Hesperian Health Guides

ພະຍາດຕັບອັກເສບ B ແລະ C

ຢູ່ໃນພາກນີ້:

ພະຍາດຕັບອັກເສບແມ່ນການຕິດເຊື້ອຢູ່ຕັບ, ເຊິ່ງມີສາເຫດທີ່ພົບເລື້ອຍແມ່ນມາຈາກໄວຣັດສ໌. ພະຍາດຕັບອັກເສບມັນມີຫຼາຍຊະນິດ, ແຕ່ພະຍາດຕັບອັກເສບ B ແລະ C ສາມາດແຜ່ເຊື້ອຈາກການມີເພດສຳພັນ ຫຼື ຈາກເລືອດໄດ້. ພະຍາດຕັບອັກເສບ B ແຜ່ຈາກຄົນໜຶ່ງໄປສູ່ອີກຄົນອື່ນໄດ້ຢ່າງງ່າຍດາຍ, ໂດຍສະເພາະລະຫວ່າງມີເພດສຳພັນ. ພະຍາດຕັບ ອັກເສບ C ແມ່ນ ຈະແຜ່ເຊື້ອຜ່ານທາງການຕິດຕໍ່ຈາກເລືອດສູ່ເລືອດ ແລະບໍ່ສາມາດແຜ່ເຊື້ອໂດຍການມີເພດສຳພັນພຽງຢ່າງດຽວ. ພະຍາດຕັບອັກເສບ B ແລະ C ສາມາດນຳໄປສູ່ການທຳລາຍຕໍ່ຕັບ (ພະຍາດຕັບແຂງ), ມະເຮັງຕັບ, ແລະຈົນເຖິງເຮັດໃຫ້ເສຍຊີວິດ. ພະຍາດຕັບອັກເສບ C ແມ່ນ ເປັນສາເຫດຕົ້ນຕໍຂອງການຕາຍສຳລັບຄົນເຈັບທີ່ມີເຊື້ອຮ່ວມກັບ HIV/AIDS.

ທັງພະຍາດຕັບອັກເສບ B ແລະ C ສາມາດແຜ່ເຊື້ອໄປສູ່ເດັກໃນທ້ອງໄດ້.

ຮູບຜູ້ຊາຍທີ່ມີຮູບຕັບທີ່ໝາຍໄວ້
ຕັບ
ມັນອາດຈະບໍ່ມີອາການສະແດງຂອງພະຍາດຕັບອັກເສບ B ແລະ C ແຕ່ ການຕິດເຊື້ອນີ້ເປັນສາເຫດຮຸນແຮງເຮັດໃຫ້ຕັບຖືກທຳລາຍ.
ອາການຕ່າງໆຂອງພະຍາດອັກເສບ B
  • ບໍ່ຢາກອາຫານ
  • ເມື່ອຍ ແລະ ຮູ້ສຶກອ່ອນແຮງ
  • ຕາເຫຼືອງ ແລະ ບາງຄັ້ງກໍ່ມີຜິວໜັງເຫຼືອງ (ໂດຍສະເພາະຢູ່ຝາມື ແລະ ຝາຕີນ)
  • ເຈັບທ້ອງ ຫຼື ປວດຮາກ
  • ນ້ຳຍ່ຽວເປັນສີນ້ຳຕານ, ສີ cola, ແລະ ອາຈົມເປັນສີຂາວ
ອາການຂອງພະຍາດຕັບອັກເສບ C

ອາການຄືກັບພະຍາດຕັບອັກເສບ B ຫຼື ອາດຈະບໍ່ມີອາການເລີຍຫຼັງຕິດເຊື້ອໄດ້ຫຼາຍປີມາແລ້ວ.

ຫຼາຍຄົນຈະບໍ່ຮູ້ວ່າເຂົາເຈົ້າຕິດເຊື້ອຈົນກວ່າພວກເຂົາໄດ້ກວດພົບ.

ການປິ່ນປົວ

ດຽວນີ້ມີຢາທີ່ປິ່ນປົວພະຍາດຕັບອັກເສບ B ແລະ C, ແລະ ຈົນສາມາດປິ່ນປົວຕັບອັກເສບ C ໃຫ້ຫາຍດີໄດ້. ການປິ່ນປົວພະຍາດຕັບອັກເສບ C ໃຫ້ຫາຍດີບໍ່ໄດ້ປ້ອງກັນໃຫ້ທ່ານຕິດເຊື້ອຄືນອີກໄດ້ ຖ້າທ່ານໄດ້ຖືກສຳພັດກັບເຊື້ອອີກນັ້ນ. ການໄປກວດຢູ່ສະຖານທີ່ບໍລິການສຸຂະພາບຂອງທ່ານເພື່ອຊ່ວຍໃຫ້ຮູ້ວ່າເປັນພະຍາດຕັບອັກເສບຊະນິດໃດ ແລະ ທ່ານຕ້ອງໄດ້ຮັບຢາຊະນິດໃດ. ເຖິງແມ່ນວ່າບໍ່ມີຢາ, ທ່ານຍັງສາມາດຮູ້ສຶກດີຂຶ້ນ ແລະຊ່ວຍປິ່ນປົວຕັບຂອງທ່ານໂດຍການພັກຜ່ອນຫຼາຍໆ, ແລະ ດື່ມນ້ຳໝາກໄມ້, ນ້ຳຫວານ ຫຼື ນ້ຳຜັກ. ເພື່ອຄວບຄຸມອາການປົວຮາກ ແລະ ຮາກ ນັ້ນໂດຍການດື່ມນ້ຳໂຊດາ, ນ້ຳຂິງ ຫຼື ຊາເຊັ່ນ: ຊາດອກ chamomile. ເຖິງແມ່ນວ່າບໍ່ໄດ້ດື່ມເຫຼົ້າເລີຍ ຫຼື ດື່ມພຽງເລັກນ້ອຍ ກໍ່ເປັນອັນຕະລາຍຕໍ່ຕັບ ແລະ ເຮັດໃຫ້ເປັນຮ້າຍແຮງກ່ອນເກົ່າ. ບໍ່ໃຫ້ໃຊ້ຢາ paracetamol (acetaminophen ຫຼື Tylenol) ຫຼື ຢາທີ່ມີສ່ວນປະກອບຂອງຢາເຫຼົ່ານີ້ ເພາະມັນຈະເປັນອັນຕະລາຍຕໍ່ພະຍາດຕັບອັກເສບ. ຖ້າຈຳເປັນຕ້ອງກິນ, ໃຫ້ຢາ ibuprofen ຫຼື aspirin ແທນ. ມີຂໍ້ມູນເພີ້ມເຕີມກ່ຽວກັບການດູແລຕັບອັກເສບໃນບົດກ່ຽວກັບເຈັບທ້ອງ, ຖອກທ້ອງ ແລະ ແມ່ພະຍາດ, ໜ້າທີ່.

ການປ້ອງກັນ

ຄວນໃສ່ຖົງຢາງອານະໄມເວລາມີເພດສຳພັນ, ແລະຢ່າໃຊ້ເຂັມ ຫຼືອຸປະກອນສັກຢາອື່ນໆຮ່ວມກັນ. ການສັກລາຍມຶກສີຕ່າງໆ ກໍ່ໃຫ້ແນ່ໃຈວ່າອຸປະກອນສັກລາຍນັ້ນ, ບໍ່ວ່າຈະເປັນ ການເຮັດໃຫ້ເປັນຮອຍແພເປັນ, ການເຈາະ ຫຼື ປາດຜິວໜັງແມ່ນ ຕ້ອງປອດໄພກ່ອນທີ່ຈະນຳໄປໃຊ້ ເພາະເຊື້ອໄວຮັດສຕັບອັກເສບສາມາດຢູ່ພື້ນຜິວ ຫຼື ໃນອາກາດໄດ້ເຖິງ 3 ອາທິດໄດ້. ພະຍາດຕັບອັກເສບ C ຈະສາມາດແຜ່ເຊື້ອໄດ້ໂດຍການໃຊ້ແປງຖູແຂ້ວ ສະນັ້ນຢ່າໃຊ້ແປງຮ່ວມກັນນຳອີກ.

ຢາປ້ອງກັນພະຍາດຕັບອັບເສບ B ແມ່ນເປັນການສັກ 3 ຊຸດສຳລັບເດັກນ້ອຍ, ແລະຕາມປົກະຕິແມ່ນຈະໃຫ້ພ້ອມການສັກຢາປ້ອງກັນອື່ນໃນອາຍຸ 6 ເດືອນ. ຖ້າແມ່ຍິງຖືພາໄດ້ຮັບຢາປ້ອງກັນ ເດັກກໍ່ຈະບໍ່ໄດ້ຮັບເຊື້ອໄວຣັດສໃນເວລາເກີດນຳ. ເດັກໃຫຍ່ ແລະ ຜູ່ໃຫຍ່ທີ່ບໍ່ໄດ້ຮັບຢາປ້ອງກັນຕອນຍັງນ້ອຍນັ້ນ ສາມາດສັກຢາປ້ອງກັນນີ້ໄດ້.


This page was updated: ໑໑ ມີຖຸນາ ໒໐໑໙