Hesperian Health Guides

ເຊື້ອໄວຣັດສ໌ເວັດນາຍ

ຢູ່ໃນພາກນີ້:

NWTND mosq Page 16-1.png
ຍຸງໂຕນີ້ວາໄຂ່ໃນໜອງນ້ຳ ຫຼື ຄູຄອງ ຫຼື ບ່ອນນ້ຳເປື້ອນ.

ເຊື້ອໄວຣັດສ໌ເວັດນາຍໄດ້ຖືກແຜ່ເຊື້ອໂດຍຍຸງພັນ Culex. ຍຸງເຫຼົ່ານີ້ແມ່ນມີຂະໜາດກາງ, ມີສີນ້ຳຕານ, ແລະມີລາຍສີຂາວຢູ່ບໍລິເວນທ້ອງຂອງມັນ. ໃນຕອນກາງເວັນ, ມັນອາໄສຢູ່ໃນບໍລິເວນເຮືອນ ແລະ ຕາມສິ່ງກໍ່ສ້າງຕ່າງໆ ແລະມັກຢູ່ບໍລິເວນຮົ່ມໄມ້ຕ່າງໆ. ໂຕກາ, ນົກຊະນິດອື່ນໆ ແລະມ້າເປັນພາຫະນຳເຊື້ອໄວຣັດສ໌ເວັດນາຍນີ້. ຍຸງໄດ້ໄປກັດສັດທີ່ຕິດເຊື້ອ ແລະ ຫຼັງຈາກນັ້ນກໍໄດ້ມາກັດຄົນ, ເຊິ່ງເປັນການ ສົ່ງຜ່ານ ໄວຣັດສ໌ ແລະ ກໍ່ໃຫ້ເກີດເປັນພະຍາດ.

ອາການອອກຂອງເຊື້ອໄວຣັດສ໌ ເວັດນາຍ

ຄົນສ່ວນໃຫຍ່ທີ່ຕິດເຊື້ອໄວຣັດສ໌ເວັດນາຍ ບໍ່ໄດ້ມີອາການສະແດງອອກການເຈັບປ່ວຍໃດໆ ແລະ ອາດບໍ່ຮູ້ ຕົວວ່າເຂົາເຈົ້າໄດ້ມີເຊື້ອນີ້ແລ້ວ. ແຕ່ 1 ໃນ 5 ຄົນທີ່ຕິດເຊື້ອຈະຮູ້ສຶກປ່ວຍ ແລະ ອາດມີ ບາງອາການດັ່ງຕໍ່ ໄປນີ້:

NWTND mosq Page 16-2.png
  • ໄຂ້
  • ເຈັບຫົວ
  • ຮູ້ສຶກອິດເມື່ອຍຕະຫຼອດເວລາ (ອິດເມື່ອຍອ່ອນແຮງ)
  • ເຈັບປວດຕາມຕົນໂຕ
  • ຮາກ
  • ເປັນຜື່ນຕາມຕົນໂຕ
  • ຄຳພົບຕ່ອມກະດັນ


ການປິ່ນປົວ ອາດຊ່ວຍໃຫ້ທ່ານຮູ້ສຶກດີຂຶ້ນ.

ໂລກໄວຣັດສ໌ເວັດນາຍ ສາມາດເປັນຂັ້ນຮຸນແຮງໄດ້, ເຖິງແນວໃດກໍບໍ່ມັກພົບເລື້ອຍ. ແບບທີ່ຮຸນແຮງ ແມ່ນເຂົ້າສະໝອງ. ຜູ້ເຖົ້າແມ່ນມີແນວໂນ້ມທີ່ຈະພັດທະນາໄປເປັນແບບທີ່ຮຸນແຮງໄດ້ກວ່າຄົນໜຸ່ມນ້ອຍ. ໃຫ້ໄປພົບແພດໝໍຢ່າງໄວວາຫາກມີອາການອັນຕະລາຍສະແດງທີ່.

ອາການຕ່າງໆທີ່ອັນຕະລາຍຂອງໄວຣັດສ໌ເວັດນາຍແບບຮຸນແຮງ
  • ຄໍແຂງ
  • ກະຕຸກ (ສັ່ນ)
  • ອຳມະພາດ (ບໍ່ສາມາດເຄື່ອນເໜັງໄປມາໄດ້)
  • ໝົດສະຕິ
ການປ້ອງກັນ

ນົກຕາຍ ແລະ ມ້າທີ່ເຈັບປ່ວຍໃນຂົງເຂດທີ່ມີໄວຣັດສ໌ເວັດນາຍນັ້ນຄືສັນຍານທີ່ບອກວ່າ ພະຍາດ ອາດຈະ ເລີ່ມເກີດໄດ້ໃນຄົນ. ມັນມີວັກແຊ້ງສຳລັບໂຕມ້າທີ່ໄວ້ປ້ອງກັນໄວຣັດສ໌ເວັດນາຍ; ສະນັ້ນການໃຫ້ຢາ ວັກແຊ້ງ ແກ່ມ້າກໍສາມາດປົກປ້ອງການຕິດເຊື້ອສູ່ຄົນໄດ້ອີກດ້ວຍ. ຮູບແບບຂອງພະຍາດນີ້ແມ່ນສົ່ງຜົນຕໍ່ສະໝອງ. ດັ່ງນັ້ນກໍຄວນຫຼີກເວັ້ນຍຸງກັດເຊັ່ນກັນ ແລະ ການປ້ອງກັນການເພາະພັນຂອງຍຸງ.



This page was updated: ໑໑ ມີຖຸນາ ໒໐໑໙