Hesperian Health Guides

ໄຂ້ມາລາເລຍ, ໄຂ້ເລືອດອອກ, ແລະໂລກໄພໄຂ້ເຈັບອື່ນໆທີ່ເກີດຈາກຍຸງ

ຂໍ້ມູນສຸຂະພາບ > ປຶ້ມຢູ່ໄກແພດສະບັບປັບປຸງໃໝ່ > ໄຂ້ມາລາເລຍ, ໄຂ້ເລືອດອອກ, ແລະໂລກໄພໄຂ້ເຈັບອື່ນໆທີ່ເກີດຈາກຍຸງ

ຢູ່ໃນພາກນີ້:

ແມ່ຍິງ ແລະລູກທັງສອງຂອງລາວຖືກຝູງຍຸງບິນຕອມ

ຍຸງເປັນພາຫະນຳໂລກໄພໄຂ້ເຈັບຫຼາຍຢ່າງມາແຜ່ໃຫ້ຄົນໂດຍຜ່ານທາງການກິນເລືອດຄົນ. ການປ່ຽນແປງຂອງສະພາບດິນຟ້າອາກາດ ເຊິ່ງພາໃຫ້ອາກາດຮ້ອນຂຶ້ນ ແລະປຽກຊຸ່ມຫຼາຍຂຶ້ນ, ສະພາບເງື່ອນໄຂດັ່ງກ່າວນີ້ເອື້ອອຳນວຍໃຫ້ຍຸງແຜ່ຂະຫຍາຍຈຳນວນໄດ້ຫຼາຍຂຶ້ນ.

ຍຸງແມ່ນມີຫຼາກຫຼາຍຊະນິດ - ບາງຊະນິດກໍ່ແຜ່ຂະຫຍາຍພັນຕາມໜອງບຶງ, ບາງຊະນິດແຜ່ຂະຫຍາຍພັນໃນນ້ຳຝົນ ແລະຕາມບ່ອນເກັບນ້ຳກິນນ້ຳໃຊ້. ບາງຊະນິດກໍ່ອອກມາຫາກິນໃນຕອນກາງຄືນ ແລະບາງຊະນິດອອກຫາກິນໃນເວລາກາງເວັນ. ຍຸງບາງຊະນິດກໍ່ນຳເຊື້ອພະຍາດ ແລະໂລກໄພໄຂ້ເຈັບມາສູ່ຄົນເທົ່ານັ້ນ, ແລະອີກບາງຊະນິດແມ່ນພາໃຫ້ທັງຄົນ ແລະສັດເກີດການເຈັບປ່ວຍໄດ້.

ຍຸງແຜ່ເຊື້ອພະຍາດ-ໂລກໄພໄຂ້ເຈັບໃນເວລາທີ່ພວກມັນກັດກິນເລືອດ

ເຊື້ອໄວຣັດສ໌ (virus) ຈາກຍຸງ. ການເຈັບປ່ວຍຫຼາຍຢ່າງທີ່ເກີດກັບຄົນຈາກຍຸງກັດແມ່ນ ເປັນຍ້ອນເຊື້ອໄວຣັດສ໌ຊະນິດຕ່າງໆ. ສຳລັບການເຈັບປ່ວຍຈາກເຊື້ອໄວຣັດສ໌ສ່ວນໃຫຍ່, ເມື່ອຄົນເຈັບເຊົາແລ້ວ ລາວກໍ່ຈະມີພູມຄຸ້ມກັນ ແລະກໍ່ຈະບໍ່ເຈັບປ່ວຍຈາກເຊື້ອໄວຣັດສ໌ທີ່ເຄີຍເປັນມາແລ້ວນັ້ນອີກ. ແຕ່ສຳລັບເຊື້ອໄວຣັດສ໌ບາງຊະນິດ, ເຊັ່ນ: ເຊື້ອໄວຣັດສ໌ໄຂ້ເລືອດອອກ (dengue), ແມ່ນເປັນປະເພດເຊື້ອໄວຣັດສ໌ທີ່ຂ້ອນຂ້າງແຕກຕ່າງຈາກໝູ່ (ເຊິ່ງເອີ້ນວ່າ: serotypes), ຄົນເຈັບເຈັບສາມາດຈະເຈັບປ່ວຍຈາກເຊື້ອໄວຣັດສ໌ນີ້ຫຼາຍກວ່າໜຶ່ງຄັ້ງ; ແລະການໄດ້ຮັບເຊື້ອໄວຣັດສ໌ໄຂ້ເລືອດອອກເທື່ອທີສອງ ສາມາດເຮັດໃຫ້ເປັນໄຂ້ເລືອດອອກແຮງກວ່າເທື່ອທຳອິດ.

ພາຍຫຼັງຫຼາຍຄົນໃນຊຸມຊົນໄດ້ຮັບເຊື້ອໄວຣັດສ໌ແລ້ວ, ພວກເຂົາເຈົ້າກໍ່ຈະມີພູມຕ້ານທານຕໍ່ເຊື້ອໄວຣັດສ໌ນັ້ນ; ແລະກໍ່ມີໜ້ອຍຄົນເຈັບປ່ວຍຈາກເຊື້ອໄວຣັດສ໌ດັ່ງກ່າວ ແລະເບິ່ງຄືວ່າການເຈັບປ່ວຍຈາກເຊື້ອໄວຣັດສ໌ນັ້ນໄດ້ໝົດໄປຈາກຊຸມຊົນ. ແຕ່ເມື່ອມີເດັກນ້ອຍເກີດໃໝ່ ແລະມີຜູ້ຄົນທີ່ບໍ່ເຄີຍເຈັບປ່ວຍຈາກເຊື້ອໄວຣັດສ໌ນັ້ນເຂົ້າມາຢູ່ໃນຊຸມຊົນ, ເຊື້ອໄວຣັດສ໌ນັ້ນກໍ່ຈະກໍ່ໃຫ້ເກີດຜົນກະທົບກັບຊຸມຊົນອີກຄັ້ງ. ສະນັ້ນ ອາດຈະເຫັນໄດ້ວ່າມີຫຼາຍປີທີ່ການເຈັບປ່ວຍແຜ່ລະບາດ ແລະຫຼາຍປີທີ່ມີການເຈັບປ່ວຍນັ້ນມີໜ້ອຍຫຼາຍ. ອັນນີ້ກໍ່ຍັງເປັນອີກເຫດຜົນໜຶ່ງວ່າຍ້ອນເຫດໃດປະຊາຊົນຈິ່ງເຈັບປ່ວຍຖ້າຫາກມີເຊື້ອໄວຣັດສ໌ຊະນິດໃໝ່ໃນຂົງເຂດທີ່ບໍ່ມີຜູ້ໃດເຄີຍໄດ້ຮັບເຊື້ອໄວຣັດສ໌ນີ້ມາກ່ອນ.

ພະຍາດແມ່ກາຝາກຈາກຍຸງ. ໄຂ້ມາລາເລຍເກີດມາຈາກພະຍາດແມ່ກາຝາກນ້ອຍໆ ທີ່ເຂົ້າສູ່ຮ່າງກາຍຄົນເຮົາໂດຍຜ່ານທາງການກັດຂອງຍຸງທີ່ມີເຊື້ອ. ເມື່ອເຊື້ອແມ່ກາຝາກນີ້ເຂົ້າໄປຢູ່ໃນເລືອດຂອງຄົນເຮົາແລ້ວພວກມັນກໍ່ຈະພາໃຫ້ເກີດເປັນໄຂ້ມາລາເລຍ ແບບເປັນແລ້ວເຊົາເຊົາແລ້ວເປັນ. ເຊິ່ງຈະເປັນຢູ່ແບບນີ້ເປັນເວລາຫຼາຍປີ ນອກຈາກວ່າຄົນເຈັບຈະກິນຢາຂ້າແມ່ພະຍາດກາຝາກນີ້ເສຍ. ຫຼັງຈາກອາໃສຢູ່ໃນບ່ອນທີ່ມີເຊື້ອພະຍາດມາລາເລຍເປັນເວລາຫຼາຍປີ, ຄົນຜູ້ນັ້ນກໍ່ຈະບໍ່ເປັນໄຂ້ມາລາເລຍແຮງຫຼາຍ ເພາະວ່າຮ່າງກາຍຂອງລາວໄດ້ພັດທະນາພູມຄຸ້ມກັນຂຶ້ນມາໃຫ້ສາມາດຕ້ານທານກັບເຊື້ອພະຍາດດັ່ງກ່າວໄດ້. ແມ່ຍິງຖືພາ, ເດັກແດງ ແລະເດັກນ້ອຍແມ່ນຈຳເປັນຕ້ອງໄດ້ມີການປ້ອງກັນ ເພາະວ່າພວກເຂົາເຈົ້າສາມາດຮັບເຊື້ອມາລາເລຍໄດ້ງ່າຍ ແລະມັນເປັນອັນຕະລາຍຫຼາຍຕໍ່ພວກເຂົາເຈົ້າ, ເຊິ່ງມັນຈະພາໃຫ້ເປັນໄຂ້, ເລືອດຈາງ ແລະຮ່າງກາຍຂາດນ້ຳ.

ແມ່ຍິງກຳລັງເວົ້າ
ຍຸງເປັນພາຫະນຳເຊື້ອໂລກຕ່າງໆສູ່ຄົນ ເຊັ່ນ: ໄຂ້ເລືອດອອກ ແລະ ໄຂ້ມາລາເລຍ. ແຕ່ຍຸງບໍ່ສາມາດແຜ່ກະຈາຍເຊື້ອ HIV ໄດ້!

ວິທີການແຜ່ເຊື້ອພະຍາດທີ່ພາໃຫ້ມີການເຈັບປ່ວຍ. ອາການເຈັບເປັນທີ່ເກີດຈາກຍຸງບໍ່ໄດ້ແຜ່ ຫຼືຕິດຕໍ່ກັນໂດຍກົງລະຫວ່າງຜູ້ຄົນທີ່ອາໃສຢູ່ຮ່ວມກັນ ແລະມັນກໍ່ບໍ່ຕິດຕໍ່ກັນໄດ້ດ້ວຍການຈັບມືຖືແຂນກັນ ແລະກັນ. ແຕ່ຍຸງເປັນພາຫະນຳເຊື້ອພະຍາດ ຫຼືແມ່ກາຝາກໄປຕິດຕໍ່ໃສ່ຜູ້ອື່ນໆໄດ້ໂດຍການກັດຜູ້ທີ່ມີເຊື້ອພະຍາດຢູ່ໃນເລືອດແລ້ວໄປກັດຜູ້ອື່ນໆຕໍ່, ເພາະເຫດນີ້ຄົນໃນຄອບຄົວ ແລະເພື່ອບ້ານໃກ້ຄຽງຈິ່ງມັກປ່ຽນກັນເຈັບເປັນຕິດຕໍ່ກັນໄປ. ການເຂົ້າໃຈເຖິງວິທີການທີ່ຍຸງແຜ່ເຊື້ອພະຍາດ) ຈະຊ່ວຍໃຫ້ສະມາຊິກຊຸມຊົນເຂົ້າໃຈວ່າຈະປ້ອງກັນຕົນເອງຈາກໂລກພະຍາດ ຫຼືການເຈັບເປັນທີ່ມາກັບຍຸງນັ້ນໄດ້ແນວໃດ.

ເຖິງແມ່ນວ່າ ເຊື້ອໄວຣັດສ໌ຊີກະ (Zika) ສ່ວນຫຼາຍແລ້ວແມ່ນຕິດຕໍ່ກັນໄດ້ໂດຍມີຍຸງເປັນພາຫະນຳເຊື້ອກໍ່ຕາມ, ແຕ່ເຊື້ອໂລກນີ້ກໍ່ຍັງສາມາດຕິດຕໍ່ກັນໄດ້ຜ່ານທາງເພດສຳພັນ. ຕາມທຳມະດາແລ້ວໂລກໄຂ້ຊິີກະ ນີ້ແມ່ນມີອາການບໍ່ຮຸນແຮງ, ແຕ່ຖ້າແມ່ຍິງຖືພາຫາກໄດ້ຮັບເຊື້ອຊີກະ ມັນກໍ່ຈະມີຜົນກະທົບຮ້າຍແຮງຕໍ່ ພັດທະນາການຂອງເດັກໃນທ້ອງ. ສະນັ້ນ ໃຫ້ປົກປ້ອງແມ່ຍິງຈາກເຊື້ອຊີກະໂດຍ ການປ້ອງກັນບໍ່ໃຫ້ຍຸງກັດ ແລະໃສ່ຖົງຢາງອະນາໄມໃນເວລາມີເພດສຳພັນ.

ອາການສະແດງອອກຂອງອາການເຈັບເປັນທົ່ວໄປຈາກເຊື້ອພະຍາດທີ່ມີຍຸງເປັນພາຫະ

NWTND mosq Page 2-2.png

ໃນບັນດາເຊື້ອພະຍາດທີ່ມາກັບຍຸງນັ້ນແມ່ນມີໄຂ້ມາລາເລຍ, ໄຂ້ເຫຼືອງ (yellow fever), ໄຂ້ເລືອດອອກ (ໄຂ້ຍຸງລາຍ), ໄຂ້ຊີກະ, ພະຍາດໄຂ້ປວດຂໍ່ (ຫຼື ໄຂ້ຊີກຸນຄຸນຍາ (chikungunya)), ເຊື້ອໄວຣັດສ໌ເວັດນາຍ (West Nile), ແລະ ໄຂ້ສະໝອງອັກເສບຍີ່ປຸ່ນ (Japanese encephalitis (JE)). ອາການເຈັບເປັນຈາກເຊື້ອພະຍາດແຕ່ລະຊະນິດທີ່ໄດ້ກ່າວມານີ້ແມ່ນມີທັງແບບບໍ່ແຮງ ແລະແບບຮຸນແຮງ. ເຊື້ອພະຍາດເຫຼົ່ານີ້ມັກຈະພາໃຫ້ມີໄຂ້, ຜື່ນແດງ ແລະເຈັບປວດ. ມັນກໍ່ມີຄວາມເປັນໄປໄດ້ທີ່ຄົນເຈັບຈະຕິດເຊື້ອພະຍາດຫຼາຍກວ່າໜຶ່ງຊະນິດໃນເວລາດຽວກັນ. ອາການທີ່ສະແດງອອກມາຊ່ວຍຊີ້ບອກວ່າຄົນເຈັບເປັນພະຍາດໜຶ່ງໃນສອງຢ່າງນັ້ນ, ແຕ່ໂດຍທົ່ວໄປແລ້ວມັນກໍ່ຍາກທີ່ຈະຈຳແນກອອກໄດ້ຢ່າງຈະແຈ້ງວ່າອາການທີ່ສະແດງອອກມານັ້ນເປັນອາການຂອງໂລກໃດແທ້. ຕາມປົກກະຕິແລ້ວ ພະນັກງານສາທາລະນະສຸກ ຈະຮູ້ວ່າໂລກພະຍາດທີ່ມາກັບຍຸງອັນໃດມີຢູ່ໃນຂົງເຂດຂອງທ່ານ.

ອັນໃດແມ່ນອາການເຈັບເປັນທີ່ເກີດຈາກຍຸງ?

ມີໄຂ້ບໍ?
ທຳອິດແມ່ນມີໄຂ້, ແລ້ວຈາກນັ້ນກໍ່ສັ່ນໜາວ ແລະຕໍ່ຈາກນັ້ນ ກໍ່ໄຂ້ຂຶ້ນອີກ. ອາການນີ້ແມ່ນມັກພົບໃນໄຂ້ມາລາເລຍ. ສຳລັບໄຂ້ຍຸງລາຍ (ໄຂ້ເລືອດອອກ) ແລະໄຂ້ເຫຼືອງ ນອກຈາກຈະມີໄຂ້ແລ້ວ ມັນກໍ່ອາດມີອາການສັ່ນໜາວນຳ.
ມີໄຂ້ຂຶ້ນຢ່າງໄວວາ, ມີອາການເຈັບປວດຫົວ ແລະ ປວດຕາມຕົນຕົວ. ໄຂ້ເຫຼືອງ, ໄຂ້ເລືອດອອກ ແລະໄຂ້ຊີກຸນຄຸນຍາ (chikungunya) ແມ່ນເລີ່ມຕົ້ນເປັນໃນລັກສະນະດັ່ງທີ່ກ່າວມານີ້. ໄຂ້ສະໝອງອັກເສບຍີ່ປຸ່ນ (Japanese encephalitis (JE)) ກໍ່ເລີ່ມເປັນດ້ວຍອາການໄຂ້ຂຶ້ນຢ່າງໄວວາ.
ອາການໄຂ້ຂຶ້ນຈາກໂລກໄຂ້ເລືອດອອກ ແລະໄຂ້ຊີກຸນຄຸນຍາ (chikungunya) ຕາມທຳມະດາແລ້ວຄົນເຈັບຈະມີອຸນຫະພູມຮ່າງກາຍສູງ, 38.5° (101°F) ຫຼື ສູງກວ່າ ນັ້ນ. ສ່ວນອາການໄຂ້ຈາກເຊື້ອໂລກຊີກະ ຕາມທຳມະດາແລ້ວຄົນເຈັບຈະມີອຸນຫະພູມຮ່າງກາຍຕ່ຳກວ່າ, ເຊິ່ງໜ້ອຍກວ່າ 38.5° (101°F).
ອາການໄຂ້ຂຶ້ນແມ່ນອາການທີ່ມັກເກີດກັບການເຈັບເປັນຫຼາຍຢ່າງ. ເພື່ອຮຽນຮູ້ເພີ່ມເຕີມກ່ຽວກັບການໄຂ້ແມ້ນໃຫ້ເບິ່ງໃນຫົວຂໍ້ ການກວດຄົນເຈັບ (ກຳລັງພັດທະນາ/ກຳລັງຂຽນຂຶ້ນມາ), ແລະຂໍ້ມູນກ່ຽວກັບການເຈັບເປັນຕ່າງໆໃນເດັກທີ່ພາໃຫ້ມີໄຂ້ຂຶ້ນ ແມ່ນໃຫ້ເບິ່ງໃນບົດ ການດູແລເດັກ.
ມີຜື່ນແດງບໍ?
ຜື່ນແດງກໍ່ອາດມີໃນຄົນເຈັບໂລກໄຂ້ຊີກະກໍ່ເປັນໄປໄດ້ ແລະມັນກໍ່ມັກເກີດກັບຄົນເຈັບທີ່ເປັນໄຂ້ຊີກຸນຄຸນຍາ (chikungunya), ໄຂ້ເລືອດອອກ, ແລະໄຂ້ West Nile. ສຳລັບໄຂ້ມາລາເລຍ, ໄຂ້ເຫຼືອງ ຫຼື ໄຂ້ສະໝອງອັກເສບຍີ່ປຸ່ນ (Japanese encephalitis (JE)) ອາການຜື່ນແດງແມ່ນບໍ່ຄ່ອຍມີ.
ການມີຜື່ນແດງເກີດຂຶ້ນນັ້ນກໍ່ສາມາດເປັນອາການສະແດງອອກຂອງພະຍາດໝາກແດງໃຫຍ່ ຫຼືໂລກພະຍາດອື່ນໆທີ່ບໍໍ່ໄດ້ມາກັບຍຸງ.
? ມີອາການ ເຈັບປວດຕາມກະດູກ ແລະຂໍ່ຕ່າງໆບໍ?
ອາການເຈັບປວດກະດູກ ແລະຂໍ່ຕ່າງໆແມ່ນມັກເກີດໃນຄົນເຈັບທີ່ເປັນໄຂ້ເລືອດອອກ, ໄຂ້ຊີກຸນຄຸນຍາ (chikungunya), ແລະໄຂ້ຊີກະ. ອາການເຈັບປວດແມ່ນບໍ່ຄ່ອຍມີໃນຄົນເຈັບທີ່ເປັນໄຂ້ມາລາເລຍ. ຄວາມຮູ້ສຶກເຖິງອາການເຈັບປວດຕາມກະດູກ ຫຼືກ້າມເນື້ອມັກຈະແມ່ນອາການໄຂ້ເລືອດອອກ; ຂໍ່ໃຄ່ບວມແລະເຈັບປວດມັກຈະແມ່ນອາການໄຂ້ຊິກຸນຄຸນຍາ.
ອາການເຈັບປວດຕາມຂໍ່ອາດແມ່ນອາການສະແດງອອກຂອງບັນຫາເຈັບເປັນອື່ນໆ ທີ່ບໍ່ໄດ້ມາຈາກຍຸງ, ເຊິ່ງກໍ່ລວມທັງເຊື້ອໄວຣັດສ໌ທີ່ແຜ່ເຊື້ອໂດຍເຫັບ.
ຕາແດງ ແລະມີອາການລະຄາຍເຄືອງຕາບໍ?
ອາການລະຄາຍເຄືອງຕາແມ່ນອາການສະແດງອອກຂອງໄຂ້ຊີກະ ແລະບາງເທື່ອກໍ່ເກີດໃນໄຂ້ຊິກຸນຄຸນຍາ ແລະ ໄຂ້ເຫຼືອງ.


ອາການສັນຍານອັນຕະລາຍຂອງການເຈັບເປັນຈາກຍຸງທີ່ຈຳເປັນຕ້ອງໄດ້ຮັບການປິ່ນປົວສຸກເສີນ

  • ອາການຊັກ ແລະເສຍສະຕິ ເຊິ່ງເປັນຜົນມາຈາກໄຂ້ມາລາເລຍຢ່າງຮຸນແຮງ, ເຊື້ອໄວຣັດສ໌ ເວັດນາຍ (West Nile virus) ຫຼື ໄຂ້ສະໝອງອັກເສບຍີ່ປຸ່ນ (Japanese encephalitis (JE)) ຢ່າງຮຸນແຮງ.
  • ເລືອດອອກພາຍໃນຮ່າງກາຍ ຫຼື ອອກມາຈາກປາກ, ເຫງືອກ, ດັງ, ຕາ, ຫຼື ຜິວໜັງ ເນື່ອງມາຈາກໄຂ້ເຫຼືອງ ຫຼື ໄຂ້ເລືອດອອກທີ່ເປັນຢ່າງຮຸນແຮງ. ໃຫ້ກວດສັງເກດເບິ່ງອາການສະແດງອອກຂອງຊ໋ອກ: ຜິວໜັງເຢັນ, ຄວາມດັນເລືອດຫຼຸດລົງ, ແລະກຳມະຈອນເຕັ້ນໄວ (ເບິ່ງບົດ ການປະຖົມພະຍາບານເບື້ອງຕົ້ນ). ທ້ອງໃຄ່ກໍ່ອາດແມ່ນອາການສະແດງອອກຂອງການມີເລືອດອອກພາຍໃນ (ເລືອດຕົກໃນ).


ຖ້າຫາກວ່າໄຂ້ຂຶ້ນເກືອບຮອດ 40° (104°F), ໃຫ້ໄປພົບແພດ ຫຼືພະນັກງານສາທາລະນະສຸກໂດຍໄວ. ຖ້າອຸນຫະພູມຂຶ້ນສູງກວ່ານັ້ນ, ນີ້ແມ່ນພາວະສຸກເສີນ.

ເຈົ້າຕ້ອງໄດ້ໄປພົບແພດ ຖ້າເຈົ້າຖືພາ ແລະກໍ່ມີອາການສະແດງອອກຂອງໄຂ້ມາລາເລຍ. ຖ້າເຈົ້າສົງໃສວ່າລູກນ້ອຍຂອງເຈົ້າເຈັບເປັນຈາກພະຍາດທີ່ມາກັບຍຸງ, ຫຼື ຜູ້ສູງອາຍຸເຈັບເປັນຈາກພະຍາດທີ່ມາກັບຍຸງ ຫຼື ມີບັນຫາສຸຂະພາບຮ້າຍແຮງອື່ນໆ ແມ່ນຕ້ອງໄດ້ໄປພົບແພດ/ ຫຼືພະນັກງານສາທາລະນະສຸກ. ຖ້າຫາກອາການເຈັບປວດຕິດຕໍ່ກັນໄປເປັນເວລາຫຼາຍກວ່າ 2 ອາທິດ ຫຼື ມີອາການອ່ອນເພຍຢ່າງຮຸນແຮງ, ມີອາການມຶນ, ຫຼື ແຂນຂາ ຫຼືໃບໜ້າບໍ່ມີຄວາມຮູ້ສຶກ ແມ່ນໃຫ້ໄປພົບແພດ/ ຫຼືພະນັກງານສາທາລະນະສຸກ. ສິ່ງເຫຼົ່ານີ້ອາດແມ່ນອາການສະແດງອອກຂອງ ໂລກກິລ໌ແລງແບເຣຊິນໂດຣມ (Guillain-Barré syndrome), ເຊິ່ງເປັນສະພາວະສຸຂະພາບທີ່ຮ້າຍແຮງ ສືບເນື່ອງມາຈາກອາການເຈັບເປັນຈາກຍຸງ. ສະພາວະດັ່ງກ່າວນີ້ໃຫ້ປິ່ນປົວໃນໂຮງໝໍແມ່ນດີທີ່ສຸດ.

ເຈົ້າມີອາການເຈັບເປັນຍ້ອນພະຍາດຈາກຍຸງອັນໃດ ແລະເຈົ້າຄວນເຮັດແນວໃດ?

ຍ້ອນວ່າການເຈັບເປັນດັ່ງກ່າວນີ້ມີອາການສະແດງອອກທີ່ຄ້າຍຄືກັນ, ມັນຈິ່ງເປັນການຍາກທີ່ຈະລະບຸໄດ້ຢ່າງຈະແຈ້ງວ່າຄົນເຈັບເປັນໂລກອັນໃດແທ້. ຖ້າອາການໄຂ້ທີ່ເປັນນັ້ນອາດແມ່ນໄຂ້ມາລາເລຍ, ກໍ່ໃຫ້ກວດຫາເຊື້ອມາລາເລຍໂດຍໄວ ເພື່ອຈະໄດ້ເລີ່ມໃຫ້ຢາປິ່ນປົວມາລາເລຍແກ່ຄົນເຈັບແຕ່ຫົວທີ, ມັນຍິ່ງສຳຄັນເປັນພິເສດກັບຄົນເຈັບທີ່ຖືພາ, ເດັກນ້ອຍ ຫຼື ຜູ້ສູງອາຍຸ (ຜູ້ເຖົ້າ), ຫຼືຜູ້ທີ່ມີເຊື້ອ HIV. ສຳລັບແມ່ຍິງທີ່ອາດຈະເປັນໄຂ້ຊີກະກໍ່ຈະຕ້ອງໄດ້ເລື່ອນການຖືພາອອກໄປກ່ອນຈົນກວ່າອາການຂອງລາວຈະດີຂຶ້ນ. ການເປັນໄຂ້ຊີກະໃນລະຫວ່າງການຖືພານັ້ນອາດສາມາດເປັນອັນຕະລາຍໄດ້.

ຖ້າອາການເຈັບເປັນບໍ່ແຮງ ກໍ່ປິ່ນປົວໂດຍການໃຫ້ສານນ້ຳທົດແທນ, ພັກຜ່ອນ, ແລະໃຫ້ກິນຢາພາຣາຊີຕາໂມນ (paracetamol (acetaminophen)), ເຖິງແມ່ນວ່າ ເຈົ້າບໍ່ແນ່ໃຈວ່າ ເປັນອາການເຈັບເປັນຫຍັງກໍ່ຕາມ. ຖ້າຫາກຄົນເຈັບບໍ່ຮູ້ສຶກດີຂຶ້ນ ຫຼື ມີອາການຊຸດໜັກລົງ, ໃຫ້ໄປພົບແພດ/ ພະນັກງານສາທາລະນະສຸກ. ເພື່ອກວດເບິ່ງໃຫ້ແນ່ໃຈ.

ໄຫ ແລະຖັງເກັບນ້ຳທີ່ປິດຝາໄວ້
ເພື່ອປ້ອງກັນການເຈັບເປັນຈາກຍຸງ, ໃຫ້ທຳລາຍບ່ອນທີ່ຈະເປັນແຫຼ່ງແຜ່ພັນຂອງຍຸງ ແລະ ປິດຝາຖັງຫຼືພາສະນະບັນຈຸນ້ຳໃຫ້ແຈບດີ.

ການລາຍງານໃຫ້ພະນັກງານສາທາລະນະສຸກ ແລະພະນັກງານສາທາລະນະສຸກໃນຂົງເຂດໄດ້ຮັບຮູ້ ກ່ຽວກັບຈຳນວນ ແລະຜູ້ທີ່ເຈັບເປັນຈາກພະຍາດທີ່ມາກັບຍຸງນັ້ນ ສາມາດຊ່ວຍພວກເຂົາເຈົ້າໄດ້ຮູ້ວ່າເວລາໃດຈະນຳໃຊ້ມາດຕະການໃນການປາບຍຸງໃນທົ່ວຊຸມຊົນ/ໝູ່ບ້ານ.

ການປ້ອງກັນການເຈັບເປັນທີ່ມີສາເຫດມາຈາກຍຸງ

ໃນບ່ອນທີ່ມີການເປັນໂລກໄຂ້ເຫຼືອງ ຫຼື ໄຂ້ສະໝອງອັກເສບຍີ່ປຸ່ນ (Japanese encephalitis (JE), ການສັກຢາວັກຊີນໃຫ້ກັບເດັກ ແລະຜູ້ໃຫຍ່ ກໍ່ສາມາດທີ່ຈະປ້ອງກັນບັນດາໂລກຕ່າງໆທີ່ມາຈາກຍຸງໄດ້. ໃນສະຖານທີ່ໆມີການນຳໃຊ້ຢາຂ້າແມງໄມ້ເພື່ອຂ້າຍຸງ, ໃຫ້ເຈົ້າລະວັງໃນວິທີການນຳໃຊ້ຢາຂ້າແມງໄມ້ ເພາະວ່າ ຢາຂ້າແມງໄມ້ສາມາດເປັນອັນຕະລາຍຕໍ່ຄົນແລະສະພາບແວດລ້ອມ. ການປ້ອງກັນບໍ່ໃຫ້ຍຸງກັດ ນັ້ນອາດຈະເປັນການປອດໄພ ແລະມີປະສິດທິພາບຫຼາຍກວ່າການໃຊ້ຢາຂ້າແມງໄມ້ ແລະ ການສະກັດກັ້ນການແຜ່ພັນຂອງຍຸງ ດ້ວຍວິທີການອື່ນໆ.



This page was updated: ໒໐ ມີນາ ໒໐໒໔