Hesperian Health Guides

ວິທີ​ກະຕຸ້ນ​ໃຫ້ເດັກ​ພັດທະນາ​ທັກສະ​ທາງສັງຄົມ

ຢູ່ໃນພາກນີ້:

2 men, a woman and a girl sitting and signing to each other.
ຂ້ອຍຢາກ​ເປັນ​ຄືກັນ​ກັບເອື້ອຍ​ຂອງຂ້ອຍ​ສະເໝີ.
ຂ້ອຍ​ຄືກັນ!
ເຈົ້າ​ມີອ້າຍ​ເອື້ອຍນ້ອງ​ຈັກຄົນ?

ຊ່ວຍ​ໃຫ້ລູກ​ຂອງທ່ານ​ໄດ້​ຮູ້ຈັກ​ກັບ​ຜູ້ໃຫຍ່ ຜູ້ຊຶ່ງ​ຫູໜວກ ຫຼື ບໍ່ສາມາດ​ໄດ້ຍິນດີ. ນີ້​ຊ່ວຍໃຫ້​ເດັກ​ຮຽນຮູ້​ວ່າ​ຜູ້ໃຫຍ່ ຜູ້ຊຶ່ງ​ບໍ່​ສາມາດ​ໄດ້ຍິນ ກໍ່​ສາມາດ​ປະສົບຜົນ​ສຳເລັດ​ໄດ້ ແລະ ຈະຊ່ວຍ​ໃຫ້ເຂົາ​ສ້າງ​ຄວາມ​ໝັ້ນໃຈ ແລະ ຄວາມ​ຮູ້ສຶກ​ນັບຖື​ຕົນເອງ. ຖ້າເດັກ​ໄດ້ເຫັນ​ການ​ຮ່ວມມື, ການຖາມ​ຄຳຖາມ, ການ​ຕອບສະໜອງ ແລະ ການ​ສະແດງອອກ​ທາງຄວາມ​ຮູ້ສຶກ​ຂອງ​ພວກເຂົາ ເຂົາຈະ​ຮຽນຮູ້​ລະບຽບ​ຂອງ​ສັງຄົມ ແລະ ພັດທະນາ​ທັກສະ​ທາງ​ສັງຄົມ.


A boy speaking to his little brother as they brush their teeth.
ໂອ້ ເກັ່ງແທ້ ອານັນ, ເຈົ້າເຮັດ ດ້ວຍ​ຕົວເອງ ຫວາຫັ້ນ!

ກະຕຸ້ນ​ໃຫ້ເດັກ​ມີຄວາມ​ຮັບຜິດຊອບ ແລະ ເປັນ​ເຈົ້າ​ຕົນເອງ.

A small boy thinking as he gathers wood.
ເອື້ອຍ​ເວົ້າວ່າ ຂ້ອຍ ຊ່ວຍແມ່​ໄດ້ ຫຼາຍ. ຂ້ອຍ ຍັງ​ສາມາດ​ເອົາ ຟືນ​ໄປໃຫ້​ແມ່ເຖົ້າ​ໄດ້​ຄືກັນ.

ໃຫ້ເດັກ​ຮັບຮູ້​ເຖິງ​ທັກສະ​ທີ່​ເຂົາມີ ເຊິ່ງເປັນ ສິ່ງ​ທີ່ມີ​ຄຸນຄ່າ ແລະ ເປັນ​ປະໂຫຍດ​ຕໍ່​ຊຸມຊົນ. ສະໜັບສະໜູນ​ໃຫ້ເດັກ​ພັດທະນາ​ທັກສະ ເຫຼົ່ານີ້​ໃຫ້ຫຼາຍ​ຂຶ້ນຕື່ມ.

ຊ່ວຍ​ໃຫ້ເດັກ​ສື່ສານ​ຄວາມ​ຮູ້ສຶກ​ຂອງຕົນ

ເດັກ​ທີ່ບໍ່​ສາມາດ​ເວົ້າ​ກ່ຽວກັບ​ຄວາມ​ຮູ້ສຶກ​ຂອງຕົນ​ບໍ່ມີ​ທາງເລືອກ​ອື່ນ​ໃນການ​ສະແດງ​ອອກ​ທາງຄວາມ​ຮູ້ສຶກ ເວັ້ນແຕ່​ການ​ກະທຳ​ມັນ​ອອກມາ​ແທນ. ເຂົາ​ອາດຈະ​ຕີ, ແຂກຮ້ອງ ຫຼື ເຕະ​ເມື່ອ​ຮູ້ສຶກ​ບໍ່ມີ​ທາງ​ລະບາຍ ຫຼື ໃຈຮ້າຍ​ຍ້ອນເຂົາ​ບໍ່ມີ​ທາງອື່ນ​ເພື່ອ​ສະແດງອອກ​ຄວາມ​ຮູ້ສຶກ ຂອງຕົນ. ຖ້າຫາກ​ລູກ​ຂອງທ່ານ​ຮູ້ສຶກ​ບໍ່ມີ​ທາງອອກ, ປະພຶດ​ບໍ່​ສຸພາບ​ ຫຼື ​ໃຈຮ້າຍ. ທ່ານຕ້ອງ​ໄດ້ຊ່ວຍ​ໃຫ້ເຂົາ​ຮຽນຮູ້​ວິທີ​ສະແດງອອກ​ທາງຄວາມ ຮູ້ສຶກ​ໂດຍ​ຮູບແບບ​ອື່ນ.

ຊອກຫາ​ໂອກາດ​ເພື່ອສອນ​ໃຫ້ເດັກ​ຮູ້ຈັກ​ສັນຍະລັກ ແລະ ຄຳສັບ​ສຳລັບ​ອາລົມ​ທີ່​ຮຸນແຮງ​ນີ້​ຈະຊ່ວຍ​ໃຫ້ເດັກ​ຮູ້​ ແລະ ເຂົ້າໃຈ​ອາລົມ​ຂອງ​ຕົນເອງ. ເມື່ອເຂົາ​ມີຄວາມ​ເຂົ້າໃຈ​ແລ້ວ, ເດັກ​ຈະ​ສາມາດ​ເວົ້າ ແລະ ໃຊ້​ພາສາ​ມື​ກ່ຽວກັບ​ອາລົມ​ຂອງຕົນ​ໄດ້​ງ່າຍຂຶ້ນ ແທນທີ່​ຈະ​ສະແດງອອກ​ໂດຍ ຜ່ານການ​ກະທຳ.


A man speaking to his small boy as 2 men argue near by.
ຜູ້ຊາຍ​ເຫຼົ່ານັ້ນ ກຳລັງ​ໃຈຮ້າຍ ຫຼາຍຄຳ ເອີ່ຍ, ບາງເທື່ອ​ລູກກໍ່ ຮູ້ສຶກ​ໃຈຮ້າຍ​ໄດ້ ຄືກັນ. ຄືຕອບ ອ້າຍ​ຂອງລູກ​ເຮັດໃຫ້ ເຄື່ອງ ຫຼິ້ນ​ຂອງລູກ​ເພ​ຫັນເດ.

ໃຫ້​ລາງວັນ​ສຳລັບ​ພຶດຕິກຳ​ທີ່ດີ

ເມື່ອເດັກ​ປະພຶດ​ຕົວດີ, ເຂົາ​ກໍ່ຈະ​ຖືກ​ປະຕິບັດ​ຢ່າງດີ​ຈາກ​ຄົນ​ອ້ອມຂ້າງ​ຄືກັນ. ເມ່ືອລູກ ຂອງທ່ານ​ປະ ພຶດ​ດີ​ຄຳຮູ້ ຈົ່ງ​ຍ້ອງຍໍ​ເຂົາ. ເດັກນ້ອຍ​ຕ້ອງການ​ຄວາມຮັກ ແລະ ການ​ຍອມຮັບ ຈາກ​ພໍ່​ແມ່ ແລະ ຄົນ​ອື່ນໆ ແລະ ເດັກ​ກໍ່​ຈະ​ປະຕິບັດ​ຕົວ​ຄືເກົ່າ​ເລື້ອຍໆ ເພາະ​ຈະເຮັດ​ໃຫ້ໄດ້​ຮັບ ຄຳ​ຍ້ອງຍໍ ແລະ ຄວາມ​ສົນໃຈ​ຈາກ​ຄົນອື່ນ. ຈົ່ງກອດ ແລະ ສະແດງ​ຄວາມຮັກ​ຈັກ 2-3 ເທື່ອ​ໃນ ແຕ່ລະມື້ ເຊິ່ງເປັນ​ວິທີ​ທີ່ດີ ທີ່ສຸດ​ສຳລັບ​ການ​ກະຕຸ້ນ​ໃຫ້ເດັກ​ປະພຶດດີ.

ການສອນ​ເດັກ​ຫູໜວກ​ໃຫ້​ປະພຶດ​ຕົວດີ​ເປັນເລື່ອງ​ທີ່​ຕ້ອງໃຊ້​ຄວາມ​ອົດທົນ ແລະ ຄວາມ​ພາກພຽນ ແຕ່​ເມື່ອໃດ​ທີ່ເດັກ​ເລີ່ມ​ພັດທະນາ​ທັກສະ​ທາງ​ສັງຄົມ ແລະ ປະພຶດ​ຕົວດີ​ແລ້ວ, ຈະເຮັດ​ໃຫ້ເດັກ​ສາມາດ​ສ້າງ​ເພື່ອນໃໝ່​ໄດ້ງ່າຍ, ເຂົ້າຮ່ວມ​ກັບ​ຊຸມຊົນ ແລະ ໄປເຂົ້າ​ໂຮງຮຽນ​ໄດ້.


A woman signing as she and her daughter wash clothes.
ເກັ່ງຫຼາຍ, ວັນທອງ!
ແມ່​ສະໜັບສະໜູນ​ວັນທອງ ເມື່ອລາວ ພະຍາຍາມ​ຊັກເຄື່ອງ​ດ້ວຍ​ຕົວເອງ.
  • ຍ້ອງຍໍ​ເດັກ​ເມື່ອເດັກ​ເຮັດ​ສິ່ງໃດ​ໜຶ່ງ​ດີ.


A smiling girl helps her little brother clap his hands.
  • ຍ້ອງຍໍ​ພຶດຕິກຳ​ທີ່ດີ ບໍ່ແມ່ນ​ພຶດຕິກຳ​ທີ່ກໍ່ ບັນຫາ​ຍິ້ມ​ໃຫ້ເດັກ ແລະ ລູບຄຳ​ດ້ວຍການ ຮັກ​ເມື່ອທ່ານ​ມັກ​ໃນສິ່ງ​ທີ່ເຂົາ​ກຳລັງ​ເຮັດຢູ່.

ມີຫຼາຍເທື່ອ​ທີ່ເດັກ​ຍັງ​ສືບຕໍ່​ພຶດຕິກຳ​ທີ່​ເປັນບັນຫາ ຍ້ອນເຂົາ​ຄິດວ່າ​ມັນ​ຊ່ວຍ​ໃຫ້ເຂົາ​ໄດ້​ ໃນສິ່ງ​ທີ່​ຕ້ອງການ. ຍົກຕົວຢ່າງ:

ໄຊ ຖືກປ່ອຍ​ໃຫ້ຫຼິ້ນ​ຢູ່​ຄົນດຽວ ເຂົາ​ພະຍາຍາມ​ຮຽກຮ້ອງ ໃຫ້ແມ່​ມາຫຼິ້ນ​ກັບເຂົາ. ເມື່ອແມ່​ບໍ່ສົນໃຈ ເຂົາ​ກໍ່ເລີ່ມ ຮ້ອງ ໂວຍວາຍ. ແມ່​ຂອງເຂົາ ຈິ່ງ​ມາເບິ່ງວ່າ ແມ່ນຫຍັງ. ຕອນນີ້​ໄຊ ໄດ້ຮັບ​ຄວາມ​ສົນ ໃຈ​ຢ່າງ​ສົມບູນ.
A small boy calling to his mother while she is cooking.
ແມ່!
The boy starts yelling and pounding his toys on the ground while his mother turns around and speaks.
ໂອ້, ໂວ້!
ໄຊ ຢຸດແມ໊!
The woman speaking as she approaches to hold her son.
ເປັນຫຍັງ, ໂອ້ ໄຊ? ແມ່ຢູ່ນີ້​ແລ້ວ.
ບໍ່ໃຫ້​ຄວາມ​ສົນໃຈເມື່ອ ໄຊ​ກຳລັງ​ປະພຶດດີ... ແລະ ຜັດໃຫ້​ຄວາ​ມສົນໃຈ ເມື່ອ ເຂົາ​ເລີ່ມ​ຮ້ອງໂວຍວາຍ ສະໜັບສະໜູນ​ພຶດຕິກຳ​ບໍ່ດີ.

ຄວນ​ໃຫ້ຄວາມ​ສົນໃຈ​ແກ່ເດັກ ເມື່ອເຂົາ​ປະພຶດດີ ແລະ ປະຕິເສດ​ພຶດຕິກຳ​ທີ່​ບໍ່ດີ. ທ່ານ​ຈະສອນ​ໃຫ້ເຂົາ​ຮູ້ວ່າ​ການ​ປະພຶດ​ຕົວ​ບໍ່ດີ​ບໍ່ຊ່ວຍ​ໃຫ້ເຂົາ​ໄດ້​ໃນສິ່ງ​ທີ່​ຕ້ອງການ. ຍົກ​ຕົວຢ່າງ ແມ່​ຂອງ​ໄຊ​ໄດ້​ຮຽນຮູ້​ແລ້ວວ່າ:

A woman speaking as she holds her son, who is playing with spoons and a pot.
ລູກ​ກຳລັງ​ຊິຊ່ວຍ ແມ່​ແຕ່ງກິນ​ບໍ?
The woman continues cooking while her son yells and pounds the ground with spoons.
ໂອໂອ້! ໂວ້ໂວ້!
A woman thinking while she observes her son playing with spoons and a pot.
ເປັນ​ເດັກດີ​ລະເດ...
ໃຫ້​ຄວາມ​ສົນໃຈ​ເມື່ອ​ໄຊ ປະພຶດ​ຕົວດີ... ປະຕິເສດ​ພຶດຕິກຳ​ທີ່ບໍ່ ດີ​ເມື່ອເຂົາ​ຮ້ອງ​ໂວຍວາຍ... ສະໜັບສະໜູນ​ພຶດ ຕີກຳ​ທີ່ດີ.

ໃຫ້ເດັກ​ຮູ້ວ່າ “ຍ້ອນຫຍັງ”

A man speaking as he holds his boy's hand while walking past chickens.
ນ້ອຍ, ພໍ່​ບອກ​ໃຫ້ເຊົາຫຼິ້ນ ແລະ ຍ່າງ​ໄວໆ​ແດ່.
ນ້ອຍ​ອາດຈະ​ຍ່າງ​ໄວຂຶ້ນ ຖ້າ​ພໍ່​ຂອງເຂົາ​ສາ ມາດ​ອະທິບາຍ ໃຫ້ລາວ​ຮູ້ວ່າ​ອາຫານແລງ ແລ້ວໆ ແລະ ກຳລັງ​ລໍຖ້າ​ພວກເຂົາ​ຢູ່.

ເດັກ​ຈະເຮັດ​ສິ່ງໃດ​ໜຶ່ງ​ທີ່ທ່ານ ບອກ​ງ່າຍ​ຂຶ້ນ ຖ້າ​ພວກເຂົາ​ຮູ້ວ່າ “ຍ້ອນຫຍັງ” ຈິ່ງຕ້ອງ​ເຮັດ ແຕ່​ເນື່ອງຈາກ​ວ່າ​ເດັກ​ນ້ອຍໆ ທີ່ບໍ່​ສາມາດ​ໄດ້ຍິນ​ດີ​ນັ້ນ ຍັງບໍ່​ຮູ້ຈັກ​ຄຳສັບ ຫຼື ສັນຍະລັກ​ຫຼາຍ​ພໍ​ທີ່ຈະ ເຂົ້າໃຈ​ຄວາມ ໝາຍ “ຍ້ອນຫຍັງ” ຈິ່ຕ້ອງ​ເຮັດ. ຈິ່ງຕ້ອງ​ເຮັດ. ພໍ່​ແມ່​ຈິ່ງ​ພຽງແຕ່​ບອກ​ສິ່ງ ທີ່​ພວກເຂົາ​ຕ້ອງເຮັດ​ເທົ່ານັ້ນ. ເມື່ອເດັກ​ບໍ່​ເຂົ້າໃຈ​ວ່າ​ຍ້ອນຫຍັງ​ຈິ່ງເຮັດ​ສິ່ງນັ້ນ ພວກເຂົາ​ກໍ່ຈະ​ຮູ້ສຶກ​ສັບສົນ.

ເຮັດໃຫ້​ການ​ປ່ຽນແປງ​ງ່າຍຂຶ້ນ

ການ​ປ່ຽນແປງ (ການ​ປ່ຽນແປງ​ຈາກ​ກິດຈະກຳ​ນີ້​ໄປສູ່​ກິດຈະກຳ​ໃໝ່) ອາດ​ເປັນເລື່ອງ​ທີ່​ຫຍຸ້ງຍາກ​ສຳ ລັບ​ເດັກ. ພວກເຂົາ​ອາດ​ຮູ້ສຶກ​ໂສກເສົ້າ ເມື່ອ​ຕ້ອງຍ້າຍ​ຈາກເຮືອນ​ຫຼັງນີ້​ໄປເຮືອນ​ຫຼັງໃໝ່ ຫຼື ຕ້ອງຢຸດ​ຫຼິ້ນ​ເພື່ອ​ໄປ​ອາບນ້ໍາ. ພວກເຂົາ​ຍັງຕ້ອງ​ໄດ້​ທຳຄວາມ​ລຶ້ງເຄີຍ​ກັບ​ກິດຈະກຳ​ປະຈຳວັນ. ເດັກ​ອາດ​ຕ້ອງ​ໄດ້​ຝຶນເຮັດ​ກິດ ຈະກຳ​ວັດ​ປະຈຳວັນ​ຢູ່​ທຸກໆ​ມື້ ຈົນ​ພວກເຂົາ​ຮັບຮູ້​ວົງຈອນ​ຂອງ ກິດຈະກຳ​ປະຈຳວັນ ແລະ ລຶ້ງເຄີຍ​ກັບມັນ ແລະ ເມື່ອໃດ​ພວກເຂົາ​ລຶ້ງເຄີຍ​ກັບ​ກິດຈະກຳ​ປະຈຳວັນ​ນັ້ນແລ້ວ, ພຽງແຕ່​ການ​ປ່ຽນແປງ​ເລັກນ້ອຍ​ຂອງ​ກິດຈະກຳ​ດັ່ງກ່າວ​ກໍ່​ຈະເຮັດ​ໃຫ້​ພວກເຂົາ​ຮູ້ສຶກ ບໍ່​ປອດໄພ​ໂລດ.

A man speaking as he shows a picture of a bath tub to his small boy.
ປະເສີດ​ເອີຍ, ໄດ້ເວລາ ອາບນ້ໍາ​ແລ້ວ. ພໍ່​ກຳລັງ ຕົ້ມນ້ໍາ​ຮ້ອນ​ຢູ່​ດຽວນີ້.

ເດັກ​ຈະ​ສາມາດ​ຍອມຮັບ​ການ​ປ່ຽນແປງ ໄດ້​ງ່າຍຂຶ້ນ ຖ້າ​ພວກເຂົາ​ສາມາດ​ຮູ້​ໄດ້ວ່າ​ແມ່ນຫຍັງ​ຈະ​ເກີດຂຶ້ນ ຮູບພາບ​ສາມາດ​ຊ່ວຍທ່ານ​ສື່ສານ​ກັບເດັກ ກ່ຽວກັບ​ການ​ປ່ຽນແປງໄດ້. ຍົກ​ຕົວຢ່າງ. ຖ້າ​ເດັກ​ກຳລັງ​ຫຼິ້ນຢູ່ ແລະ ຮອດ​ເວລາ​ອາບນ້ໍາ​ແລ້ວ ທ່ານ​ສາມາດ​ນຳເອົາ​ຮູບ​ຂອງເຂົາ​ທີ່​ກຳລັງ​ອາບນ້ໍາ​ມາ​ໃຫ້ເບິ່ງ. ການ​ສົນທະນາ​ກ່ຽວກັບ ສິ່ງທີ່​ຮູບ​ສື່​ອອກມາ​ຊ່ວຍ​ໃຫ້ເດັກ​ມີ​ໂອກາດ​ກະກຽມ​ຕົວ​ສຳລັບ​ການ​ປ່ຽນແປງ ແລະ ເຮັດໃຫ້​ການ​ປ່ຽນແປງ​ເປັນໄປ​ໄດ້​ງ່າຍຂຶ້ນ​ສຳລັບ​ທ່ານ ແລະ ຕົວເດັກ.

ຖ້າທ່ານ​ໄດ້​ອະທິບາຍ​ເຖິງ​ສະຖານທີ່ ທີ່ທ່ານ​ກຳລັງ​ຈະໄປ​ໃຫ້ເດັກ​ຮູ້, ຈະເຮັດ​ໃຫ້ການ​ອອກໄປ​ຂ້າງນອກ​ຂອງທ່ານ​ງ່າຍຂຶ້ນ. ຕົວຢ່າງ, ເອົາ​ກະຕ່າ​ໃຫ້ເດັກ​ເບິ່ງ​ເພື່ອ​ໃຫ້ເຂົາ​ເຂົ້າໃຈ​ວ່າ ທ່ານ​ກຳລັງ​ຈະໄປ​ຕະຫຼາດ.

ຈົ່ງ​ຈື່ວ່າ​ການ​ປ່ຽນແປງ​ຈະເຮັດ​ໄດ້​ງ່າຍຂຶ້ນ​ເມື່ອເດັກ​ໃຫຍ່ຂຶ້ນ.

ຊ່ວຍ​ໃຫ້ລູກ​ຂອງທ່ານ​ຮຽນຮູ້​ການ​ຕັດສິນໃຈ

ສິ່ງ​ສຳຄັນ​ສິ່ງໜຶ່ງ​ທີ່​ເດັກນ້ອຍ​ຕ້ອງ​ໄດ້ຮຽນ ຄື​ຮຽນຮູ້​ການ​ຕັດສິນໃຈ​ທີ່ດີ. ຖ້າທ່ານ ແລະ ຄົນ​ອື່ນໆ ເປັນ ຜູ້ບອກ​ເຂົາ​ໃຫ້ເຮັດ​ສິ່ງ​ຕ່າງໆ ຕະຫຼອດ​ເວລາ ເດັກ​ຈະບໍ່​ສາມາດ​ຮຽນຮູ້​ການ​ຕັດ​ສິນໃຈ.

A man thinking as a small daughter looks at food in a market stand.
ລອງເບິ່ງ​ດຸວ່າ​ປູນາ​ເຂົ້າໃຈ​ບໍ່ວ່າ ເຂົາ ສາມາດ​ເລືອກ​ລະຫວ່າງ ເຂົ້າຈ່ີ​ກ້ອນ ມົນ ແລະ ເຂົ້າຈີ່ກ້ອນ​ຍາວ.

ຄວາມ​ສາມາດ​ຕັດສິນໃຈ​ໄດ້ດີ​ຊ່ວຍ ໃຫ້ເດັກ​ກາຍເປັນ​ຄົນ​ທີ່ມີ​ຄວາມ​ໝັ້ນໃຈ. ຄວາມ​ໝັ້ນໃຈ​ຊ່ວຍ​ໃຫ້ເດັກ​ເຂົ້າຮ່ວມ​ກິດຈະກຳ​ພາຍໃນ​ຊຸມຊົນ ແລະ ມີ​ຊີວິດ​ທີ່ດີ​ຂຶ້ນ. ເມື່ອ​ມີ​ໂອກາດ ຈົ່ງ​ກະຕຸ້ນ​ໃຫ້ເດັກ​ຕັດ​ສິນໃຈ​ເລືອກ​ສິ່ງຂອງ​ທີ່ມີ ຜົນ​ຕໍ່ເຂົາ. ຕົວຢ່າງ, ໃນບາງ​ໂອກາດ​ເຂົາ​ສາມາດ​ເລືອກ​ຂອງກິນ ຫຼື​ເຄື່ອງດື່ມ, ເລືອກ​ເຄື່ອງນຸ່ງ, ເລືອກ​ເວລາ​ເຂົ້ານອນ ແລະ ເລືອກ​ວ່າ​ຈະເຮັດ​ຫຍັງເອງ.

ຖ້າເດັກ​ຫູໜວກ​ຕ້ອງການ​ຢາກ​ຕັດສິນໃຈ ​ແຕ່ບໍ່​ສາມາດ​ບອກທ່ານ​ໄດ້ວ່າ​ແມ່ນຫຍັງ​ທີ່ເຂົາ​ຕ້ອງການ ແລະ ມັກ, ໃຫ້ທ່ານ​ລອງຖາມ ຄຳຖາມ ເພື່ອ​ຊ່ວຍ​ໃຫ້ເດັກ​ສື່ສານ​ສ່ິງທີ່​ເຂົາ​ຕ້ອງການ​ຢາກເຮັດ.