Hesperian Health Guides

ໂລກໄຂ້ເລືອດອອກ (Dengue), ໄຂ້ເຫຼືອງ (Yellow Fever), ໂລກໄຂ້ຊີກະ (Zika), ແລະ ໂລກຊີກຸນຄຸນຍາ (Chikungunya)

ຢູ່ໃນພາກນີ້:

ໂລກໄຂ້ເລືອດອອກ, ໄຂ້ເຫຼືອງ, ໄຂ້ຊີກະ, ແລະ ໂລກຊີກຸນຄຸນຍາເປັນໂລກພະຍາດທີ່ແຕກຕ່າງກັນ, ເຊິ່ງການເຈັບໄຂ້ແຕ່ລະຢ່າງເກີດຈາກເຊື້ອໄວຣັດສ໌ຕ່າງຊະນິດກັນ. ເຊື້ອໄວຣັດສ໌ດັ່ງກ່າວນີ້ຕິດຕໍ່ສູ່ຄົນເຮົາໂດຍມີຍຸງລາຍເປັນພາຫະ - ພວກມັນມີໂຕສີດຳ ມີຈຸດສີຂາວ ຫຼືສີເງິນຕາມຕົນໂຕ ແລະຂາເປັນກ່ານລາຍ. ໃນຍຸງຈຳພວກນີ້ມີຍຸງລາຍສອງສາຍພັນຄື ຍຸງລາຍໄຂ້ເຫຼືອງ (ຊື່ວິທະຍາສາດ: Aedes aegyptic) ແລະ ຍຸງລາຍເສືອ (ຊື່ວິທະຍາສາດ: Aedes albopictus). ຕາມປົກກະຕິແລ້ວ ພວກມັນອອກຫາກິນ (ກັດຄົນ) ໃນເວລາກາງເວັນ, ໂດຍສະເພາະໃນເວລາແຕ່ເຊົ້າໆ ແລະຕອນຄ້ອຍແລງ, ແລະພວກມັນໄຂ່ແລະແຜ່ພັນຕາມບ່ອນທີ່ຄົນເຮົາເກັບຮັກສານ້ຳໄວ້ໃຊ້ ແລະຕາມບ່ອນທີ່ມີນ້ຳຂັງ. ຍຸງເຫຼົ່ານີ້ອາໃສຢູ່ຕາມເຮືອນ ແລະບໍລິເວນອ້ອມແອ້ມໃກ້ເຮືອນ ແລະຕາມທຳມະດາແລ້ວແມ່ນຢູ່ໃນບ່ອນຮົ່ມ ແລະບ່ອນມືດ ເຊັ່ນ: ຕາມກ້ອງໂຕະ ຫຼື ຕຽງ, ຫຼືຕາມແຈຫ້ອງທີ່ມືດ. ມັນເປັນການຍາກທີ່ຈະບອກໄດ້ວ່າຄົນເຈັບຕິດເຊື້ອໄວຣັດສ໌ຊະນິດໃດ ຖ້າຫາກວ່າໃນຂົງເຂດທີ່ເຈົ້າອາໃສຢູ່ນັ້ນມີທັງໂລກຊີກະ, ໂລກໄຂ້ເລືອດອອກ ແລະໂລກຊີກຸນຄຸນຍາ.

ຍຸງມີຂາລາຍກ່ານ
ຍຸງເຫຼົ່ານີ້ພາໃຫ້ເກີດໂລກໄພໄຂ້ເຈັບຫຼາຍຊະນິດ. ຂາຂອງພວກມັນເປັນລາຍກ່ານດຳຂາວ.

ຮຽນຮູ້ກ່ຽວກັບອາການສະແດງອອກທີ່ມັກພົບທົ່ວໄປຂອງໂລກໄຂ້ເລືອດອອກ, ໄຂ້ເຫຼືອງ, ໂລກຊີກະ, ແລະໂລກຊີກຸນຄຸນຍາ. ບໍ່ວ່າໂລກໃດໃນຈຳນວນໂລກດັ່ງກ່າວນີ້ສາມາດພາໃຫ້ເປັນໄຂ້ ແລະເຈັບປວດຕາມຕົນໂຕ. ແຕ່ຄົນເຈັບບາງຄົນແມ່ນບໍ່ມີອາການສະແດງອອກຫຍັງເລີຍ. ນອກເສຍຈາກວ່າພວກເຂົາເຈົ້າໄດ້ກວດເລືອດມີຜົນບົ່ງຊີ້ວ່າພວກເຂົາເຈົ້າເຈັບເປັນ, ຖ້າບໍ່ໄດ້ກວດເລືອດ ພວກເຂົາເຈົ້າກໍ່ອາດຈະບໍ່ຮູ້ຊ້ຳວ່າຕົນເອງກຳລັງເຈັບຢູ່. ເຖິງແມ່ນວ່າເຈົ້າບໍ່ມີອາການສະແດງອອກຂອງການເຈັບເປັນກໍ່ຕາມ, ແຕ່ຖ້າຍຸງມາກັດເຈົ້າ ມັນກໍ່ຈະຮັບເຊື້ອພະຍາດໄປແຜ່ໃຫ້ຜູ້ອື່ນໆໄດ້ໃນເວລາທີ່ມັນໄປກັດພວກເຂົາເຈົ້າ.

ການປິ່ນປົວໂລກໄຂ້ເລືອດອອກ, ໄຂ້ເຫຼືອງ, ໄຂ້ຊີກະ, ແລະ ໂລກຊີກຸນຄຸນຍາ ນັ້ນແມ່ນມີຄວາມຄ້າຍຄືກັນ

ກໍລະນີສ່ວນໃຫຍ່ຂອງການເຈັບໄຂ້ຈາກເຊື້ອໄວຣັດສ໌ທັງສີ່ໂລກນີ້ແມ່ນຈະຮັກສາປິ່ນປົວຢູ່ເຮືອນ, ແຕ່ສຳລັບຄົນເຈັບທີ່ເປັນເດັກນ້ອຍ, ຜູ້ສູງອາຍຸ ຫຼືຜູ້ທີ່ມີເຊື້ອເອດ (HIV), ຫຼື ຄົນເຈັບຜູ້ມີອາການສັນຍານອັນຕະລາຍໃດໜຶ່ງ ເຊິ່ງລວມທັງ ອາການໄຂ້ຂຶ້ນສູງກວ່າ 40° (104°F), ແມ່ນໃຫ້ໄປພົບບຸກຄະລາກອນທາງການແພດເພື່ອປິ່ນປົວ.

ຍັງບໍ່ມີຢາປິ່ນປົວສະເພາະສຳລັບໂລກໄຂ້ເລືອດອອກ, ໄຂ້ເຫຼືອງ, ໄຂ້ຊີກະ, ຫຼື ໂລກໄຂ້ຊີກຸນຄຸນຍາ. ການປິ່ນປົວຄົນເຈັບໂລກດັ່ງກ່າວນີ້ແມ່ນໃຫ້ນອນພັກ, ດື່ມນ້ຳແລະເຄື່ອງດື່ມອື່ນໆທີ່ສາມາດທົດແທນສານນ້ຳໃຫ້ກັບຮ່າງກາຍໃຫ້ຫຼາຍ, ແລະ ກິນຢາ paracetamol (acetaminophen) ເພື່ອບັນເທົາອາການປວດ ແລະໄຂ້. ໃຊ້ຢາ paracetamol ແມ່ນປອດໄພກວ່າຢາ aspirin ຫຼື ibuprofen ເຊິ່ງຢາທັງສອງຊະນິດນີ້ສາມາດພາໃຫ້ຄົນເຈັບເປັນອັນຕະລາຍໄດ້ ຖ້າຄົນເຈັບເປັນໄຂ້ເລືອດອອກຮຸນແຮງ. ຖ້າວ່າແມ່ຍິງອາດຖືພາ, ການໃຊ້ຢາ aspirin ແລະຢາ ibuprofen ກໍ່ອາດສາມາດເປັນອັນຕະລາຍຕໍ່ພັດທະນາການຂອງເດັກນທ້ອງໄດ້, ແຕ່ໃຊ້ຢາ paracetamol ແມ່ນປອດໄພ.

ການປ້ອງກັນໂລກໄຂ້ເລືອດອອກ, ໄຂ້ເຫຼືອງ, ໄຂ້ຊີກະ, ແລະ ໂລກຊີກຸນຄຸນຍາ ນັ້ນແມ່ນເຮັດຄືກັນ

ເພື່ອປ້ອງກັນການເຈັບເປັນຈາກເຊື້ອໄວຣັດສ໌ດັ່ງກ່າວ ແມ່ນໃຫ້ປ້ອງກັນຕົນເອງບໍ່ໃຫ້ຖືກຍຸງກັດ ແລະ ປ້ອງກັນບໍ່ໃຫ້ຍຸງແຜ່ຂະຫຍາຍພັນ. ສຳລັບໂລກໄຂ້ເຫຼືອງແມ່ນມີຢາວັກຊີນປ້ອງກັນ.




This page was updated: ໑໑ ມີຖຸນາ ໒໐໑໙