Hesperian Health Guides

ການ​ໝູນໃຊ້​ກຸ່ມ​ສັນຍະລັກ

ຢູ່ໃນພາກນີ້:

ໃນບົດ​ກ່ອນໆ ທ່ານ​ໄດ້​ຮຽນຮູ້ ການ​ໝູນໃຊ້​ກຸ່ມ​ສັນຍະລັກ ເພື່ອ​ສື່ສານ​ກັບເດັກ​ຫູໜວກ​ມາແລ້ວ. ສຳລັບ​ເດັກນ້ອຍ​ຫູໜວກ ການ​ຮຽນຮູ້​ການ​ໝູນໃຊ້​ກຸ່ມ​ສັນຍະລັກ ດ້ວຍຕົວ​ຂອງເຂົາ​ເອງນັ້ນ, ເດັກ​ຕ້ອງຮູ້​ສັນຍະລັກ​ຕ່າງໆ​ຫຼາຍ​ສົມຄວນ ຈຶ່ງຈະ​ສາມາດ​ນຳເອົາ​ສັນຍະລັກ​ດັ່ງກ່າວ​ມາ​ປະສົມ​ເຂົ້າກັນ​ໃນ​ຫຼາຍໆ​ວິທີ.

ວິທີ​ກະຕຸ້ນ​ໃຫ້ເດັກ​ໝູນໃຊ້​ສັນຍະລັກ​ຕ່າງໆ​ເຂົ້າກັນ

ເມື່ອເດັກ​ໃຊ້​ສັນຍະລັກ​ດ່ຽວ, ຈົ່ງ​ກະຕຸ້ນ​ໃຫ້​ຂະຫຍາຍ​ຄວາມໝາຍ​ສິ່ງທີ່​ເຂົາເວົ້າ​ເຖິງ ເຊິ່ງທ່ານ​ກໍ່​ສາມາດ:


  • ຂະຫຍາຍ​ສັນຍະລັກ​ດັ່ງກ່າວ ດ້ວຍຕົວ​ຂອງ ທ່ານ​ກ່ອນ ແລ້ວຈິ່ງ​ກະຕຸ້ນ​ໃຫ້ເດັກ ຮຽນແບບ​ນຳ ທ່ານ.
A man and his son signing to each other beside a tree.
ເຈົ້າ​ສາມາດ​ເຮັດ ສັນຍະລັກ “ຕົ້ນໄມ້​ໃຫຍ່” ໄດ້ບໍ?
ຕົ້ນໄມ້​ໃຫຍ່
  • ຖາມ​ຄຳຖາມ ແລະ ກະຕຸ້ນ​ໃຫ້ເດັກ​ຕອບ.
A woman signs to her daughter, who runs toward her with a necklace in her hand.
ໂອ໊ ມີນາ ສາຍຄໍ​ນັ້ນ ງາມ​ແທ້ໆນໍ! ແມ່ນ?

  • ຖາມສິ່ງ​ທີ່ເດັກ​ກຳລັງ​ເຮັດຢູ່.
Lo HCWD Ch8 Page 97-5.png
ກຳລັງເຮັດ
Lo HCWD Ch8 Page 97-6.png
ຫຍັງ
A man and his son signing to each other.
ເຈົ້າ​ກຳລັງ​ເຮັດ ຫຍັງ, ຄຳ?
ເຮືອນ
HCWD Ch8 Page 97-4.png
ໂອ໊ ຊິເອົາ​ຫຍັງ​ມາ ສ້າງມັນ?
ໄມ້ ແລະ ໃບ ໄມ້​ກຳລັງ.

ນີ້ແມ່ນ​ວິທີ​ອື່ນໆ​ອີກ ເພື່ອ​ກະຕຸກ​ຊຸກຍູ້​ໃຫ້ເດັກ​ໝູນໃຊ້​ກຸ່ມ​ສັນຍະລັກ

A woman signing to her son; her husband works in a field close by.
ບອກພໍ່ “ມາ ກິນເຂົ້າ”.
  • ບອກ​ໃຫ້ເດັກ​ຖ່າຍທອດ​ຂ້ໍຄວາມ ໂດຍ ໃຊ້​ຄຳສັບ​ສິ່ງ​ງ່າຍດາຍ.
A woman and her grandson signing to each other while the boy lies in bed.
ແບັ​ສາມໂຕ​ກຳລັງ​ຍ່າງ ລົງໄປ​ຕາມ​ຖະໜົນ ທີ່ແບ້​ສາມໂຕ​ໄດ້ພົບ​ໃຜ?
ອ້າຍ​ນ້ອງ​ໝາໄນ.
  • ພ້ອມນັ້ນ​ກໍ່​ເລົ່າເລື່ອງ​ໃຫ້ເດັກ​ຟັງ. ເມື່ອເດັກ ເຫັນທ່ານ​ເລົ່າເລື່ອງ​ຫຼາຍເທື່ອ, ລາວອາ​ດສາ ມາດ​ໃຊ້​ສັນຍະລັກ ຈາກ​ຕອນໃດ​ຕອນໜຶ່ງ ຂອງ ບົດເລື່ອງ ດ້ວຍຕົວ​ຂອງເຂົາ​ເອງ.
A woman speaking to her son as she ties an apron around him.
ເອົາ! ຕອນນີ້ ເຈົ້າເປັນ ແມ່​ຈັກບຶດໜ່ຶງ​ເດີ້.
A woman and her son wearing an apron and signing to each other.
ແມ່ນຫຍັງ​ທີ່ແມ່ ຕ້ອງເຮັດ?
ແມ່ນ​ແຕ່ງກິນ.
  • ກະຕຸ້ນ​ໃຫ້ເດັກ​ໄດ້​ສະແດງ ໃນ​ຫຼາຍໆ​ບົດບາດ.

ໝູນໃຊ້​ຄຳຖາມ​ເພື່ອ​ກະຕຸ້ນ​ໃຫ້ເດັກ​ໄດ້​ຄົ້ນຄິດ

ການຖາມ​ຄຳຖາມ ແມ່ນ​ວິທີໜຶ່ງ​ທີ່ດີ​ໃນການ​ເຮັດໃຫ້​ການ​ສື່ສານ​ກັນ ມີຄວາມ​ຕໍ່ເນື່ອງ. ຄຳຖາມ​ຍັງຊ່ວຍ​ກະຕຸ້ນ​ໃຫ້​ເດັກນ້ອຍ​ຫູໜວກ ໄດ້​ຄົ້ນຄິດ​ນຳອີກ.

Lo HCWD Ch8 Page 99-2.png
ຈົ່ງ​
Lo HCWD Ch8 Page 99-3.png
ເລືອກເອົາ
Lo HCWD Ch8 Page 99-4.png
ກ້ອນຫີນ
  • ມອບວຽກ​ໃດໜຶ່ງ​ໃຫ້ເດັກ ເພື່ອ​ໃຫ້ເຂົາ​ໄດ້​ຄົ້ນຄິດ​ຫາ​ວິທີ​ທາງ​ໃໝ່ໆ. ຈາກ ນັ້ນ​ກໍ່​ກະຕຸ້ນ​ໃຫ້ເຂົາ​ສື່ສານ​ກ່ຽວກັບ​ສິ່ງທີ່​ກຳລັງ​ເຮັດຢູ່.


A woman and her daughter signing to each other as the woman holds a bowl of beans.
ຈົ່ງ​ເລືອກເອົາ​ກ້ອນຫີນ ແລະ ດຶກ​ມັນຖິ້ມ. ເຈົ້າ ຈະຮູ້​ໄດ້​ແນວໃດ​ວ່າ​ອັນໃດ ແມ່ນ​ກ້ອນຫີນ ອັນ ໃດ​ແມ່ນ​ແກ່ນຖົ່ວ?
ແກ່ນຖົ່ວ​ໃຫຍ່ກວ່າ.
Lo HCWD Ch8 Page 99-6.png
ຫຍັງ
Lo HCWD Ch8 Page 99-7.png
ພວກເຮົາ
Lo HCWD Ch8 Page 99-8.png
ເຮັດ
A woman signing to her child, who pulls a trolly loaded with heavy objects.
ລົດ​ລ້ໍມັນ​ໜັກໂພດ ຈິ່ງດຶງ​ບໍ່ໄດ້. ພວກເຮົາ​ຄວນເຮັດ​ແນວໃດ?
  • ເມື່ອເດັກ​ພົບກັບ​ບັນຫາ, ຖາມເຂົາ​ວ່າ ຈະ​ແກ້ໄຂ​ບັນຫາ​ໄດ້​ແນວໃດ.
  • ເມື່ອ​ສັງເກດ​ເຫັນເດັກ​ຫູໜວກ ກຳລັງ​ສະແດງ​ຄວາມ​ຮູ້ສຶກ ແນວໃດ​ແນວໜຶ່ງ, ຈົ່ງຖາມ​ວ່າ ເຂົາ​ກຳລັງ​ຮູ້ສຶກ​ແນວໃດ.


ຖ້າເຂົາ​ມີບັນຫາ​ໃນການ​ຕອບ, ທຳອິດແມ່ນໃຫ້ຄິດເບິ່ງວ່າ ເຂົາ​ຮູ້ຈັກ​ບັນດາ​ສັນຍະລັກ​ທີ່ຈະໃຊ້​ໃນການ​ຕອບ​ຄຳຖາມ​ດ່ັງກ່າວ ຫຼື ບໍ່. ຖ້າບໍ່ ກໍ່ຈົ່ງ​ຊ່ວຍໃຫ້​ເຂົາຮຽນ​ສັນຍະລັກ​ດ່ັງກ່າວ

A small girl signs to her father as she points to 2 children that play together close by.
ລີ, ເປັນຫຍັງ ເຈົ້າຈິ່ງ​ຮ້ອງໄຫ້?
ຂ້ອຍ​ຢາກຫຼິ້ນ.

ຄຳຖາມ​ທີ່​ມີລັກສະນະ​ຖາມວ່າ “ຍ້ອນຫຍັງ, ເປັນຫຍັງ” ແມ່ນ​ຂ້ອນຂ້າງ​ສັບສົນ​ສຳລັບ​ເດັກ ນ້ອຍ​ທີ່​ຈະຕອບ. ເພາະວ່າ ຄຳຕອບ​ຂອງ​ຄຳຖາມ​ລັກສະນະ​ນີ້​ມັນຕ້ອງ​ກວມລວມ ເອົາ​ບັນດາ​ສິ່ງຂອງ, ພຶດຕິກຳ ​ແລະ ຄວາມ​ຮູ້ສຶກ​ຢູ່ນຳ ເຊິ່ງ​ສິ່ງ​ເຫຼົ່ານີ້​ແມ່ນ​ມີຄວາມ​ສຳຄັນ​ສຳລັບ ພັດທະນາການ​ຂອງເດັກ​ໃນດ້ານ​ທັກສະ​ໃນການ​ຄົ້ນຄິດ. ເດັກ​ຕ້ອງໄດ້​ຮັບການ​ຝຶກແອບ​ຫຼາຍເທື່ອ ເພື່ອ​ຕອບ​ຄຳຖາມ​ເຫຼົ່ານີ້, ສະນັ້ນ ຈົ່ງ​ສືບຕໍ່​ໝູນໃຊ້​ຄຳຖາມ​ທີ່ມີ​ລັກສະນະ​ແບບນີ້. ຖ້າເດັກ​ຍັງຄົງ​ມີ​ບັນຫາ​ໃນການ​ຕອບ​ຄຳຖາມ​ລັກສະນະ​ນີ້ ຈົ່ງໃຫ້​ທາງເລືອກ​ແກ່ເດັກ.


The small girl and her father sign to each other.
ລີ, ເບິ່ງເຈົ້າ​ຄື​ໂສກເສົ້າ ເຈົ້າ​ກຳລັງ ຮູ້ສຶກ​ເສຍໃຈ ຫຼື ໃຈຮ້າຍ​ບໍ?
ເສຍໃຈ

ວິທີ​ຊ່ວຍ​ໃຫ້ເດັກ​ປະຕິບັດ​ຕາມຄຳ​ຂໍຮ້ອງ​ແບບ 2 ຂັ້ນ

ເມື່ອເດັກ​ຮູ້ຈັກ​ສັນຍະລັກ​ຕ່າງໆ​ຫຼາຍຂຶ້ນ ສະແດງວ່າ​ເຂົາ​ສາມາດ​ເລີ່ມ​ນຳທັນ​ຄຳ​ຂໍຮ້ອງ ທີ່​ຍາກຂຶ້ນ. ທ່ານ​ສາມາດ​ເລີ່ມຈາກ​ການ​ຂະຫຍາຍ​ຄຳ​ຂໍຮ້ອງ​ແບບ​ງ່າຍໆ ທີ່ເດັກ​ຮູ້ຈັກ​ແລ້ວ. ໂດຍ​ປ່ຽນໃຫ້​ຄຳ​ຂໍຮ້ອງ​ດັ່ງກ່າວ​ມີ 2 ຂັ້ນ (ເທື່ອ).

Lo HCWD Ch8 Page 101-2.png

ລ້າງມື

Lo HCWD Ch8 Page 101-3.png
ກິນ

A girl signing to her little brother.
ຄຳ ລ້າງມື ແລະ ກິນເຂົ້າ.

ທຳອິດ​ໃຫ້ສ້າງ​ຄຳ​ຂໍຮ້ອງ​ທີ່ລູກ​ຂອງທ່ານ​ສາມາດ​ເບິ່ງເຫັນ​ໄດ້.

A woman signs to her grandchild, boy who holds food in his hands.
ຄຳ, ຫຼັງຈາກ​ກິນເຂົ້າ​ແລ້ວ, ໄປເອົາ​ຟືນ​ຢູ່ນອກ​ມາແດ່ເດີ.

ຈາກນັ້ນ ຈິ່ງ​ຄ່ອຍໆ​ເຮັດໃຫ້ ຄຳ​ຂໍຮ້ອງ​ດັ່ງກ່າວ​ຍາກຂຶ້ນ.


ຊ່ວຍ​ໃຫ້ເດັກ​ຮູ້​ສັງເກດ​ວ່າ ສັນຍະລັກ​ຖືກ​ສ້າງຂຶ້ນ​ໂດຍ​ອີງໃສ່​ຄວາມໝາຍ​ຂອງມັນ

ຄົນ​ຫູໜວກ​ຕື່ມ​ຄວາມໝາຍ​ໃຫ້​ສັນຍະລັກ​ໂດຍ​ເຮັດ ໃຫ້​ມັນ​ໃຫຍ່ຂຶ້ນ ຫຼື ນ້ອຍລົງ, ເຮັດໃຫ້​ສັນຍະລັກ​ໄວຂຶ້ນ ຫຼື ຊ້າລົງ ຫຼື ໂດຍການ​ປ່ຽນແປງ​ສີໜ້າ.

ຊ່ວຍ​ໃຫ້ເດັກ​ເອົາ​ໃຈໃສ່​ວິທີ​ຕ່າງໆ​ໃນການ​ໃຊ້​ສັນຍະ ລັກ ເພື່ອ​ໃຫ້ເດັກ​ເຂົ້າໃຈ​ຄວາມໝາຍ​ຂອງ​ຂ້ໍຄວາມ​ທີ່ ສົ່ງມາ​ໄດ້ດີ​ຂຶ້ນ.

ຖ້າ​ຢາກເວົ້າ​ວ່າ​ສິ່ງໃດ​ສິ່ງ ໜຶ່ງ​ມັນບໍ່ດີ​ໃຫ້ເຮັດ​ສັນຍະ ລັກ​ແບບນີ້.
Lo HCWD Ch8 Page 101-5.png
ຖ້າ​ຢາກເວົ້າ​ວ່າ​ມັນ​ບໍ່ດີ​ຫຼາຍ ແທ້ໆ ກໍ່​ໃຫ້ເຮັດ​ສັນຍະລັກ​ຄື ເກົ່າ ແຕ່ໃຫ້​ໃຫຍ່ຂຶ້ນ ແລະ ໄວຂຶ້ນ​ກວ່າເກົ່າ.
Lo HCWD Ch8 Page 101-6.png
ບໍ່ດີ ບໍ່ດີ​ຫຼາຍ


ການ​ເລ່ົາເລ່ືອງ ແມ່ນ​ວິທີ​ທີ່​ມ່ວນຊື່ນ​ທີ່ສຸດ ສຳລັບ​ການສອນ​ພາສາ​ມື ໃຫ້​ແກ່ເດັກ. ຈົ່ງ​ພະຍາຍາມ​ໃຊ້​ພາສາ​ມື​ຫຼາຍໆ​ແບບ ເມື່ອຫຼິ້ນ​ເປັນ​ຕົວລະຄອນ​ທີ່​ແຕກຕ່າງ​ກັນ. ພ້ອມກັນ​ນັ້ນ ກໍ່ຈົ່ງ​ສະແດງ​ຄວາມ​ຮູ້ສຶກ​ລົງໃນ​ນ້ໍາສຽງ​ ແລະ ເທິງ​ສີໜ້າ (ເຊັ່ນ: ອາລົມ​ມ່ວນຊື່ນ ຫຼື ຄວາມ​ໂສກເສົ້າ) ເພື່ອ​ສະແດງ​ຄວາມ​ຮູ້ສຶກ​ຂອງ​ບັນດາ​ຕົວ​ລະຄອນ​ເຫຼົ່ານັ້ນ.

A man signs to his child, who sits on his knee.
ພໍ່ໝີ ເວົ້າວ່າ “ແມ່ນໃຜ ມາ ນັ່ງ​ຢູ່ຕັ່ງ​ຂອງຂ້ອຍ?”
HCWD Ch8 Page 102-2.png

ຂອງຂ້ອຍ

HCWD Ch8 Page 102-3.png
ຕັ່ງ
ສັນຍະລັກ​ຂອງ “ພໍ່ໝີ”
HCWD Ch8 Page 102-5.png

ຂອງຂ້ອຍ

HCWD Ch8 Page 102-6.png
ຕັ່ງ
ສັນຍະລັກ​ຂອງ “ລູກໝີ”


A man signs to his son, who sits on his knee.
ແລະ ລູກໝີ​ກໍ່​ເວົ້າວ່າ, “ແມ່ນໃຜ​ມານັ່ງ​ຢູ່ຕັ່ງ​ຂອງຂ້ອຍ?”

ການໃຊ້​ສັນຍະລັກ ສຳລັບ​ຕົວລະຄອນ​ຫຼາຍໆ​ຕົວ ຈະຊ່ວຍ​ໃຫ້ເດັກ ໃຫ້​ມີຄວາມ​ສົນໃຈ​ແກ່​ບົດເລື່ອງ​ດັ່ງກ່າວ. ມັນຍັງ​ຊ່ວຍໃຫ້​ເດັກ​ສາມາດ ເຫັນການ​ສະແດງອອກ ທາງດ້ານ​ຄວາມ​ຮູ້ສຶກ, ສີໜ້າ ແລະ ວິທີ​ທີ່​ແຕກ ຕ່າງ​ໃນການ​ນຳໃຊ້​ສັນຍະລັກ​ໃນ​ພາສາ​ມື.