Hesperian Health Guides

ຢາສຳລັບອາການແພ້ ຫຼື ແກ້ຄັນ: ຢາແກ້ແພ້

ການເບິ່ງແຍງເດັກ: ຢາປິ່ນປົວ

ອາການຄັນ, ນ້ຳມູກໄຫຼ ແລະ ຜື່ນຂຶ້ນເປັນສາເຫດມາຈາກການແພ້, ສາມາດປິ່ນປົວດ້ວຍຢາແກ້ແພ້ໄດ້. ທຸກຢາແກ້ແພ້ອອກລິດໄດ້ດີຄືກັນໝົດ. ດັ່ງນັ້ນຖ້າວ່າທ່ານບໍ່ມີ chlorpheniramine (ອະທິບາຍໃນຂ້າງລຸ່ມນີ້) ຫຼື diphenhydramine, ສາມາດນຳໃຊ້ຢາແກ້ແພ້ໂຕອື່ນໃນປະລິມານທີ່ຖືກຕ້ອງ (ມັນຈະແຕກຕ່າງກັນໃນແຕ່ລະໂຕຢາ). ທຸກຢາແກ້ແພ້ທຸກຊະນິດສາມາດເຮັດໃຫ້ຄົນເຈັບງ້ວງໄດ້, ແຕ່ຢາບາງຊະນິດແມ່ນອາດຈະເຮັດໃຫ້ງ້ວງກວ່າບາງຊະນິດ.

ຢາຈຳພວກນີ້ບໍ່ມີປະໂຫຍດໃນຄົນເຈັບທີ່ເປັນໄຂ້ຫວັດ.

ສຳລັບການແພ້ທີ່ຮຸນແຮງທີ່ມີອາການຫາຍໃຈຝືດ, ການໃຊ້ epinephrine (adrenaline) ແມ່ນມີຄວາມຈຳເປັນກວ່າ ຢາແກ້ແພ້ antihistamines.

ຢາຄລໍເຟນິຣາມິນ Chlorpheniramine, chlorphenamine


Chlorpheniramine ແມ່ນຢາແກ້ແພ້ຊະນິດໜຶ່ງທີ່ສາມາດຫຼຸດຜ່ອນອາການຄັນ, ນ້ຳມູກໄຫຼ, ຜື່ນ ແລະ ບັນຫາອື່ນໆທີ່ເກີດຈາກການແພ້. ຢາຊະນິດນີ້ມັນສາມາດນຳໃຊ້ຫຼັງຈາກຖືກແມງໄມ້ຕອດ, ແພ້ເລັກໜ້ອຍທີ່ເກີດຈາກການແພ້ອາຫານ ຫຼື ຢາ, ຫຼືສຳລັບ ບັນຫາທີ່ເກີດຈາກການລະລາຍເຄືອງ “hay fever” (ນ້ຳມູກໄຫຼ ແລະ ຄັນຕາຈາກຂີ້ຝຸ່ນທີ່ຢູ່ໃນອາກາດ).

ຜົນ​ຂ້າງຄຽງGreen-effects.png

ມີອາການງ້ວງນອນ (ແຕ່ມີຜົນໜ້ອຍກວ່າຢາແກ້ແພ້ໂຕອື່ນ).

ຈະ​ໃຊ້​ແນວ​ໃດNBgrninjectpill.png
ອາຍຸແຕ່ 1 ຫາ 2 ປີ: ໃຫ້ຢາໃນປະລິມານ 1 ມກ, ແບ່ງ 2 ຄັ້ງ/ມື້ ຈົນກວ່າເດັກນ້ອຍມີອາການຈະດີຂຶ້ນ.
ອາຍຸແຕ່ 3 ຫາ 5 ປີ: ໃຫ້ຢາປະລິມານ 1 ມກ, ແບ່ງ 4 ຫາ 6 ຄັ້ງ/ມື້ ຈົນກວ່າເດັກນ້ອຍມີອາການຈະດີຂຶ້ນ.
ອາຍຸແຕ່ 6 ຫາ 12 ປີ: ໃຫ້ຢາປະລິມານ 2 ມກ, ແບ່ງ 4 ຫາ 6 ຄັ້ງ/ມື້ ຈົນກວ່າເດັກນ້ອຍມີອາການຈະດີຂຶ້ນ.
ອາຍຸຫຼາຍກວ່າ 12 ປີ: ໃຫ້ຢາປະລິມານ 4 ມກ, ແບ່ງ 4 ຫາ 6 ຄັ້ງ/ມື້ ຈົນກວ່າເດັກນ້ອຍມີອາການຈະດີຂຶ້ນ.


ສໍາລັບອາການແພ້ທີ່ຮຸນແຮງ, ກ່ອນອື່ນໝົດໃຫ້ສັກຢາ epinephrine. ຫຼັງຈາກນັ້ນໃຫ້ສັກຢາ chlorpheniramine ໃນປະລິມານທີ່ຢູ່ຂ້າງເທິງ ເພື່ອປ້ອງກັນອາການແພ້ກັບມາອີກຄັ້ງເມື່ອ epinephrine ໝົດລິດ. (ຫາກທ່ານບໍ່ມີ chlorpheniramine ແນວສັກ, ໃຫ້ກິນກໍໄດ້ໂດຍໃຫ້ຕາມໃນປະລິມານທີ່ໄດ້ກວ່າໄວ້ທາງຂ້າງເທິງນັ້ນ).
ອາຍຸ 1 ຫາ 5 ປີ: ສັກຢາໃນປະລິມານ 2.5 ຫາ 5 ມກ, ໃຫ້ທຸກໆ 4 ຫາ 6 ຊົ່ວໂມງຈົນກວ່າອາການແພ້ຈະຫາຍໄປ.
ອາຍຸ 6 ຫາ 12 ປີ: ສັກຢາໃນປະລິມານ 5 ຫາ 10 ມກ, ໃຫ້ທຸກໆ 4 ຫາ 6 ຊົ່ວໂມງຈົນກວ່າອາການແພ້ຈະຫາຍໄປ.
ອາຍຸຫຼາຍກວ່າ 12 ປີ: ສັກຢາໃນປະລິມານ 10 ຫາ 20 ມກ (ຫ້າມໃຫ້ເກີນ 40 ມກພາຍໃນ 24 ຊົ່ວໂມງ), ໃຫ້ທຸກໆ 4 ຫາ 6 ຊົ່ວໂມງຈົນກວ່າອາການແພ້ຈະຫາຍໄປ.


This page was updated: ໐໕ ມັງກອນ ໒໐໒໔