Hesperian Health Guides

ຖ້າທ່ານ​ຫາກ​ຕັດສິນ​ໃຈ​ໃຊ້​ເຄື່ອງຊ່ວຍ​ໃນການ​ຟັງ

ຢູ່ໃນພາກນີ້:

ຖ້າທ່ານ​ຫາກ​ຕັດສິນ​ໃຈ​ທີ່ຈະ​ໃຊ້​ເຄື່ອງຊ່ວຍ​ໃນການ​ຟັງ ແມ່ນ​ເໝາະສົມ​ສຳລັບ​ລູກ ຂອງທ່ານ​ແລ້ວ, ທ່ານຕ້ອງ​ແນ່ໃຈ​ອີກວ່າ ທ່ານ​ໄດ້ຮັບ​ຂ້ໍມູນ​ຂ່າວສານ ພ້ອມກັບ​ການ​ຊ່ວຍເຫຼືອ. ສະນັ້ນ ທ່ານ​ສາມາດ​ທີ່ຈະ​ຮຽນຮູ້​ໄດ້ຄື:

  • ຈະ​ຊ່ວຍເຫຼືອ​ລູກ​ຂອງທ່ານ​ໃສ່​ເຄື່ອງຊ່ວຍ​ການຟັງ​ນັ້ນ​ແນວໃດ.
  • ຈະ​ຮັກສາ​ເຄື່ອງຊ່ວຍ​ການຟັງ​ດັ່ງກ່າວ​ນັ້ນ​ແນວໃດ.
  • ຈະ​ກວດກາ​ເຄື່ອງຊ່ວຍ​ການຟັງ​ດັ່ງກ່າວ​ນັ້ນ ໃນ​ແຕ່ລະ​ມື້​ນັ້ນ​ແນວໃດ. ເພື່ອ​ໃຫ້​ແນ່ໃຈ​ວ່າ ມັນຍັງ​ສາມາດ​ເຮັດວຽກ​ໄດ້ຢູ່.
  • ຈະເຮັດ​ແນວໃດ​ເມື່ອ​ເຄື່ອງຊ່ວຍ​ດັ່ງກ່າວ​ນັ້ນ​ບໍ່​ເຮັດວຽກ.


ວິທີ​ທີ່ຈະ​ຊ່ວຍເຫຼືອ​ລູກ​ຂອງທ່ານ​ໃສ່​ເຄື່ອງຊ່ວຍ​ໃນການ​ຟັງ

A child wearing a hearing aid playing on a slide.
ຖ້າຫາກ​ລູກ​ຂອງທ່ານ​ໃຊ້​ເຄື່ອງຊ່ວຍ​ໃນການ ຟັງ​ໃນຂະນະ​ທີ່​ຕົວເຂົາ​ກຳລັງ​ມ່ວນຊື່ນ, ມັນຈະ ບໍ່ເປັນ​ສິ່ງທີ່​ລົບກວນ​ເຂົາ​ພໍ​ປານໃດ.

ເດັກ​ທຸກໆ​ຄົນ​ຈະມີ​ປະຕິກິລິຍາ​ທີ່​ແຕກຕ່າງ​ກັນ ໃນການ​ທີ່ຈະ​ໃສ່​ເຄື່ອງຊ່ວຍ​ໃນການ​ຟັງ ໃຫ້ແກ່​ພວກເຂົາ. ເດັກ​ບາງຄົນ​ກໍ່ໄດ້​ຖົກເອົາ​ເຄື່ອງຊ່ວຍ​ໃນການ​ຟັງ​ນັ້ນອອກ​ໂດຍ​ທັນທີ. ເດັກ​ບາງຄົນ​ກໍ່​ຮູ້ສຶກ​ວ່າ​ມັນ​ບໍ່ມີ​ຄວາມ​ສະດວກ​ສະບາຍ​ເລີຍ​ໃນຕອນ​ທຳອິດ. ສະນັ້ນ​ໃນຕອນ​ທຳອິດ ແມ່ນ​ໃຫ້ລູກ​ຂອງທ່ານ​ໃຊ້​ເຄື່ອງຊ່ວຍ​ໃນການ​ຟັງ ປະມານ 15-30 ນາທີ ເສຍກ່ອນ, ຕໍ່​ຈາກນັ້ນ ກໍ່ຄ່ອຍ​ເພີ່ມ​ໄລຍະ​ທີ່ລູກ​ຂອງ ທ່ານ​ໃຊ້​ເຄື່ອງຊ່ວຍ​ດັ່ງກ່າວ​ນັ້ນ​ຂຶ້ນ ເທື່ອ​ລະເລັກ​ລະໜ້ອຍ, ມັນ​ຈະຕ້ອງ​ໄດ້ໃຊ້​ເວລາ​ຫຼາຍອາທິດ​ສຳລັບ​ເຂົາ​ໃນການ​ທີ່ຈະ​ທຳຄວາມ​ຄຸ້ນເຄີຍ​ກັບ​ເຄື່ອງຊ່ວຍ​ໃນການ​ຟັງ​ດັ່ງກ່າວ.

A man speaking while washing dishes near his daughter, who is wearing a hearing aid.
ລູກ​ບໍ່ຮູ້​ບໍ່ວ່າ ການ ລ້າງຖ້ວຍ ນັ້ນ​ກໍ່​ສາ ສາມາດ​ສ້າງ​ສຽງຂຶ້ນ ໄດ້​ແມ່ນບໍ່?

ການໃຊ້​ເຄື່ອງຊ່ວຍ​ໃນການ​ຟັງ ໃນສະພາບ​ແວດລ້ອມ​ທີ່​ມິດງຽບ​ນັ້ນ, ຈະຊ່ວຍ​ໃຫ້ລູກ ຂອງທ່ານ​ໄດ້ເກີດ​ຄວາມ​ສຳນຶກ​ຕໍ່ສຽງ​ໃໝ່ໆ ທີ່ເຂົາ​ໄດ້ຍິນ. ຈົ່ງຊ່ວຍ​ເຂົາ​ໃນການ​ສັງເກດ​ສຽງ ດ້ວຍການ​ນຳເອົາ​ລູກ ຂອງທ່ານ​ມາ​ໃກ້ໆ​ສຽງ ຫຼື ເອົາມື​ໃຊ້​ໃສ່ບ່ອນ​ທີ່​ສຽງດັງ​ອອກມາ​ສູ່ຫູ ຂອງເຂົາ​ນັ້ນ.

ຈະຮູ້​ໄດ້​ແນວໃດ ຖ້າລູກ​ຂອງທ່ານ​ໄດ້ຍິນ​ສຽງ​ໃໝ່ໆ

ບໍ່ຄວນ​ຄາດຫວັງ​ໃຫ້ລູກ​ຂອງທ່ານ​ມີ​ປະຕິກິລິຍາ​ຕໍ່ສຽງ​ຕ່າງໆ​ໄດ້​ໃນ​ທັນທີ. ເພາະວ່າ​ລູກ ຂອງທ່ານ​ຈະຕ້ອງ​ໄດ້​ຮຽນຮູ້​ໃນການ​ສຳນຶກ​ກ່ຽວກັບ​ສຽງ​ຫຼັງຈາກ​ທີ່ເຂົາ​ໄດ້ໃຊ້​ເຄື່ອງຊ່ວຍ​ໃນ ການ​ຟັງ​ແລ້ວ. ການມີ​ປະຕິກິລິ ຍາ​ຂອງ​ລູກທ່ານ​ຕໍ່ກັບ​ສຽງ​ນັ້ນ ແມ່ນ​ຂຶ້ນກັບ​ອາຍຸ​ຂອງ​ພວກເຂົາ ແລະ ປະລິມານ​ສຽງ​ທີ່ເຂົາ​ໄດ້ຍິນ​ສຽງນັ້ນ​ຫຼາຍ​ພຽງໃດ. ທ່ານ​ອາດຈະ​ຕ້ອງ​ສັງເກດ​ໃຫ້​ລະອຽດ ໃນການ​ຕິດຕາມ​ປະຕິກິລິຍາ​ຂອງລູກ​ຂອງທ່ານ ເຊິ່ງເຂົາ​ອາດຈະ:

  • ກະພິບຕາ ຫຼື ຢຸດເຊົາ​ກະທຳ​ໃນສິ່ງ​ທີ່ເຂົາ​ກຳລັງ​ກະທຳ​ຢູ່ນັ້ນ.
  • ມ່ວນຊື່ນ​ກັບການ​ຫຼິ້ນ​ຂອງຫຼິ້ນ​ທີ່​ມີສຽງ.
  • ຮ້ອງໄຫ້ ເມື່ອເຂົາ​ໄດ້ຍິນ​ສຽງ.
  • ແນມເບິ່ງ ຫຼື ຫຼຽວໄປມາ​ເມື່ອເຂົາ​ໄດ້ຍິນ​ສຽງ.


ມັນອາດ​ເປັນ​ຫຼາຍອາທິດ ຫຼື ຫຼາຍເດືອນ ກ່ອນເຈົ້າ​ຈະເຫັນ​ລູກ​ສະແດງ​ອາການ​ໂຕ້ຕອບ​ສຽງໄດ້.

ຊ່ວຍເຫຼືອ​ລູກ​ຂອງທ່ານ ໃຫ້​ເຂົ້າໃຈ​ເຖິງ​ບັນດາ​ສຽງ​ໃໝ່ໆ​ທີ່ເຂົາ​ໄດ້ຍິນ


A woman speaking to her daughter who is wearing a hearing aid in a market.
ຈັນດາ, ຂ້ອຍ​ຮູ້ວ່າ ມັນ​ອຶດອັດ ຫຼາຍ, ແຕ່ຈ່ົງ​ພະຍາຍາມ​ເຝິກ. ທ້າວ ກິແກ້ວ ຈະລົມ​ກັບເຈົ້າ.
ໃນຕອນ​ທຳອິດ​ເຂົາ​ອາດຈະ​ພົບວ່າ ມັນ​ບໍ່ສະດວກ​ເລີຍ ແລ້ວ.ໃນການ​ຍິນສຽງ​ຕ່າງໆ, ເພາະວ່າ ເຂົາ​ຄຸ້ນເຄີຍ​ກັບ ການ​ໃຊ້​ຊີວິດ​ໃນໂລກ ທີ່​ງຽບສະຫງັດ

ເຖິງ​ແມ່ນວ່າ​ເຄື່ອງຊ່ວຍ​ການຟັງ ຊ່ວຍໃຫ້​ລູກ​ຂອງທ່ານ​ສາມາດ​ໄດ້ຍິນ​ສຽງ, ແຕ່ເຂົາ​ອາດຈະ​ບໍ່ເຂົ້າ ໃຈ​ໃນສຽງ ທີ່ເຂົາ​ໄດ້ຍິນ​ໃນປະຈຸບັນ​ນັ້ນ. ລູກ​ຂອງທ່ານ​ອາດຈະ​ຕ້ອງການ​ເຝິກຊ້ອມ​ໃນການ​ຟັງສຽງ​ຕ່າງໆ​ກັບ​ເຄື່ອງຊ່ວຍ​ໃນການ​ຟັງ. ຈົ່ງເບິ່ງ​ໃນບົດທີ 6 ສຳລັບ​ບັນດາ​ກິດຈະກຳ​ທີ່​ຊ່ວຍເດັກ​ໃນການ​ຟັງ.