Hesperian Health Guides

ການປ້ອງກັນການຕິດເຊື້ອຈາກການມີເພດສຳພັນ

ຢູ່ໃນພາກນີ້:

ພະຍາດຕິດຕໍ່ທາງເພດສຳພັນ(ພຕພ) ແມ່ນການແຜ່ເຊື້ອຈາກຄົນໜຶ່ງຫາຄົນອື່ນລະຫວ່າງມີເພດສຳພັນກັນ. ນີ້ເກີດຂຶ້ນເມື່ອມີການສຳພັດກັບຜິວຫນັງ ຫຼື ນໍ້າຈາກຊ່ອງຄອດ, ອະໄວຍະວະເພດຊາຍ, ຮູທະວານ ຫຼື ປາກ. ທຸກຄົນສາມາດຕິດເຊື້ອພະຍາດ ພຕພ, ແຕ່ ພຕພ ມີຫນ້ອຍທີ່ຈະແຜ່ຂະຫຍາຍໃນເວລາທີ່ຄົນທີ່ມີການຮ່ວມ ເພດທີ່ປອດໄພ, ປິ່ນປົວ ແລະ ຮັກສາການຕິດເຊື້ອເຊົາແລ້ວ, ແລະ ເຮັດວຽກເພື່ອປ່ຽນເງື່ອນໄຂທີ່ເຮັດໃຫ້ ພຕພ ກາຍເປັນບັນຫາທີ່ຮ້າຍແຮງ.

ທ່ານມີແນວໂນ້ມທີ່ຈະຕິດເຊື້ອ ພຕພ ຖ້າວ່າ:
  • ຄູ່ນອນຂອງທ່ານມີອາການຂອງ ພຕພ. ພວກເຂົາເຈົ້າສາມາດສົ່ງເຊື້ອ ພຕພ ໃຫ້ທ່ານໄດ້ງ່າຍ, ຫຼື ອາດຈະມີເຊື້ອຜ່ານມັນແລ້ວ ເຖິງແມ່ນວ່າທ່ານບໍ່ມີອາການສະແດງອອກ.
  • ທ່ານມີຫຼາຍກວ່າໜຶ່ງຄົນ.
  • ທ່ານມີຄູ່ນອນໃໝ່ຜູ້ທີ່ມີເຊື້ອ ພຕພ ຈາກຄູ່ນອນຂອງເຂົາເຈົ້າກ່ອນໜ້ານີ້.
  • ຄູ່ນອນຂອງທ່ານມີຄູ່ນອນອື່ນໆທີ່ອາດຈະຕິດເຊື້ອ ພຕພ.
  • ທ່ານ ແລະ ຄູ່ນອນຂອງທ່ານບໍ່ໃຊ້ຖົງຢາງອະນາໄມ.
  • ທ່ານມີເພດສໍາພັນກັບຄົນທີ່ໃຊ້ເຂັມສັກຢາທີ່ຕິດເຊື້ອຮ່ວມກັບບຄົຍອຶ່ນ ຫຼື ຖ້າທ່ານໃຊ້ເຂັມສັກຢາ ເພື່ອສັກລາຍ.


ກວດຫາເຊື້ອເລື້ອຍໆຖ້າໄດ້ຮັບການຕິດເຊື້ອ ພຕພ ແລ້ວ. ການກວດຫາເຊື້ອ ພຕພ ທຸກໆ 6 ເດືອນຫາ 12 ເດືອນແມ່ນ ຄວາມຄິດທີ່ດີສໍາລັບແມ່ຍິງ ແລະ ຜູ້ຊາຍທີ່ມີເພດສໍາພັນທີ່ບໍ່ໄດ້ປ້ອງກັນກັບຫຼາຍກວ່າຫນຶ່ງຄູ່ນອນ, ຜູ້ທີ່ມີເພດສໍາພັນ ກັບຄົນອື່ນ, ຫຼື ຜູ້ໜຶ່ງສັກລາຍ.

ແມ່ຍິງມີຄວາມສ່ຽງຫຼາຍກວ່າ

ແມ່ຍິງມີອຸປະສັກຫຼາຍໃນການປົກປ້ອງຕົວເອງຈາກເຊື້ອໂລກ ພຕພ ແລະການປິ່ນປົວຢ່າງພຽງພໍ, ໂດຍສະເພາະໃນຊຸມຊົນທີ່:

  • ການແຕ່ງງານແຕ່ຍັງນ້ອຍແມ່ນເປັນເລື່ອງປົກກະຕິ.
NWTND sti Page 22-1.png
  • ແມ່ຍິງປະຕິເສດການຮັບບໍລິການດ້ານສຸຂະພາບ ແລະ ໃຫ້ຂໍ້ມູນທາງເພດ.
  • ຜູ້ຊາຍຄາດວ່າຈະມີຄູ່ນອນຫຼາຍຄົນ.
  • ເດັກຍິງ ແລະ ແມ່ຍິງບໍ່ໄດ້ຮັບສຶກສາ.
  • ບໍ່ມີໃຜເວົ້າກ່ຽວກັບການລ່ວງລະເມີດທາງເພດ ຫຼື ວິທີທີ່ຈະຢຸດມັນ.
  • ແມ່ຍິງແມ່ນ ຢູ່ໃນສະຖານະການທີ່ມີຄວາມຫຍຸ້ງຍາກ ຫຼື ເປັນອັນຕະລາຍທີ່ຈະປະຕິເສດການຮ່ວມເພດ.
  • ການເຮັດວຽກຂາຍບໍລິການເພດແມ່ນຜິດກົດໝາຍ.
  • ເພດ ແລະ ການຮ່ວມເພດແມ່ນ ຖືວ່າໜ້າອັບອາຍ, ເຖິງແມ່ນວ່າມັນເປັນເລື່ອງປົກກະຕິ, ແລະ ບໍ່ມີໃຜສົນທະນາກ່ຽວກັບການຮ່ວມເພດຢ່າງເປີດເຜີຍ.


ຜູ້ຊາຍເມົາເວົ້າກັບຜູ້ຍິງທີ່ເບິ່ງຄືວ່າມີຄວາມວາດກົວ
ມານອນກັບຂ້ອຍ.
ຂ້ອຍບໍ່ຮູ້ວ່າລາວໄດ້ໄປລັບນອນກັບໃຜແລ້ວ.
NWTND sti Page 23-1.png
ການຈູບແມ່ນປອດໄພ
NWTND sti Page 23-2.png
ການສຳພັດແມ່ນປອດໄພ
NWTND sti Page 23-3.png
ມີເພດສຳພັນທາງປາກ ແມ່ນ ປອດໄພໜ້ອຍ-ແຕ່ຈະປອດໄພກວ່າຖ້າໃຊ້ຖົງຢາງອະນາໄມ
NWTND sti Page 23-4.png
ມີເພດສຳພັນທາງຊ່ອງຄອດ ແມ່ນ ມີສ່ຽງສູງ-ແຕ່ຈະປອດໄພກວ່າຖ້າໃຊ້ຖົງຢາງອະນາໄມ
NWTND sti Page 23-5.png
ມີເພດສຳພັນທາງຮູທະວານ ແມ່ນມີສ່ຽງສູງ-ແຕ່ຈະປອດໄພກວ່າຖ້າໃຊ້ຖົງຢາງອະນາໄມ

ການມີເພດສຳພັນທີ່ປອດໄພຂຶ້ນ

ການຮ່ວມເພດທີ່ປອດໄພ ແລະ ວິທີແນວໃດທີ່ທ່ານສາມາດເຮັດໃຫ້ການຮ່ວມເພດມີຄວາມປອດໄພຫຼາຍສໍາລັບທ່ານ? ນີ້ອາດຈະບໍ່ງ່າຍແຕ່ອາດຈະມີບາງສິ່ງບາງຢ່າງທີ່ທ່ານສາມາດເຮັດໄດ້. ການຮ່ວມເພດທີ່ປອດໄພສາມາດປ້ອງກັນ ທ່ານຈາກການຕິດເຊື້ອ ຫຼື ການແຜ່ເຊື້ອ ພຕພ.

ສິ່ງເຫຼົ່ານີ້ແມ່ນບາງວິທີທາງທີ່ຊ່ວຍໃຫ້ການມີເພດສຳພັນປອດໄພຂຶ້ນກວ່າເກົ່າ:

  • ບໍ່ມີເພດສໍາພັນ. ນີ້ແມ່ນເອີ້ນວ່າການຫັກດິບ (abstinence). ຖ້າທ່ານບໍ່ຮ່ວມເພດ, ທ່ານຈະບໍ່ໄດ້ຮັບການ ຕິດເຊື້ອ ພຕພ. ບຸກຄົນທຸກຄົນສາມາດເຮັດສິ່ງນີ້ໄດ້ໃນໄລຍະສັ້ນ, ແຕ່ສໍາລັບຄົນສ່ວນໃຫຍ່ທາງເລືອກນີ້ ບໍ່ແມ່ນ ສິ່ງທີ່ພວກເຂົາຕ້ອງການສໍາລັບສ່ວນທີ່ເຫຼືອຂອງຊີວິດ.
  • ມີເພດສໍາພັນກັບຜູ້ດຽວເທົ່ານັ້ນ. ເລືອກຄົນທີ່ທ່ານຮູ້ຈັກວ່າຜູ້ນັ້ນທີ່ມີເພດສໍາພັນກັບທ່ານພຽງແຕ່ຄົນດຽວ ເທົ່ານັ້ນ. ໄປຮັບການກວດຫາເຊື້ອທັງຄູ່ເພື່ອໃຫ້ແນ່ໃຈວ່າທ່ານບໍ່ມີເຊື້ອຈາກຄູ່ນອນທີ່ຜ່ານມາ. ມີຄວາມສັດຊື່ ຕໍ່ກັນ ແລະ ຫຼີກລ້ຽງການຕິດເຊື້ອ ພຕພ ຊະນິດອຶ່ນໆຈະປ້ອງກັນທ່ານທັງສອງໄດ້.
  • ຢ່າຮ່ວມເພດກັບຄົນທີ່ມີອາການຂອງພະຍາດ ພຕພ. ຊ່ວຍເຂົາເຈົ້າໄດ້ຮັບການກວດ ແລະ ປິ່ນປົວກ່ອນ ທີ່ເຈົ້າຈະມີເພດສໍາພັນກັບເຂົາເຈົ້າ. ເວັ້ນເສຍແຕ່ວ່າຄົນທີ່ໄດ້ຮັບການກວດແລ້ວ, ມັນເປັນການຍາກ ທີ່ຈະຮູ້ວ່າຜູ້ໃດຕິດເຊື້ອ ແລະ ຜູ້ທີ່ບໍ່ຕິດເຊື້ອ ພຕພ. ພຕພ ສາມາດແຜ່ເຊື້ອໄດ້ເຖິງແມ່ນວ່າຄົນເຈັບ ບໍ່ມີອາການ.
  • ມີເພດສໍາພັນໂດຍບໍ່ມີສອດອະໄວຍະວະເພດເຂົ້າໃນຊ່ອງຄອດ ຫຼື ຮູທະວານ. ມີຫຼາຍວິທີທີ່ຈະໃຫ້ ແລະ ມີຄວາມສຸກໂດຍບໍ່ມີການອະໄວຍະວະເພດເຂົ້າໄປ, ລວມທັງການຈູບ, ລູບ, ຫຼື ນວດ ພາກສ່ວນ ຕ່າງໆຂອງ ຮ່າງກາຍ, ແລະ ການສໍາຜັດກັບອະໄວຍະວະເພດອື່ນໆດ້ວຍມື (ການສຳເລັບຄວາມໄຄ້ໃຫ້ເຊິ່ງກັນ ແລະກັນ) ຫຼື ທາງປາກ (ການຮ່ວມເພດທາງປາກ).
  • ໃຊ້ຖົງຢາງອະນາໄມທຸກຄັ້ງ. ໃສ່ຖົງຢາງອະນາໄມກ່ອນທີ່ອະໄວຍະວະເພດຂອງຄູ່ນອນສອດເຂົ້າໃນອະໄວຍະວະເພດຂອງທ່ານທຸກໆຄັ້ງ, ເຖິງແມ່ນວ່າຈະແມ່ນຄູ່ນອນທີ່ຢູ່ນຳກັນດົນແລ້ວກໍ່ຕາມ. ຖົງຢາງອະນາໄມ ແບບຂອງແມ່ຍິງປ້ອງກັນໄດ້ດີທີ່ສຸດຕໍ່ການຕິດເຊື້ອ ພຕພ ເພາະວ່າພວກມັນກວມເອົາສ່ວນຫຼາຍຂື້ນຂອງຂອບເຂດອະໄວຍະວະເພດ. ຖ້າທ່ານກໍາລັງພະຍາຍາມທີ່ຈະມີລູກ, ມີເພດສໍາພັນທີ່ບໍ່ໃສ່ຖົງຢາງອະນາໄມໃນເມື່ອເວລາທີ່ຢູ່ໃນໄວຈະເລີນພັນ. ຈົ່ງໃຊ້ຖົງຢາງອະນາໄມຊາຍ ຫຼື ເພດຍິງ (ຫຼື dental dams or plastic wrap) ໃນລະຫວ່າງການຮ່ວມເພດທາງປາກ. ຍິ່ງຕ້ອງໃຊ້ຖົງຢາງອະນາໄມຖ້າມີການໃຊ້ເຄື່ອງຫຼິ້ນທາງເພດ ທີ່ມີການໃຊ້ຮ່ວມກັນຫຼາຍຄົນ.

ໂອ້ລົມກັບຄູ່ນອນເລື່ອງເພດສຳພັນ

ຄົນສ່ວນຫຼາຍໄດ້ຖືກສອນບໍ່ໃຫ້ເວົ້າກ່ຽວກັບການຮ່ວມເພດ, ເຖິງແມ່ນວ່າມີຄົນທີ່ເຂົາເຈົ້າມີເພດສໍາພັນນຳກໍ່ຕາມ. ນີ້ແມ່ນຄໍາແນະນໍາບາງຢ່າງ:

  • ສຸມໃສ່ຄວາມປອດໄພ. ຖ້າທ່ານຕ້ອງການຮ່ວມເພດທີ່ປອດໄພ, ຄູ່ນອນຂອງທ່ານອາດຄິດວ່າທ່ານບໍ່ໄວ້ ວາງໃຈ. ແຕ່ບັນຫາແມ່ນຄວາມປອດໄພ, ບໍ່ໄວ້ວາງໃຈ, ເພາະວ່າບຸກຄົນໃດໜຶ່ງສາມາດຕິດເຊື້ອ ພຕພ ແລ້ວໂດຍວ່າບໍ່ຮູ້ວ່າຕິດເຊື້ອ. ການຮ່ວມເພດທີ່ປອດໄພແມ່ນ ເປັນຄວາມຄິດທີ່ດີສໍາລັບຄູ່ຜົວເມຍທຸກໆຄູ່ ເຖິງແມ່ນວ່າທັງສອງຜົວເມຍຈະມີເພດສໍາພັນກັບຄູ່ຂອງຕົນເທົ່ານັ້ນ.
  • ສຸມໃສ່ການປ້ອງກັນການຖືພາທີ່ບໍ່ຕັ້ງໃຈ. ຖ້າທ່ານບໍ່ຢາກມີລູກເທື່ອ, ທ່ານ ແລະ ຄູ່ນອນຂອງທ່ານ ສາມາດເວົ້າກ່ຽວກັບວິທີການໃຊ້ຖົງຢາງອະນາໄມປ້ອງກັນເຊື້ອ ພຕພ ແລະ ປ້ອງກັນການຖືພາ.
  • ຊ້ອມເວົ້າກັບເພື່ອນຄົນໜຶ່ງກ່ອນ. ຫາໝູ່ໃຫ້ທໍາທ່າວ່າຈະເປັນຄູ່ນອນ/ສົມລົດຂອງເຈົ້າ ແລະ ຊ້ອມເວົ້າໃນສິ່ງທີ່ເຈົ້າຢາກເວົ້າ. ໃຫ້ຄິດເຖິງວ່າຄູ່ນອນຂອງທ່ານອາດຈະໂຕ້ຕອບທ່ານຄືແນວໃດເມື່ອທ່ານເວົ້າແນວນັ້ນ ແລະ ຊ້ອມຄວາມເປັນໄປໄດ້ແຕ່ລະຢ່າງ. ມັນອາດຈະເປັນໄປໄດ້ວ່າທ່ານທັງສອງຈະຮູ້ສຶກກັງວົນກ່ຽວກັບ ການເວົ້າເຖິງການຮ່ວມເພດ, ສະນັ້ນ ຈົ່ງຄິດເຖິງວິທີເຮັດໃຫ້ການສົນທະນາງ່າຍຂຶ້ນສໍາລັບທ່ານແຕ່ລະຄົນ.
  • ຢ່າລໍຖ້າຈົນກ່ວາທ່ານກໍາລັງຈະມີເພດສໍາພັນກັນ ທີ່ຈະການສົນທະນາກ່ຽວກັບມັນ! ເລືອກທີ່ໃຊ້ເວລາໃນ ເວລາທີ່ທ່ານມີທັງຄວາມຜ່ອນຄາຍ ແລະ ມີຄວາມຮູ້ສຶກທີ່ດີອື່ນໆ. ຖ້າທ່ານຢຸດເຊົາການຮ່ວມເພດຍ້ອນວ່າ ທ່ານມີເກີດລູກໃໝ່, ຫຼື ຖືກຮັບການປິ່ນປົວສໍາລັບ ພຕພ, ພະຍາຍາມເວົ້າລົມກ່ອນທີ່ທ່ານ ຈະຮ່ວມເພດອີກ ເທື່ອໜຶ່ງ. ຖ້າທ່ານ ແລະ ຄູ່ນອນຂອງທ່ານດໍາລົງຊີວິດຢູ່ຫ່າງໄກກັນ ຫຼື ເດີນທາງເລື້ອຍໆ, ໃຫ້ເວົ້າກ່ຽວກັບວິທີ ການປ້ອງກັນ ສຸຂະພາບທາງການມີເພດສຳພັນຂອງທ່ານກ່ອນທີ່ ທ່ານຈະກັບມາຮ່ວມເພດສຳພັນກັນ.
  • ຮຽນຮູ້ເພີ່ມເຕີມກ່ຽວກັບຄວາມສ່ຽງ ແລະ ວິທີການມີເພດສໍາພັນທີ່ປອດໄພຂຶ້ນ. ຜູ້ທີ່ບໍ່ຮູ້ກ່ຽວກັບເຊື້ອ ພຕພ, ວິທີການທີ່ແຜ່ເຊື້ອ ແລະ ຜົນກະທົບຕໍ່ສຸຂະພາບຂອງພວກເຂົາໃນໄລຍະຍາວ, ຖ້າບໍ່ເຂົ້າໃຈເຖິງຄວາມສ່ຽງ ທີ່ກ່ຽວກັບມີເພດສຳພັນທີ່ບໍ່ປອດໄພ. ຂໍ້ມູນຕ່າງໆສາມາດຊ່ວຍທ່ານໃຫ້ຄວາມຮູ້ກ່ຽວກັບສິ່ງທີ່ຕ້ອງປະຕິບັດໃນການຮ່ວມເພດທີ່ປອດໄພ.


ພະນັກງານສາທາລະນະສຸກຊາຍກຳລັງລົມກັບຜົວເມຍຄູ່ໜຶ່ງ.
ທ່ານທັງສອງຈະໄດ້ຮັບການປິ່ນປົວທັງສອງຄົນ ແລະພວກເຮົາຈະບອກເຖິງການປ້ອງກັນການຕິດເຊື້ອໃໝ່.

ການປິ່ນປົວຄືກັບການປ້ອງກັນ

ເຊື້ອ ພຕພ ສ່ວນຫຼາຍສາມາດຫາຍດີໄດ້ໂດຍການປິ່ນປົວ, ໂດຍສະເພາະໃນເວລາທີ່ເລີ້ມປິ່ນປົວທັນທີທັນໃດເມື່ອເປັນໄປໄດ້. ຕິດເຊື້ອ ພຕພ ໃດໜຶ່ງເຮັດໃຫ້ຕິດເຊື້ອ HIV ຫຼື ເຊື້ອ ພຕພ ອື່ນໆຕາມມາໄດ້, ແຕ່ວ່າຫຼັງຈາກການປິ່ນປົວຄົນ ກໍ່ບໍ່ໄດ້ແຜ່ເຊື້ອ ພຕພ ກັບຄົນອື່ນ.

ປິ່ນປົວທັນທີ. ພະນັກງານສາທາລະນະສຸກຮູ້ຈັກຊຸມຊົນຂອງເຂົາເຈົ້າດີ ແລະຮູ້ວ່າຜູ້ທີ່ເຂົ້າມາຂໍຄວາມຊ່ວຍເຫຼືອໃນການຮັກສາການຕິດເຊື້ອ ພຕພ ມີແນວໂນ້ມທີ່ຈະກັບຄືນມາຮັບການດູແລຮັກສາປິນປົວຫຼາຍຂຶ້ນກວ່າເກົ່າ. ນັ້ນຈະຊ່ວຍໃຫ້ ພວກເຂົາເຈົ້າຕັດສິນໃຈໄດ້ວ່າຈະໃຊ້ການປິ່ນປົວແນວໃດ ຫຼື ເລີ່ມຕົ້ນດ້ວຍການການປິ່ນປົວແບບໃດ.

ປິ່ນປົວຄູ່ນອນ. ເມື່ອຜູ້ໃດຜູ້ໜຶ່ງພົບວ່າເຂົາຕິດເຊື້ອ ພຕພ, ຄົນອື່ນທີ່ເຂົາເຈົ້າຈະຮ່ວມເພດນຳຈະຕ້ອງໄດ້ຮັບການກວດ ແລະ ປິ່ນປົວ. ຖ້າວ່າທ່ານມີຄວາມຫຍຸ້ງຍາກທີ່ຈະເວົ້າກັບຄູ່ນອນໃນອະດີດ, ທ່ານສາມາດຫາພະນັກງານສາທາ ລະນະສຸກ ແລະ ໂຄງການ ພຕພ ສາມາດຊ່ວຍຕິດຕໍ່ຄົນນັ້ນເພື່ອໃຫ້ເຂົາເຈົ້າໄດ້ຮັບການກວດ. ຖ້າທ່ານສາມາດ ເວົ້າລົມກັບຄູ່ ຮ່ວມງານໃນອະດີດໄດ້, ໃຫ້ພວກເຂົາຮັບຮູ້ວ່າບໍ່ໃຫ້ມີການຮ່ວມເພດພວກເຂົາຈົນກວ່າ ພວກເຂົາໄດ້ ຮັບການກວດ, ປິ່ນປົວ ແລະ ຫາຍດີແລ້ວ.

ການປິ່ນປົວແມ່ຍິງຖືພາຢ່າງໄວວ່າປ້ອງກັນການຕິດເຊື້ອ ແລະ ບັນຫາທີ່ສາມາດເກີດນຳເດັກ.

ຢາປ້ອງກັນສຳລັບ ພຕພ ບາງຊະນິດ

Post Exposure Prophylaxis (PEP) ແມ່ນວິທີການນໍາໃຊ້ຢາທີ່ໃຊ້ເພື່ອຮັກສາໂລກ HIV ທີ່ເອີ້ນວ່າການປິ່ນປົວດ້ວຍຢາ antiretroviral, ເພື່ອປ້ອງກັນບໍ່ໃຫ້ຄົນຕິດເຊື້ອ HIV. ເມື່ອມີຄົນຕິດເຊື້ອ HIV (ຕົວຢ່າງ, ຈາກການ ຂົ່ມຂືນ ຫຼື ການຮ່ວມເພດໂດຍບໍ່ມີຖົງຢາງອະນາໄມ), ກິນຢາ HIV ເທົ່າທີ່ຈະໄວໄດ້ພາຍໃນ 3 ມື້ສາມາດ ປ້ອງກັນ ບໍ່ໃຫ້ແຜ່ເຊື້ອ HIV ໄດ້. ໃນເວລາທີ່ຜູ້ບໍ່ມີເຊື້ອ HIV ແລ້ວ ກິນຢາຕ້ານເຊື້ອ HIV ເປັນປະຈໍາວັນນັ້ນ ເພື່ອປ້ອງກັນ ການຕິດເຊື້ອ HIV, ນີ້ເອີ້ນວ່າ Pre-Exposure Prophylaxis (PrEP). ເບິ່ງບົດກ່ຽວກັບ HIV ແລະ AIDS (ກຳລັງພັດທະນາຢູ່) ສໍາລັບຂໍ້ມູນເພີ່ມເຕີມ.

ວັກແຊັງປ້ອງກັນພະຍາດຕັບອັກເສບ B ແລະ ໂລກຕັບອັກເສບ B immune globulin (HBIG), ເລີ່ມຕົ້ນ ໄວເທົ່າທີ່ຈະເປັນໄປໄດ້ຫຼັງຈາກການຕິດເຊື້ອ, ສາມາດປ້ອງກັນການຕິດເຊື້ອພະຍາດຕັບອັກເສບ B.


ໂຄງການການຄັດກອງ, ການກວດ ແລະ ການປິ່ນປົວມີຢູ່ທົ່ວທຸກບ່ອນ

ໃນເວລາທີ່ສຸກສາລາໃຫ້ບໍລິການກວດ ແລະ ການປິ່ນປົວ ພຕພ ເປັນສ່ວນໜຶ່ງຂອງ ການບໍລິການວາງແຜນຄອບຄົວ, ການກວດການຖືພາ ແລະ ການບໍລິການດ້ານສຸຂະພາບອື່ນໆ, ການກວດ ແລະ ການປິ່ນປົວສາມາດເຂົ້າເຖິງທຸກຄົນ ໄດ້ງ່າຍຂຶ້ນ. ທຸກຄົນໂດຍສະເພາະແມ່ນ ຊາວໜຸ່ມ, ຕ້ອງການຮັບບໍລິການທີ່ສາມາດເຂົ້າເຖິງໄດ້, ມີລາຄາຖືກ ແລະ ໃຫ້ກຽດ. ຄຼີນິກໃນໂຮງຮຽນແບບຖາວອນ ຫຼື ກິດຈະກໍາພິເສດເພື່ອສະເໜີການກວດ ແລະ ການໃຫ້ຄໍາປຶກສາໃນງານ ວາງສະແດງຕາມຖະໜົນຫົນທາງ, ບາ, ຫ້ອງເຕັ້ນລຳ ຫຼື ບ່ອນໃດທີ່ຄົນສາມາດເຂົ້າເຖິງຜູ້ທີ່ບໍ່ໄດ້ຮັບການດູແລສຸຂະ ພາບຢ່າງເປັນປົກກະຕິ. ບ່ອນໃດກໍຕາມຜູ້ທີ່ໄປແລ້ວແມ່ນບ່ອນທີ່ດີທີ່ຈະນໍາຂໍ້ມູນ ແລະເການບໍລິການຂອງ ພະຍາດ ພຕພ.

ພະນັກງານສາທາລະນະສຸກເຮັດແນວໃດໃນການຈຳແນກການປ້ອງກັນ ແລະ ດູແລ ພະຍາດ ພຕພ

ສະແດງໃຫ້ເຫັນວ່າການເວົ້າກ່ຽວກັບການມີເພດສຳພັນເປັນເລື່ອງປົກກະຕິ. ທຸກຄົນຮູ້ສຶກເປັນຫ່ວງຖ້າວ່າ ບາງສິ່ງ ບາງຢ່າງເບິ່ງຄືວ່າຜິດພາດກັບອະໄວຍະວະເພດຂອງພວກເຂົາ. ແລະ ຄົນມັກຈະຢ້ານກົວທີ່ຈະຊອກຫາການຊ່ວຍ ເຫຼືອ, ໂດຍສະເພາະຖ້າບັນຫານີ້ເບິ່ງຄືວ່າມີການຮ່ວມເພດ. ທ່ານສາມາດ ສະແດງຄວາມເຫັນອົກເຫັນໃຈຕໍ່ຄົນທີ່ຕົກໃນສະຖານະການນີ້. ປິ່ນປົວພວກເຂົາໃຫ້ດີ ແລະ ພວກເຂົາຈະຮູ້ສຶກໂລ່ງໃຈ ແລະ ບໍ່ອາຍເມື່ອພວກເຂົາມາຫາ ທ່ານ. ທັດສະນະຄະຕິຂອງທ່ານບໍ່ພຽງແຕ່ຊ່ວຍໃຫ້ບຸກຄົນນັ້ນແຕ່ຜູ້ອື່ນຜູ້ທີ່ບໍ່ສາມາດຊອກຫາການກວດ ຫຼື ການປິ່ນປົວຍ້ອນຄວາມຢ້ານກົວທີ່ຖືກຜູ້ອຶ່ນຕັດສິນ.

ຂໍ້ມູນທາງສຸຂະພາບແມ່ນເປັນສ່ວນຕົວ. ເມື່ອຜູ້ໃດມາຫາທ່ານເພື່ອຂໍຄວາມຊ່ວຍເຫຼືອ, ຈົ່ງຮັກສາຂໍ້ມູນຂອງພວກເຂົາເປັນຄວາມລັບ. ຖ້າທ່ານບໍ່ເຮັດຄືແນວນັ້ນ, ພວກເຂົາອາດຈະບໍ່ກັບຫາທ່ານເພື່ອຮັບປິ່ນປົວອີກ.

ການຕຳນິວິຈານບໍ່ໄດ້ຊ່ວຍໃຫ້ຫາຍດີ. ຕອບຢ່າງສັດຊື່ຖືກກັບຄໍາຖາມ, ພ້ອມໆກັບຄວາມຈຳເປັນໃນການກວດ ແລະ ຢາຕ່າງໆແມ່ນວິທີທີ່ດີທີ່ສຸດທີ່ຈະຊ່ວຍເຫຼືອ. ຖ້າທ່ານບໍ່ສາມາດປິ່ນປົວ ພຕພ ໃຫ້ຊອກຫາບ່ອນທີ່ໃຫ້ການດູແລໂດຍມີຄ່າໃຊ້ຈ່າຍຕ່ຳທີ່ຢູ່ໃກ້ຄຽງໃຫ້ເຂົາ.

NWTND sti Page 26-1.png

ເຄົາລົບນັບຖືເລື່ອງເພດຂອງຜູ້ຄົນ. ຈົ່ງຈື່ໄວ້ວ່າຄົນທີ່ທ່ານຊ່ວຍສາມາດເປັນ gay (ເພດຊາຍມີໃຈເປັນແມ່ຍິ), lesbian (ແມ່ຍິງມີໃຈເປັນຜູ້ຊາຍ) ຫຼື bisexual (ມີທັງສອງເພດໃນຄົນດຽວ), ເຖິງແມ່ນວ່າພວກເຂົາບໍ່ບອກທ່ານ. ທ່ານສາມາດ ຊອກຫາຄໍາສັບຕ່າງໆ ສໍາລັບຄູ່ນອນທີ່ສາມາດລວມເອົາທັງຜູ້ຊາຍ ຫຼື ຜູ້ຍິງ. ຍັງຕ້ອງໄດ້ຮັບຕ້ອນຜູ້ຄົນທີ່ມີການແປງ ເພດແລ້ວ ແລະເຄົາລົບສິ່ງທີ່ເຂົາເຈົ້າບອກທ່ານກ່ຽວກັບການເປັນຜູ້ຊາຍ, ຍິງ ຫຼືມີຊື່ອື່ນສໍາລັບເພດຂອງພວກເຂົາ. ໃນລະຫວ່າງກວດອະໄວຍະວະເພດ, ບໍ່ສະແດງຄວາມແປກໃຈ ຖ້າຄົນນັ້ນບໍ່ມີຮ່າງກາຍກົງກັບເພດຂອງພວກເຂົາ. ສຸມໃສ່ວິທີການປິ່ນປົວຂອງຄົນນັ້ນ ແລະ ພຽງແຕ່ເວົ້າກ່ຽວກັບບົດບາດຍິງຊາຍຂອງພວກເຂົາ ຖ້າພວກເຂົາຕ້ອງການ. ສຸຂະພາບຂອງທຸກໆຄົນແມ່ນດີຂຶ້ນເມື່ອທ່ານສາມາດຊ່ວຍຄົນທີ່ມີບັນຫາສຸຂະພາບໄດ້.

ຊ່ວຍເຫຼືອໄວໜຸ່ມ. ເຊື້ອ ພຕພ ແມ່ນບັນຫາທີ່ຮ້າຍແຮງ ແລະເປັນບັນຫາສໍາລັບໄວໜຸ່ມ, ໂດຍສະເພາະແມ່ນແມ່ຍິງ ໜຸ່ມ. ໄວໜຸ່ມມັກຈະສົນທະນາກັບຜູ້ອື່ນໃນໄວອາຍຸດຽວກັນ ເຂົາແລກປ່ຽນກັນຫຼາຍຢ່າງນຳກັນເຊັ່ນ: ສິ່ງທີ່ມີຄຸນຄ່າທາງດ້ານຈິດໃຈ, ແຜນການໆ ແລະ ທາງເລືອກຕ່າງ. ຫຼາຍໆຄັ້ງທີ່ໄວໜຸ່ມບໍ່ສາມາດອີງໃສ່ຄອບຄົວຂອງພວກເຂົາເພື່ອ ສະໜັບສະໜູນ. ທ່ານສາມາດສະໜັບສະໜູນໄວໜຸ່ມໂດຍສະຖານທີ່ຄວາມເຂົາສາມາດພົບປະກັນ ແລະ ປອດໄພ, ບ່ອນທີ່ບໍ່ມີໃຜຈະຕັດສິນພວກເຂົາ ແລະບ່ອນທີ່ພວກເຂົາສາມາດຊອກຫາຂໍ້ມູນກ່ຽວກັບສຸຂະພາບ, ເພດ, ບໍລິການ ສຸຂະພາບທາງເພດ ແລະ ຄວາມກັງວົນອື່ນໆຂອງພວກເຂົາ.

ທຸກໆຄົນມີເພດສໍາພັນ. ວຽກຂອງທ່ານເປັນພະນັກງານສາທາລະນະສຸກບໍ່ມີໜ້າທີ່ຕັດສິນ ຫຼື ຕັດສິນໃຈໃຫ້ຄົນອື່ນ ແຕ່ວ່າມີໜ້າທີ່ຈະປິ່ນປົວພວກເຂົາດຽວນີ້ ແລະໃຫ້ການສະໜັບສະໜູນໃຫ້ພວກເຂົາສາມາດເຮັດໃຫ້ຕົວເອງປອດໄພກວ່າເກົ່າ, ທາງເລືອກເລື່ອງສຸຂະພາບດີຂຶ້ນກວ່າເກົ່າ.

ກຸ່ມຜູ້ໃຫຍ່ນັ່ງເປັນວົງມົນ, ມີທ່າທາງຄືກັບການຝຶກອົບຮົມພະນັກງານສາທາລະນະສຸກ
ການຝຶກອົບຮົມພະນັກງານສາທາລະນະສຸກ

ປຶກສາຫາລື:
5 ວິທີທີ່ທ່ານສາມາດເຮັດໃຫ້ຄົນຮູ້ສຶກຍິນດີ
5 ວິທີທີ່ທ່ານສາມາດສົນທະນາໂດຍບໍ່ມີການຕຳນິວິຈານຜູ້ຄົນ

ຢຸດຄວາມອັບອາຍ ແລະ ໜ້າອາຍກ່ຽວກັບພະຍາດ ພຕພ

Lo NWTND sti Page 28-1.png

ແບ່ງປັນຂໍ້ມູນກ່ຽວກັບຖົງຢາງອະນາໄມ ແລະ ວິທີໃຊ້ພວກມັນ. ບາງອົງການຈັດຕັ້ງຂອງລັດຖະບານ ຫຼື ອົງການ ຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານແຈກຍາຍຖົງຢາງອະນາໄມໃຫ້ແກ່ຄົນທີ່ຕ້ອງການ. ເບິ່ງບົດແນະນໍາກ່ຽວກັບການ ວາງແຜນຄອບຄົວ ເພື່ອໃຫ້ຮູ້ກ່ຽວກັບການໃຊ້ຖົງຢາງອະນາໄມສໍາລັບຜູ້ຊາຍ ແລະ ແມ່ຍິງ.

ເຮັດວຽກຮ່ວມກັບຊຸມຊົນຂອງທ່ານ. ສົນທະນາ ແລະສອນກ່ຽວກັບການມີເພດສຳພັນ. ຄົນມັກຈະປ້ອງກັນເຊື້ອ ພຕພ ເມື່ອພວກເຂົາສາມາດສົນທະນາກ່ຽວກັບເພດເປີດເຜີຍ ແລະສາມາດເຂົ້າເຖິງຂໍ້ມູນ, ການໃຫ້ບໍລິການ ແລະ ໃຫ້ຖົງຢາງ ອະນາໄມເຊັ່ນດຽວກັນກັບການກວດ ແລະ ການຮັກສາ ພະຍາດ ພຕພ. ການປະຕິບັດດ້ານສຸຂະພາບຂອງ Hesperian ສໍາລັບແມ່ຍິງມີກິດຈະກໍາ ແລະ ແນວຄິດຫຼາຍຢ່າງທີ່ຈະເລີ່ມຕົ້ນຈາກການສົນທະນາ ແລະ ແກ້ໄຂບັນຫາ ທີ່ກ່ຽວຂ້ອງກັບສຸຂະພາບທາງເພດ.

ບ່ອນທີ່ປະຊາຊົນໄດ້ຖືກສອນວ່າການມີເພດສຳພັນເປັນຄວາມອັບອາຍ, ມັນເປັນການຍາກທີ່ຈະຊອກຫາຄວາມຊ່ວຍ ເຫຼືອສໍາລັບການຕິດເຊື້ອ ພຕພ. ຖ້າຄູ່ຜົວເມຍທີ່ມີເພດສໍາພັນກັບເພດດຽວກັນ (ລະຫວ່າງຜູ້ຊາຍ 2 ຄົນ ຫຼື ແມ່ຍິງ 2 ຄົນ) ແມ່ນຖືກຈໍາແນກ ຫຼື ເຊື່ອງໄວ້, ຜູ້ຄົນຈະມີເວລາທີ່ຫຍຸ້ງຍາກທີ່ຈະເວົ້າລົມກັບຄູ່ນອນຂອງເຂົາເຈົ້າກ່ຽວກັບ ການຮ່ວມເພດທີ່ປອດໄພ, ການກວດ ຫຼື ໄປຫາພະນັກງານສາທາລະນະສຸກ.

ຄວາມອັບອາຍ ຫຼື ການແບ່ງແຍກຕໍ່ກັບຜູ້ໃຫ້ບໍລິການທາງເພດ, ຜູ້ທີ່ເສບຢາ, ມີຜິວສີດຳ, ຫຼື ເປັນສະມາຊິກຂອງກຸ່ມ "ຊົນຊັ້ນຕໍ່າ" ຫຼື ຊົນເຜົ່າ, ເຮັດໃຫ້ມັນຍາກຫຼາຍກວ່າເກົ່າສໍາລັບຊຸມຊົນເພື່ອປ້ອງກັນການຕິດເຊື້ອ ພຕພ.

ສຸກສາລາສາມາດຊ່ວຍເຮັດໃຫ້ຄວາມອັບອາຍຕໍ່ການຕິດເຊື້ອ ພຕພ ຫຼຸດຜ່ອນລົງ ໂດຍການກວດ ແລະ ການປິ່ນປົວ ເປັນສ່ວນໜຶ່ງຂອງການດູແລສຸຂະພາບສໍາລັບຜູ້ໃຫຍ່ ແລະ ໄວໜຸ່ມ. ສໍາລັບຄົນທີ່ສາມາດຮັບການກວດຫາເຊື້ອ ພຕພ ພວກເຂົາຕ້ອງຮູ້ວ່າພວກເຂົາຈະໄດ້ຮັບການປິ່ນປົວດ້ວຍຄວາມນັບຖື ແລະ ຄວາມເປັນສ່ວນຕົວ.

ໃນໄລຍະຍາວ, ສຳລັບພະຍາດ ພຕພ ສາມາດຖືກປ້ອງກັນໂດຍການຕໍ່ສູ້ເພື່ອສະເໝີພາບສະພາບທາງດ້ານສັງຄົມ ແລະ ເສດຖະກິດ. ເມືຶ່ອຄອບຄົວບໍ່ຈໍາເປັນຕ້ອງແຍກຍ້າຍກັນໄປເພື່ອຊອກຫາວຽກ, ເມື່ອຄົນບໍ່ຕ້ອງດ້ຂາຍຕົວເພື່ອພັກ ອາໃສ, ຫຼື ເງິນ, ແລະ ເມື່ອໄວໜຸ່ມສາມາດເຂົ້າເຖິງການສຶກສາ ແລະ ອະນາຄົດ, ມີການຕິດເຊື້ອທາງເພດສໍາພັນ ໜ້ອຍລົງ.


This page was updated: ໑໒ ມີຖຸນາ ໒໐໑໙