Hesperian Health Guides

ບັນຫາທາງດ້ານຮ່າງກາຍ

ຢູ່ໃນພາກນີ້:

ສະໝອງພິການມາແຕ່ກຳເນີດ (ເດັກກະຕຸກ)

ສະໝອງພິການມາແຕ່ກຳເນີດແມ່ນອາການໜຶ່ງຂອງສະໝອງພິການເຊິ່ງເຮັດໃຫ້ເດັກມີການເຄື່ອນໄຫວທີ່ຜິດປົກະຕິ.

  • ສະໝອງພິການມາແຕ່ກຳເນີດແມ່ນອາການໜຶ່ງຂອງສະໝອງພິການເຊິ່ງເຮັດໃຫ້ເດັກມີການເຄື່ອນໄຫວທີ່ຜິດປົກະຕິ.
  • ໃນເມື່ອເດັກໃຫຍ່ຂຶ້ນ, ເດັກຈະມີພັດທະນາການທີ່ຊ້າຜິດປົກກະຕິກວ່າເດັກທົ່ວໆໄປ. ເດັກອາດຕັ້ງຄໍ, ນັ່ງ ຫຼືຄານໄດ້ຊ້າກວ່າຄົນອື່ນ.
  • ເດັກມີບັນຫາໃນການລ້ຽງ.
  • ເດັກອາດແອ່ວ ແລະ ໄຫ້ຕະຫຼອດ ຫຼືເດັກອາດງຽບຜິດປົກກະຕິ.
  • ເມື່ອເດັກໃຫຍ່ຂຶ້ນ, ເດັກມີການເຄື່ອນໄຫວທີ່ຜິດປົກກະຕິ ແລະ ມີການຊັກກະຕຸກ


ປະມານເຄິ່ງໜຶ່ງຂອງເດັກທີ່ມີສະຫມອງພິການມາແຕ່ກຳເນີດມີການຄິດ ແລະ ການຮຽນຮູ້ທີ່ຊ້າ. ແຕ່ບໍ່ຕ້ອງກັງວົນວ່າຈະເປັນແບບນີ້ໝົດທຸກຄົນ. ເດັກທີ່ສະໝອງພິການມາແຕ່ກຳເນີດສາມາດຫຼິ້ນ, ຮຽນຮູ້ ແລະ ໄປໂຮງຮຽນກໍໄດ້.

A child with crossed legs, a jerky arm and his head on one side, being held up by an adult
ໃບໜ້າ, ຄໍ ຫຼື ຕົນໂຕບິດບ້ຽວ ແລະ ກະຕຸກ. ກ້າມຊີ້ນ ແລະ ຂາບິດກ້ຽວເຂົ້າກັນຄືກັບມີດຕັດ.

ສະໝອງພິການມາແຕ່ກຳເນີດບໍ່ສາມາດປິ່ນປົວໃຫ້ຫາຍຂາດໄດ້. ແຕ່ທ່ານສາມາດຊ່ວຍໃຫ້ເດັກທີ່ພິການນີ້ມີການເຄື່ອນໄຫວ, ການຊື່ສານ ແລະ ເບິ່ງແຍງຕົນເອງດ້ວຍຕົວຂອງເຂົາເອງ. ໃຫ້ສອບຖາມປຶກສາກັບສູນຟື້ນຟູຄົນພິການ ຫຼືຄຼີນິກທີ່ຢູ່ໃກ້ບ້ານທ່ານ ແລະ ໃຫ້ເບິ່ງໃນປື້ມເດັກພິການໃນໝູ່ບ້ານສຳລັບຂໍ້ມູນເພີ່ມເຕີມກ່ຽວກັບການເບິ່ງແຍງເດັກທີ່ມີສະໝອງພິການມາແຕ່ກຳເນີດ.

A child whose belly button sticks out a little
A child whose belly button sticks out a lot"

ສະດືສວດ (ສະດືລອດ)

ທ້ອງທີ່ສວດນູນອອກມາແບບໃນຮູບນີ້ແມ່ນເກີດມາຈາກການແຍກອອກຈາກກັນຂອງກ້າມຊີ້ນໜ້າທ້ອງ. ສ່ວນໃຫຍ່ແລ້ວມັນ ຈະປິດເອງ ແລະ ກໍບໍ່ຈໍາເປັນໃຊ້ຢາປິ່ນປົວ. ການທີ່ໃຊ້ຜ້າມາພັນບໍລິເວນນັ້ນໄວ້ມັນບໍ່ຊ່ວຍຫັຍງ (ແຕ່ຫຼັງຈາກທີ່ສະດືຫຼຸບລົງໄປ, ເດັກຈະບໍ່ເຈັບອີກ).

ຫາກວ່າມີໄສ້ສວດໃຫຍ່ອອກມາແບບນີ້ ມັນບໍ່ໄດ້ເປັນອັນຕະລາຍຫຍັງ ແລະ ສ່ວນໃຫຍ່ມັກຈະຫາຍດີເອງໄດ້. ຖ້າຫາກຍັງເຫັນຢູ່ຈົນເດັກມີອາຍຸຮອດ 5 ປີ, ຄວນໄປປຶກສາກັບແພດໝໍ. ບາງທີອາດຈຳເປັນຕ້ອງໄດ້ຜ່າຕັດ.

ອັນທະບວມ, ອັ່ງນໍ້າ ແລະ ໄສ້ເລື່ອນ

A child whose scrotum is swollen on one side

ຖົງທີ່ຫໍ່ຫຸ້ມລູກອັນທະເອີ້ນວ່າຖົງອັນທະ, ມີນໍ້າ ຫຼືພາກສ່ວນຂອງໄສ້ທີ່ຍື່ນອອກມານີ້ເປັນສາເຫດເຮັດໃຫ້ມີການບວມເບື້ອງໃດເບື້ອງໜຶ່ງຂອງອັນທະ.

ທ່ານສາມາດຫາສາເຫດຂອງບັນຫາດັ່ງກ່າວໄດ້ໂດຍການໃຊ້ໄຟສາຍຊ່ອງຈາກທາງດ້ານຫຼັງຂອງຖົງອັນທະ.

  • ຖ້າວ່າມັນສາມາດຊ່ອງຜ່ານນັ້ນໝາຍວ່າຖົງອັນທະເຕັມໄປດ້ວຍນໍ້າ. ເຮົາເອີ້ນອາການນີ້ວ່າ ນໍ້າອັ່ງທີ່ຖົງອັນທະ ແລະ ສາມາດຫາຍດີເອງໄດ້. ຖ້າຫາກວ່າເປັນດົນຫຼາຍກວ່າໜຶ່ງປີຄວນໄປປຶກສາກັບແພດຫມໍ.
  • ຖ້າວ່າໄຟບໍ່ສາມາດຊ່ອງຜ່ານໄດ້ ແລະ ຮູ້ສຶກວ່າຖົງອັນທະຈະມີລັກສະນະໃຫຍ່ຂຶ້ນເມື່ອເວລາເດັກໄອ ຫຼືໄຫ້, ນັ້ນ

ໝາຍວ່າພາກສ່ວນໜຶ່ງຂອງໄສ້ໄດ້ລອດລົງມາໃສ່ຖົງ. ສິ່ງນີ້ເຮົາເອີ້ນວ່າໄສ້ເລື່ອນ (ໄສ້ລອດ).


ໄສ້ເລື່ອນສາມາດເຮັດໃຫ້ເກີດໄດ້ທັງເດັກຜູ້ຊາຍ ຫຼືເດັກຜູ້ຍິງ. ຖ້າຫາກວ່າມັນບວມໃຫຍ່ເມື່ອເດັກໄຫ້ ຫຼືໄອ ນັ້ນອາດເປັນໄປໄດ້ວ່າແມ່ນໄສ້ເລື່ອນ. (ຫາກຂະໜາດມັນຍັງຄືເກົ່າ, ມັນອາດແມ່ນຕ່ອມນໍ້າເຫຼືອງ, ໃຫ້ອ່ານວິທີກວດຄົນເຈັບ - ກຳລັງຂຽນຂຶ້ນຢູ່).
A child's groin, with a lump on one side above the genitals

ໄສ້ເລື່ອນຈຳເປັນຕ້ອງໄດ້ປິ່ນປົວດ້ວຍການຜ່າຕັດ. ທ່ານອາດສາມາດຍູ້ມັນເຂົ້າໄປເອງກໍໄດ້ໃນເບື້ອງຕົ້ນ:

  1. ຫາກວ່າເປັນໄປໄດ້, ໃຫ້ຢານອນຫຼັບ (ໄດອາເຊປັມ) ແກ່ເດັກກ່ອນ.
  2. A child with bent, open legs, with an adult pushing his hernia back into place

  3. ໃຊ້ໝອນ, ຫຼື ໃຊ້ໄມ້ຄໍ້າດັນພາກສ່ວນລຸ່ມຂອງຕຽງ ຫຼືຜ້າເສື່ອເພື່ອເຮັດໃຫ້ສະໂພກຂອງເດັກຢູ່ສູງກວ່າຫົວຂອງເດັກ.
  4. ໃຫ້ເດັກງໍຫົວເຂົ່າເຂົ້າ ແລະ ໃຫ້ເດັກຍະຂາໄປເບື້ອງທີ່ໄສ້ເລື່ອນ - ເຮັດຂາຄືກັບກົບ.
  5. ໃຊ້ຜ້າເຢັນ ຫຼືແຜ່ນຜ້າເຢັນໃສ່ນໍ້າກ້ອນໃສ່ບ່ອນທີ່ໄສ້ເລື່ອນເພື່ອຫຼຸດຜ່ອນອາການບວມ. ປະໄວ້ 10 ນາທີ ຫຼືຫຼາຍກວ່ານັ້ນ.
  6. ຫາກວິທີນີ້ໃຊ້ບໍ່ໄດ້ຜົນ, ພະຍາຍາມລອງເອົາມືດັນໄສ້ເລື່ອນຄ່ອຍໆເພື່ອໃຫ້ມັນເຂົ້າທີ່.

ເຖິງຢ່າງໃດກໍແລ້ວແຕ່ ເດັກກໍຍັງຕ້ອງການການຜ່າຕັດຢູ່ດີ, ເຖິງວ່າທ່ານຈະດັນເອົາໄສ້ເຂົ້າໄປແລ້ວກໍຕາມ.

ຖົງອັນທະທີ່ເຈັບແບບຮຸນແຮງ, ໂດຍສະເພາະຫາກເກີດຂຶ້ນກະທັນຫັນ, ສ່ວນໃຫຍ່ມັກມີການບິດຢູ່ທາງໃນຮ່າງກາຍ. ເຮົາເອີ້ນອາການນີ້ວ່າ ອັນທະບິດ ແລະ ເດັກຈະຕ້ອງໄດ້ຮັບການຜ່າຕັດທັນທີເພື່ອຮັກສາແກ່ນອັນທະໄວ້.


This page was updated: ໑໐ ພຶດສະພາ ໒໐໑໘