Hesperian Health Guides

ຢູ່ກັບພະຍາດເບົາຫວານໂດຍມີສຸຂະພາບທີ່ດີ

ຢູ່ໃນພາກນີ້:

ປ້ອງກັນ ແລະ ປິ່ນປົວພະຍາດເບົາຫວານໂດຍການກິນອາຫານທີ່ດີຕໍ່ສຸຂະພາບ, ອອກແຮງງານຕະຫຼອດ, ອອກກຳລັງກາຍ ແລະ ຫຼຸດຜ່ອນພາວະຕຶງຄຽດ. ສິ່ງເຫຼົ່ານີ້ສາມາດຊ່ວຍໃຫ້ທ່ານ ແລະ ຄອບຄົວມີສຸຂະພາບທີ່ດີ ເຖິງວ່າທ່ານຈະບໍ່ໄດ້ເປັນພະຍາດເບົາຫວານກໍຕາມ.

ຖ້າທ່ານຫິວນຳ້ ຈະເຮັດແນວໃດ? ບໍ່ດື່ມ ດື່ມ
 a bottle of Coca Cola with the word "NO!".
 a water jug with the word "YES!"

ເຄື່ອງດື່ມທີ່ມີລົດຊາດຫວານແມ່ນເປັນພິດຕໍ່ຮ່າງກາຍຂອງທ່ານ - ມັນເຮັດໃຫ້ເປັນພະຍາດເບົາຫວານ. ນຳ້ເຮັດໃຫ້ຮ່າງກາຍເຮົາແຂງແຮງ.


ກິນອາຫານທີ່ດີຕໍ່ສຸຂະພາບ

ອາຫານທີ່ບັນທະບູລຸດເຮົາກິນແມ່ນບໍ່ໄດ້ເຮັດໃຫ້ເປັນພະຍາດເບົາຫວານ. ຖ້າເປັນໄປໄດ້ແມ່ນໃຫ້ກິນອາຫານທີ່ທ່ານ ຫຼື ເພື່ອນບ້ານປູກ ຫຼື ລ້ຽງ, ເກັບມາ ຫຼື ລ້າສັດເອງ. ໃຫ້ຫຼີກລ້ຽງອາຫານກະປ໋ອງ, ອາຫານທີ່ຜ່ານຂະບວນການຜະລິດຈາກໂຮງງານ, ເຄື່ອງດື່ມ ແລະ ອາຫານທີ່ບໍ່ມີປະໂຫຍດຕ່າງໆ. ກິນອາຫານພວກນີ້ມີຜົນຮ້າຍຕໍ່ຮ່າງກາຍ ແລະ ຍັງຊິ້ນເປືອງເງີນຄຳອີກ. ສຳລັບຂໍ້ມູນກ່ຽວກັບການກິນອາຫານທີ່ດີຕໍ່ສຸຂະພາບໃນຂະນະທີ່ມີເງີນໜ້ອຍໃຫ້ເບິ່ງໜ້າ ການກິນອາຫານທີ່ມີປະໂຫຍດຕໍ່ຮ່າງກາຍ ໃນເວລາທີ່ເຈົ້າບໍ່ມີຫຼາຍ. ໃຫ້ຈົດບັນທຶກອາຫານທີ່ຄອບຄົວທ່ານກິນໃນໜຶ່ງອາທິດ ແລ້ວ ໃຫ້ໄປຫາຜູ້ໃຫ້ບໍລິການ ດ້ານສຸຂະພາບເພື່ອສົນທະນາກັນວ່າອາຫານຈຳພວກໃດທີ່ມີປະໂຫຍດ ແລະ ອາຫານຈຳພວກໃດທີ່ເຮັດໃຫ້ເກີດບັນຫາຕໍ່ສຸຂະພາບ ແລ້ວກໍຈຶ່ງລົມກັນຄອບຄົວວ່າຈະມີການປ່ຽນແປງແນວໃດ.

a man thinking of healthy food and talking.
ຂ້ອຍເຄີຍກິນອາຫານຈຳພວກທອດກັບເຂົ້າ ແຕ່ດຽວນີ້ຂ້ອຍກິນຜັກຫຼາຍຂື້ນ

ປ່ຽນອາຫານຈາກຈຳພວກທາດແປ້ງມາເປັນຜັກແທນ

ອາຫານຈຳພວກທາດແປ້ງເຊັ່ນ: ເຂົ້າ, ສາລີ, ເມັດເຂົ້າສາລີ, ມັນ, ມັນຝລັງ, ມັນສັບປະຫຼັງ ແມ່ນອາຫານຫຼັກສຳລັບຄົນເຮົາ. ແຕ່ວ່າອາຫານຈຳພວກທາດແປ້ງເມື່ອກິນເຂົ້າໄປແລ້ວມັນຈະປ່ຽນເປັນທາດນຳ້ຕານ. ຄົນທີ່ເປັນພະຍາດເບົາຫວານແມ່ນສາມາດຈັດການກັບອາຫານຈຳພວກທາດແປ້ງໄດ້ພຽງເລັກນ້ອຍ ແຕ່ບໍ່ສາມາດຈັດການກັບຈຳນວນຫຼາຍໄດ້. ການປ່ຽນຈາກອາຫານຈຳພວກທາດແປ້ງບາງຈຳນວນມາເປັນຈຳພວກຜັກ ແລະ ຜັກໃບຂຽວແມ່ນທ່ານຈະໄດ້ຮັບວິຕະມິນ ແລະ ສານອາຫານທີ່ມີປະໂຫຍດ.

a woman sitting at a sewing machine.
a woman walking uphill carrying a hoe.
ຜູ້ຍິງຄົນນີ້ເຮັດວຽກຢູ່ໂຮງງານ ລາວນັ່ງຢູ່ຕະຫຼອດເວລາ. ລາວຄວນກິນອາຫານທີ່ເປັນທາດແປ້ງຈຳນວນໜ້ອຍເຊັ່ນຕົວຢ່າງ ອາຫານທາດແປ້ງ (ອາຫານແມັກຊິໂກ Tortilla) 2 ແຜ່ນ ຫຼື ເມັດຖົ່ວ 1 ຖ້ວຍ ຫຼື ໝາກໄມ້ 2 ປ່ຽງ, ເຂົ້າ 1 ຖ້ວຍ. ລາວສາມາດກິນຜັກຕື່ມ ແລະ ອາຫານທີ່ມີທາດໂປຣຕີນແທນ. ຜູ້ຍິງຄົນນີເຮັດວຽກຢູ່ນອກບ້ານທຸກມື້ ແລະ ຍ່າງຕະຫຼອດ. ລາວກິນອາຫານຈຳພວກທາດແປ້ງ ກັບຜັກ ພ້ອມກັບອາຫານທີ່ມີທາດໂປຣຕີນ ເພື່ອຊ່ວຍໃຫ້ລາວມີພະລັງງານພຽງພໍ.

ອາຫານຈຳພວກເມັດພືດແມ່ນດີກວ່າ

ອາຫານຈຳພວກເມັດພືດແມ່ນອາຫານທາດແປ້ງທີ່ພວກເຮົາຕ້ອງການເພື່ອເປັນພະລັງງານ. ອາຫານຈຳພວກເມັດພືດທີ່ມີກາກ ແລະ ລຳຕິດຢູ່ເຊັ່ນ: ເຂົ້າທີ່ເປັນສີນຳ້ຕານ ແລະ ເມັດສາລີແມ່ນດີຕໍ່ສຸຂະພາບກວ່າ. ໃຫ້ເລືອກກິນແປ້ງທີ່ເຮັດຈາກພືດຈຳພວກເມັດ.

ເຂົ້າຂາວ ແລະ ແປ້ງທີ່ຜ່ານຂະບວກການຈາກໂຮງງານໄດ້ເອົາສານອາຫານຈາກເມັດພືດ ທີ່ມີກາກ ແລະ ລຳຕົ້ນຕິດຕ່າງໆອອກເພື່ອໃຫ້ເກັບຮັກສາໄວ້ເປັນເວລາດົນບໍ່ໃຫ້ບູດເນົ່າ. ໃນເມື່ອມັນບໍ່ມີກາກ ແລະ ລຳຕົ້ນຕິດ ຂະບວກການປ່ຽນເມັດພືດໄປເປັນທາດນຳ້ໃນຮ່າງການແມ່ນໄວຫຼາຍ ພ້ອມທັງເຮັດໃຫ້ທາດນຳ້ຕານໃນເລືອດສູງຂື້ນໄວຢ່າງເຖິງລະດັບທີ່ອັນຕະລາຍ. ພະຍາຍາມບໍ່ໃຫ້ກິນເມັດພືດທີ່ຜ່ານຂັ້ນຕອນການຜະລິດ.

ກິນອາຫານທີ່ມີເສັ້ນໃຍ

ເສັ້ນໃຍແມ່ນສ່ວນທີ່ແຂງຂອງພືດເຊັ່ນ: ໃບ, ລຳຕົ້ນ, ຮາກ ແລະ ໜໍ່. ເສັ້ນໃຍເຮັດໃຫ້ຮ່າງກາຍດູດຊືມທາດນຳ້ຕານເຂົ້າສູ່ກະແສເລືອດຊ້າລົງ. ສິ່ງນີ້ຊ່ວຍແກ້ໄຂບັນຫາທາດນຳ້ຕານໃນເລືອດ, ປ້ອງກັນຮ່າງກາຍ ແລະ ເຮັດໃຫ້ການຂັບຍ່ອຍອາຫານໄດ້ດີຂື້ນ. ອາຫານທີ່ມີເສັ້ນໃຍປະກອບມີຜັກ, ຖົ່ວ, ຜັກຕະກຸນຖົ່ວອື່ນໆ, ເມັດພືດ, ໝາກໄມ້, ໝາກໄມ້ແຫ້ງເປືອກແຂງ ແລະ ເມັດພືດອື່ນໆ.

ເພື່ອໃຫ້ໄດ້ເສັ້ນໃຍຫຼາຍຂື້ນແມ່ນ:

  • ກິນໃບຂອງຈຳພວກມັນສັບປະຫຼັງໄດ້ຢ່າງປອດໄພຫຼັງຈາກທີ່ຕົ້ມແລ້ວເຖິງແມ້ວ່າຜູ້ຄົນຈະເຄີຍກິນຮາກຂອງມັນສັບປະຫຼັງ ແລະ ເຜືອກເປັນຫຼັກກໍຕາມ, ໃບຂອງພືດຈຳພວກນີ້ກໍມີເສັ້ນໃຍຫຼາຍເຊັ່ນກັນ.
  • ໃຫ້ເຮັດແປ້ງຈາກໝາກຖົ່ວເຊັ່ນ: ຖົ່ວເຫຼືອງ ແລະ ຖົ່ວແປັບ
  • ໃຫ້ກິນຜັກໃບຂຽວເປັນປະຈຳເທົ່າທີ່ຈະກິນໄດ້
  • ໃຫ້ກິນເຂົ້າສີນຳ້ຕານ, ສີແດງ ຫຼື ດຳ ຫຼືຈຳພວກແກ່ນ

ກິນອາຫານທີ່ມີທາດໂປຣຕີນ

ໃຫ້ກິນປົນກັນກັບອາຫານທີ່ດີຕໍ່ສຸຂະພາບເຊິ່ງປະກອບດ້ວຍປາ, ໄຂ່, ຊີ້ນ, ໝາກໄມ້ແຫ້ງເປືອກແຂງ, ແກ່ນໝາກໄມ້, ເຕົາຮູ້ ແລະ ໝາກຖົ່ວເນົ່າເພາະມັນບໍ່ເຮັດໃຫ້ທາດນຳ້ຕານໃນເລືອດສູງ ແລະ ກໍດີສຳລັບຄົນທີ່ເປັນພະຍາດເບົາຫວານ.

ກິນອາຫານກະປ໋ອງ, ເຄື່ອງດື່ມທີ່ມີລົດຊາດຫວານ ແລະ ເຫຼົ້າໃຫ້ໜ້ອຍລົງ

ບັນດາອາຫານກະປ໋ອງເປັນສິ່ງທີ່ຊວນໃຫ້ຢາກ. ພວກມັນເກັບຮັກສາໄວໄດ້ງ່າຍ, ກິນໄດ້ງ່າຍ ແລະ ກໍຍັງມີລົດຊາດດີ. ແຕ່ອາຫານກະປ໋ອງສ່ວນໃຫ່ຍແມ່ນມີນຳ້ຕານ, ເກືອ ແລະ ສ່ວນປະກອບທີ່ບໍ່ດີຕໍ່ສຸຂະພາບຫຼາຍ. ຖ້າຫາກວ່າທ່ານເມື່ອຍ, ຫິວເຂົ້າ ຫຼືມີຄວາມຕຶງຄຽດຫຼາຍ ອາຫານກະປ໋ອງແມ່ນຍາກຫຼາຍທີ່ທ່ານສະຫຼີກລ້ຽງບໍ່ກິນມັນ ເຊັ່ນດຽວກັນກັບຢາເສບຕິດ ແລະ ຢາສູບ. ສະນັ້ນ ອາຫານເຫຼົ່ານີ້ກໍເຮັດໃຫ້ທ່ານຮູ້ສຶກດີແຕ່ໄລຍະໃດໜື່ງເທົ່ານັ້ນ. ເມື່ອໃດທີ່ລິດຂອງທາດນຳ້ຕານໄດ້ໝົດໄປທ່ານກໍຈະຮູ້ສຶກບໍ່ດີກວ່າເກົ່າ. ທຸກຄົນຢູ່ໃນຄອບຄວາມຈະໄດ້ຮັບຜົນປະໂຫຍດຈາກການທີ່ບໍ່ກິນ ຫຼືກິນອາຫານເຫຼົ່ານີ້ໜ້ອຍລົງ. ອາຫານທີ່ຜ່ານຂະບວນການປຸງແຕ່ງຈາກໂຮງງານແມ່ນໃຊ້ນຳ້ມັນປາມເນື່ອງຈາກວ່າມັນມີລາຄາຖືກ ແຕ່ມັນບໍ່ດີຕໍ່ສຸຂະພາບຄືກັບນຳ້ມັນຈາກພືດອື່ນໆ.

a woman turning away from food at the store.
ບໍລິສັດທີ່ຜະລິດອາຫານແມ່ນຮູ້ວ່າຈະຂາຍສິນຄ້າໃຫ້ທ່ານໄດ້ແນວໃດ ແລະ ຈະຕົວະ, ເວົ້າວ່າອາຫານນັ້ນມັນດີ ເຖິງວ່າມັນບໍ່ດີກໍຕາມ. ເປົ້າໝາຍຂອງພວກເຂົາແມ່ນເພື່ອໃຫ້ໄດ້ເງິນ ບໍ່ແມ່ນເຮັດໃຫ້ສຸຂະພາບຂອງທ່ານດີ

ບັນດາເຄື່ອງດື່ມທີ່ມີລົດຊາດຫວານແມ່ນບໍ່ດີຕໍ່ສຸຂະພາບຂອງທ່ານເພາະມັນປະກອບດ້ວຍທາດນຳ້ຕານຫຼາຍ ແລະ ເຮັດໃຫ້ທາດນຳ້ຕານໃນເລືອດຂອງທ່ານເພີ່ມຂື້ນຢ່າງໄວ. ແມ້ກະທັ້ງນຳ້ໝາກໄມ້ກໍຍັງມີນຳ້ຕານຫຼາຍ. ສະນັ້ນ, ໃຫ້ດື່ມນຳ້ລ້າ ຫຼືນຳ້ຊາທີ່ບໍ່ມີນຳ້ຕານແທນ. ທ່ານສາມາດຫຼຸດນຳ້ຕານໃນນຳ້ຊາ ຫຼືກະເຟຂອງທ່ານເທື່ອລະໜ້ອຍໃນແຕ່ລະອາທິດ. ທ່ານສາມາດຕື່ມໃບມີນ ຫຼືໝາກນາວໃສ່ນຳ້ ຫຼືນຳ້ຊາເພື່ອໃຫ້ມີລົດຊາດ. ເຖິງວ່າໝາກໄມ້ທຸກສະນິດຈະມີທາດນຳ້ຕານ, ການກິນໝາກໄມ້ແທນນຳ້ໝາກໄມ້ແມ່ນດີກວ່າ ເພາະວ່າເສັ້ນໃຍທີ່ມີຢູ່ໃນໝາກໄມ້ແມ່ນມີຜົນດີ. ເຄື່ອງດື່ມທີ່ເປັນເຫຼົ້າມັນກໍຈະປ່ຽນໄປເປັນທາດນຳ້ຕານເຊັ່ນກັນ ດັ່ງນັ້ນ, ຄວນຫຼີກລ້ຽງ ຫຼື ດື່ມໃຫ້ມີຂອບເຂດແມ່ນດີທີ່ສຸດ.

a woman talking.
ການປ່ຽນແປງຫຼາຍພຶດຕິກຳໃນຄັ້ງດຽວແມ່ນຍາກ. ເມື່ອນັ້ນຜູ້ໃຫ້ບໍລິການດ້ານສຸຂະພາບຈະເລືອກເອົາສິ່ງໃດໜື່ງໃນຄັ້ງໜື່ງເຊັ່ນການດື່ມເຄື່ອງດື່ມທີ່ມີລົດຊາດຫວານໃຫ້ໜ້ອຍລົງ ຫຼືເຊົາສູບຢາ. ເຖິງວ່າຈະປ່ຽນສິ່ງດຽວກໍສາມາດເຫັນສິ່ງແຕກຕ່າງໄດ້ແລ້ວ.

ຈະກິນອາຫານເລື້ອຍປານໃດ

ການທີ່ບໍ່ໄດ້ກິນອາຫານຄາບໜຶ່ງສາມາດເຮັດໃຫ້ທາດນຳ້ຕານໃນເລືອດຕໍ່າໄດ້ ຫຼືເຮັດໃຫ້ທ່ານກິນຫຼາຍໃນຄາບເຂົ້າຕໍ່ມາ. ກິນອາຫານຫຼາຍສາມາດເຮັດໃຫ້ທາດນຳ້ຕານໃນເລືອດຂອງທ່ານເພີ່ມຂື້ນ. ການກິນອາຫານໃນປະລິມານທີ່ເທົ່າກັນທັງສາມຄາບ ຫຼືກິນໜ້ອຍລົງແຕ່ກິນສີ່ຄາບແມ່ນຈະເຮັດໃຫ້ທາດນຳ້ຕານໃນເລືອດຂອງທ່ານຂ້ອນຂ້າງຄົງທີ່.

ມີການອອກແຮງງານເພີ່ມຂື້ນ

NWTND Diab Page 16-2.png

ການອອກແຮງງານແມ່ນວິທີທີ່ດີຫຼາຍທີ່ເຮັດໃຫ້ທາດນຳ້ຕານໃນເລືອດລົງ. ປະຕິບັດໃຫ້ໄດ້ບາງຄັ້ງໃນທຸກໆມື້ ແລະ ກໍບໍ່ແມ່ນຄັ້ງດຽວແມ່ນມີຄວາມສຳຄັນຫຼາຍ. ເພື່ອປິ່ນປົວ ແລະ ປ້ອງກັນພະຍາດເບົາຫວານແມ່ນໃຫ້ພະຍາຍາມຍ່າງແບບໄວ, ເຕັ້ນ, ຫຼີ້ນກິລາ ຫຼືການອອກກຳລັງກາຍເພື່ອເຮັດໃຫ້ຫົວໃຈເຕັ້ນໄວຂື້ນເປັນເວລາ 30 ນາທີ ຫຼືຫຼາຍກວ່ານັ້ນ. ຍິ່ງອອກກຳລັງກາຍຫຼາຍກໍຍິ່ງດີ.

ໃນສະຖານທີ່ທີ່ທ່ານເຮັດວຽກທີ່ຕ້ອງໄດ້ໃຊ້ກຳລັງຮ່າງກາຍໜັກ ທ່ານອາດໄດ້ເຮັດກິດຈະກຳທາງດ້ານຮ່າງກາຍພຽງພໍແລ້ວ. ແຕ່ຖ້າຫາກວ່າທ່ານນັ່ງ ຫຼືຢືນຢູ່ບ່ອນເກົ່າຕະຫຼອດມື້ ທ່ານອາດຕ້ອງໄດ້ຄິດຊອກຫາວິທີທີ່ຈະໄດ້ເຄື່ອນໄຫວເພີ່ມ.

ຫຼາຍຄົນຊອກຫາວິທີທາງທີ່ງ່າຍຂື້ນທີ່ຈະເຮັດກິດຈະກຳກັບຜູ້ຄົນອື່ນແທນທີ່ຈະຢູ່ຜູ້ດຽວ. ການເຮັດກິດຈະກຳແມ່ນງ່າຍຂື້ນຖ້າຫາກວ່າມັນມີຄວາມມ່ວນຊື່ນເຊັ່ນວ່າການຍ່າງຫຼີ້ນກັນໝູ່ເພື່ອນ, ຫຼີ້ນກິລາ ຫຼືເຕັ້ນ.

NWTND Diab Page 16-3.png

ຖ້າທ່ານກິນຢາປິ່ນປົວພະຍາດເບົາຫວານເຊັ່ນ: ຢາໃກກຸ່ມ ຊັລໂຟນິນຢູເຣຍ (Sulfonylurea) ຫຼືສັກຢາອິນຊູລິນ (Insulin), ການອອກກຳລັງກາຍອາດເຮັດໃຫ້ທາດນຳ້ຕານໃນເລືອດຂອງທ່ານຕໍ່ລົງຫຼາຍໂພດ. ສະນັ້ນເພື່ອປ້ອງກັນບໍ່ໃຫ້ທາດນຳ້ຕານໃນເລືອດຕໍ່າລົງຫຼາຍໃຫ້ກິນອາຫານທີ່ມີທາດໂປຣຕີນ ແລະ ໄຂມັນທີ່ເປັນຜົນດີຕໍ່ສຸຂະພາບເຊັ່ນ: ໄຂ່ ຫຼື ປາ ໃນຄາບເຂົ້້າກ່ອນທີ່ຈະອອກກຳລັງກາຍ. ຖ້າທ່ານຮູ້ວ່າທາດນຳ້ຕານໃນເລືອດຂອງທ່ານກຳລັງຕໍ່າລົງໃນຂະນະທີ່ອອກກຳລັງກາຍ ຫຼື ຫຼັງຈາກອອກກຳລັງກາຍທ່ານສາມາດດື່ມນຳ້ໝາກໄມ້ ຫຼືກິນເຂົ້າໜົມອົມໃສ່. ສະນັ້ນ, ການທີ່ທ່ານມີອາຫານກິນຫຼີ້ນນຳທ່ານແມ່ນເປັນຄວາມຄິດທີ່ດີ.

ສຳລັບອາການສະແດງຂອງພາວະທາດນຳ້ຕານໃນເລືອດຕໍ່າຫຼາຍ ໃຫ້ເບິ່ງໜ້າ ພາວະສຸກເສີນຂອງພະຍາດເບົາຫວານ

ຫຼຸດຜ່ອນພາວະຕຶງຄຽດ

a group of people talking.

ຄວາມຕຶງຄຽດແມ່ນຄວາມຮູ້ສຶກທີ່ມີບັນຫາຫຼາຍກວ່າທີ່ຈະສາມາດແກ້ໄຂໄດ້. ບັນຫາເຫຼົ່ານີ້ສາມາດແມ່ນເລື່ອງເງີນຄຳ, ຄອບຄົວ, ທີ່ຢູ່ອາໃສ, ຄວາມປອດໄພ, ການຢຽດຢາມທາງດ້ານເຊື້ອຊາດ-ສີຜິວ ແລະ ບັນຫາອັນຕະລາຍອື່ນໆ. ການທີ່ມີຄວາມຮູ້ສຶກຕຶງຄຽດຕະຫຼອດເຮັດໃຫ້ເກີດບັນຫາຕໍ່ຮ່າງກາຍລວມເຖິງເຮັດໃຫ້ທາດນຳ້ຕານໃນເລືອດສູງຂື້ນ.

ການລົມກັບໝູ່ເພື່ອນທີ່ເຮົາໄວ້ໃຈ, ສະມາຊິກໃນຄອບຄົວ ຫຼືກຸ່ມຄົນອື່ນກ່ຽວກັບເລື່ອງທີ່ເຮັດໃຫ້ທ່ານມີກັງວົນສາມາດຫຼຸດຜ່ອນຄວາມຕຶງຄຽດໄດ້ໂດຍສະເພາະແມ່ນການຊອກຫາວິທີທາງທີ່ຈະຊ່ວຍກັນ ແລະ ກັນ. ສະນັ້ນ ບໍ່ຄວນຢ້ານທີ່ຈະຂໍຄວາມຊ່ວຍເຫຼືອ.

a man and a woman exercising.
ການນັ່ງສະມາທິ, ການສູດມົນ ຫຼື ການອອກກຳລັງກາຍເຊັ່ນການຫຼີ້ນ ໄທ-ຈິ ແລະ ໂຍຄະກໍແມ່ນວິທີທີ່ດີເພື່ອຊ່ວຍຫຼຸດຜ່ອນພາວະຕຶງຄຽດ.

ການສ້າງຄວາມໝັ້ນໃຈໃຫ້ກັບໂຕເອງກໍຊ່ວຍໃຫ້ທ່ານຫຼຸດຜ່ອນຄວາມຕຶງຄຽດໄດ້ເຊັ່ນກັນ. ພວກເຮົາດຳລົງຊີວິດຢູ່ກັບຄວາມຢ້ານເປັນປະຈຳເພາະວ່າຜູ້ຄົນອື່ນໆແມ່ນມີກຳລັງຫຼາຍກວ່າເຮົາ. ເຮົາຈະຮູ້ສຶກອ່ອນເພຍເນື່ອງຈາກສຸຂະພາບຂອງເຮົາບໍ່ດີ ຫຼືຍ້ອນເຮົາບໍ່ມີເງິນພຽງພໍ. ແຕ່ເຮົາສາມາດຮຽນຮູ້ທີ່ຈະສ້າງໃຫ້ຮ່າງກາຍມີຄວາມເຂັ້ມແຂງ. ບາງບັນຫາອາດໃຫ່ຍເກີນກວ່າທີ່ເຮົາຈະແກ້ໄຂດ້ວຍຕົວເຮົາເອງໄດ້, ບັນຫາເຫຼົ່ານັ້ນເຮົາຕ້ອງການຄົນອື່ນຊ່ວຍ. ແຕ່ກໍຍັງມີຫຼາຍຢ່າງທີ່ເຮົາສາມາດຈັດການດ້ວຍຕົວເຮົາເອງ. ໃຫ້ວາງແຜນເພື່ອທົດລອງສິ່ງໃໝ່ໆເພື່ອເຮັດໃຫ້ສຸຂະພາບຂອງທ່ານດີຂື້ນເຊັ່ນການຍ່າງໃຫ້ຫຼາຍຂື້ນ ຫຼືການກິນອາຫານໃໝ່. ຖ້າຫາກວ່າທ່ານເຮັດໄດ້ສຳເລັດທ່ານກໍຈະມີຄວາມໝັ້ນໃຈທີ່ຈະປະຕິບັດອີກ.



This page was updated: ໑໑ ພຶດສະພາ ໒໐໑໘