Hesperian Health Guides

ຕາແດງ ແລະ ເຈັບປວດຕາ

ຢູ່ໃນພາກນີ້:

 ຕາເບື້ອງໜຶ່ງຂອງແມ່ຍິງຄົນນີ້ໃຄ່ບວມ ແລະ ມືນບໍ່ໄດ້

ມີຫຼາຍສາເຫດທີ່ພາໃຫ້ເກີດອາການເຈັບຕາ ແລະຕາແດງ. ເມື່ອພະຍາຍາມລະບຸ ບັນຫາທີ່ເກີດ ກັບຕາ ແລະ ວິທີການປິ່ນປົວມັນນັ້ນ, ແມ່ນໃຫ້ສອບຖາມຄົນເຈັບນັ້ນເລີຍວ່າ ຕາຂອງລາວມີ ອາການບາດເຈັບຫຍັງບໍ ຫຼືວ່າມີຫຍັງເຂົ້າຕາບໍ.

ປະເພດຂອງຕາແດງ ແລະ ການເຈັບປວດຕາ ສາເຫດທີ່ເປັນໄປໄດ້
ປົກກະຕິອາການເຈັບຕາມັກຈະເຈັບຕາທັງສອງຂ້າງ ແຕ່ຈະເລີ່ມຈາກຕາຂ້າງໜຶ່ງກອ່ນ.
ເຈັບຮ້ອນຄ່ອຍໆ
ປົກກະຕິຕາຈະແດງຫຼາຍທີ່ສຸດຢູ່ຂອບຕາດ້ານນອກ
ຖ້າມີຂີ້ຕາສີຂາວ ຫຼື ສີເຫືອງ, ຕາອາດມີອາການ ຕິດເຊື້ອແບັກທີເຣຍ ທີ່ເອີ້ນວ່າ ພະຍາດຕາແດງ
ເປັນລິດສີດວງຕາ
ຍາດໝາກສຸກs
ເຈັບຕາຂ້າງດຽວ ຫຼື ທັງສອງຂ້າງ
ຕາອາດຈະເປັນສີແດງ ແລະ ເຈັບແຮງ
ອາການບາດເຈັບຕາອາດເກີດຂຶ້ນໄດ້ຈາກຂອງແຫມຄົມ ຫຼື ຈາກການຖືກຕີຫຼືຖືກກະທົບ
ຕາຖືກສານເຄມີລວກ ຫຼື ທາດແຫວອັນຕະລາຍເຂົ້າຕາ
ປົກກະຕິເຈັບຕາຂ້າງດຽວເທົ່ານັ້ນ
ເລືອດອອກໃນຕາ, ເຊິ່ງກະທົບຕໍ່ມ້ານຕາ (ສ່ວນທີ່ເປັນສີ))
ມີເລືອກອອກຢູ່ສ່ວນທີ່ເປັນສີຂອງຕາ ຫຼື ມ້ານຕາ, ສ່ວນຫຼາຍແມ່ນເປັນຍອ້ນ ການ ບາດເຈັບ. ນີ້ແມ່ນກໍລະນີສຸກເສີນ.
ປົກກະຕິເຈັບຕາຂ້າງດຽວເທົ່ານັ້ນ
ຕາແດງແລະເຈັບປວດ - ເບື້ອງຕົ້ນອາການແມ່ນບໍ່ແຮງ, ແຕ່ສາມາດເປັນແຮງຂຶ້ນໄດ້
ຂີ້ຝຸ່ນ ຫຼືຂີ້ດິນເຂົ້າຕ
ພື້ນຜິວດວງຕາຖືກຂີດ ຫຼືບາດ
ປົກກະຕິເຈັບຕາຂ້າງດຽວເທົ່ານັ້ນ
ອາການເຈັບແມ່ນມັກເຈັບຮຸນແຮງ
ສ່ວນທີ່ແດງແຮງຫຼາຍທີ່ສຸດແມ່ນບໍລິເວນໃກ້ກັບມ້ານຕາ
ມີບາດແຜຢູ່ແກ້ວຕາ
ມ້ານຕາອັກເສບ
ໂລກຕາຕໍ້ຫີນກະທັນຫັນ
ທັງໝົດນີ້ແມ່ນເປັນກໍລະນີສຸກເສີນ
ປົກກະຕິເຈັບຕາຂ້າງດຽວເທົ່ານັ້ນ
ຕາແດງພ້ອມທັງມີຕຸ່ມໃຄ່ ຫຼື ບວມຢູ່ໃຕ້ໜັງຕາ (ເຊິ່ງອາດຈະມີ ຫຼື ບໍ່ມີອາການເຈັບປວດ)
ມີການຕິດເຊື້ອຢູ່ບໍລິເວນຂົນຕາ ຫຼື ໃຕ້ໜັງຕາ
ປົກກະຕິເຈັບຕາຂ້າງດຽວເທົ່ານັ້ນ
ມີຈຸດສີແດງສົດຢູ່ພາກສ່ວນຂອງຕາຂາວ
ບາງທີອາດຈະເປັນຍ້ອນເສັ້ນເລືອດຝອຍແຕກ, ນີ້ບໍ່ເປັນອາການສຸກເສີນ ຫຼື ອັນຕະລາຍ
ປົກກະຕິແມ່ນເຈັບຕາທັງສອງຂ້າງ
ຮູ້ສຶກຂັດ ຫຼື ລະຄາຍເຄືອງຕາ, ແຕ່ບໍ່ຮູ້ສຶກເຈັບປວດ
ຕາແດງ ແລະ ຄັນ, ນໍ້າຕາໄຫ (ຕາປຽກ) ແລະ ຈາມ,ເຊິ່ງຈະເປັນແຮງສະເພາະໃນບາງລະດູການຂອງປີ
ໄຂ້ລະອອງເຟືອງ (hay fever) ຫຼື ແພ້ລະອອງເກສອນດອກໄມ້ ຫຼືພືດຕ່າງໆໃນອາກາດ, ເຊິ່ງມັກເອີ້ນວ່າ ພະຍາດຕາແດງຈາກພູມແພ້
ປົກກະຕິແມ່ນເຈັບຕາທັງສອງຂ້າງ
ຕາແດງ ແຕ່ບໍ່ມີຂີ້ຕາ ແລະ ບໍ່ມີອາການເຈັບປວດ
ອອກຕຸ່ມ ຫຼື ເປັນໄຂ້
ພະຍາດຕາແດງມີສາເຫດມາຈາກເຊື້ອໄວຣັດ ຊະນິດໃດໜຶ່ງ
ຖ້າວ່າບ່ອນທີ່ເຈົ້າຢູ່ມີການລະບາດຂອງໄວຣັດສ໌ຊິກາ (Zika), ຕາແດງອາດແມ່ນອາການໜຶ່ງໃນບັນດາອາການສະແດງອອກຂອງມັນ.


ຖ້າຕາເປັນສີແດງ, ໃຫ້ກວດສັງເກດເບິ່ງວ່າມີນໍ້າຕາ ຫຼື ມີຂີ້ຕາບໍ (ນໍ້າໜອງ ຫຼື ຂອງແຫວອື່ນໆ):

  • ຖ້າມີຂີ້ຕາອອກຫຼາຍ, ນັ້ນອາດເປັນພະຍາດຕາແດງ (‘ຕາສີບົວ’ ຫຼື ‘ຕາແດງ’), ເນື່ອງຈາກຕິດເຊື້ອແບັກທີເຣຍ ໂດຍສະເພາະ ຖ້າຕາຫາກ ແດງຫຼາຍ.
  • ຕາປຽກ ຫຼືຕາມີນໍ້າຕາໄຫອອກມາຫຼາຍ, ຕາມີສີອອກແດງໆໜ້ອຍໜຶ່ງ ແລະ ມັນຍັງມີອາການຄັນຢູ່ບໍລິເວນຂອບແຈຕາເບື້ອງທີ່ໃກ້ດັງ ເຊິ່ງຕາມປົກກະຕິແລ້ວອາການດັ່ງກ່າວນີ້ ແມ່ນອາການຂອງໂລກພູມແພ້.
  • ພາຍຫຼັງເປັນຫວັດ ຫຼື ເປັນໄຂ້ຫວັດໃຫຍ່, ຕາຂອງຄົນເຈັບປຽກ ຫຼືຕາມີນໍ້າຕາໄຫອອກມາຫຼາຍ, ຕາມີສີອອກແດງໆໜ້ອຍໜຶ່ງ, ອາການດັ່ງກ່າວນີ້ອາດຈະເປັນຍ້ອນເຊື້ອໄວຣັດສ໌. ສໍາລັບອາການນີ້ແມ່ນບໍ່ຈໍາເປັນຕ້ອງໄດ້ປິ່ນປົວຫຍັງເປັນພິເສດ ແລະຢາປິ່ນປົວພະຍາດກໍ່ຈະຊ່ວຍຫຍັງບໍ່ໄດ້.
  • ຕາຂອງຄົນເຈັບປຽກ ຫຼືຕາມີນໍ້າຕາໄຫອອກມາຫຼາຍ, ຕາແດງ ແລະ ມີໄຂ້, ໄອ ແລະ ນໍ້າມູກໄຫ, ສິ່ງເຫົ່ານີ້ອາດເປັນອາການສະແດງອອກຂອງພະຍາດໝາກສຸກ, ພວກມັນສະແດງອາການອອກມາ ກ່ອນຕຸ່ມຜື່ນແດງຈະປະກົດໃຫ້ເຫັນ.

ພະຍາດຕາແດງ (‘ຕາສີບົວ’, ‘ຕາແດງ’)

ພະຍາດຕາແດງສາມາດເປັນໄດ້ກັບຄົນທຸກໄວ, ແຕ່ສ່ວນຫຼາຍແລ້ວແມ່ນເດັກນ້ອຍເປັນຫຼາຍກວ່າໝູ່.

ອາການສະແດງອອກ
 ຕາເປັນສີແດງ ແລະ ນໍ້າໜອງຊຶມອອກຈາກຂອບແຈຕາ
  • ຕາເປັນສີບົວ ຫຼື ສີແດງ
  • ອາດຮູ້ສຶກຄັນຕາ ຫຼື ອອກຮ້ອນຕາ
  • ເລີ່ມເປັນໃນຕາຂ້າງໜຶ່ງກ່ອນ ແລະ ອາດລາມໄປເປັນຢູ່ຕາຂ້າງທີ່ເຫືອອີກ
  • ຂີ້ຕາໜຽວອອກມາຫຼາຍໃນເວລາກາງຄືນເຊິ່ງອາດພາໃຫ້ໜັງຕາຕິດກັນ.
ການປິ່ນປົວ

ພະຍາດຕາແດງສ່ວນຫຼາຍແມ່ນມີສາເຫດມາຈາກເຊື້ອໄວຣັດສ໌ ເຊິ່ງອາການດັ່ງກ່າວນີ້ກໍ່ຈະເຊົາໄປເອງ ພາຍໃນເວລາ 2-3 ວັນ ໂດຍບໍ່ຈໍາເປັນຕ້ອງມີການປິ່ນປົວພິເສດໃດໆກໍ່ໄດ້.

ຖ້າຂີ້ຕາສີເຫືອງ ຫຼື ຂາວທີ່ອອກມານັ້ນຫາກໜຽວ, ຕົ້ນເຫດຂອງມັນອາດເປັນຍ້ອນເຊື້ອແບັກທີເຣຍ ເຊິ່ງອາການດັ່ງກ່າວນີ້ສາມາດປິ່ນປົວໄດ້ດ້ວຍການໃຊ້ຢາຕ້ານເຊື້ອອອຍເມັ້ນ ຫຼື ຢາຕ້ານເຊື້ອຊະນິດຢອດ ກໍ່ໄດ້. ເຖິງແມ່ນວ່າ ອາການຕາເບິ່ງຄືວ່າດີຂຶ້ນກວ່າເກົ່າ, ແຕ່ໃຫ້ສືບຕໍ່ທາ ຫຼື ຢອດຢາຕ້ານເຊື້ອໄປຕື່ມໃຫ້ຄົບ 7 ມື້ເພື່ອເຮັດໃຫ້ການຕິດເຊື້ອໄວຣັດສ໌ບໍ່ກັບຄືນມາເປັນອີກ.

ກ່ອນທີ່ຈະປິ່ນປົວຕາດ້ວຍຢາຕ້ານເຊື້ອ, ໃຫ້ຄ່ອຍໆອະນາໄມຕາແຕ່ລະຂ້າງໃຫ້ສະອາດໂດຍໃຊ້ ຜ້າປຽກສ່ວນໃຜສ່ວນມັນສໍາລັບອະນາໄມຕາແຕ່ລະຂ້າງ. ໃຫ້ປ່ຽນໃຊ້ຜ້າແພໃໝ່ ແລະ ລ້າງມື ໃຫ້ສະອາດໃນເວລາອະນາໄມຕາ ແລະ ໃຊ້ຢາຕ້ານເຊື້ອປິ່ນປົວຕາແຕ່ລະຂ້າງ ເພື່ອຫຼີກລ້ຽງການຕິດເຊື້ອພະຍາດຈາກຕາຂ້າງໜຶ່ງໄປຍັງອີກຂ້າງໜຶ່ງ, ຫຼື ຕິດຕໍ່ຫາຕົວເຈົ້າເອງ ຫຼື ຜູ້ອື່ນໆອີກ.

ການປ້ອງກັນ

ພະຍາດຕາແດງສາມາດແຜ່ຕິດກັນໄດ້ຢ່າງງ່າຍດາຍຫຼາຍ. ໃຫ້ລ້າງມືໃຫ້ສະອາດທຸກຄັ້ງ ຫຼັງຈາກ ສໍາຜັດຕາຂອງຄົນອື່ນ ຫຼື ຕາຕົນເອງ. ບໍ່ໃຫ້ເດັກນ້ອຍທີ່ເປັນຕາແດງໃຊ້ຜ້າແພເຊັດໂຕ ຫຼື ໃຊ້ຕຽງນອນຮ່ວມກັບຄົນອື່ນ. ໃຫ້ແຍກເດັກນ້ອຍຜູ້ທີ່ເປັນຕາແດງອອກຈາກເດັກນ້ອຍຄົນອື່ນໆຈົນກວ່າອາການຕາແດງຂອງລາວຈະດີຂຶ້ນ.

ພະຍາດຕາແດງໃນເດັກແດງ (ເດັກນ້ອຍເກີດໃໝ່)

ອາການຕິດເຊື້ອຕາແດງໃນເດັກແດງນັ້ນແມ່ນຈໍາເປັນຕ້ອງໄດ້ຮັບການປິ່ນປົວຢ່າງຮີບດວ່ນ.

ອາການສະແດງອອກ
  • ດວງຕາເປັນສີແດງ, ໃຄ່ບວມ
  • ຕາມີນໍ້າໜອງ
  • ໜັງຕາຕິດກັນ, ໂດຍສະເພາະເວລາຕື່ນນອນ
 ເດັກນອ້ຍເຊິ່ງຕາຂອງລາວໃຄ່ບວມ ແລະມີຂອງແຫວ (ໜອງ) ຊຶມອອກມາ

ເດັກແດງທີ່ມີອາການຕາແດງ, ໜັງຕາບວມ ແລະ ໜອງ ອາດມີອາການຕິດເຊື້ອໂກນໍເຣັຍ ((gonorrhea) ຫຼືໂລກໜອງໃນ) ຫຼື ຕິດເຊື້ອກ າມມີເດັຍ ((chlamydia) ຫຼື ໂລກໜອງໃນທຽມ) ເຊິ່ງຕິດມາຈາກຜູ້ເປັນແມ່ໃນເວລາເກີດອອກມາ. ຖ້າມີອາການຕາໃຄ່ບວມໃນເດັກແດງ ອາຍຸລະຫວ່າງ 2 ຫາ 4 ມື້, ແມ່ນມີຄວາມອາດເປັນໄປໄດ້ສູງທີ່ເດັກຈະຕິດເຊື້ອໂລກໂກນໍເຣັຍ ((gonorrhea). ໃຫ້ປິ່ນປົວອາການຕິດເຊື້ອດັ່ງກ່າວທັນທີເພື່ອປ້ອງກັນບໍ່ໃຫ້ເປັນເກີດອັນຕະລາຍກັບດວງຕາຂອງເດັກ. ຖ້າມີອາການຕາໃຄ່ບວມໃນເດັກແດງອາຍຸລະຫວ່າງ 5 ຫາ 12 ມື້, ແມ່ນມີ ຄວາມອາດເປັນໄປໄດ້ສູງທີ່ເດັກຈະຕິດເຊື້ອໂລກກ າມມີເດັຍ ((chlamydia). ເຊື້ອໂລກດັ່ງກ່າວນີ້ແມ່ນຕິດຕໍ່ກັນທາງເພດສໍາພັນ, ພວກມັນແມ່ນມີຜົນກະທົບຕໍ່ຜູ້ທີ່ຕິດເຊື້ອດັ່ງກ່າວນີ້ ທັງຍິງແລະຊາຍ ແຕ່ບໍ່ຄ່ອຍມີອາການຂອງການເຈັບປ່ວຍຈາກການຕິດເຊື້ອໂລກດັ່ງກ່າວສະແດງອອກມາ. ທາງທີ່ດີ ທີ່ສຸດຄືກວດ ແລະປິ່ນປົວແມ່ຍິງຖືພາໝົດທຸກຄົນ ຖ້າພົບວ່າຕິດເຊື້ອພະຍາດດັ່ງກ່າວ, ເພື່ອປ້ອງກັນບໍ່ໃຫ້ລູກນ້ອຍໃນທ້ອງຕິດເຊື້ອໂລກດັ່ງກ່າວນັ້ນໃນເວລາເກີດ.

ເພື່ອປ້ອງກັນຄວາມເສຍຫາຍ ແລະການສູນເສຍການເບິ່ງເຫັນ (ຕາບອດ) ຖາວອນທີ່ຈະເກີດກັບດວງຕາຂອງເດັກ, ໃຫ້ໃຊ້ຢາຕ້ານເຊື້ອຕາຊະນິດອອຍເມັ້ນທາຕາໃຫ້ເດັກນ້ອຍ. ໃຫ້ກວດທັງແມ່ ແລະ ເດັກ ເພື່ອໃຫ້ຮູ້ວ່າພວກເຂົາເຈົ້າຕິດເຊື້ອພະຍາດຊະນິດໃດແທ້. ແລ້ວຫຼັງຈາກນັ້ນທັງແມ່ແລະເດັກ ແມ່ນຈະຕ້ອງໄດ້ຮັບການປິ່ນປົວດ້ວຍຢາຕ້ານເຊື້ອຕື່ມອີກ, ບໍ່ແມ່ນໃຊ້ແຕ່ຢາອອຍເມັ້ນທາຕາພຽງຢ່າງດຽວ.

ການດູແລຮັກສາດວງຕາຂອງເດັກແດງເພື່ອປ້ອງກັນບັນຫາຕາຕ່າງໆ
ຫຼັງຈາກເກີດອອກມາ, ໃຫ້ເອົາສໍາລີທໍາຄວາມສະອາດບໍລິເວນຕາເດັກແດງທັນທີ, ແລະຈາກນັ້ນ ໃຫ້ໃຊ້ຢາຕ້ານເຊື້ອຊະນິດອອຍເມັ້ນທາຕາໃຫ້ເດັກເພື່ອປ້ອງກັນບໍ່ໃຫ້ຕາຕິດເຊື້ອ. ໃຊ້ຢາ ເຕທຣາຊິລິນ (tetracycline) 1% ຫຼື ຢາອີຣີໂທຣມິຊີນ (erythromycin) ຊະນິດອອຍເມັ້ນ 0,5 -1% ທາບາງໆຕາມດວງຕາທັງສອງຂ້າງ. ການທາຢາດັ່ງກ່າວນີ້ແມ່ນຕ້ອງໄດ້ເຮັດພາຍໃນ 2 ຊົ່ວໂມງຫຼັງຈາກເກີດອອກມາແລ້ວ ແລະ ໃຫ້ທາຄັ້ງດຽວເທົ່ານັ້ນ.

ຖ້າເດັກມີນໍ້າຕາໄຫຕະຫຼອດເວລາ, ທັງໆທີ່ເດັກນ້ອຍບໍ່ໄດ້ໄຫ້ ແຕ່ມີນໍ້າຕາອອກມາເຕັມເບົ້າຕາ ແລະ ໄຫອາບແກ້ມລົງມາ. ອາການດັ່ງກ່າວນີ້ອາດແມ່ນເປັນຍ້ອນທໍ່ນໍ້າຕາຕັນ. ບັນຫານີ້ແມ່ນ ຈະເຊົາ ໄປເອງ, ແຕ່ວ່າບຸກຄະລາກອນທາງການແພດສາມາດແນະນໍາເຈົ້າ ກ່ຽວກັບວິທີການນວດເບົາໆຕາມບໍລິເວນຂ້າງດັງເດັກນ້ອຍ (ການນວດຖົງນໍ້າຕາ), ເພື່ອຊ່ວຍເປີດທໍ່ນໍ້າຕາ.

ໄຂ້ເຟືອງ (ຕາແດງຍ້ອນພູມແພ້) ແລະ ອາການພູມແພ້ທີ່ກະທົບຕໍ່ດວງຕາ

ຝຸ່ນ, ລະອອງເກສອນ ຫຼື ອະນຸພາກອື່ນໆຢູ່ໃນອາກາດເຮັດໃຫ້ຄົນເຮົາ (ບາງຄົນ) ຈາມ ພ້ອມກັນນັ້ນ ກໍ່ເປັນຕາແດງ, ມີອາການຄັນ ແລະ ນໍ້າຕາໄຫ. ເມື່ອຮ່າງກາຍຂອງຄົນເຮົາມີປະຕິກິລິຍາຕໍ່ກັບສະພາບອາກາດດັ່ງກ່າວນັ້ນດ້ວຍອາການເຊັ່ນເດີມທຸກຄັ້ງ, ນີ້ເອີ້ນວ່າ ເປັນພູມແພ້. ຖ້າອາການ ລັກສະນະນີ້ເກີດຂຶ້ນສະເພາະໃນເວລາໃດໜຶ່ງຂອງປີ, ຄົນເຈັບຜ ້ນັ້ນອາດເປັນ ພູມແພ້ລະອອງ ເກສອນຈາກຕົ້ນໄມ້ ແລະ ພືດໄມ້ຕ່າງໆ (ເອີ້ນວ່າ ໄຂ້ເຟືອງ (hay fever)). ຖ້າມີອາການ ດັ່ງນີ້ ຕະຫຼອດເວລາ, ສາເຫດແມ່ນຝຸ່ນ, ເຊື້ອລາ, ຜະລິດຕະພັນຈາກເຄມີ ຫຼື ສັດບາງຊະນິດທີ່ພາໃຫ້ເປັນພູມແພ້. ພູມແພ້ທຸກຊະນິດເຮັດໃຫ້ດວງຕາທັງສອງຂ້າງມີອາການລະຄາຍເຄືອງ.

ການປິ່ນປົວ

ຖ້າເຈົ້າຮູ້ແລ້ວວ່າແມ່ນຫຍັງທີ່ເປັນສາເຫດພາໃຫ້ຕາມີອາການແດງຄັນ ແລະນໍ້າຕາໄຫ, ການປິ່ນປົວທີ່ດີທີ່ສຸດກໍ່ຄືໃຫ້ຫຼີກລ້ຽງ ຫຼືແກ້ໄຂຕົ້ນເຫດນັ້ນໃຫ້ໝົດໄປ. ຕົວຢ່າງ:

  • ຮັກສາອະນາໄມບ່ອນນອນ ແລະເຄື່ອງນອນ (ຜ້າປູບ່ອນ, ຜ້າຫົ່ມ ໝອນ ແລະອື່ນໆ) ໃຫ້ສະອາດບໍ່ມີຂີ້ຝຸ່ນ. ຖ້າສັດເປັນສາເຫດພາໃຫ້ມີອາການພູມແພ້, ແມ່ນໃຫ້ຫຼີກລ້ຽງສັດດັ່ງກ່າວ ແລະບ່ອນນອນຂອງມັນນໍາ.
  • ເວລາກາງຄືນໃຫ້ອັດ ຫຼືປົກປິດປະຕູປ່ອງຢ້ຽມ.
  • ໃຫ້ໃຊ້ຜ້າອັດປາກ ແລະ ດັງເພື່ອປ້ອງກັນຕົນເອງບໍ່ໃຫ້ຫາຍໃຈເອົາລະອອງເກສອນ ແລະ ຝຸ່ນໃນເວລາເຮັດວຽກ ຫຼື ຍ່າງຢູ່ທາງນອກເຮືອນ.


ສິ່ງໃດກໍ່ຕາມທີ່ຢູ່ໃກ້ຕາຂອງເຈົ້າຫຼາຍ, ເປັນຕົ້ນວ່າ ເຄື່ອງສໍາອາງສໍາລັບແຕ່ງຕາ, ຫຼື ບາງສິ່ງບາງຢ່າງທີ່ເຈົ້າສາມາດດົມກິ່ນໄດ້ ເຊັ່ນ: ເຄື່ອງນຸ່ງຫົ່ມທີ່ຊັກດ້ວຍສະບູ/ນໍ້າຢາຊັກຜ້າຫອມ ກໍ່ສາມາດພາໃຫ້ເກີດອາການພູມແພ້ ທີ່ເປັນຜົນກະທົບຕໍ່ຕາໄດ້. ຖ້າເຈົ້າຢຸດໃຊ້ ຜະລິດຕະພັນທີ່ເຮັດໃຫ້ຕາເຈົ້າລະຄາຍເຄືອງນັ້ນ, ອາການຂອງໂລກພູມແພ້ທີ່ລົບກວນດວງຕາຂອງເຈົ້າກໍ່ຄວນຫຼຼຸດລົງ.

ບັນເທົາອາການຄັນຂອງດວງຕາໂດຍການເອົາຜ້າປຽກ (ຜ້າທີ່ຈຸ່ມນໍ້າ ແລະ ປັ້ນນໍ້າອອກ) ປົກຕາ (ຜ້າຈຸ່ມນໍ້າເຢັນຈະເຮັດໃຫ້ຮູ້ສຶກດີທີ່ສຸດ). ເວລາເປັນໄຂ້ເຟືອງ (hay fever) ແຮງຫຼາຍ, ຖ້າມີຢາຢອດຕາ ແອນທິຮິດສະຕາມິນ (antihistamine) ມັນອາດຈະສາມາດຊ່ວຍບັນເທົາເຮັດໃຫ້ຕາຮູ້ສຶກດຂຶ້ນ, ບໍ່ລະຄາຍເຄືອງ.

ບາດແຜຢູ່ແກ້ວຕາ (ຜິວດວງຕາໄດ້ຮັບຄວາມເສຍຫາຍ)

ອາການສະແດງອອກ
 ຕາທີ່ມີຈຸດນ້ອຍໆປົກຄຸມຮູຕາດໍາສ່ວນເທິງ

ເມື່ອພື້ນຜິວທີ່ລະອຽດອ່ອນຂອງດວງຕາໄດ້ຮັບຄວາມເສຍຫາຍຈາກການຕິດເຊື້ອ ຫຼືຖືກຂູດຂີດ, ເຊິ່ງຈະສາມາດເຮັດໃຫ້ແກ້ວຕາເປັນບາດແຜທີ່ເຈັບປວດໄດ້. ຫ້າມບໍ່ໃຫ້ສີ ຫຼືຮຸກຖູຕາ, ເພາະມັນຈະເຮັດໃຫ້ອາການທີ່ເປັນຢູ່ນັ້ນຮ້າຍແຮງຫຼາຍຂຶ້ນກວ່າເກົ່າ.

ຄວາມສາມາດໃນການເບິ່ງເຫັນຂອງຄົນເຈັບມັກຈະຫຼຼຸດລົງ ແລະ ຈະຮູ້ສຶກເຈັບປວດຢ່າງຮຸນແຮງ. ບາງເທື່ອອາດມີຂອງແຫວ ຫຼື ຂີ້ຕາ (ແຫວໆ) ອອກມາ.

ຕາເປັນສີແດງ ແລະ ຖ້າສ່ອງເບິ່ງແກ້ວຕາໂດຍໃຊ້ດອກໄຟ ຫຼືໄຟສາຍທີ່ມີແສງສະຫວ່າງກ້າເຍືອງເບິ່ງ, ເຈົ້າອາດຈະເຫັນຈຸດສີຂີ້ເຖົ່າຢູ່ໃນຕາ. ມັນອາດເບິ່ງແລ້ວບໍ່ໃສຄືກັນກັບພາກສ່ວນອື່ນ ຂອງດວງຕາ.

ການປິ່ນປົວ

ອັນນີ້ເປັນເລື່ອງສຸກເສີນ. ຖ້າບາດແຜໃນແກ້ວຕາບໍ່ໄດ້ຮັບການປິ່ນປົວດູແລຢ່າງດີ, ມັນກໍ່ສາມາດ ເຮັດໃຫ້ຕາບອດໄດ້. ໃຫ້ໄປພົບແພດໝໍເພື່ອປິ່ນປົວ. ໃນເວລາເດີນທາງໄປພົບແພດ ແມ່ນໃຫ້ໃຊ້ ຢາທາຕາຊະນິດອອຍເມັ້ນ ຫຼື ຢາຢອດຕາ ເບື້ອງທີ່ເປັນນັ້ນທຸກໆຊົ່ວໂມງຂອງການເດີນທາງໄປພົບທ່ານໝໍຊ່ຽວຊານຕາ.

ມ່ານຕາອັກເສບ

ຕາປົກກະຕິ ຕາທີ່ມີອາການມ່ານຕາອັກເສບ
 one normal eye
another eye with the iris swollen, with swelling covering part of the pupil
ຮູຕາດໍານອ້ຍ, ຜິດປົກກະຕິ
ຕາແດງອ້ອມຮອບມ່ານຕາ
ເຈັບປວດ

ການທີ່ມ່ານຕາມີອາການອັກເສບນີ້ ແມ່ນເອີ້ນວ່າ ມ່ານຕາອັກເສບ. ສາເຫດຂອງການອັກເສບດັ່ງກ່າວນີ້ຕາມປົກກະຕິແລ້ວແມ່ນບໍ່ຮູ້ສາເຫດວ່າເປັນຍ້ອນຫຍັງ.

ອາການສະແດງອອກ
  • ປົກກະຕິຈະເປັນຢູ່ຕາຂ້າງດຽວເທົ່ານັ້ນ
  • ມີອາການປວດເລິກເຂົ້າໄປໃນຕາ
  • ຮູຕາດໍາ (ຈຸດໃຈກາງສີດໍາຂອງດວງຕາ) ອາດຈະມີຮູບຮ່າງຜິດປົກກະຕິ ແທນທີ່ຈະເປັນຮູບຊົງກົມ
  • ຕາຂາວສ່ວນໃກ້ໆກັບມ່ານຕາເກີດມີສີແດງ
  • ຕາຈະຮູ້ສຶກເຈັບປວດແຮງຂຶ້ນເມື່ອຖືກແສງຈ້າ
  • ການເບິ່ງເຫັນແມ່ນບໍ່ຄ່ອຍເຫັນແຈ້ງດີປານໃດ
ການປິ່ນປົວ

ມ່ານຕາອັກເສບເປັນບັນຫາທີ່ອັນຕະລາຍ ແລະ ເຈັບປວດ. ໃຫ້ໄປພົບແພດໝໍພາຍໃນ 1-2 ວັນ.

ການໃຊ້ຢາຕ້ານເຊື້ອກໍ່ຊ່ວຍຫຍັງບໍ່ໄດ້ຫຼາຍ.

ບຸກຄະລາກອນທາງການແພດຜູ້ທີ່ມີປະສົບການອາດຈະໃຊ້ຢາຢອດຕາເພື່ອຂະຫຍາຍຂະໜາດ ຂອງຮູຕາດໍາໃຫ້ໃຫຍ່ຂຶ້ນ, ແລະ ໃຊ້ຢາຢອດຕາຊະນິດອື່ນອີກເພື່ອຊ່ວຍບັນເທົາອາການ ອັກເສບມ່ານຕາ.

ລິດສີດວງຕາ - ຕາແດງຊໍາເຮື້ອ

ໂລກລິດສີດວງຕາ (trachoma) ແມ່ນອາການຕາຕິດເຊື້ອທີ່ແຜ່ລະບາດຈາກຄົນໜຶ່ງໄປສູ່ອີກຄົນ ໜຶ່ງຜ່ານທາງມື, ແມງວັນ ແລະ ເສື້ອຜ້າຂອງຜູ້ທີ່ເປັນໂລກນີ້. ໂລກນີ້ສ່ວນຫຼາຍມັກເກີດກັບ ເດັກນ້ອຍ ແລະ ແມ່ຂອງເດັກ. ຖ້າຄົນເຈັບຫາກຕິດເຊື້ອນີ້ຫຼາຍຄັ້ງ, ຫຼັງຈາກເວລາຜ່ານໄປຫຼາຍປີ ມັນກໍ່ຈະເຮັດໃຫ້ຂົນຕາກົ່ງຊີ້ເຂົ້າໄປໃນຕາ ແລະ ຂູດບໍລິເວນພື້ນຜິວດວງຕາ, ເຊິ່ງມັນຈະພາໃຫ້ຮູ້ສຶກ ເຈັບປວດ ແລະ ສູນເສຍການເບິ່ງເຫັນ. ຍ້ອນວ່າມັນຮູ້ສຶກມີອາການຂັດໆຕາ, ບາງຄັ້ງເພິ່ນກໍ່ເອີ້ນອາການນີ້ວ່າ “ຂົນເຂົ້າຕາ”.

ໂລກລິດສີດວງຕາແມ່ນບໍ່ຄ່ອຍພົບເຫັນປານໃດໃນທົ່ວໂລກ, ແຕ່ວ່າມັນຍັງເປັນບັນຫາໃຫຍ່ ໃນບາງປະເທດ, ໂດຍສະເພາະບັນດາປະເທດໃນທະວິບອາຟຣິກາ (Africa) ທີ່ຕັ້ງຢູ່ຕອນລຸ່ມຂອງທະເລຊາຍຊາຮາຣາ.ສ່ວນຫຼາຍແລ້ວໂລກນີ້ແມ່ນເກີດກັບປະຊາຊົນຜູ້ດໍາລົງຊີວິດດ້ວຍຄວາມທຸກຍາກ, ໃນສະພາບທີ່ມີຜູ້ຄົນຢູ່ແອອັດ ທີ່ມີແມງວັນຫຼາຍ ແລະຂາດແຄນນໍ້າກິນນໍ້າໃຊ້. ສິ່ງສໍາຄັນໃນການປ້ອງກັນໂລກລິດສີດວງຕາກໍ່ຄືການປັບປຸງໃຫ້ມີນໍ້າສະອາດໃຊ້ ແລະ ສຸຂະອະນາໄມທີ່ດີ.

ອາການສະແດງອອກ
 ຢູ່ໃຕ້/ກ້ອງໜັງຕາແມ່ນມີຕຸ່ມເຕັມໄປໝົດ
ໜັງຕາດ້ານໃນເປັນແປ້ວ ພ້ອມມີຂົນຕາຊີ້ເຂົ້າຫາດວງຕາ
  • ໂລກລິດສີດວງຕາແມ່ນມັກເລີ່ມເກີດກັບເດັກນ້ອຍ ດ້ວຍອາການຄ້າຍຄືກັບເປັນເຍື່ອຫຸ້ມ ຕາອັກເສບ (ດາແດງ) ແບບບໍ່ຮຸນແຮງ ເຊິ່ງສັງເກດເຫັນອາການໄດ້ບໍ່ຫຼາຍໃນເບື້ອງຕົ້ນ.
  • ການຕິດເຊື້ອໂລກລິດສີດວງຕາເລື້ອຍໆ ໃນເດັກນ້ອຍນັ້ນ ພາໃຫ້ເກີດຕຸ່ມໃຄ່ບວມຂະໜາດນ້ອຍສີຂາວສີຂີ້ເຖົ່າ ຢູ່ກ້ອງໜັງຕາເທິງ. ເພື່ອກວດເບິ່ງຕຸ່ມດັ່ງກ່າວນີ້, ໃຫ້ປີ້ນໜັງຕາຂຶ້ນ.
  • ຫຼັງຈາກຕິດເຊື້ອດັ່ງກ່າວນັ້ນຊໍ້າອີກເລື້ອຍໆເປັນເວລາ ຫຼາຍປີ, ຕຸ່ມໃຄ່ບວມນັ້ນກໍ່ກາຍເປັນ ແປ້ວສີຂາວຢູ່ໃຕ້ໜັງຕາ. ແປ້ວນີ້ຈະ ດຶງຂົນຕາໃຫ້ປິ່ນເຂົ້າຫາດວງຕາ ແລະ ຂູດຂີດແກ້ວຕາ, ເຊິ່ງພາໃຫ້ມີອາການເຈັບປວດຕາ ແລະ ສູນເສຍຄວາມສາມາດໃນການເບິ່ງເຫັນ.
ການປິ່ນປົວ

ການປິ່ນປົວທີ່ດີທີ່ສຸດສໍາລັບໂລກລິດສີດວງຕາແມ່ນໃຫ້ກິນຢາອາຊິໂທຣມິຊິນ (azithromycin) ພຽງຄັ້ງດຽວ. ຖ້າບໍ່ມີຢາazithromycin, ສາມາດໃຊ້ ຢາເຕຕຣາຊີລິນ (tetracycline) 1% ທາໃນຕາເບື້ອງທີ່ເປັນໂລກນັ້ນ ມື້ລະ 2 ຄັ້ງ ເປັນເວລາ 6 ອາທິດ ກໍ່ສາມາດປົວໂລກນີ້ໄດ້ ເຊັ່ນກັນ.

ສໍາລັບຜູ້ທີ່ເປັນລິດສີດວງຕາຂັ້ນຮ້າຍແຮງ, ການຜ່າຕັດທໍາມະດາກໍ່ສາມາດຊ່ວຍເຮັດໃຫ້ຂົນຕາທີ່ປິ່ນເຂົ້າໄປໃນຕານັ້ນປິ່ນກັບອອກມາທາງນອກຕາໄດ້. ຖ້າບໍ່ສາມາດຜ່າຕັດໄດ້, ບຸກຄະລາກອນການແພດສະເພາະປິ່ນປົວຕາ ອາດສາມາດຊ່ວຍເອົາຂົນຕາທີ່ ລະຄາຍດວງຕາອອກໃຫ້ໄດ້.

ການປ້ອງກັນ

ການປິ່ນປົວໂລກລິດສີດວງຕາແຕ່ຕົ້ນ ແລະປິ່ນປົວໃຫ້ຫາຍຂາດເປັນການປ້ອງກັນບໍ່ໃຫ້ມັນແຜ່ໄປຕິດຜ ້ອື່ນ. ລ້າງໜ້າໃຫ້ເດັກນ້ອຍທຸກໆມື້ ແລະ ລ້າງມືຂອງເຈົ້າທຸກຄັ້ງຫຼັງຈາກຈັບ/ສໍາຜັດຕາ ຂອງຄົນອື່ນ. ຊັກລ້າງຜ້າເຊັດໜ້າ, ເຄື່ອງນຸ່ງຫົ່ມ ແລະ ເຄື່ອງບ່ອນສະເໝີ ແລະໃຫ້ແນ່ໃຈວ່າ ຄົນທັງສອງບໍ່ໃຊ້ໝອນ ຫຼື ໃຊ້ຜ້າເຊັດໜ້າຮ່ວມກັນ.

ປ້ອງກັນບໍ່ໃຫ້ແມງວັນມາຕອມ ຫຼື ຈັບອາຫານໂດຍໃຊ້ແນວກວບປົກອາຫານໄວ້, ປິດຝາວິດຖ່າຍ ແລະ ຄວນເຮັດວິດຖ່າຍໄວ້ໃຫ້ຫ່າງຈາກເຮືອນຢູ່. ເບິ່ງລາຍລະອຽດໄດ້ໃນບົດ ນໍ້າສະອາດ ແລະ ສຸຂະອະນາໄມ: ປັດໄຈສໍາຄັນຂອງການມີສຸຂະພາບດີ.

ຖ້າໃນຊຸມຊົນຂອງເຈົ້າມີຫຼາຍຄົນເປັນໂລກລິດສີດວງຕາ,ທາງພະແນກສາທາລະນະສຸກອາດຈະປີ່ນປົວຄົນເຈັບທຸກຄົນໂດຍໃຫ້ກິນອາຊິໂທຣມິຊິນ(azithromycin)ເພື່ອສະກັດກັ້ນການແຜ່ລະບາດຂອງໂລກດັ່ງກ່າວນີ້.


NWTND eye Page 18-3.png

ໂລກລິດສີດວງຕາແຜ່ລະບາດໄດ້ໂດຍແມງວັນ, ການຈັບບາຍຕາ, ແລະ ການໃຊ້ແພຮ່ວມກັນ.



This page was updated: ໒໑ ມີນາ ໒໐໑໙