Hesperian Health Guides

ມີ​ຫຼາຍຄົນ​ສາມາດ​ຊ່ວຍເຮັດ​ກິດຈະກຳ​ເຫລົ່ານີ້​ໄດ້

ຢູ່ໃນພາກນີ້:

ເດັກ​ທຸກຄົນ​ລ້ວນແຕ່​ຕ້ອງການ​ດູແລ ແລະ ຄວາມຮັກ​ຈາກ​ພໍ່​ແມ່​ຂອງ​ພວກເຂົາ, ບໍ່ແມ່ນ​ພຽງແຕ່​ພໍ່​ແມ່​ຜູ້ດຽວ​ທີ່​ສາມາດ​ເປັນ​ຄູສອນ​ໃຫ້ເດັກ​ໄດ້, ສະນັ້ນ ຄວນຈະ​ໃຫ້ໝູ່​ເພື່ອນ, ເພື່ອນບ້ານ ແລະ ສະມາຊິ​ກຄອບຄົວ​ຜູ້​ອື່ນໆ ມີສ່ວນຮ່ວມ​ໃນການ​ຊ່ວຍເຫຼືອ​ນຳ. ການທີ່​ໄດ້ຮູ້ຈັກ​ກັບຄົນ​ພິການ​ທາງຫູ​ຜູ້ທີ່​ໃຊ້​ພາສາ​ສັນຍະລັກ​ໃນ​ທ້ອງຖິ່ນ​ນັ້ນ, ມັນມີ​ຄວາມສຳຄັນ​ເປັນ​ພິເສດ​ສຳລັບ​ເດັກ​ຜູ້ທີ່​ພິການ​ທາງຫູ​ ຫຼື ບໍ່ສາມາດ​ຮັບຟັງ​ໄດ້ດີ​ທີ່ມີ​ຫຼາຍໆ​ຄົນ​ມາຮ່ວມ​ເຮັດ​ກິດຈະກຳ​ນຳເຂົາ​ ເພາະວ່າ:

  • ມັນຈະ​ຊ່ວຍໃຫ້​ເຂົາ​ຮຽນຮູ້​ການ​ສື່ສານ​ກັບ​ຄົນອື່ນ​ລວມທັງ​ຄົນ​ພິການ​ທາງຫູ​ອີກດ້ວຍ.
  • ເຂົາຈະ​ຮຽນຮູ້​ປັບຕົວ​ເຂົ້າກັບ​ປະເພດ​ຄົນ​ຕ່າງທ.
  • ຄົນອື່ນ​ຈະ​ຮຽນຮູ້​ວິທີ​ທີ່ຈະ​ປະຕິ​ສຳພັນ​ກັບເດັກ​ພິການ​ທາງຫູ.
2 men and 3 women sit and talk together.
ຂ້ອຍ​ບໍ່ມີ​ເວລາ​ຫຼາຍພໍ​ປານໃດ​ໃນ ການ​ຊ່ວຍເຫຼືອ ທ້າວ ຄຳມີ, ຕັ້ງ ແຕ່​ສາມີ​ຂອງຂ້ອຍ​ໄດ້ອອກ​ຈາກບ້ານ ໄປ​ເຮັດວຽກ, ຂ້ອຍ​ຈຳຕ້ອງ​ດູ ແລ​ທົ່ງໄຮ່ ທົ່ງນາ ລວມທັງ​ເຮືອນຊານ ແລະ ລູກ​ຂອງ​ພວກເຮົາ​ນຳອີກ.
ລູກສາວ​ກົກ​ຂອງເພື່ອນບ້ານ​ຂອງຂ້ອຍ ໄດ້ຊ່ວຍ​ລູກຊາຍ​ຂອງ​ພວກເຮົາ​ຮຽນເວົ້າໃນທຸກໆ ຕອນທ່ຽງເລີຍໄດ໋! ບາງ ເທື່ອ ລາວອາດຈະສາມາດຊ່ວຍສອນ ທ້າວ ຄຳມີ ໃນເວລາດຽວກັນໄດ້.
ນັ້ນເປັນແນວຄວາມຄິດ ທີ່ດີ! ພວກເຮົາ​ທຸກຄົນ ລ້ວນແຕ່​ຄາ​ວຽກໝົດ, ສະນັ້ນ ພວກເຮົ​າຈະ ບອກ​ແມ່ຕູ້​ໃຫ້ໃຊ້​ວິທີ​ດັ່ງ ກ່າວນີ້​ເພື່ອຊ່ວຍ​ລູກສາວ ຂອງ​ພວກເຮົາ.
ພໍ່​ແມ່​ຜູ້ທີ່​ມີລູກ​ເປັນຄົນ​ຫູໜວກ ຫຼື ຫູຕຶງ​ນັ້ນ ສາມາດ​ປຶກສາ​ຫາລື​ຮ່ວມກັນ ໃນການ​ແກ້ໄຂ​ບັນຫາ​ໄດ້. ເບິ່ງຂໍ້ມູນເພີ່ມຕື່ມໄດ້ໃນສະມາຄົມ​ຂອງ​ພໍ່​ແມ່.


ບາງຄົນ, ແມ່ນແຕ່​ສະມາຊິກ​ທີ່​ໃກ້ຊິດ​ຢູ່ໃນ​ຄອບຄົວ​ບາງຄັ້ງ​ຄາວ​ແມ່ນບໍ່​ຢາກໃຊ້​ຊີວິດຢູ່​ກັບ​ຄົນ​ພິການ ທາງຫູ​ເລີຍ. ຫຼື ບຸກຄົນ​ອື່ນ ຖ້າ​ພວກເຂົາ​ຫາກ​ຢາກ​ຊ່ວຍເຫຼືອ​ແຕ່ບໍ່​ຮູ້ວ່າ ຈະເຮັດ​ແນວໃດ. ທ່ານ ສາມາດ​ເຮັດໃຫ້​ພວກເຂົາ​ຮຽນຮູ້​ກ່ຽວກັບ​ຄວາມ​ພິການ​ທາງຫູ ​ແລະ ​ການທີ່​ພິການ​ທາງຫູ​ນັ້ນ​ ມີຄວາມ​ຫຍຸ້ງຍາກຫຼາຍ​ສ່ຳໃດ​ການຮຽນ​ພາສາ. ພວກເຂົາ​ອາດຈະ​ມີຄວາມ​ສະດວກ​ຍິ່ງຂຶ້ນ ຖ້າຫາກ​ພວກເຂົາ​ຮູ້ວ່າ ຄວນຈະເຮັດ​ແນວໃດ.

ຈົ່ງເລົ່າ ແລະ ແບ່ງປັນ​ປະສົບການ​ຂອງທ່ານ​ວ່າ ມີຫຍັງແດ່​ທີ່ທ່ານ​ໄດ້ຮຽນຮູ້​ກ່ຽວກັບ​ບັນຫາ​ໃນການຟັງ. ບັນດາ​ກິດຈະກຳ​ທີ່ທ່ານ ແລະ ລູກ​ຂອງທ່ານ​ໄດ້ເຮັດ​ຮ່ວມກັນ ແລະ ເຫດຜົນ​ຕ່າງໆ ທີ່ເຮັດ​ກິດຈະກຳ​ເຫລົ່ານັ້ນ​ໃຫ້ແກ່​ຜູ້ອື່ນໄດ້ຮັບຟັງ.

ປຶກສາ​ຫາລື​ກັບ​ຄອບຄົວ​ຂອງທ່ານ

ທຸກຄົນ​ໃນ​ຄອບຄົວ​ມີ​ບົດບາດ​ແຕກຕ່າງ​ກັນ​ຕໍ່ຊີວິດ​ຂອງເດັກ. ແຕ່​ລະຄົນ​ລ້ວນແຕ່​ເປັນຫ່ວງ​ເປັນໄຍ​ເດັກ, ໂດຍສະເພາະ​ໃນຄວາມ​ຕ້ອງການ​ອັນພິເສດ​ອັນໃດ​ອັນໜຶ່ງ​ນັ້ນ, ພວກເຂົາ​ອາດມີ​ແນວ​ຄວາມຄິດ​ທີ່​ແຕກຕ່າງ​ກັນ ກ່ຽວກັບ​ວິທີທາງ​ທີ່ດີ​ທີ່ສຸດ ໃນການ​ຕອບສະໜອງ ແລະ ຊ່ວຍເຫຼືອ​ເດັກ​ຄົນນັ້ນ, ມັນມີ​ຄວາມ​ສຳຄັນ​ເປັນຢ່າງຍິ່ງ ສຳລັບ​ບັນດາ​ບຸກຄົນ​ທີ່ມີ​ຄວາມ​ເປັນຫ່ວງ​ຕໍ່ເດັກ ທີ່ຈະ​ຊອກຫາ​ເວລາ​ໃນການ​ປຶກສາ​ກັນ ແລະ ທຳຄວາມ​ເຂົ້າໃຈ​ຕໍ່​ບັນດາ​ແນວ​ຄວາມຄິດ​ຂອງ​ແຕ່ລະຄົນ. ແລະ ຖ້າ​ບຸກຄົນ​ຜູ້ໃດ​ຜູ້ໜຶ່ງ​ຫາກຮູ້ສຶກເມື່ອຍ​ລ້າ ຫຼື ໝົດກຳລັງໃຈ ບຸກຄົນ​ອື່ນ​ກໍ່​ສາມາດ​ຊ່ວຍໄດ້.

A woman speaks to another woman who looks tired.
ໃນທ້າຍ​ອາທິດ​ນີ້​ໃຫ້ ຂ້ອຍ​ດູແລ​ທ້າວ ຄຳແກ້ວ ແລະ ເຈົ້າ​ກໍ່​ພັກຜ່ອນ​ສາ!

ຂໍຄວາມ​ຊ່ວຍເຫຼືອ​ຈາກຄົນອື່ນ

2 women sit together; one is signing, the other is speaking.
ເມື່ອຕອນ​ຂ້ອຍ​ຍັງ ນ້ອຍ. ພໍ່​ກັບແມ່​ເຄີຍ ເອົາ​ຂ້ອຍໄປຕະ ຫຼາດນຳ.
ຈັນທິດາ ກຳລັງ​ບັນ ຍາຍ​ກ່ຽວກັບການ​ທີ່​ພໍ່ ແມ່​ຂອງລາວ​ໄດ້ເອົາ ລາວ​ໄປຕະຫຼາດ​ນຳ.

ຜູ້ທີ່​ເປັນພໍ່​ແມ່​ສາມາດ​ຂໍຮ້ອງ​ສະມາຊິກ​ໃນຊຸມຊົນ​ ຫຼື ​ເພື່ອນບ້ານ​ໃຫ້​ຊ່ວຍເຫຼືອ​ເບິ່ງແຍງ​ເດັກທີ່​ພິການ​ທາງຫູ​ໄດ້.

ພົບປະ​ກັບເດັກ​ທີ່​ພິການ​ທາງຫູ​ທີ່ຢູ່​ໃນ​ຊຸມຊົນ​ຂອງທ່ານ, ຜູ້ໃຫຍ່​ທີ່​ພິການ​ທາງຫູ​ນັ້ນຄົງ​ຈະ​ຈື່ໄດ້ດີ​ວ່າ ມັນມີ​ຄວາມ​ຮູ້ສຶກ​ແນວໃດ​ໃນການ​ທີ່​ເປັນເດັກ​ພິການ​ທາງຫູ. ແລະ ພວກເຂົາ​ອາດຈະ​ມີຄວາມສຸກ​ທີ່ໄດ້​ຊ່ວຍເຫຼືອ​ຄອບຄົວ​ຂອງທ່ານ ​ແລະ ລູກ​ຂອງທ່ານ.

ຄົນທີ່​ຮັບຟັງ​ໄດ້​ເປັນປົກກະຕິ ຜູ້ທີ່ສາມາດໃຊ້ພາສາມື້ນັ້ນ ອາດ​ສາມາດ​ຊ່ວຍໃຫ້​ທ່ານ​ສາມາດ​ສື່ສານ​ກັບ​ຜູ້ໃຫຍ່​ທີ່​ພິການ​ທາງຫູ​ໄດ້ ຖ້າ​ທ່ານ​ຫາກ​ບໍ່ຮູ້ຈັກ​ພາສາ​ມື.

ປຶກສາ​ກັບ​ຜູ້ທີ່​ເຮັດວຽກ​ກ່ຽວກັບ​ສຸຂະພາບ, ອາຈານ​ປະຈຳ​ໂຮງຮຽນ ຫຼື ຜູ້ທີ່​ສອນເດັກ​ພິການ​ທາງຫູ. ວິທີ​ດ່ັງກ່າວ​ນີ້​ຈະ​ສາມາດ​ຊ່ວຍໄດ້​ຫຼາຍ ໂດຍ​ສະເພາະ​ແມ່ນ​ໃນ​ກໍ່ລະນີ​ທີ່ລູກ​ຂອງທ່ານ​ບໍ່ມີ​ການ​ຮຽນຮູ້​ທັກສະ ໃໝ່ໆ ຫລັງຈາກ​ຫຼາຍເດືອນ​ຜ່ານໄປ.

A man behind a desk speaking to a couple holding a small child.
ຂ້ອຍ​ຈະຂຽນ​ຈົດໝາຍ​ໄປໃຫ້ ທ່ານນາງ ຫັດທິດາ ເຊິ່ງລາວ​ເປັນ​ອາຈານ​ສອນ ຄົນ​ພິການ​ທາງຫູ​ທີ່ຢູ່​ໃນເມືອງ​ພຸ້ນ.

ເດັກ​ສາມາດ​ຊ່ວຍເຮັດ​ກ່ຽວກັບ​ກິດຈະກຳ​ເຫຼົ່ານີ້​ໄດ້

A girl pieces a puzzle with her little brother.
ເດັກ​ທີ່ມີ​ອາຍຸ​ອ່ອນກວ່າ​ສາມາດ​ຮ່ວມ​ກິດຈະກຳ​ຕ່າງ​ໄດ້ ແລະ ເດັກ​ຜູ້​ທີ່ມີ​ອາຍຸ​ສູງກວ່າ​ສາມາດ​ທີ່​ຈະກາຍ​ເປັນ​ຄູສອນ​ໄດ້, ຖ້າ​ພວກເຂົາ​ຫາກ​ມີການ​ສະແດງ​ໃຫ້ເດັກ​ທີ່ມີ​ອາຍຸ​ອ່ອນກວ່າ

ເດັກ​ສາມາດ​ຊ່ວຍ​ໄດ້ຫຼາຍ. ເຊັ່ນໂດຍ​ປົກກະຕິ​ແລ້ວ​ອ້າຍ ຫຼື ນ້ອງ, ເອື້ອຍ ຫຼື ນ້ອງສາວ ແລະ ໝູ້ເພື່ອນ​ຄົນ​ອື່ນໆ​ຂອງເດັກ​ທີ່​ພິການ​ທາງຫູ​ນັ້ນ ຈະ​ຮຽນຮູ້​ພາສາ​ສັນຍະລັກ​ໄດ້​ຢ່າງ​ວ່ອງໄວ​ຫຼາຍ. ຈົ່ງໃຫ້​ເດັກ​ທີ່ພິການ​ທາງຫູ​ນັ້ນ ມີ​ສ່ວນຮ່ວມ​ໃນ​ບັນດາ​ກິດຈະກຳ​ເຫຼົ່ານີ້​ເທົ່າທີ່​ຈະຫຼາຍ​ໄດ້.

ນັ້ນ​ເບິ່ງວ່າ​ເຮັດ​ແນວໃດ​ກ່ອນ ແລະ ພວກເຂົາ​ກໍ່ຍັງ​ສາມາດ​ສອນ​ທັກສະ​ອື່ນໆ​ໃຫ້​ແກ່ເດັກ​ທີ່​ພິການ​ທາງຫູ​ໄດ້ ແລະ ເຮັດໃຫ້​ເດັກ​ທີ່​ພິການ​ນັ້ນ ມີສ່ວນຮ່ວມ​ໃນການ​ຫຼິ້ນເກມ​ຂອງ​ພວກເຂົາ, ເດັກ​ມີ​ອາຍຸ​ຫຼາຍກວ່າ​ນັ້ນ ຈະກາຍ​ເປັນ​ຄູ​ແບບ​ອັດຕະໂນມັດ ສະເໝີ ແລະ ເຂົາ​ກໍ່ມີ​ຄວາມສຸກ​ໃນການ​ເຮັດ​ກິດຈະກຳ​ກັບເດັກ​ທີ່ມີ​ອາຍຸ​ອ່ອນ​ກວ່າ. ນີ້​ຈະຊ່ວຍ​ໃຫ້​ເຂົາ​ສາມາດ​ສ້າງ​ໝູ່ເພື່ອນ ແລະ ຮຽນຮູ້​ທີ່ຈະ​ປະພຶດ​ຕໍ່​ຜູ້ອື່ນ​ນັ້ນ​ແນວໃດ​ອີກດ້ວຍ ແລະ ມັນຍັງ​ຈະຊ່ວຍ​ໃຫ້ເດັກ​ທີ່ເປັນ​ປົກກະຕິ​ນັ້ນ​ຮຽນຮູ້​ກ່ຽວກັບ​ຄວາມ​ພິການ​ທາງຫູ ແລະ ວິທີການ​ສື່ສານ​ກັບເດັກ​ທີ່​ຫູໜວກ​ອີກດ້ວຍ.