Hesperian Health Guides

ໂຄໂຣນ້າໄວຣັດ — COVID-19


ໂຄວິດ-19 (COVID-19) ແມ່ນຫຍັງ?

ໂຄວິດ-19 ແມ່ນພະຍາດທີ່ເກີດຈາກເຊື້ອໂຄໂຣນ້າໄວຣັດ ເຊິ່ງແມ່ນເຊື້ອໂລກທີ່ບໍ່ສາມາດເຫັນໄດ້ດ້ວຍຕາເປົ່າ. ເຊື້ອໂລກນີ້ສາມາດແຜ່ກະຈາຍລະຫວ່າງຜູ້ຄົນ. ໂຄວິດ-19 ກໍ່ໃຫ້ເກີດອາການຄ້າຍກັບໄຂ້ຫວັດ ເຊັ່ນ: ໄອແຫ້ງ, ຫາຍໃຈຍາກ, ຄີງຮ້ອນ, ອ່ອນເພຍ ແລະ ປວດເມື່ອຍຕາມຮ່າງກາຍ. ໂຄວິດ-19 ສົ່ງຜົນກະທົບຕໍ່ລະບົບຫາຍໃຈ. ໃນຂະນະທີ່ການຕິດເຊື້ອສ່ວນໃຫຍ່ບໍ່ເປັນອັນຕະລາຍ, ມັນສາມາດກໍ່ໃຫ້ເກີດປອດອັກເສບ (Pneumonia) ແລະ ສາມາດເປັນອັນຕະລາຍເຖິງຊີວິດໃນກໍລະນີທີ່ຮຸນແຮງ.

ການແຜ່ກະຈາຍຂອງເຊື້ອໂຄໂຣນ້າໄວຣັດ

Corona color Page 1-1.png

ໂຄໂຣນ້າໄວຣັດ ສາມາດເຂົ້າສູ່ຮ່າງກາຍຂອງທ່ານຜ່ານທາງ ປາກ, ດັງ ແລະ ຕາ ເມື່ອຄົນທີ່ຕິດເຊື້ອ ຫາຍໃຈ, ໄອ, ຫຼື ຈາມໃສ່ທ່ານ ຫຼື ໃສ່ພື້ນຜິວທີ່ທ່ານຈັບຕ້ອງ, ເຊິ່ງທ່ານໄດ້ຈັບຕ້ອງ ຕາ, ດັງ ຫຼື ປາກ ຂອງທ່ານຕໍ່ມາ. ຄົນສ່ວນໃຫຍ່ຈະຮູ້ສຶກບໍ່ສະບາຍ ປະມານ 5 ມື້ ຫຼັງຈາກເຂົາໄດ້ຕິດເຊື້ອພະຍາດ, ແຕ່ ໂຄໂຣນ້າໄວຣັດ ສາມາດອາໄສຢູ່ໃນຮ່າງຂອງຄົນເຮົາໄດ້ເປັນເວລາ 2 ເຖິງ 14 ມື້ກ່ອນທີ່ອາການຈະປາກົດຕົວ. ສໍາລັບບາງຄົນ, ໂດຍສະເພາະແມ່ນ ເດັກນ້ອຍ, ສາມາດຕິດພະຍາດ ແຕ່ບໍ່ມີອາການບໍ່ສະບາຍ. ເພາະສະນັ້ນ, ຄົນເຮົາສາມາດທີ່ຈະມີ ໂຄໂຣນ້າໄວຣັດ ແຕ່ບໍ່ຮູ້ຕົວ, ແລະ ຖ່າຍທອດເຊື້ອໄວຣັດນີ້ໃຫ້ກັບຜູ້ອື່ນ. ໂຄໂຣນ້າໄວຣັດ ສາມາດອາໄສຢູ່ເທິ່ງພື້ນຜິວ ແລະ ສິ່ງຂອງ ໄດ້ເປັນຢ່າງໜ້ອຍ 3 ມື້, ແລະ ເປັນໄປໄດ້ວ່າ ຫຼາຍກວ່ານັ້ນ. ມັນສາມາດຖືກຖ່າຍທອດໄດ້ຢ່າງງ່າຍດາຍຜ່ານການສໍາພັດ.

ໃຜທີ່ສາມາດຕິດເຊື້ອໂຄໂຣນ້າໄວຣັດ?

ໃຜກໍສາມາດຕິດເຊື້ອໂຄໂຣນ້າໄວຣັດ. ຖ້າຫາກທ່ານຕິດເຊື້ອ ແລະ ໄດ້ຮັບການປິ່ນປົວ, ເປີເຊັນທີ່ທ່ານສາມາດຕິດເຊື້ອໄດ້ອີກຄັ້ງຍັງບໍ່ທັນແນ່ນອນ. ຜູ້ໃຫຍ່ທີ່ມີອາຍຸຫຼາຍກວ່າ 45 ປີ, ໂດຍສະເພາະຜູ້ສູງອາຍຸ, ແລະ ຄົນທີ່ມີພະຍາດຢູ່ແລ້ວ, ໂດຍສະເພາະພະຍາດທາງລະບົບຫາຍໃຈ ແລະ ລະບົບພູມຕ້ານທານທີ່ອ່ອນແອ, ແມ່ນມີຄວາມສ່ຽງສູງຕໍ່ການຕິດເຊື້ອໂຄໂຣນ້າໄວຣັດ ແລະ ປະສົບກັບຜົນກະທົບທີ່ຮຸນແຮງ.

ວິທີປ້ອງກັນການຕິດເຊື້ອໂຄໂຣນ້າໄວຣັດ

ໃນປັດຈຸບັນຍັງບໍ່ມີຢາວັກຊີນ ຫຼື ຢາສະເພາະສຳລັບການປິ່ນປົວໂຄໂຣນ້າໄວຣັດ. ໂຄໂຣນ້າໄວຣັດບໍ່ສາມາດຖືກກໍາຈັດດ້ວຍຢາຕ້ານເຊື້ອ ຫຼື ຢາພື້ນບ້ານ ໄດ້. ເຮົາສາມາດປ້ອງກັນການຕິດເຊື້ອໂຄໂຣນ້າໄວຣັດໄດ້ຜ່ານການຫຼີກລ້ຽງການສໍາພັດນໍາມັນ ແລະ ອະນາໄມເລື້ອຍໆເພື່ອເປັນການຂ້າພະຍາດ.

  • ລ້າງມືຂອງທ່ານຢ່າງສະໝໍ່າສະເໝີດ້ວຍ ສະບູ ແລະ ນໍ້າ ຫຼື ໃຊ້ເຈ່ວລ້າງມືທີ່ມີສ່ວນປະສົມຂອງເຫຼົ້າ
    • ໝັ່ນລ້າງມືດ້ວຍສະບູ ແລະ ນໍ້າເປັນເວລາ 20 ວິນາທີ, ໂດຍໃຫ້ແນ່ໃຈວ່າ ໄດ້ຂັດຖູກ້ອງເລັບມື ແລະ ທົ່ວຝາມື, ຂໍ້ມື ແລະ ແຂນ.
    • ຄວນລ້າງມືເວລາເມື່ອເຮືອນ, ຫຼັງຈາກໃຊ້ຫ້ອງນໍ້າ, ກ່ອນຮັບປະທານອາຫານ, ແລະ ຫຼັງຈາກໄອ, ຈາມ ຫຼື ສັ່ງຂີ້ມູກ.
    • ຫຼີກລ້ຽງການຈັບໜ້າຂອງທ່ານກ່ອນລ້າງມື.
  • ວິທີທຳຄວາມສະອາດພື້ນຜິວຕ່າງໆ (ເຊັ່ນ: ເຟີນິເຈີ້, ລູກບິດປະຕູ ແລະ ອື່ນໆ) ທີ່ອາດມີເຊື້ອໂຄວິດຢູ່ດ້ວຍເຫຼົ້າ (ແອລກໍຮອລ) ຫຼື ນໍ້າຢາຂ້າເຊື້ອ:
    • ແອລກໍຮອລ (Alcohol): ເຫຼົ້າໄອໂຊໂພຣພິລ (Isopropyl) 70% ສາມາດກຳຈັດເຊື້ອ ໂຄວິດ-19 ໄດ້ຢ່າງມີປະສິດຕິພາບ. ຄວນໃຊ້ທຳຄວາມສະອາດພື້ນຜິວເຟນິເຈີ້ເຊັ່ນ: ໂຕະ, ຕັ່ງ, ລູກບິດປະຕູ ແລະ ອຸປະກອນທົ່ວໄປ. ເຫຼົ້າທີ່ມີຄວາມເຂັ້ມລະຫວ່າງ 60-70% ນັ້ນມີປະສິດຕິພາບຫຼາຍທີ່ສຸດ; ບໍ່ຄວນໃຊ້ເຫຼົ້າທີ່ມີຄວາມເຂັ້ມ 100% ເພາະມັນລະເຫີຍໄວ ແລະ ສາມາດແຂັງຕົວເຊື້ອໂຄວິດ, ປ້ອງກັນມັນຈາກຢາຂ້າເຊື້ອພາຍນອກ. ຫາກວ່າທ່ານມີເຫຼົ້າທີ່ມີຄວາມເຂັ້ມ 100% ຄວນປະສົມນໍ້າໃນອັດຕາສ່ວນນໍ້າສະອາດ1ຈອກ ແລະ ເຫຼົ້າ2ຈອກ. ຂັ້ນຕອນແລກໃຫ້ທຳຄວາມສາອາດພຶ້ນຜິວດ້ວຍນໍ້າສະອາດ ແລະ ສະບູ, ຕໍ່ດ້ວຍສ່ວນປະສົມທີ່ໄດ້ຕຽມໄວ້,ຫຼັງຈາກນັ້ນໃຫ້ປ່ອຍໃຫ້ມັນແຫ້ງ.
    • ນໍ້າຢາຟອກ (Bleach): ນໍ້າຢາຟອກສ່ວນຫຼາຍຈະມີຄວາມເຂັ້ມ 5%. ໃຫ້ປະສົມນ້ຳຢາຟອກກັບນໍ້າເຢັນເພື່ອລົດຄວາມເຂັ້ມຂົ້ນຂອງນໍ້າຢາ (ນໍ້າຮ້ອນຈະໃຊ້ບໍ່ໄດ້ຜົນ). ສຳລັບພື້ນເຮືອນຫຼືພື້ນຜິວທີ່ໃຫຍ່ແມ່ນໃຫ້ປະສົມ ນໍ້າຢາຟອກ 2 ຈອກ ກັບນໍ້າ 5 ແກລັອນ (19 ລິດ). ສຳລັບການໃຊ້ຈຳນວນໜ້ອຍແມ່ນໃຫ້ປະສົມ ນໍ້າຢາຟອກ 3 ບ່ວງ ກັບ ນໍ້າ 4 ຈອກ. ຂັ້ນຕອນແລກໃຫ້ທຳຄວາມສາອາດພຶ້ນຜິວດ້ວຍນໍ້າສະອາດ ແລະ ສະບູ, ຕໍ່ດ້ວຍສ່ວນປະສົມທີ່ໄດ້ຕຽມໄວ້, ຫຼັງຈາກນັ້ນໃຫ້ປ່ອຍໃຫ້ມັນແຫ້ງ.
  • ທຳຄວາມສະອາດ ວັດຖຸທີ່ທ່ານໃຊ້ປະຈໍາວັນດ້ວຍຢາຂ້າເຊື້ອ.
  • ຊັກເຄື່ອງ ດ້ວຍຜົງຊັກຟອກ ແລະ ນໍ້າຮ້ອນ. ຖ້າຫາກວ່າຈັກຊັກເຄື່ອງຂອງທ່ານ ສາມາດໝູນວຽນກ່ອນລ້າງ (Pre-Wash) ຄວນໃຊ້ມັນທຸກໆຄັ້ງຕອນຊັກເຄື່ອງ
  • ເລື່ອງໜ້າກາກອານະໄມ. ຄວນໃສ່ໜ້າກາກອານາໄມຖ້າຫາກທ່ານບໍ່ສະບາຍ, ຖ້າທ່ານແຂງແຮງສຸຂະພາບດີ ທ່ານບໍ່ຈໍາເປັນຕ້ອງໃສ່ໜ້າກາກອານາໄມ. ຢ່າງໃດກໍດີ, ຖ້າຫາກທ່ານມີສຸຂະພາບດີ ແລະ ກຳລັງດູແລຄົນໄຂ້ທີ່ອາດມີເຊື້ອໂຄໂຣນາ, ໜ້າກາກ N95 ປົກປ້ອງທ່ານຈາກເຊື້ອໄດ້ດີກວ່າໜ້າກາກອະນາໄມທົ່ວໄປ. ວິທີໃຊ້ໜ້າກາກອານາໄມຢ່າງຖືກຕ້ອງແລະເໝາະສົມ:
    • ລ້າງມີດ້ວຍນໍ້າຢາລ້າງມືແອລກໍຮອລຫຼືນໍ້າສະອາດ ແລະ ສະບູ. ໃຫ້ຄຸມດັງ ແລະ ປາກຂອງທ່ານດ້ວຍໜ້າກາກອານາໄມ. ໃຫ້ແນ່ໃຈວ່າບໍ່ມີຊ່ອງຫວ່າງລະຫວ່າງຫນ້າຂອງທ່ານ ແລະ ໜ້າກາກອານາໄມ.
    • ຫ້າມຈັບຕ້ອງໜ້າກາກໃນຂະນະທີ່ກໍາລັງສວມໃສ່. ຄວນປ່ຽນໜ້າກາກເມື່ອມັນຊຸ່ມ.
    • ບໍ່ຄວນນໍາໜ້າກາກທີ່ໃຊ້ແລ້ວມາໃຊ້ໃໝ່. ຖ້າຫາກຈໍາເປັນຕ້ອງນໍາໜ້າກາກ N95 ມາໃຊ້ໃໝ່, ຄວນເອົາໜ້າກາກໄປອົບໃນອຸນຫະພູມ 160°F (72°C) ເປັນເວລາ 30 ນາທີເພື່ອຂ້າເຊື້ອ.
    • ໃຊ້ສາຍຮັດທາງຫຼັງຫົວຂອງທ່ານເພື່ອຖອດໜ້າກາກ (ຫ້າມຈັບຕ້ອງໜ້າກາກ), ຖິ້ມໜ້າກາກທັນທີ ໃນຖັງຂີ້ເຫຍື້ອທີ່ຖືກປິດໄວ້, ແລ້ວລ້າງມືຂອງທ່ານ.
    • ມັນຈະເປັນການດີທີ່ສຸດຖ້າຫາກທ່ານບໍ່ໃຊ້ຜ້າຄຸມໜ້າຫຼືປາກແທນໜ້າກາກອານາໄມ. ເພາະຜ້າຈະເກີດຄວາມຊື້ນຈາກລົມຫາຍໃຈຂອງທ່ານ, ເຮັດໃຫ້ເຊື້ອໂລກຈາກພາຍນອກເຂົ້າໄປໄນໂຕທ່ານຜ່ານທາງລະບົບຫາຍໃຈໄດ້ງ່າຍຂຶ້ນ.
  • ຕິດຕາມສຸຂະພາບຂອງທ່ານ. ຖ້າທ່ານຮູ້ສຶກເຈັບຄໍ, ຄໍແຫ້ງ, ຫາຍໃຈບໍ່ສະດວກ, ເຈັບປອດ ແລະ ຄີງຮ້ອນ ໃຫ້ທ່ານຕິດຕໍ່ຫານາຍໝໍ ຫຼື ເຈົ້າໜ້າທີ່ ສາທາລະນະດ້ານສຸກສຸຂະພາບທ້ອງຖິ່ນ ເພື່ອຄຳແນະນຳ. ອາການທີ່ຮ້າຍແຮງອັນຕະລາຍທີ່ສຸດຂອງໂຄວິດ-19 ແມ່ນການທີ່ເຮົາບໍ່ສາມາດຫາຍໃຈໄດ້ (Acute Respiratory Distress Syndrome — ARDS), ວິທີ່ທີຈະຮັກສາອາການທີ່ຮ້າຍແຮງນີ້ແມ່ນຈະຕ້ອງການອັອກຊີເຈັນ (Oxygen) ແລະ ເຄື່ອງຊ່ວຍຫາຍໃຈ ທີ່ຫາໄດ້ພຽງແຕ່ໃນໂຮງໝໍ ຫຼື ສະຖານທີ່ດູແລສູຂະພາບ.
    • This page was updated: ໐໕ ມັງກອນ ໒໐໒໔