Hesperian Health Guides
ບົດທີ 3: ການແນະນຳສຳລັບການສອນພາສາ
ຂໍ້ມູນສຸຂະພາບ > ການຊ່ວຍເຫຼືອເດັກນ້ອຍຫູໜອກ > ບົດທີ 3: ການແນະນຳສຳລັບການສອນພາສາ
ເດັກທີ່ພິການທາງຫູ ຫຼື ບໍ່ສາມາດຮັບຟັງໄດ້ດີນັ້ນຈະສື່ສານໂດຍການເບິ່ງ. ເຂົາຈະບໍ່ສາມາດຮຽນຮູ້ຄຳສັບໄດ້ຄືກັບຄົນປົກກະຕິ ດ້ວຍການຟັງພຽງແຕ່ຄົນອື່ນເວົ້າ. ເຂົາພຽງແຕ່ຕ້ອງການເວລາ ແລະ ການຊ່ວຍ ເຫຼືອຫຼາຍຂຶ້ນໃນການຮຽນຮູ້ພາສາ. ເຖິງຈະແມ່ນການເບິ່ງ ແລະ ຟັງຜູ້ອື່ນລົມກັນ ຫຼື ເບິ່ງຄົນອື່ນສະແດງພາສາມີກໍ່ຕາມ. ເຂົາອາດຈະເລີ່ມໃສ່ໃຈຕໍ່ກັບພາສາຂຽນໄວກວ່າເດັກຄົນອື່ນໆ, ເມື່ອເຂົາເຫັນພາສາຂຽນເຊັ່ນ: ຊື່ຂອງຕົນເອງ, ເຂົາກໍ່ຈະສາມາດເຊື່ອມຕໍ່ລະຫວ່າງຄຳ ແລະ ຄວາມໝາຍຂອງມັນໄດ້.
ບັນດາຄຳແນະນຳຕ່າງໆໃນບົດນີ້, ຈະເຮັດໃຫ້ມີຄວາມສະດວກ ແລະ ງ່າຍຂຶ້ນສຳຫລັບ ພໍ່ແມ່ ແລະ ບຸກຄົນອື່ນໆ ໃນການສອນວິທີການໃຊ້ພາສາໃຫ້ແກ່ເດັກ. ສື່ສານໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້
ສື່ສານໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້
ການຊ່ວຍເຫຼືອເດັກທີ່ພິການທາງຫູ ໃນການຮຽນຮູ້ພາສານັ້ນ ເປັນສິ່ງສຳຄັນທີ່ສຸດ, ທີ່ຜູ້ເປັນພໍ່ແມ່ ແລະ ບຸກຄົນອື່ນສາມາດເຮັດໄດ້. ໂດຍປົກກະຕິແລ້ວ ຄົນເຮົາຈະບໍ່ໄດ້ເວົ້າກັບເດັກຫຼາຍ ເພາະວ່າ ພວກເຂົາຈະສົນໃຈໃນໜ້າວຽກຂອງພວກເຂົາຫຼາຍກວ່າ, ແຕ່ລູກຂອງທ່ານແມ່ນຕ້ອງການໃຫ້ທຸກຄົນໃຊ້ຄວາມພະຍາ ຍາມພິເສດໃນການສື່ສານກັບເຂົາ, ການສື່ສານກັນນັ້ນເປັນພຽງວິທີດຽວທີ່ເຂົາຈະສາມາດຮຽນຮູ້ໄດ້.
ບາງຄັ້ງ ພໍ່ແມ່ ອາດຈະຮູ້ສຶກລະອາຍ ແທນເດັກທີ່ພິການທາງຫູ ຫຼື ເດັກອາດຈະຖືກປົກປ້ອງຫຼາຍເກີນໄປ. ແຕ່ເດັກພັດຢາກມີສ່ວນຮ່ວມໃນການເຮັດກິດຈະກຳຂອງຄອບຄົວຂອງເຂົາ. ການທີ່ເດັກຖືກປະ ປ່ອຍໃຫ້ຢູ່ຢ່າງໂດດດ່ຽວນັ້ນ ຈະເປັນການຢຸດການຮຽນຮູ້ຂອງເຂົາໃນຫຼາຍໆສິ່ງ.
ໃນໄລຍະເວລາຂອງວັນໜຶ່ງ, ຈົ່ງຊອກຫາໂອກາດທີ່ຈະສື່ສານກັບລູກຂອງທ່ານ, ໃຫ້ເຂົາມີສ່ວນຮ່ວມໃນການເຮັດກິດຈະກຳກັບຄົນອື່ນໆ, ດັ່ງນັ້ນ ເຂົາຈະໄດ້ເຫັນ ແລະ ໄດ້ຍິນການສື່ສານຂອງຄົນໃນແບບຕ່າງໆ. ພ້ອມກັນນັ້ນກໍ່ສົ່ງເສີມໃຫ້ສະມາຊິກທັງໝົດຄອບຄົວເຊັ່ນ: ອ້າຍ, ເອື້ອຍ, ນ້ອງ, ພໍ່ເຖົ້າ, ແມ່ເຖົ້າ ແລະ ຍາດຕິພີ່ນ້ອງຄົນອື່ນໆ ໃຫ້ເຮັດເຊັ່ນດຽວກັນນີ້.