Hesperian Health Guides

ການ​ຈັດການ​ກັບ​ຄວາມ​ເຄັ່ງຕຶງ​ຈາກການ​ເບິ່ງແຍງ​ລ້ຽງດູ​ເດັກ

ຢູ່ໃນພາກນີ້:

HCWD Ch14 Page 182-1.png
ເບິ່ງແຍງ ລູກ​ທີ່ປ່ວຍ
ເບິ່ງແຍງລູກ ຫູໜວກ
ສິດສອນ ລູກ​ຫູໜວກ
ເບິ່ງແຍງ ສາມີ
ຊອກນ້ໍາ, ຟືນ ແລະ ອາຫານ
ມີບັນຫາ ການເງິນ

ການ​ເປັນພໍ່​ແມ່​ຄົນ​ແມ່ນ​ເປັນວຽກ​ທີ່ໜັກ ແລະ ຖ້າ​ລູກ​ຂອງ ທ່ານ​ຫາກ​ມີບັນຫາ​ໃນການ​ໄດ້ຍິນ ຫຼື ຫູໜວກ ຍິ່ງ​ເປັນວຽກ​ທີ່ໜັກ​ຂຶ້ນ​ກວ່າເກົ່າ, ເຊິ່ງ​ຄອບຄົວ​ຕ້ອງ​ໄດ້ສອນ​ເດັກ​ຫູໜວກ​ໃນສິ່ງ​ທີ່ເດັກ​ຄົນອື່ນ​ສາມາດ​ຮຽນຮູ້​ໄດ້​ດ້ວຍ​ຕົນເອງ ໂດຍຜ່ານ​ພຽງ​ການຟັງ​ຄົນ​ອ້ອມຂ້າງ​ສົນທະນາ​ກັນ​ເທົ່ານັ້ນ.

ມັນເປັນ​ເລື່ອງ​ຍາກ​ທີ່​ຈະຊອກຫາ​ເວລາ ແລະ ເຫື່ອແຮງ​ສຳລັບ​ວຽກ​ເພີ່ມເຕີມ​ໃນການ​ລ້ຽງດູ​ເດັກ​ຫູ ໜວກ​ໃນໜ້ານີ້ ແລະ ໜ້າຖັດໄປ ປະກອບ​ມີ​ບາງຄຳ​ແນະນຳ​ຈາກ​ບັນດາ​ຄອບຄົວ​ກ່ຽວກັບ​ວິທີ​ຕ່າງໆ​ທີ່ຊ່ວຍ​ໃຫ້​ພວກເຂົາ​ສາມາດ​ຈັດການ​ກັບ​ຄວາມ​ເຄັ່ງຕຶງ.

ເອົາໃຈໃສ່​ຜູ້​ທີ່​ເບິ່ງແຍງ​ເດັກ

A woman resting under a tree.

ພໍ່​ແມ່ ແລະ ຜູ້​ເບິ່ງແຍງ​ເດັກ​ຜູ້​ອື່ນໆ​ຈະ​ສາມາດ​ເບິ່ງແຍງ​ເດັກ​ໄດ້ດີ​ຂຶ້ນ​ຖ້າ​ພວກເຂົາ​ມີເວລາ​ໄດ້​ພັກ ຜ່ອນ. ໂດຍ​ງ່າຍດາຍ ເຊັ່ນ: ການ​ໄປຕະຫຼາດ, ຢ້ຽມຢາມ​ເພື່ອນມິດ ຫຼື ຍາດພີ່ນ້ອງ, ໂອ້ລົມ​ກັບ​ເພື່ອນຝູງ, ໄດ້​ຮັບການ​ບີບນວດ, ເຂົ້າເປັ​ນສະມາຊິກ​ຂອງກຸ່ມ​ຂອງຊຸມຊົນ ເຊິ່ງ​ສິ່ງ​ເຫຼົ່ານີ້​ສາມາດ​ຊ່ວຍ​ຫຼຸດຜ່ອນ​ຄວາມ​ເຄັ່ງຕຶງ​ໄດ້. ຈື່ຈຳ​ໄວ້ວ່າ ທ່ານ​ສາມາດ​ຊ່ວຍລູກ​ຂອງທ່ານ​ໄດ້ດີຂຶ້ນ ຖ້າທ່ານ​ຮູ້ສຶກ​ສະບາຍ.

A woman rubbing the shoulders of another woman.
ຈ່ົງຢ່າ​ລືມ​ທີ່ຈະ​ເບິ່ງແຍງ​ເຊິ່ງກັນ ແລະ ກັນ ການເປັນ​ພໍ່​ແມ່​ແມ່ນ​ວຽກ​ທີ່ໜັກ.

ບາງຄັ້ງ​ມັນອາດ​ຊ່ວຍ​ໄດ້ຫຼາຍ​ຖ້າຫາກ​ກຸ່ມ​ພໍ່​ແມ່​ໄດ້ມີ​ໂອກາດ​ໂອ້ລົມ​ສົນທະນາ​ກັນ​ກ່ຽວກັບ​ບັນຫາ​ທີ່​ພວກເຂົາ​ກຳລັງ​ປະເຊີນ. ຖ້າ​ຜູ້ໃດ​ຫາກມີ​ຄວາມ​ຫຍຸ້ງຍາກ​ໃນການ​ບອກເລົ່າ​ພາຍໃນ​ກຸ່ມ. ພວກເຂົາ​ອາດ​ປະ ດິດ​ແຕ່ງ​ບົດເພງ, ບົດກອນ ຫຼື ບົດເລື່ອງ ກ່ຽວກັບ​ບັນຫາ​ຂອງ​ພວກເຂົາ. ການ​ແຕ້ມຮູບ ແລະ ລະບາຍສີ​ຮູບ​ກໍ່ສາມາດ​ຊ່ວຍໃຫ້​ບາງຄົນ​ສະແດງອອກ​ທາງດ້ານ​ຄວາມຄິດ ແລະ ຄວາມຮູ້ສຶກ ໂດຍບໍ່​ອາໄສ​ຄຳເວົ້າ. ພວກເຂົາ​ບໍ່ຈຳເປັນ​ຕ້ອງ​ແມ່ນ​ນັກສິລະປິນ​ແທ້​ກໍ່ສາມາດ​ເຮັດສິ່ງ​ນີ້ໄດ້.

A group of women sit together and talk to each other.
ຕັ້ງແຕ່​ຂ້ອຍ​ເກີດ​ແອ ນ້ອຍ​ຜູ້ນີ້, ຂ້ອຍ​ບໍ່ມີ​ເວ ລາ​ເບິ່ງແຍງ ປານີ​ເລີຍ!
ຂ້ອຍ​ຮູ້ວ່າ​ເຈົ້າ​ຮູ້ສຶກ​ແນວໃດ. ຂ້ອຍກໍ່​ເກືອບ​ບໍ່ມີ​ເວລາ​ຊິນອນ ຈົນ ບຸນມີ ອາຍຸ​ໄດ້​ໜຶ່ງປີ!
ກ້ວ, ເຈົ້າ​ສາມາດ​ເອົາ ລູກ​ຂອງເຈົ້າ​ຜູ້​ທີ່ໃຫຍ່​ແດ່ ໄປຫຼິ້ນ​ຢູ່ເຮືອນ​ຂ້ອຍ ຕອນສວາຍ​ມື້ໃດ​ກໍ່ໄດ້.

ຊຸມຊົນ​ບາງແຫ່ງ​ມີຄວາມ​ເຊື່ອ ແລະ ປະເພນີ​ໃນການ​ສະຫງົບ​ຈິດໃຈ ແລະ ຮ່າງກາຍ​ໄປ​ພ້ອມກັບ​ການ​ສ້າງຄວາມ​ເຂັ້ມແຂງ​ພາຍໃນ. ຈົ່ງ​ຝຶກແອບ​ຮູບແບບ​ເຫຼົ່ານີ້ ເພື່ອ​ຊ່ວຍ​ດູແລ​ຕົນເອງ​ໃຫ້ດີ​ຂຶ້ນ.

A man meditating.
ການນັ່ງ​ສະມາທິ