Hesperian Health Guides

ບົດທີ 8: ການຮຽນຮູ້​ວິທີ​ນຳໃຊ້​ພາສາ​ມື

ຂໍ້ມູນສຸຂະພາບ > ການຊ່ວຍເຫຼືອເດັກນ້ອຍຫູໜອກ > ບົດທີ 8: ການຮຽນຮູ້​ວິທີ​ນຳໃຊ້​ພາສາ​ມື

ຢູ່ໃນພາກນີ້:

ການຮຽນ​ພາສາ​ມື​ສຳລັບ​ເດັກ​ທີ່​ອາຍຸ​ຍັງນ້ອຍ​ແມ່ນ​ເປັນສິ່ງ​ທີ່ງ່າຍ, ທຳອິດ​ເດັກ​ອາດຮຽນ​ເອົາ​ບັນດາ ສັນຍະລັກ​ຕ່າງໆ​ທີ່​ຄົນອື່ນ​ໃຊ້ ໂດຍ​ສະເພາະ​ແມ່ນ​ບຸກຄົນ ແລະ ສິ່ງຂອງ​ທີ່ເດັກ​ພົບເຫັນ​ຢູ່​ເລື້ອຍໆ ຫຼັງຈາກ​ນັ້ນ ຈິ່ງ​ຈະເລີ່ມຮຽນ​ໝູນໃຊ້​ສັນຍະລັກ​ທີ່ມີ​ຄວາມສຳຄັນ​ສຳລັບເຂົາ ແລະ ເລີ່ມ​ຮຽນຮູ້ ບັນດາ​ສັນຍະລັກ​ຕ່າງໆ​ອີກ.

ສັນຍະລັກ​ແຕ່ລະແບບ ຈະຊ່ວຍ​ໃຫ້ເດັກ​ຮຽນຮູ້​ໂລກ​ອ້ອມຂ້າງ​ເດັກ​ໄດ້​ຫຼາຍຂຶ້ນ. ເມື່ອ​ທັກສະ​ພາສາ​ຂອງເດັກ​ພັດທະນາ​ຂຶ້ນ, ເຂົາ​ຈະເລີ່ມ​ຮູ້ຈັກ​ການ​ນຳເອົາ​ສັນຍະລັກ​ມາ​ປະສົມກັນ. ສິ່ງນີ້​ຍັງ​ຈະຊ່ວຍ​ພັດທະນາ ດ້ານ​ຈິດໃຈ​ຂອງເດັກ​ໄດ້​ນຳອີກ, ຖ້າ​ຫາກທ່ານ ແລະ ລູກ​ຂອງທ່ານ​ຫາກມີ​ຄວາມສຸກ​ກັບການ​ໝູນໃຊ້​ພາສາ​ມື ກໍ່ຈະ​ເຮັດໃຫ້​ການ​ຮຽນຮູ້​ພາສາ​ຂອງເດັກ​ໄດ້ຮັບ​ຜົນດີ.

A boy signing to his little sister.
ດື່ມ?

ວິທີ ທີ່ດີ​ທີ່ສຸດ​ສຳລັບ​ທ່ານ ແລະ ຄອບຄົວ​ໃນການ​ຮຽນ​ພາສາ​ມື​ທີ່​ໝູນໃຊ້​ໃນ​ຂົງເຂດ​ຂອງທ່ານ​ນັ້ນ ແມ່ນການ​ໃຫ້ຄົນ​ຫູໜວກ​ສອນ​ພາສາ​ມື​ໃຫ້ທ່ານ. ເບິ່ງຂໍ້ມູນເພີ່ມຕື່ມໄດ້ໃນບົດທີ3ແລະການສອນ​ພາສາ​ມື​ໃຫ້ແກ່​ພໍ່​ແມ່​ຂອງເດັກ​ຫູໜວກ.

ຖ້າຫາກ​ບໍ່ມີ​ຜູ້ໃດ​ສອນ​ພາສາ​ມື​ໃຫ້ທ່ານ​ໄດ້, ທ່ານ​ອາດ​ສຶກສາ​ຕາມປຶ້ມ​ກ່ຽວກັບ​ການ​ໝູນໃຊ້​ພາສາ​ມື​ກັບເດັກ​ຫູໜວກ. ແຕ່ການ​ໝູນໃຊ້​ພາສາ​ມື​ຈາກປຶ້ມ ອາດຈະ​ຫຍຸ້ງຍາກ ແລະ ມີ​ປະສິດ​ທິຜົນ​ຕ່ຳກວ່າ​ການຮຽນ​ຈາກ​ຄົນ​ຫູໜວກ.


ໃນພາກນີ້, ພວກເຮົາ​ຈະ​ສະແດງ​ຮູບ​ບຸກຄົນ ທີ່​ໝູນໃຊ້​ພາສາ​ມື ແລະ ວິທີ​ໃນການ​ນຳເອົາ​ບັນດາ​ສັນຍະລັກ​ຕ່າງໆ ມາ​ປະສົມ​ເຂົ້າກັນ​ເພື່ອສ້າງ​ເປັນປະໂຫຍກ​ໃນ​ພາສາ​ມື​ດັ່ງນີ້:
ໃນ​ຮູບນີ້​ບໍ່ໄດ້​ສະແດງ​ໃຫ້ ເຫັນ​ທຸກ​ສັນຍະລັກ​ຢູ້ໃນ​ປະ ໂຫຍກ​ພາສາ​ມື.
A woman facing a small child signs and points her finger to a man standing behind her.
ເວົ້າ​ສະບາຍດີ ກັບ​ພໍ່​ແມ໊!
HCWD Ch8 Page 85-3.png
HCWD Ch8 Page 85-5.png ພວກເຮົາ​ອາດຈະ​ສະແດງ ໃຫ້ເດັກ​ເຫັນ​ບັນດາ​ສັນຍະລັກ ທີ່ສ້າງ​ເປັນປະໂຫຍກ​ໃສ່ໃນ​ລັອກນ້ອຍໆ ແບບນີ້, ເຊິ່ງ​ຈະອ່ານ​ແຕ່ເທິງ​ລົງລຸ່ມ.
ສະບາຍດີ
HCWD Ch8 Page 85-4.png
ພໍ່

ວິທີ​ຊ່ວຍ​ໃຫ້ເດັກ​ເຂົ້າໃຈ​ສັນຍະລັກ​ໃໝ່

ໃນ​ເບື້ອງຕົ້ນ​ໃຫ້ເດັກ​ຮຽນຮູ້​ສັນຍະລັກ ທີ່ແທນ​ໃຫ້ສິ່ງຂອງ ແລະ ບຸກຄົນ​ທີ່ມີ​ຄວາມ​ສຳຄັນ​ສຳລັບ​ເຂົາ. ສະນັ້ນ ຈົ່ງ​ສັງເກດ​ວ່າ​ບຸກຄົນ​ຜູ້ໃດ ຫຼື ສິ່ງໃດ ທີ່​ເດັກນ້ອຍ​ມີຄວາມ​ສົນໃຈ ເພື່ອຊ່ວຍ​ໃຫ້ເດັກ​ຮຽນ​ສັນຍະລັກ​ທຳອິດ.

Lo HCWD Ch8 Page 86-2.png
ສະບາຍດີ
Lo HCWD Ch8 Page 86-3.png
ພໍ່
Lo HCWD Ch8 Page 86-1.png
ເວົ້າ​ ສະບາຍດີ ກັບພໍ່​ແມ່!


1. ພະຍາຍາມ​ເຮັດ​ສັນຍະລັກ (ໃຊ້​ພາສາ​ມື) ຢູ່ໃກ້ໆ ກັບ​ວັດຖຸ ຫຼື ຊີ້ໃສ່​ບຸກຄົນ​ທີ່ເຮົາ​ໝາຍເຖິງ ເພື່ອ​ໃຫ້ເດັກ ສາມາດ​ເຊື່ອມໂຍງ​ວັດຖຸ 2 ສິ່ງ. ໃຊ້ການ​ສະແດງ​ສີໜ້າ ເພື່ອບອກ​ໃຫ້ເດັກ​ຮູ້ວ່າ ມີສິ່ງ​ສຳຄັນ​ກຳລັງ​ເກີດຂຶ້ນ.


A man and woman signing to each other as a small child observes them nearby.
ສະບາຍດີ, ພໍ່!
ສະບາຍດີ ວັນດີ​ເອີຍ!
2. ໃຊ້​ສັນຍະລັກ​ສະແດງເຖິງ​ຊື່​ຂອງ​ບຸກຄົນ ຫຼື ວັດຖຸ ພ້ອມທັງ​ໝູນໃຊ້​ສັນຍະລັກ​ນັ້ນ​ຫຼາຍໆ​ຄັ້ງ​ຊ້ໍາໆ​ກັນ ແລະ ພະຍາຍາມ​ໃຫ້ເດັກ​ເຫັນ​ສີໜ້າ ແລະ ມື​ຂອງທ່ານ ເມື່ອທ່ານ​ໃຊ້​ສັນຍະລັກ​ກັບເຂົາ.


3. ສັງເກດ​ເບິ່ງ​ປະຕິກິລິຍາ​ຂອງເດັກ. ເຂົາມີ​ການ ຕອບສະໜອງ​ທີ່​ສະແດງ​ວ່າ​ເຂົາ​ເຂົ້າໃຈ​ບໍ່?. ຖ້າມີ​ກໍ່ຈົ່ງ ຊົມເຊີຍ​ຍ້ອງຍໍ​ເດັກ. ຖ້າເດັກ​ບໍ່ມີ​ການ​ຕອບສະໜອງ​ກໍ່ ຈົ່ງ​ໃຊ້​ສັນຍະລັກ​ດັ່ງກ່າວ​ອີກ​ຈັກ 2-3 ເທື່ອ.


A boy signing and speaking to his baby sister.
ພໍ່
ນີ້ແມ່ນ​ຕັ່ງ​ຂອງພໍ່.
4. ໃຊ້​ສັນຍະລັກ​ໂຕນັ້ນ​ຫຼາຍໆ​ຄັ້ງ​ຕະຫຼອດມື້. ກະຕຸກ ຊຸກຍູ້​ໃຫ້​ສະມາຊິກ​ໃນ​ຄອບຄົວ​ຜູ້ອື່ນໆ​ໃຊ້​ສັນຍະລັກ ດັ່ງກ່າວ​ນຳ.

ຈົ່ງ​ພະຍາຍາມ​ມີຄວາມ​ອົດທົນ ເພາະມັນ​ອາດໃຊ້​ເວ ລາ​ຈັກໄລຍະ​ໜຶ່ງ ກວ່າ​ທີ່ເດັກ ຈະ​ຮູ້ຈັກ​ສັນຍະລັກ​ໂຕ​ທຳອິດ.