Hesperian Health Guides
ການກະກຽມເພື່ອລົງມືຕົວຈິງ
ຂໍ້ມູນສຸຂະພາບ > ການຊ່ວຍເຫຼືອເດັກນ້ອຍຫູໜອກ > ບົດທີ 14: ການສະໜັບສະໜູນສຳລັບພໍ່ແມ່ ແລະ ຜູ້ດູແລເດັກ > ການກະກຽມເພື່ອລົງມືຕົວຈິງ
- ເລືອກເອົາບັນຫາໃດໜຶ່ງທີ່ຄົນສ່ວນຫຼາຍພາຍໃນກຸ່ມຄິດວ່າ ສຳຄັນ. ເຖິງແມ່ນວ່າອາດຈະຕ້ອງມີການປ່ຽນ ແປງ, ກຸ່ມຂອງທ່ານຈະເຮັດວຽກຢ່າງມີປະສິດທິພາບທີ່ສຸດ ຖ້າເອົາໃຈໃສ່ພຽງແຕ່ບັນຫາໃດໜຶ່ງໃນໄລຍະເວລານັ້ນ. ໃນເບື້ອງຕົ້ນ, ເລືອກເອົາບັນຫາທີ່ກຸ່ມຂອງທ່ານມີໂອກາດແກ້ໄຂໄດ້ໂດຍໄວກ່ອນ. ຫຼັງຈາກນັ້ນ, ເມື່ອກຸ່ມຂອງທ່ານໄດ້ຮຽນຮູ້ວິທີທີ່ຈະເຮັດວຽກຮ່ວມກັນແລ້ວ ຈຶ່ງຄ່ອຍຫັນໃສ່ບັນຫາທີ່ມີຄວາມຫຍຸ້ງຍາກຂຶ້ນກວ່າເກົ່າ.
- ຕັດສິນໃຈເລືອກເອົາວິທີທີ່ຈະແກ້ໄຂບັນຫາ. ຈົ່ງຈັດ ລຽງບັນດາວິທີແກ້ໄຂບັນຫາ ແລະ ຈາກນັ້ນ ຈຶ່ງເລືອກ ເອົາວິທີໃດໜຶ່ງທີ່ເໝາະສົມກັບທ່າແຮງ ແລະ ຊັບພະ ຍາກອນທີ່ກຸ່ມຂອງພວກທ່ານມີ.
- ສ້າງແຜນການ. ສະມາຊິກພາຍໃນກຸ່ມຄວນແບ່ງ ປັນໜ້າວຽກ ເພື່ອເຮັດໃຫ້ວຽກສຳເລັດ. ຈົ່ງພະຍາ ຍາມວາງມື້ສຳລັບໜ້າວຽກແຕ່ລະຢ່າງທີ່ຕ້ອງເຮັດໃຫ້ ສຳເລັດ.
- ເມື່ອມີໂອກາດພົບປະກັນ, ຈົ່ງສົນທະນາກ່ຽວກັບ ວຽກທີ່ກຳລັງເຮັດ. ຖ້າຫາກມີບັນຫາເກີດຂຶ້ນກໍ່ໃຫ້ດັດ ປັບແຜນການດັ່ງກ່າວຖ້າມີຄວາມຈຳເປັນ.
ກຸ່ມທີ່ມີຊັບພະຍາກອນໜ້ອຍກໍ່ສາມາດສ້າງການປ່ຽນແປງໄດ້!
ພວກເຮົາເຊື່ອວ່າຊຸມຊົນທັງໝົດ ບໍ່ວ່າຈະເປັນເພື່ອນບ້ານ, ບ້ານ, ເມືອງ ຫຼື ປະເທດ ແມ່ນມີໜ້າທີ່ສະໜັບສະໜູນບັນດາຄອບຄົວທີ່ມີເດັກພິການ ແລະ ມັນຕ້ອງອາໄສການເຮັດວຽກຮ່ວມກັນຂອງບັນດາພໍ່ແມ່ ເພື່ອເຮັດໃຫ້ຊຸມຊົນທີ່ໃຫຍ່ກວ່າ ຮັບຮູ້ໜ້າທີ່ດັ່ງກ່າວ. ບົດເລື່ອງຕໍ່ໄປນີ້ມີເນື້ອໃນກ່ຽວກັບພໍ່ແມ່ຜູ້ທີ່ມີຄວາມມຸ່ງໝັ້ນ ທີ່ສະແດງໃຫ້ເຫັນວ່າ ເມື່ອທຸກຄົນຮ່ວມມືກັນ ແລະ ນຳເອົາຊັບພະຍາກອນທີ່ມີມາສົມທົບກັນ, ພວກເຂົາສາມາດຜ່ານຜ່າອຸປະສັກນາໆປະການ ແລະ ສ້າງສິ່ງຕ່າງໆຈາກຈຸດທີ່ບໍ່ມີຫຍັງເລີຍ.
ການສ້າງຊັບພະຍາກອນ ແມ່ນພະລັງຂອງຄວາມມຸ່ງໝັ້ນ
ໃນເມືອງແຫ່ງໜຶ່ງໃນປະເທດອາຟຣິກາໃຕ້, ເດັກທີ່ມີຄວາມພິການແມ່ນຍາກທີ່ຈະຫຼິ້ນຮ່ວມກັບເດັກທົ່ວໄປ ຫຼື ເຂົ້າໂຮງຮຽນ. ບັນດາພໍ່ແມ່ຂອງເດັກບໍ່ສາມາດໄປເຮັດວຽກຢູ່ນອກບ້ານໄດ້ ຍ້ອນສູນລ້ຽງເດັກຂອງທ້ອງຖິ່ນບໍ່ຍອມຮັບເອົາລູກຂອງພວກເຂົາ. ເມື່ອພວກເຂົາເຂົ້າໄປຫາ ທາງສູນກໍ່ບອກພໍ່ແມ່ເດັກຫູໜວກວ່າ, “ເຈົ້າບໍ່ສາມາດບອກໃຫ້ພວກເຮົາເຮັດສິ່ງນັ້ນ ສິ່ງນີ້ ແລະ ພວກເຮົາກໍ່ບໍ່ມີສິ່ງອຳນວຍຄວາມສະດວກສຳລັບການສິດສອນເດັກເຫຼົ່ານີ້”.
ກຸ່ມຂອງພໍ່ແມ່ກຸ່ມໜຶ່ງ ເຊິ່ງແມ່ຂອງເດັກທັງໝົດແມ່ນຫວ່າງງານ ແລະ ມີການສຶກສາຕ່ຳ ຫຼື ບໍ່ມີການສຶກສາຂັ້ນສາມັນເລີຍ, ໄດ້ຮວມຕົວກັນ ແລະ ຕັດສິນໃຈ ເຮັດສິ່ງໃດໜຶ່ງເພື່ອລູກ ແລະ ຄອບຄົວຂອງພວກເຂົາ. ພວກເຂົາໄດ້ຕັດສິນໃຈວ່າ ໜຶ່ງ ຫຼື ສອງຄົນໃນກຸ່ມຄວນເປັນຜູ້ດູແລເດັກນ້ອຍທັງໝົດ ເພື່ອເຮັດໃຫ້ຄົນອື່ນໆມີເວລາຫວ່າງທີ່ຈະຊອກວຽກເຮັດ.
ບັນດາແມ່ໄດ້ຈັດຕາຕະລາງສຳລັບການລ້ຽງດູເດັກ. ຄົນໜຶ່ງອາສາແຕ່ງກິນ, ສ່ວນອີກຄົນໜຶ່ງເປັນອາຈານສອນ, ຄົນອື່ນໆກໍ່ຊອກຫາວຽກທີ່ພວກເຂົາສາມາດເຮັດໄດ້ຢູ່ທີ່ເຮືອນ. ພໍ່ແມ່ຜູ້ທີ່ສາມາດຊອກວຽກໄດ້ ເລີ່ມຕົ້ນສະໜັບສະໜູນເງິນຈຳນວນໜຶ່ງເພື່ອໃຫ້ຜູ້ທີ່ເຮັດໜ້າທີ່ດູແລເດັກ ແລະ ສຳລັບສູນລ້ຽງເດັກທີ່ກຳ ລັງເຕີບໃຫຍ່ຂຶ້ນ. ພໍ່ແມ່ຜູ້ທີ່ສາມາດມີວຽກເຮັດ ເລີ່ມຊື້ປຶ້ມ ຈຳນວນໜຶ່ງສຳລັບເດັກນ້ອຍ.
ພະນັກງານທີ່ເຮັດວຽກ ເພື່ອສັງຄົມໄດ້ຍິນກ່ຽວກັບກຸ່ມດັ່ງກ່າວ ແລະ ເຂົ້າມາສັງເກດເບິ່ງວຽກທີ່ກຳລັງເຮັດ. ພະນັກງານຄົນດັ່ງກ່າວສາມາດຮ້ອງຂໍໃຫ້ລັດຖະບານທ້ອງຖິ່ນໃຫ້ເງິນຈຳນວນໜຶ່ງເພື່ອຈ່າຍໃຫ້ແກ່ສະ ມາຊິກຂອງກຸ່ມທີ່ເປັນຜູ້ດູແລເດັກ.
ໂດຍອາໄສຊັບພະຍາກອນທີ່ມີຢ່າງຈຳກັດພ້ອມດ້ວຍຄວາມມຸ່ງໝັ້ນເຮັດແທ້ທຳຈິງ. ພວກເຂົາຈຶ່ງສາມາດສ້າງຕັ້ງສູນດູແລສຳລັບລູກຂອງພວກເຂົາ ແລະ ພ້ອມນັ້ນພວກເຂົາກໍ່ສາມາດຫາລ້ຽງຊີບໄປນຳ.