Hesperian Health Guides

ການຖືພາ ແລະ ພະຍາດ ພຕພ

ຢູ່ໃນພາກນີ້:

NWTND sti Page 20-1.png

ເມື່ອແມ່ຍິງຖືພາເປັນພະຍາດ ພຕພ, ລູກຂອງລາວສາມາດຕິດເຊື້ອຜ່ານເລືອດຂອງແມ່ໃນເວລາຖືພາ, ໃນເວລາ ເກີດລູກເມື່ອພວກເຂົາຜ່ານຊ່ອງຄອດ ຫຼື ໃນນົມແມ່.

ພະຍາດ ພຕພ ທີ່ບໍ່ໄດ້ຮັບການປິ່ນປົວ ຫຼືບໍ່ສາມາດຄວບຄຸມໄດ້ສາມາດເປັນອັນຕະລາຍຕໍ່ແມ່ຍິງ ແລະ ລູກຂອງທ່ານ. ເດັກສາມາດເກີດກ່ອນກຳນົດ ຫຼື ມີນ້ຳໜັກໜ້ອຍເກີນໄປ, ແລະ ພວກເຂົາສາມາດບໍ່ສະບາຍ ຫຼື ເຈັບປ່ວຍໄດ້ອີກຕໍ່ໄປ. ການກວດຫາພະຍາດ ພຕພ ຊ່ວຍໃຫ້ທ່ານຮູ້ ແລະຈະບໍ່ມີຄວາມກັງວົນ ຫຼືຈະຊ່ວຍໃຫ້ທ່ານໄດ້ຮັບການປິ່ນປົວທີ່ຖືກ ຕ້ອງໃນລະຫວ່າງການຖືພາ ຫຼື ໃນການເກີດລູກ. ການປິ່ນປົວສາມາດປິ່ນປົວແມ່ ແລະ ເດັກ, ແລະ ປິ່ນປົວ ຄູ່ຂອງ ແມ່ຍິງເຊັ່ນກັນ.

ພະຍາດໜອງໃນແທ້ ແລະ ໜອງໃນທຽມ

ພະຍາດໜອງໃນແທ້ ຫຼືໜອງໃນທຽມສາມາດແຜ່ເຊື້ອຜ່ານ ຈາກແມ່ໄປຫາລູກໃນເວລາເກີດ ແລະ ສາມາດ ເຮັດໃຫ້ເກີດການຕິດເຊື້ອຕາໄດ້, ຈົນໄປເຖິງຕາບອດ ຫຼື ບັນຫາປອດທີ່ຮ້າຍແຮງ. ເພື່ອປ້ອງກັນການຕິດ ເຊື້ອຕາ ແລະ ຕາບອດ, ໃຫ້ໃສ່ຢາ erythromycin ປ້າຍທາຕາຂອງເດັກພາຍຫຼັງເກີດ (ເບິ່ງເດັກນ້ອຍ ເກີດໃໝ່ ແລະ ການລ້ຽງລູກດ້ວຍນົມແມ່).

ພະຍາດ ຊີຟີລິສ໌

Syphilis ສາມາດແຜ່ເຊື້ອຈາກແມ່ໄປຫາລູກໃນມົດລູກໄດ້, ເຮັດໃຫ້ເດັກເກີດກ່ອນກຳນົດ, ຖືກເຮັດໃຫ້ເປັນພິການ, ຫຼື ຕາຍໄດ້. ສະນັ້ນຄວນໄດ້ຮັບການກວດ ແລະ ປິ່ນປົວໃນເວລາຖືພາ.

ພະຍາດ Herpes

Herpes ສາມາດແຜ່ເຊື້ອຈາກແມ່ໄປຫາລູກໃນລະຫວ່າງການເກີດລູກ ຖ້າແມ່ມີບາດແຜຢູ່ໃນອະໄວຍະວະເພດ. ຖ້າທ່ານໄດ້ຮັບການກວດພົບວ່າເປັນ Herpes ຫຼື ມີບາດແຜ, ມັນດີທີ່ສຸດທີ່ຈະໃຫ້ເກີດໃນໂຮງໝໍ. ພວກເຂົາອາດ ຈະຕ້ອງໄດ້ຜ່າຕັດເກີດລູກ (C-section) ແລະ ປິ່ນປົວລູກຫຼັງເກີດ.

a woman entering a health clinic

ພະຍາດຫູດຂີ້ກະຕອດ

ພະຍາດຫູດຂີ້ກະຕອດຈະບໍ່ແຜ່ເຊື້ອຕໍ່ໄປຫາເດັກ, ແຕ່ພວກມັນສາມາດເຮັດໃຫ້ທ່ານລຳຄານໃນເວລາຖືພາ. ໃຫ້ປິ່ນປົວຫູດຂີ້ກະຕອດ ຫຼື ລໍຖ້າຈົນຫຼັງຈາກການເກີດລູກຄ່ອຍໃຫ້ປິ່ນປົວ. ເນື່ອງຈາກ ວ່າຫູດຂີ້ກະຕອດອາດຈະມີເລືອດອອກໃນເວລາເກີດລູກນັ້ນ, ໃຫ້ປຶກສາກັບພະນັກງານ ສາທາລະນະສຸກກ່ຽວກັບທາງເລືອກໃນການເກີດລູກຢູ່ໃນໂຮງໝໍ.

ພະຍາດຕັບອັກເສບ B

ແມ່ຍິງຖືພາສາມາດຖ່າຍທອດພະຍາດຕັບອັກເສບ B ກັບລູກຂອງລາວໄດ້. ເດັກຈະຕ້ອງສັກຢາ HepB ຫຼັງຈາກເກີດ ແລະ ຮັບການປິ່ນປົວອື່ນໆ ເພື່ອປ້ອງກັນການຕິດເຊື້ອພະຍາດຕັບອັກເສບ B.

ຕິດເຊື້ອ HIV

ການກວດຫາເຊື້ອ HIV ໃນເວລາຖືພາໝາຍຄວາມວ່າທ່ານສາມາດໄດ້ຮັບຢາເພື່ອປ້ອງກັນບໍ່ໃຫ້ແຜ່ເຊື້ອໄປຫາເດັກ. ຢາ HIV ຈະປ້ອງກັນໃຫ້ແມ່ ແລະ ເດັກ.


This page was updated: ໑໑ ມີຖຸນາ ໒໐໑໙