Hesperian Health Guides

ຊ່ວຍເຫຼືອ​ເດັກ​ໃນການຮຽນ​ສັນຍະລັກ​ຕ່າງໆ​ທີ່​ແຕກຕ່າງ​ກັນ

ຢູ່ໃນພາກນີ້:

ນອກຈາກ​ການຮຽນ​ຊື່​ຂອງວັດຖຸ ແລະ ບຸກຄົນ​ແລ້ວ. ລູກ​ຂອງທ່ານ​ຕ້ອງຮຽນ​ສັນຍະລັກ ຕ່າງໆ​ໃນ​ພາສາ​ມື​ອີກ. ເຊິ່ງ​ຈະເຮັດ​ໃຫ້ເດັກ​ໄດ້​ຮຽນຮູ້​ໂລກ​ອ້ອມຂ້າງ ແລະ ກໍ່ຈະ​ເປັນການ​ຈັດກຽມ​ໃຫ້ເດັກ​ສາມາດ ຄິດ ແລະ ໃຊ້​ສັນຍະລັກ​ໃນປະໂຫຍກ​ໄດ້​ໃນຕໍ່ໄປ.

ທ່ານ​ສາມາດ​ໝູນໃຊ້​ຂັ້ນຕອນ​ທີ່ຄືກັນ​ກັບ​ໃນໜ້າ​ກ່ອນນີ້ ເພື່ອສອນ​ເດັກ​ກ່ຽວກັບ​ສັນຍະລັກ​ທີ່​ສະແດງ​ການກະທຳ. ຄວາມຮູ້ສຶກ ແລະ ການພັນລະນາ.


  • ສັນຍະລັກ​ທີ່​ສະແດງເຖິງ​ການ​ກຳທະ:
A man, woman and 2 small children sit and eat together.
ກິນແກງ​ແມ໊, ອາລີ.
ສັນຍະລັກ​ໃນ​ພາສາ​ມື​ທີ່​ແປວ່າ “ກິນ” “ນອນ” ແລະ “ດື່ມ”, ໂດຍທົ່ວໄປ​ແມ່ນ​ສັນ ຍະລັກ​ທຳອິດ​ທີ່ເດັກ​ໄດ້ຮຽນ.
HCWD Ch8 Page 87-2.png
HCWD Ch8 Page 87-3.png
ກິນ ແກງ


A woman signing to her daughter.
ເບິ່ງເຈົ້າ​ຄືວ່າ​ໂສກ ເສົ້າ​ແທ້, ປານີ.
ສັນຍະລັກ​ໃນ​ພາສາ​ມື​ທີ່​ແປວ່າ “ມ່ວນ”, “ໂສກເສົ້າ” ແລະ “ໃຈຮ້າຍ” ກໍ່ເປັນ​ສັນຍະລັກ​ທີ່​ສະແດງ​ເຖິງ ຄວາມຮູ້ສຶກ​ທີ່ເດັກ​ມັກຈະ​ໄດ້ເຮັດ​ເປັນ​ເທື່ອທຳອິດ.
  • ສັນຍະລັກ​ທີ່​ສະແດງ​ເຖິງ​ຄວາມ​ຮູ້ສຶກ:
Lo HCWD Ch8 Page 87-6.png
ໝໍ້
Lo HCWD Ch8 Page 87-7.png
ຮ້ອນ


A woman signing to her daughter.
ຮ້ອນບໍ?
ກັບໄປ​ແມ໊, ປານີ​ເອີ໋ຍ. ໝ້ໍ​ມັນຮ້ອນໄດ໋.
ສັນຍະລັກ​ທີ່​ແປວ່າ “ປຽກ”, “ແຫ້ງ”, “ຮ້ອນ” ຫຼື “ໜາວ” ກໍ່ເປັນ​ບັນດາ​ສັນຍະລັກ​ກ່ຽວກັບ ການ​ພັນລະນາ​ທີ່ເດັກ ໄດ້ຮຽນ​ຄັ້ງ​ທຳອິດ.
  • ສັນຍະລັກ​ທີ່​ສະແດງ​ເຖິງການ​ພັນລະນາ:


ບັນດາ​ສັນຍະລັກ​ໃນ​ພາສາ​ມື​ອື່ນໆ​ທີ່ມີ​ຄວາມ​ສຳຄັນ ເຊິ່ງ​ເດັກ​ຄວນຮູ້​ແມ່ນ:

  • ສັນຍະລັກ​ທີ່ໃຊ້​ບອກຊື່ (ຊື່​ທີ່ຕັ້ງ​ໃຫ້​ແຕ່ລະຄົນ)
HCWD Ch8 Page 88-2.png
ປະເສີດ
HCWD Ch8 Page 88-3.png
ປານີ
HCWD Ch8 Page 88-4.png
ກຳລັງ​ມາ
A woman signs to her daughter as 2 older children approach them.
ເບິ່ງແມ໊, ປະເສີດ ແລະ ປານີ ພີ່ນ້ອງ ຂອງເຈົ້າ ກຳລັງ​ມາ​ຫັ້ນ.