Hesperian Health Guides
ບົດທີ 14: ການສະໜັບສະໜູນສຳລັບພໍ່ແມ່ ແລະ ຜູ້ດູແລເດັກ
ຂໍ້ມູນສຸຂະພາບ > ການຊ່ວຍເຫຼືອເດັກນ້ອຍຫູໜອກ > ບົດທີ 14: ການສະໜັບສະໜູນສຳລັບພໍ່ແມ່ ແລະ ຜູ້ດູແລເດັກ
![2 women and a small child sitting together.](https://pool.hesperian.org/w/images/thumb/3/30/HCWD_Ch14_Page_179-1.png/440px-HCWD_Ch14_Page_179-1.png)
ເນື່ອງຈາກວ່າພວກເຮົາດຳລົງຊີວິດຮ່ວມກັບລູກຂອງພວກເຮົາ. ທຸກສິ່ງທຸກຢ່າງທີ່ເກີດຂຶ້ນກັບເດັກແມ່ນມີຜົນສະທ້ອນກັບພວກເຮົາຢ່າງເລິກເຊິ່ງ. ຫຼາຍໆຄອບຄົວທີ່ມີລູກຫູໜວກຮູ້ສຶກສິ້ນຫວັງ ຫຼື ຢ້ານກົວອະນາຄົດ. ຖ້າບັນດາພໍ່ແມ່ຫາກປຸ້ມລຸມກັນ ເພື່ອຊ່ວຍເຫຼືອສະໜັບສະໜູນເຊິ່ງກັນ ແລະ ກັນແລ້ວ. ພວກເຂົາສາມາດປັບປຸງຄຸນນະພາບຊີວິດລູກຂອງພວກເຂົາໄດ້. ພວກເຂົາສາມາດເຮັດວຽກຮ່ວມກັນ ເພື່ອຊຸກຍູ້ ຊຸມຊົນໃຫ້ການສະໜັບສະໜູນທີ່ດີ ໃຫ້ແກ່ເດັກນ້ອຍທຸກໆຄົນທີ່ມີບັນຫາໃນການໄດ້ຍິນ.