Hesperian Health Guides

ໄວຣັດສ໌ຊີກະ

ຢູ່ໃນພາກນີ້:

NWTND mosq Page 13-1.png

ຊີກະອາດຈະເຮັດໃຫ້ເກີດມີອາການໄຂ້ເລັກໜ້ອຍ, ຕຸ່ມຜື່ນ, ອາການຄັນຕາ, ແລະ ການເຈັບປວດຕາມສ່ວນ ຕ່າງໆ ຂອງຮ່າງກາຍ, ສ່ວນໃຫຍ່ມັກເປັນປະມານ 2 ຫາ 3 ມື້ເທົ່ານັ້ນ. ແຕ່ຢ່າງໃດກໍ່ຕາມ, ຄົນທີ່ຕິດເຊື້ອ ໄວຣັດສ໌ຊີກະສ່ວນໃຫຍ່ແມ່ນຈະບໍ່ມີອາການສະແດງ.

ອາການຕ່າງໆຂອງຊີກະ
  • ມີໄຂ້ຕ່ຳໆເປັນເວລາ 1 ຫຼື 2 ມື້, ຕາມປົກກະຕິແລ້ວແມ່ນບໍ່ກາຍ 38° (101°F)
  • ເປັນຕຸ່ມຜື່ນ
  • ຄັນຕາ ຫຼື ຕາແດງ
  • ເຈັບປວດຕາມຂໍ່
  • ຄັນຕາມຜິວໜັງ
  • ເຈັບປວດຕາມກ້າມຊີ້ນ ແລະ ປວດຫົວ.


ຊີກະຕາມປົກກະຕິແລ້ວເປັນແບບບໍ່ຮຸນແຮງ ແລະ ມັນຈະເຊົາໃນເວລາພຽງບໍ່ພໍເທົ່າໃດມື້ ຫຼື ບໍ່ເກີນ 1 ອາທິດ. ປົກກະຕິແລ້ວຄົນທີ່ມີເຊື້ອໄວຣັດສ໌ຊີກາແມ່ນບໍ່ເຈັບແຮງຈົນຈຳເປັນຈະໄປໂຮງໝໍ.


ການປິ່ນປົວ ສາມາດຊ່ວຍໃຫ້ທ່ານຮູ້ສຶກດີຂຶ້ນ

ການປ້ອງກັນ

ເພື່ອປ້ອງກັນຊີກະ, ໃຫ້ຫຼີກເວັ້ນຈາກການຖືກຍຸງກັດ ແລະ ປະຕິບັດການຄວບຄຸມຍຸງ ໃນຊຸມຊົນ. ເນື່ອງຈາກວ່າຊີກະສ່ວນໃຫຍ່ແລ້ວມາຈາກຍຸງກັດ, ມັນຈຶ່ງເປັນ ໄປໄດ້ວ່າ ຜູ້ຊາຍທີ່ມີເຊື້ອໄວຣັດສ໌ຊີກະສາມາດສົ່ງເຊື້ອນັ້ນໃຫ້ແມ່ຍິງໄດ້ດ້ວຍການຮ່ວມເພດສຳພັນ. ສະນັ້ນໃນ ບ່ອນຂົງເຂດທີມີໄວຣັດສ໌ຊີກະ, ການນຳໃຊ້ຖົງຢາງອະນາໄມໃນຕອນທີ່ມີເພດສຳພັນນັ້ນຈະສາມາດ ປ້ອງກັນການແຜ່ເຊື້ອໄດ້.

ຊີກະ ແລະ ການຖືພາ

ແມ່ຍິງຖືພາໄລ່ຍຸງໃຫ້ພົ້ນອອກໄປ

ຊີກະສາມາດເຮັດໃຫ້ມີອັນຕະລາຍຫຼາຍສຳຫຼັບເດັກທີ່ຍັງຢູໃນທ້ອງແມ່ໄດ້. ຊີກະສາມາດເປັນສາເຫດເຮັດໃຫ້ ເດັກທີ່ ເກີດມາມີສະພາວະທີ່ຮຸນແຮງໄດ້ເຊິ່ງເອີ້ນວ່າສະໝອງນ້ອຍ, ເຊິ່ງຫົວຂອງເດັກນັ້ນຈະນ້ອຍຫຼາຍ. ເດັກທີ່ເກີດຈາກແມ່ທີ່ຕິດເຊື້ອຊິກາໃນຕອນທີ່ກຳລັງຖືພານັ້ນອາດເສຍຊີວິດໄດ້ໃນຕອນເກີດ ຫຼືອາດມີບັນຫາ ຂອງການເຕີບໃຫຍ່ທາງຮ່າງກາຍ ແລະທາງຄວາມຄິດ. ໂຊກດີທີ່ເດັກເຫຼົ່ານີ້ສ່ວນໃຫຍ່ຈະບໍ່ມີບັນຫາ. ແຕ່ໃນແມ່ຍິງໝົດທຸກຄົນ, ໂດຍສະເພາະແມ່ຍິ່ງທີ່ອາດຖືພາ, ຄວນຕ້ອງ ປ້ອງກັນຍຸງກັດ - ໃສ່ເຄື່ອງນຸ່ງ ທີ່ຍາວປົກຫຸົ້ມດີ, ໃຊ້ຢາທາປ້ອງກັນຍຸງ, ແລະ ຢູ່ໄກໆຈາກຍຸງ ແລະໃຊ້ມຸ້ງຢູ່ເຮືອນ.

ຫາກວ່າມີການລະບາດຂອງຊິກາໃນບ່ອນທີ່ທ່ານອາໄສ ແລະທ່ານເອງກໍຕ້ອງການທີ່ຈະມີລູກ, ທ່ານຄວນ ຈະລໍຖ້າ ຈົນກວ່າການລະບາດຈະໝົດໄປ. ຊຸມຊົນຕ້ອງສາມາດຮັບປະກັນໃຫ້ໄດ້ວ່າການຄຸມກຳເນີດແມ່ນ ໄດ້ເຂົ້າເຖິງໃນແມ່ຍິງທຸກໆຄົນເພື່ອທີ່ຈະຈຳກັດຄວາມອັນຕະລາຍທີ່ມາຈາກໄວຣັດຊິກາ (ເບິ່ງບົດ ການວາງແຜນຄອບຄົວ (Family Planning) ແລະ ປຶ້ມ ກິດຈະກໍາ ເພື່ອສຸຂະພາບແມ່ຍິງ Health Actions for Women).

ຜູ້ຊາຍກຳລັງເວົ້າ
ເມື່ອຕອນທີ່ພວກເຮົາຕ້ອງການມີລູກ, ພວກເຮົາຢຸດການນຳໃຊ້ຖົງຢາງອະນາໄມ. ປະຈຸບັນເມຍຂອງຂ້ອຍກຳລັງຖືພາ ແລະ ຍ້ອນວ່າມັນມີພະຍາດຊີກະຢູ່ນີ້, ພວກເຮົາຈຶ່ງຕ້ອງໄດ້ລະວັງບໍ່ໃຫ້ຍຸງກັດ ແລະ ພວກເຮົາກໍໃຊ້ ຖົງຢາງອະນາໄມ ຄືນເພື່ອປ້ອງກັນບໍ່ໃຫ້ຕິດຕໍ່ໃສ່ເດັກໃນທ້ອງ!

ຍ້ອນວ່າໄວຣັດສ໌ຊີກະສາມາດສົ່ງຜ່ານໃຫ້ກັນໄດ້ຈາກຜູ້ຊາຍ ແລະ ແມ່ຍິງໃນລະຫວ່າງ ການມີເພດສຳພັນ ກັນ, ຫາກບ່ອນນັ້ນມີຊີກະ, ໃຫ້ໃຊ້ຖົງຢາງອະນາໄມເພື່ອປ້ອງກັນການສົ່ງເຊື້ອໄວຣັດສ໌ຊີກະ. ຫາກວ່າມີ ແມ່ຍິງທີ່ກຳລັງຖືພາ, ສິ່ງທີ່ສຳຄັນທີ່ສຸດກໍຄືແມ່ຍິງຄົນນັ້ນຕ້ອງໄດ້ຫຼີກເວັ້ນການມີເພດສຳພັນ ຫຼື ລາວ ແລະ ຄູ່ຄອງຂອງລາວຕ້ອງໄດ້ໃຊ້ ຖົງຢາງອະນາໄມເພື່ອປ້ອງກັນລາວຈາກການຕິດຊີກະໃນຊ່ວງໄລຍະ ຂອງການຖືພາ.

ໃນບ່ອນທີ່ບໍ່ມີຊີກະຈາກຍຸງ, ແມ່ຍິງກໍຍັງສາມາດຕິດຊີກະໄດ້ຈາກເພດສຳພັນຫາກວ່າຄູ່ຄອງຂອງລາວໄດ້ ເດີນທາງມາຈາກບ່ອນທີ່ມີຊິກະ. ລາວ (ຜູ້ຊາຍ) ຄວນໃຊ້ຖົງຢາງອະນາໄມເປັນເວລາຢ່າງໜ້ອຍ 6 ເດືອນຫຼັງ ຈາກທີ່ລາວກັບມາເພື່ອປ້ອງກັນການແຜ່ເຊື້ອໄວຣັດສ໌ຊີກະຜ່ານການຮ່ວມເພດສຳພັນ.

ບໍ່ມີເດັກຄົນໃດໄດ້ຮັບເຊື້ອໄວຣັດສ໌ຊີກະຈາກການລ້ຽງລູກດ້ວຍນົມແມ່. ແມ້ແຕ່ທ່ານໄດ້ເປັນຊີກະກໍຕາມ, ການລ້ຽງລູກດ້ວຍນົມແມ່ແມ່ນສິ່ງທີ່ດີທີ່ສຸດທີ່ບຳລຸງ ແລະ ປົກປ້ອງສຸຂະພາບລູກຂອງທ່ານ.



This page was updated: ໑໑ ມີຖຸນາ ໒໐໑໙