Hesperian Health Guides

ການ​ທຳຄວາມ​ເຂົ້າໃຈ​ກຸ່ມ​ຄຳສັບ​ທີ່​ຄົນອື່ນ​ໃຊ້

ຢູ່ໃນພາກນີ້:

ວິທີຊ່ວຍໃຫ້ລູກຂອງທ່ານເຂົ້າໃຈກຸ່ມຄຳສັບ


    A woman and her son speaking together in a chicken coop.
    ໄກ່!
    ປ່ອຍໄກ່, ປັນຍາ, ມື້ນີ້ ພວກເຮົາຕ້ອງ ການ​ໄຂ່ໄກ່.
  1. ເມື່ອລູກ​ຂອງທ່ານ​ເວົ້າຊື່​ວັດຖຸ ຫຼື ບຸກຄົນ​ໃດໜຶ່ງ, ຈົ່ງ​ຂະຫຍາຍ ສິ່ງທີ່​ເຂົາເວົ້າ. ເນັ້ນສຽງ​ກຸ່ມ​ຄຳສັບ​ທີ່ທ່ານ​ຢາກ​ໃຫ້ລູກ​ຮຽນ ແລະ ເວົ້າຄືນ​ກຸ່ມ​ຄຳສັບ​ດັ່ງກ່າວ​ຊ້ໍາໄປ​ຊ້ໍາມາ.
  2. A woman speaking to her son in a chicken coop.
    ລູກ​ລອງຊອກ​ໄຂ່ໄກ່​ອີກເບິ່ງ? ພວກເຮົາ​ຊິ​ຂົ້ວໄຂ່​ກິນແລງ.


  3. ຍ້ອງຍໍ​ເດັກ​ເມື່ອເດັກ​ມີການ​ຕອບສະໜອງ​ແນວໃດ​ແນວ ໜຶ່ງ. ຖ້າເຂົາ​ບໍ່ມີ​ການ​ຕອບສະໜອງ​ໃຫ້ເວົ້າ​ຄືນ​ຄຳສັບ​ເຫຼົ່າ ນັ້ນ​ຫຼາຍໆ​ຄັ້ງ.
  4. ໃຊ້​ຄຳສັບ​ດ່ັງກ່າວ​ໃຫ້ຫຼາຍ​ເທົ່າທີ່​ຈະຫຼາຍ​ໄດ້​ຕະຫຼອດ​ມື້. ກະຕຸ້ນ​ໃຫ້​ສະມາຊິກ​ໃນ​ຄອບຄົວ​ຄົນ​ອື່ນໆ ໃຊ້ມັນ​ຄືກັນ.
A man speaking to his son in bed.
ແມ່​ບອກວ່າ​ມື້ນີ້​ເຈົ້າ ຊອກ​ໄຂ່ໄກ່​ໄດ້ 3 ໜ່ວຍບໍ?
ໄຂ່

ໃນ​ຕົວຢ່າງ​ນີ້ ພໍ່ ແລະ ແມ່ ນຳເອົາ​ຊື່​ຂອງວັດຖຸ (ໄຂ່) ມາປະ ສົມ​ກັບ​ຄຳ​ທີ່ໃຊ້​ຂະຫຍາຍ​ມັນ (ໄກ່). ການ​ໝູນໃຊ້​ກຸ່ມ​ຄຳສັບ ໃນ​ປະໂຫຍກ​ສົມບູນ​ຊ່ວຍ​ໃຫ້ເດັກ​ຫັນ​ຄວາມ​ສົນໃຈ​ໃສ່​ຄຳສັບ ນັ້ນໆ.


ເພື່ອ​ສອນລູກ​ໃຫ້​ຮູ້ຈັກ​ກຸ່ມ​ຄຳສັບ​ອື່ນໆ, ພະຍາຍາມ​ເອົາຊື່​ຂອງ​ວັດຖຸ ແລະ ບຸກຄົນ​ມາ​ປະກອບ​ເຂົ້າກັບ:

  • ຄຳສັບ​ທີ່​ສະແດງ​ການກະທຳ​ຂອງ​ບຸກຄົນ​ ຫຼື ວັດ ຖຸ​ສິ່ງຂອງ.
A boy speaking as he reaches into a stream.
ປາ​ລອຍນ້ໍາ
  • ຄຳສັບ​ທີ່​ສະແດງ​ວ່າ​ວັດຖຸ​ນັ້ນ ຂຶ້ນ​ກັບໃຜ ຫຼື ຂຶ້ນກັບ​ສິ່ງໃດ.
A woman speaking as she shows a shirt to her son.
ເສື້ອ​ຂອງພໍ່
  • ຄຳສັບ​ທີ່​ສະແດງ​ວ່າ​ວັດຖຸ ຫຼື ບຸກຄົນ​ນັ້ນ​ຢູ່ໃສ.
A boy speaking as he and a girl in a wheelchair play with a xylophone and 2 other children play on swings.
ປານີ ຢູ່ເທິງ ໂອ້ນຊາ
  • ຄຳສັບ​ທີ່​ສະແດງ​ວ່າ​ບຸກ ຄົນ​ຕ້ອງການ​ໃຫ້​ສິ່ງໃດ ໜຶ່ງ​ເກີດຂຶ້ນ​ອີກ.
A woman speaking to her daughter, who is reaching for a bowl.
ເຈົ້າ​ຕ້ອງການ ຖົ່ວ​ຕ່ືມ​ບໍ?
  • ຄຳສັບ​ທີ່​ສະແດງ​ວ່າ​ບາງສິ່ງ​ບາງຢ່າງ​ໄດ້​ສິ້ນສຸດ​ລົງ ຫຼື ບໍ່​ສາມາດ​ເຮັດ​ສຳເລັດ.
A man speaking as his son reaches for an empty bowl.
ເຂົ້າ​ໝົດແລ້ວ.
A boy speaking as he and his younger brother pick beans.
ເດັດ​ໝາກຖົ່ວ ແລະ ເອົາໃສ່​ໃນ​ກະຕ່າ.

ວິທີ​ຊ່ວຍ​ໃຫ້ເດັກ​ເຮັດຕາມ​ຄຳ​ຂໍຮ້ອງ 2 ຂັ້ນ

ເມື່ອ​ລູກ​ຂອງທ່ານ​ເຂົ້າໃຈ​ຄຳສັບ​ຂຶ້ນຫຼາຍ​ແດ່ແລ້ວ, ເຂົາ​ສາມາດ​ເຮັດຕາມ​ຄຳ​ຂໍຮ້ອງ​ທີ່ຍາກ​ຂຶ້ນ​ໄດ້. ທ່ານ​ອາດ​ເລີ່ມຕົ້ນ​ຈາກການ​ຂະຫຍາຍ​ຄຳ​ຂໍຮ້ອງ​ແບບ​ພື້ນຖານ​ທີ່ເດັກ​ສາມາດ​ເຂົ້າໃຈ​ແລ້ວ​ໂດຍ​ການ​ເຮັດໃຫ້​ຄຳ​ຂໍ ຮ້ອງ​ດັ່ງກ່າວ​ມີ 2 ຂັ້ນ.

A woman speaking to her son in a garden.
ປານີ, ເອົາ​ກະຕ່າ​ນັ້ນໄປ ຖອກ ແລະ ເອົາມັນ​ກັບມາ.

ຈາກນັ້ນ​ຈິ່ງເຮັດ​ໃຫ້ຄຳ​ຂໍຮ້ອງ​ມີ​ຄວາມຍາກ​ຂຶ້ນ​ກວ່າເກົ່າ.