Hesperian Health Guides

ເມື່ອ​ຮູ້ວ່າ​ລູກ​ຂອງທ່ານ​ບໍ່​ສາມາດ​ໄດ້ຍິນ​ເປັນ​ຄັ້ງທຳອິດ

ຢູ່ໃນພາກນີ້:

ການໄດ້​ຮັບຮູ້​ວ່າ ລູກ​ຂອງຕົນ​ມີບັນຫາ​ໃນການ​ໄດ້ຍິນ ຫຼື ຫູໜວກ ແມ່ນ​ເປັນສິ່ງ​ທີ່​ໜ້າ​ເສຍໃຈ​ທີ່ສຸດ, ເຖິງຈະ​ແມ່ນ​ກັບ​ຄອບຄົວ​ທີ່​ເຄີຍມີ​ຍາດ​ພີ່ນ້ອງ​ທີ່​ຫູໜວກ ຫຼື ມີ​ບັນຫາ​ໃນການ​ໄດ້ຍິນ​ແລ້ວ​ກໍ່ຕາມ ນີ້​ເປັນເລື່ອງ​ທຳມະຊາດ. ທ່ານ​ອາດ​ຮູ້ສຶກ:

A man thinking.
ຂ້ອຍ​ບໍ່ຮູ້​ຫຍັງເລີຍ​ກ່ຽວກັບ ຄວາມ​ຫູໜວກ. ຂ້ອຍຈະ ຊ່ວຍລູກ​ຂ້ອຍ​ໄດ້​ແນວໃດ?


  • ກັງວົນ​ໃນສິ່ງ​ທີ່​ຕ້ອງເຮັດ.
  • ຢ້ານກົວ​ຄວາມໝາຍ​ຂອງຄວາມ​ຫູໜວກ ແລະ ຢ້ານກົວ​ກ່ຽວກັບ​ອະນາຄົດ
A woman thinking.
ລູກຂ້ອຍ​ຈະ​ແຕ່ງດອງ ແລະ ຫາລ້ຽງຊີບໄດ້​ແນວໃດ?
  • ບໍ່ຍອມຮັບ​ຄວາມຈິງ
A woman thinking.
ລູກ​ຂອງຂ້ອຍ​ສາມາດ ໄດ້ຍິນ​ຖ້າຂ້ອຍ​ຊອກຫາ ວິທີ​ປິ່ນປົວ​ທີ່​ຖືກຕ້ອງ.
  • ໃຈຮ້າຍ​ໃຫ້ສິ່ງ​ທີ່​ເກີດຂຶ້ນ.
A man thinking.
ມັນ​ບໍ່ຍຸດຕິທຳ​ເລີຍ​ທີ່ເລື່ອງ ແບບນີ້​ເກີດຂຶ້ນ​ກັບ​ຄອບຄົວ ຂອງຂ້ອຍ.
  • ຮູ້ສຶກ​ໂດດດ່ຽວ
A man thinking.
ບໍ່ມີໃຜ​ຮູ້ດອກ​ວ່າ ມັນເປັນ​ແນວໃດ, ບໍ່ມີ ໃຜ​ສາມາດ​ຊ່ວຍໄດ້.
  • ຮູ້ສຶກຜິດ​ກ່ຽວກັບ​ສິ່ງທີ່​ທ່ານ​ອາດ​ໄດ້ ກະທຳ ທີ່​ສ່ົງຜົນ​ໃຫ້ລູກ​ຫູໜວກ.
A woman thinking.
ຖ້າຂ້ອຍ​ກິນອາຫານ​ດີໆ ໃນຕອນ​ຕັ້ງຄັນ​ເລື່ອງ ແບບນີ້​ຄົງຈະ​ບໍ່​ເກີດຂຶ້ນ.
  • ອັບອາຍ​ເພາະ​ລູກ​ຂອງຕົນ​ຫູໜວກ
A woman carrying a baby thinking.
ເພື່ອບ້ານ​ເຮົາ ຈະຄິດ​ແນວໃດ?
  • ຮູ້ສຶກ​ໂສກເສົ້າ, ສິ້ນຫວັງ ຫຼື ບໍ່ມີ ຄວາມຮູ້ສຶກ​ໃດໆເລີຍ
A man thinking.
ຂ້ອຍ​ຮູ້ສຶກ​ສິ້ນ ຫວັງຫຼາຍ...
  • ຍອມຮັບ​ວ່າ​ມັນເປັນ​ໂຊກຊາຕາ ແລະ ການ​ຖືກລົງໂທດ.
A woman thinking.
ພວກເຮົາ​ບໍ່ສາມາດ​ເຮັດຫຍັງ​ໄດ້ ດອກ​ເພື່ອ​ປ່ຽນແປງ​ຄຳສາບ, ມັນ ເປັນເວນ​ເປັນກຳ​ຂອງ​ພວກເຮົາ.