Hesperian Health Guides

ຮ່ວມມືກັນ​ເພື່ອ​ການປ່ຽນແປງ

ຢູ່ໃນພາກນີ້:

ກຸ່ມ​ພໍ່​ແມ່​ສາມາດ​ເຮັດວຽກ​ໃນ​ຫຼາຍໆ​ປະເພດ​ໂຄງການ. ພວກເຂົາ​ອາດຈະ​ພະຍາຍາມ​ຍົກລະດັບ​ເງື່ອນໄຂ​ທາງດ້ານ​ເສດຖະກິດ​ຂອງ​ຄອບຄົວ, ປັບປຸງ​ທັດສະນະຄະຕິ​ທີ່ມີ​ຕໍ່​ຊຸມຊົນ ຫຼື ປັບປຸງ​ກົດໝາຍ ແລະ ການ​ບໍລິການ​ຂອງ​ລັດຖະບານ​ສຳລັບ​ເດັກ​ຫູໜວກ ເຊິ່ງ​ທັງໝົດ​ເຫຼົ່ານີ້​ແມ່ນ ເພື່ອ​ຊ່ວຍເຫຼືອ​ລູກຫຼານ​ຂອງ​ພວກ ເຂົາ ເພື່ອ​ໃຫ້ໄດ້​ກຳລັງຊັບ, ວັດຖຸ​ສຳລັບ​ເດັກ, ກຸ່ມຂອງ​ພໍ່​ແມ່​ສາມາດ.

  • ຊອກ​ຫາວິທີ ເພື່ອ​ໃຫ້ໄດ້​ເງິນທຶນ​ສະໜັບສະໜູນ​ສຳລັບ​ໂຄງການ​ໃໝ່ ເພື່ອ​ຊ່ວຍເດັກ​ຫູໜວກ.
  • ຊ່ວຍໃຫ້​ພໍ່​ແມ່​ໄດ້ຮັບ​ການພັດທະນາ​ທັກສະ​ທາງ​ອາຊີບ​ໃໝ່ໆ.
  • ສະເໜີ​ການ​ຈັດສຳມະນາ​ກ່ຽວກັບ​ວິທີ​ສິດສອນ ແລະ ຊ່ວຍເຫຼືອ​ເດັກ.
  • ແລກປ່ຽນ​ຂ້ໍມູນ​ຄວາມຮູ້​ກ່ຽວກັບ​ວິທີ​ສິດສອນ ແລະ ຊ່ວຍເຫຼືອ​ເດັກ.
  • ຈັດ​ໃຫ້ມີ​ຫ້ອງຮຽນ​ພາສາ​ມື.
4 women using sewing machines.
ບັນດາຜູ້ເປັນແມ່ເລົ່ານີ້ໄດ້ຮຽນຮູ້ວິທີການ​ຕັດຍິບເສື້ອຜ້າເຊິ່ງມັນຊ່ວຍໃຫ້ພວກ​ເຂົາເຈົ້າສາມາດສ້າງລາຍຮັບໄດ້ຫຼາຍ​ຂຶ້ນ,ເຮັດວຽກຢູ່ໃກ້ເຮືອນ,ແລະມີເວລາ​ດູແລເບິ່ງແຍງລູກຂອງຕົນຫຼາຍຂຶ້ນ.

ນຳເອົາ​ຄົນ​ຫູດີ ແລະ ຄົນ​ຫູໜວກ​ມາຢູ່​ຮ່ວມກັນ. ກຸ່ມຂອງ​ພໍ່​ແມ່​ຫຼາຍໆ​ກຸ່ມ​ໄດ້​ເຮັດວຽກ​ຮ່ວມກັນ ເພື່ອໃຫ້​ຊຸມຊົນ​ທີ່ເຫຼືອ​ໄດ້​ຮຽນຮູ້​ກ່ຽວກັບ​ຄວາມ​ຫູໜວກ. ພວກເຂົາ​ມັກຈະ​ເຮັດວຽກ​ນຳຄົນ​ຫູໜວກ​ເປັນປະຈຳ​ໂດຍ​ສ້າງການ​ປຶກສາ​ຫາລື, ລາຍການ​ວິທະຍຸ, ຈົດໝາຍ​ຂ່າວ, ໃບປິວ, ລະຄອນ​ເຄື່ອນທີ່ ແລະ ຕິດປ້າຍ​ບັນດາ​ແມ່​ຂອງເດັກ​ເຫຼົ່ານີ້​ໄດ້​ຮຽນຮູ້​ວິທີ​ຕັດ​ເຄື່ອງນຸ່ງ​ເພື່ອໃຫ້​ພວກເຂົາ​ສາມາດ​ຫາ​ລ້ຽງຊີບ, ເຮັດວຽກ​ໃຫ້ບ້ານ ແລະ ໃຊ້​ເວລາ​ຢູ່ກັບ​ລູກ​ຂອງ​ພວກເຂົາ​ໃຫ້​ຫຼາຍຂຶ້ນ. ໂຄສະນາ ເພື່ອ​ຊ່ວຍໃຫ້​ຜູ້ອື່ນ​ເຂົ້າໃຈ​ກ່ຽວກັບ​ຄວາມ​ຫູໜວກ​ຫຼາຍຂຶ້ນ.

ກຸ່ມຂອງ​ພໍ່​ແມ່​ບາງກຸ່ມ​ເຮັດວຽກ ເພື່ອ​ພັດທະນາ​ລັດ ແລະ ກົດໝາຍ​ສຳລັບ​ເດັກ​ຫູໜວກ. ພວກເຂົາ​ຕິດຕໍ່​ພົວພັນ​ກັບ​ພະນັກງານ​ພາກລັດ ເຊັ່ນ: ລັດຖະມົນຕີ​ກະຊວງ​ສາທາລະນະສຸກ ຫຼື ກະຊວງ​ສຶກສາ. ພວກເຂົາ​ບອກໃຫ້​ມີ​ໂຮງຮຽນ​ສຳລັບ​ລູກຂອງ​ພວກເຂົາ​ຫຼາຍຂຶ້ນ, ໃຫ້ມີ​ກົດໝາຍ​ເພື່ອ​ປົກປ້ອງ​ລູກຂອງ​ພວກເຂົາ, ໃຫ້ມີ​ການ​ບໍລິການ​ສຳລັບ​ເດັກ​ຫູໜວກ​ຫຼາຍຂຶ້ນ. ເຂົາບອກ​ກ່ຽວກັບ​ການ​ບໍລິການ​ທີ່​ຊຸມຊົນ​ຂອງ​ພວກເຂົາ​ຕ້ອງການ, ກ່ຽວກັບ​ກົດໝາຍ ເພື່ອ​ປົກປ້ອງ​ເດັກ​ຫູໜວກ ຫຼື ເດັກ​ທີ່ມີ​ບັນຫາ​ໃນການ​ໄດ້ຍິນ.