Hesperian Health Guides
ສະມາຄົມຂອງພໍ່ແມ່
ຂໍ້ມູນສຸຂະພາບ > ການຊ່ວຍເຫຼືອເດັກນ້ອຍຫູໜອກ > ບົດທີ 14: ການສະໜັບສະໜູນສຳລັບພໍ່ແມ່ ແລະ ຜູ້ດູແລເດັກ > ສະມາຄົມຂອງພໍ່ແມ່
ສະມາຄົມຂອງພໍ່ແມ່ປ່ຽນແປງຊີວິດຂອງ “ອາຍລານອີຕາ”
ໃນປະເທດນິກາລະກົວ, “ໂລຊາ” ເລີ່ມສົງໄສວ່າ ມີບາງສິ່ງບາງຢ່າງຜິດປົກກະຕິກັບລູກສາວຂອງ ລາວທີ່ຊື່ວ່າ “ອາຍລານອີຕາ”. ອາຍລານອີຕາ ບໍ່ຕອບສະໜອງຄືນ ເມື່ອຖືກຮ້ອງຊື່ ຕອບສະໜອງພຽງແຕ່ກັບສຽງທີ່ດັງເທົ່ານັ້ນ.
ຍ້ອນຄວາມເປັນຫ່ວງລູກ, ໂລຊາ ຈຶ່ງນຳເອົາລູກໄປພົບທ່ານໝໍເມື່ອຕອນອາຍຸຂອງລາວໄດ້ 16 ເດືອນ. ທ່ານໝໍຄົນດ່ັງກ່າວມີຄວາມເຢັນຊາກັບນາງ ແລະ ບອກພຽງວ່າ “ລູກຂອງເຈົ້າບໍ່ສາມາດໄດ້ຍິນຫຍັງ ເລີຍ, ເມື່ອລາວອາຍຸໄດ້ 5 ປີ ຈຶ່ງຄ່ອຍນຳເຂົາມາອີກ ແລ້ວພວກເຮົາຈຶ່ງຈະເບິ່ງວ່າ ພວກເຮົາຄວນຈະເຮັດແນວໃດ”. ໂລຊາ ກັບມາດ້ວຍຄວາມຮູ້ສຶກວິຕົກກັງວົນ ແລະ ໝົດຫວັງຫຼາຍກວ່າຕອນກ່ອນທີ່ເຂົາຈະໄປຫາ ທ່ານໝໍຊ້ໍາ.
ໃນລະຫວ່າງທາງກັບເຮືອນ ເຂົາໄດ້ພົບກັບເພື່ອນຜູ້ໜຶ່ງ ເຊິ່ງແນະນຳໃຫ້ນາງນັດພົບກັບອົງການຈັດ ຕັ້ງຂອງຊຸມຊົນແຫ່ງໜຶ່ງ ຊື່ວ່າ “ລອດ ປິປິໂຕດ”. ລອດ ປີປີໂຕດ ເລີ່ມຕົ້ນຈາກການເປັນກຸ່ມຂອງບັນດາພໍ່ແມ່ ຜູ້ເຊິ່ງຕ້ອງການໃຫ້ລູກທີ່ພິການໄດ້ຮັບໂອກາດພັດທະນາຢ່າງເໝາະສົມ.
Aເຖິງແມ່ນວ່າທ່ານໝໍ ແລະ ພະນັກງານຢູ່ທີ່ກຸ່ມລອດ ປີປີໂຕດ ຈະໃຫ້ຜົນກວດທີ່ຄືກັນ ໝາຍວ່າລູກຂອງນາງແມ່ນຫູໜວກ, ແຕ່ພວກເຂົາກໍ່ໄດ້ໃຫ້ຄວາມຫວັງໃຫ້ແກ່ນາງໃນອະນາຄົດ. ພວກເຂົາອະທິບາຍວິທີຊ່ວຍເຫຼືອພິເສດ ແລະ ການສະໜັບສະໜູນເພີ່ມເຕີມຈາກຄອບຄົວຂອງນາງທີ່ສາມາດເຮັດໃຫ້ ອາຍລານອີຕາ ສາມາດມີພັດທະນາການຄ້າຍຄືກັບເດັກທີ່ສາມາດໄດ້ຍິນປົກກະຕິ. ໂດຍໄດ້ຮັບການສະໜັບສະໜູນຈາກຄອບຄົວອື່ນໆ ພາຍໃນກຸ່ມລອດ ປີປີໂຕດ, ໂລຊາ ເລີ່ມຮູ້ສຶກໝັ້ນໃຈວ່າລາວສາມາດປ່ຽນແປງຊີວິດຂອງ ອາຍລານອີຕາໄດ້.
ປະຈຸບັນ ໂລຊາ ກາຍເປັນສະມາຊິກຜູ້ຫ້າວຫັນຂອງກຸ່ມ ລອດ ປີປີໂຕດ ແລະ ລາວເຮັດວຽກເພື່ອໃຫ້ຄວາມຊ່ວຍເຫຼືອ ແລະ ມິດຕະພາບໃຫ້ແກ່ບັນດາພໍ່ແມ່ຄົນອື່ນໆເໝືອນກັບທີ່ເຂົາໄດ້ຮັບນ້ໍາໃຈຍາມທີ່ເຂົາຕ້ອງການ.
ຕ້ອງຂອບໃຈການສະໜັບສະໜູນຈາກຄອບຄົວຂອງນາງ ແລະ ຄວາມເອົາໃຈໃສ່ຈາກກຸ່ມລອດ ປີປີໂຕດ, ທີ່ເຮັດໃຫ້ອາຍລານອີຕາ ກາຍເປັນເດັກທີ່ມັກການສະແດງອອກ, ເອົາໃຈໃສ່ຄົນອື່ນ, ເບີກບານ, ສະຫຼາດ ແລະ ມີຄວາມໝັ້ນໃຈໃນຕົວເອງ. ເຂົາສາມາດສື່ສານ ແລະ ເຂົ້າຮຽນໃນໂຮງຮຽນສາມັນໄດ້.
ການເລີ່ມຈັດຕັ້ງກຸ່ມ
ຖ້າທ່ານຮູ້ວ່າມີຫຼາຍຄອບຄົວທີ່ມີລູກຫູໜວກໃນຊຸມຊົນຂອງທ່ານ, ແຕ່ຍັງບໍ່ທັນມີກຸ່ມຂອງພໍ່ແມ່ໃນເຂດດ່ັງກ່າວ, ມັນກໍ່ຂຶ້ນກັບທ່ານທີ່ຈະຈັດຕັ້ງກຸ່ມຂຶ້ນ. ກຸ່ມຂອງພໍ່ແມ່ທີ່ມີຄວາມເຂັ້ມແຂງ ແລະ ຫ້າວຫັນເລີ່ມຕົ້ນຈາກແນວຄິດຂອງຄົນຄົນດຽວ. ເມື່ອມີກຸ່ມຂອງບັນດາພໍ່ແມ່ສາມາດເຮັດວຽກຮ່ວມກັນ ເພື່ອແກ້ໄຂບັນຫາ, ສາມາດເຮັດວຽກໄດ້ຫຼາຍ ແລະ ມີຜົນດີກວ່າການເຮັດວຽກພໍໃຜພໍລາວ.
- ຊອກຫາພໍ່ແມ່ ຫຼື ຜູ້ດູແລສອງ ຫຼື ຫຼາຍຄົນຂຶ້ນໄປທີ່ຕ້ອງການຈັດຕັ້ງກຸ່ມ. ຖ້າທ່ານຫາກບໍ່ຮູ້ຈັກຄອບ ຄົວທີ່ມີລູກຫູໜວກ. ທ່ານອາດຊອກຫາບັນດາພໍ່ແມ່ທີ່ມີລູກພິການ ຫຼື ພະນັກງານສຸຂະອະນາໄມອາດຮູ້ຈັກຄອບຄົວອື່ນທີ່ຢູ່ໃນຂົງເຂດໃກ້ໆຊຸມຊົນຂອງທ່ານ.
- ນັດໝາຍເວລາ ແລະ ສະຖານທີ່ ເພື່ອພົບປະ, ມັນອາດຈະເປັນການດີ ຖ້າຊອກຫາສະຖານທີ່ ທີ່ທຸກໆຄົນມີຄວາມສະດວກສະບາຍທີ່ຈະສະແດງຄວາມຄິດເຫັນ, ບາງເທື່ອອາດຈະແມ່ນຫ້ອງຮຽນໃນໂຮງຮຽນ, ສຸກສາລາ ຫຼື ສະຖານທີ່ທາງສາສະໜາ. ໃນການພົບປະກັນຄັ້ງທຳອິດ ສົນທະນາກ່ຽວກັບ ເຫດຜົນຂອງການປະຊຸມ ແລະ ຄວາມຄາດຫວັງຂອງພວກທ່ານ.
- ໃນການພົບປະກັນທຳອິດ ອາດໃຫ້ຜູ້ໃດຜູ້ໜຶ່ງເປັນປະທານກອງປະຊຸມ, ແຕ່ສິ່ງສຳຄັນແມ່ນບໍ່ຄວນໃຫ້ບຸກຄົນຜູ້ດຽວເປັນຜູ້ຕັດສິນໃຈແທນກຸ່ມທຸກໆຄົນຄວນມີໂອກາດທີ່ຈະເວົ້າ ຈົ່ງພະຍາຍາມເຮັດໃຫ້ ການສົນທະນາສຸມໃສ່ຈຸດປະສົງຫຼັກຂອງກອງປະຊຸມ. ຫຼັງຈາກກອງປະຊຸມ 2-3 ຄັ້ງ, ຈົ່ງປ່ຽນຜຽນກັນເປັນຫົວໜ້າກຸ່ມ. ການຊ່ວຍໃຫ້ຫຼາຍໆຄົນມີໂອກາດເປັນປະທານກອງປະຊຸມຈະຊ່ວຍໃຫ້ສະມາ ຊິກທີ່ມີຄວາມອາຍມີສ່ວນຮ່ວມໃນກຸ່ມ.
ຮຽນຮູ້ເພື່ອຊ່ວຍເຫຼືອເຊິ່ງກັນ ແລະ ກັນ
ເຖິງແມ່ນວ່າຈະຮູ້ຈັກກັນດີແລ້ວກໍ່ຕາມ ມັນກໍ່ອາດຈະໃຊ້ເວລາໄລຍະໜຶ່ງ ເພື່ອເຮັດໃຫ້ພວກເຂົາຮູ້ສຶກບໍ່ອຶດອັດທີ່ຈະສົນທະນາກ່ຽວກັບຄວາມຮູ້ສຶກ, ປະສົບການ ແລະ ຄວາມທ້າທາຍໃນການລ້ຽງດູເດັກຫູ ໜວກ ຫຼື ເດັກທີ່ມີບັນຫາໃນການໄດ້ຍິນ ເຊິ່ງສິ່ງເຫຼົ່ານີ້ຈະຕ້ອງໄດ້ຮັບການຝຶກຝົນ.
ນີ້ແມ່ນບາງຄຳແນະນຳເພ່ືອໃຫ້ສະມາຊິກພາຍໃນກຸ່ມຮູ້ສຶກບໍ່ອຶດອັດ ແລະ ເຊື່ອໃຈເຊິ່ງກັນ ແລະ ກັນ:
ຕັ້ງໃຈຟັງຢ່າງເອົາໃຈໃສ່ເມື່ອຄົນອື່ນເວົ້າ ໂດຍປາສະຈາກການຕັດສິນໃນສິ່ງທີ່ເຂົາເວົ້າ. ຈົ່ງຄິດວ່າເມື່ອທ່ານເວົ້າທ່ານຕ້ອງການໃຫ້ຄົນອື່ນຟັງທ່ານແນວໃດ ແລ້ວຈົ່ງຟັງພວກເຂົາໃນແບບດຽວກັນ.
ພະຍາຍາມບໍ່ບອກໃຫ້ຄົນອື່ນເຮັດສິ່ງນັ້ນສິ່ງນີ້. ທ່ານສາມາດຊ່ວຍໃຫ້ຄົນອື່ນເຂົ້າໃຈຄວາມຮູ້ສຶກຂອງພວກເຂົາ ແລະ ແລກປ່ຽນປະສົບການຂອງທ່ານນຳພວກເຂົາ. ແຕ່ທຸກໆຄົນຕ້ອງເປັນຜູ້ຕັດສິນໃຈເອງກ່ຽວກັບວິທີທີ່ຈະລ້ຽງດູລູກຂອງພວກເຂົາເອງ.
ເຄົາລົບຄວາມເປັນສ່ວນຕົວຂອງຄົນ. ບໍ່ຄວນບອກຄົນອື່ນກ່ຽວກັບສິ່ງທີ່ແຕ່ລະ ຄົນເວົ້າພາຍໃນກຸ່ມຖ້າຫາກບໍ່ເໝາະສົມ.