊາຊົນ ນິກາຣາກົວ ໄດ້​ຕັດສິນໃຈ​ທີ່​ຈະທຸມເທ​ຊັບພະຍາກອນ​ຂອງ​ພວກເຂົາ​ໃນການ​ສຶກສາ. ພວກເຂົາໄດ້​ເຄື່ອນໄຫວ​ປະຕິຮູບ​ການສຶກສາໂດຍ​ການ​ສ້າງ​ລະບົບ​ໂຮງຮຽນ​ທີ່​ເຂັ້ມແຂງ​ສຳລັບ​ເດັກ​ນ້ອຍ​ທຸກຄົນ, ລວມ​ເດັກ​ທີ່ພິການ​ທາງຫູ​ນຳ.


ຮູບມາ​ຮ່ວມມື​ກັນ​ເພື່ອ​ສິດທິ​ຂອງ​ຄົນ​ພິການ​ທາງຫູ

ຕ້ອງ​ຂໍ​ຂອບໃຈ​ມາ​ຍັງ​ການ​ດີ້ນຮົນ​ຂອງ​ປະຊາຊົນ​ ນິກາຣົວ ​ທຸກຄົນ​ ທີ່ໄດ້​ເຮັດໃຫ້​ທຸກຄົນ​ໄດ້ຮັບ​ການ​ສຶກສາ, ຊາວໜຸ່ມ​ທີ່​ພິການ​ທາງຫູ​ຫຼາຍ​ຮ້ອຍຄົນ​ໄດ້ເຂົ້າ​ມາຢູ່​ຮ່ວມກັນ​ໃນໂຮງຮຽນ​ເປັນຄັ້ງ​ທຳອິດ, ໃນຄວາມ​ເປັນຄົນ​ຮຸ່ນໃໝ່່​ນັ້ນ, ພວກເຂົາ​ກໍ່ໄດ້​ເລີ່ມ​ຜະລິດ​ຮູບແບບ​ການ​ສື່ສານ​ແບບໃໝ່ ແລະ ແບບຕ່າງ​ຂຶ້ນ ເຊິ່ງ​ໄດ້ຮັບ​ການ​ພັດທະນາ​ເຂົ້າໃນ​ພາສາ​ສັນຍະລັກ​ແຫ່ງ​ປະເທດ​ນິກາຣາກົວ.

ໃນກາງ​ຊຸມປີ 1980 ໄວໜຸ້ມ​ພິການ​ທາງຫູ​ເຫຼົ່ານີ້​ໄດ້​ຊຸມນຸມ ແລະ ເຄື່ອນໄຫວ​ເພື່ອ​ສົ່ງເສີມ​ສິດທິ​ຄົນ​ພິການ​ທາງຫູ​ຂອງ​ພວກເຂົາ. ພວກເຂົາ​ໄດ້​ສ້າງຕັ້ງ​ສະມາຄົມ​ຄົນ​ພິການ​ທາງຫູ​ແຫ່ງຊາດ ນິກາຣາກົວ ຂຶ້ນ. ສະມາຊິກ​ຂອງ​ສະມາຄົມ​ຄົນ​ພິການ​ແຫ່ງຊາດ​ນິກາຣາກົວ​ໄດ້ເຂົ້າ​ຊ່ວຍໃນ​ການ​ພັດທະນາ​ສົ່ງເສີມ​ພາສາ​ສັນຍະລັກ​ຂອງ ນິກາຣາກົວ ເຊິ່ງ​ໄດ້​ມີການ​ຈັດພິມ ປະທານນຸກົມສຳລັບເດັກນ້ອຍ ເຊິ່ງ​ພວກເຂົາ​ໄດ້​ປະສານງານ​ກັບ​ກະຊວງ​ສຶກສາ​ທິການ​ໃນການ​ທີ່ຈະ​ຮວບຮວມ​ເຄື່ອງໝາຍ​ໃນໂຮງຮຽນ​ຄົນ​ພິການ​ທາງຫູ ແລະ ຊຸກຍູ້​ໂຄງການ​ຕ່າງໆ ​ສຳລັບ​ການ​ສຶກສາ​ຂອງ​ຄົນ​ພິການ​ທາງຫູ.

ປະຈຸບັນ​ນີ້​ສະມາຄົມ​ຄົນ​ພິການ​ທາງຫູ​ແຫ່ງຊາດ ​ນິກາຣາກົວ ​ແມ່ນ​ກຸ່ມໜຶ່ງ​ທີ່ມີ​ອິດທິພົນ​ໃນປະເທດ​ ນິກາຣາກົວ ເຊິ່ງ​ໄດ້​ເຮັດວຽກ​ເພື່ອ​ສິດທິ​ຂອງຄົນ​ພິການ​ທາງຫູ ແລະ ຍັງເປັນ​ສູນໜຶ່ງ​ທີ່​ໃຫ້ການ​ບໍລິການ​ສັງຄົມ ສຳລັບ​ສະມາຊິກ​ຂອງ​ສະມາຄົມ.