Hesperian Health Guides

ໂລກຫອນໄກ່

ຢູ່ໃນພາກນີ້:

ໂລກຫອນໄກເກີດຈາກການຕິດເຊື້ອໄວຣັດສ. ຫູດຂີ້ກະຕອດຢູ່ອະໄວຍະວະເພດຈະອ່ອນກວ່າຢູ່ອະໄວຍະວະອື່ນຂອງຮ່າງກາຍ ແລະມັນຈະເກີດຂ້ອນຂ້າງຫຼາຍກວ່າ. ມັນກໍ່ເປັນໄປໄດ້ທີ່ຈະມີຮູຂຸມໃນຊ່ອງຄອດ ຫຼືຢູ່ປາຍຂອງອະໄວຍະວະ ເພດຊາຍ ແລະບໍ່ເຫັນມັນ. ໃນຂະນະທີ່ຫູດຂີ້ກະຕອດອາດຈະຫາຍໄປ, ຕາມປົກກະຕິ ພວກມັນຈະສືບຕໍ່ຮ້າຍແຮງ ກວ່າເກົ່າ ແລະຄວນປິ່ນປົວ. ເພາະວ່າໂລກຫອນໄກ່ມີລັກສະນະຄ້າຍຄືອາການ syphilis ໃນເບື້ອງຕົ້ນ, ກວດຫາເຊື້ອ syphilis ກ່ອນທີ່ຈະປິ່ນປົວ ແລະ ຖ້າມັນເປັນ syphilis, ໃຫ້ປິ່ນປົວໄດ້ທັນທີ.

ຫູດຂີ້ກະຕອດເຕີບໃຫຍ່ໄວໃນເວລາຖືພາ ແລະ ອາດຈະມີເລືອດອອກໃນເວລາເກີດລູກ, ເຊິ່ງອາດຈະເຮັດໃຫ້ເດັກຕິດເຊື້ອ. ແມ່ຍິງຖືພາທີ່ມີຫູດຂີ້ກະຕອດຄວນປຶກສາກັບພະນັກງານສາທາລະນະສຸກ ເພື່ອກວດເບິ່ງວ່າ ລາວຄວນຈະເກີດລູກຢູ່ໂຮງຫມໍໂດຍການຜ່າຕັດ (C-section).

ອາການຕ່າງໆ
ອະໄວຍະວະເພດຍິງທີ່ມີບາດແຜ
  • ການຂະຫຍາຍຕົວຂອງຜິວໜັງຂະໜາດນ້ອຍ, ໃຄ່ເຕັ່ງຕຶງ, ມີສີຂາວ ຫຼື ສີນ້ຳຕານທີ່ມີໜ້າຜິວບໍ່ລຽບ. ໃນແມ່ຍິງມັນຈະເລີນເຕີບໂຕໃນ ປາກຊ່ອງຄອດ, ຢູ່ໃນຊ່ອງຄອດ, ຫຼື ຮູທະວານ. ໃນຜູ້ຊາຍມັນເຈົ້າມັກຈະເຕີບ ໃຫຍ່ຢູ່ໃນອະໄວຍະວະເພດ, ແຕ່ຍັງອາດ ຈະເຕີບໃຫຍ່ຢູ່ໃນຖົງອັນທະ ຫຼື ຮູທະວານ.
  • ບາງຄັ້ງກໍ່ເປັນຫູດຂີ້ກະຕອດທີ່ຄັນ
ອະໄວຍະວະເພດຊາຍທີ່ມີບາດແຜ
ການປິ່ນປົວ
a woman's genitals with sores and a hand applying medicine to them

ການປິ່ນປົວຫຼາຍຄັ້ງຕໍ່ອາທິດແມ່ນມີຄວາມຈໍາເປັນ. ພະນັກງານສາທາລະນະສຸກມັກຈະເຮັດໃຊ້ການປິ່ນປົວຄັ້ງທໍາ ອິດໃຫ້ເບິ່ງ ແລະອາດຈະສະແດງໃຫ້ທ່ານເຫັນວິທີປິ່ນປົວຢູ່ເຮືອນ ຫຼືທ່ານຈະກັບຄືນມາຮັບການປິ່ນປົວ. ຢາທີ່ປະກອບ ມີອາຊິດ trichloroacetic acid (TCA), bichloracetic acid (BCA), ຫຼື podofilox

ການປ້ອງກັນ

ໃສ່ຖົງຢາງອະນາໄມໃນລະຫວ່າງການມີເພດສຳພັນ. ຖ້າທ່ານ ຫຼືຄູ່ນອນຂອງທ່ານມີຫູດຂີ້ກະຕອດໃນອະໄວຍະວະ ເພດ ຫຼືຫຼີກລ້ຽງການຮ່ວມເພດຈົນກ່ວາພວກເຂົາຈະຫາຍດີ. ວັກແຊັງປ້ອງກັນໄວຣັດສ papilloma ໃນຄົນ (HPV) ຊ່ວຍປ້ອງກັນການເປັນຫູດຂີ້ກະຕອດຢູ່ອະໄວຍະວະເພດ.


This page was updated: ໐໙ ພຶດສະພາ ໒໐໑໙