Hesperian Health Guides

ພາກ​ພະນວກ I: ເຄື່ອງ​ຊ່ວຍ​ໃນ​ການຟັງ

ຂໍ້ມູນສຸຂະພາບ > ການຊ່ວຍເຫຼືອເດັກນ້ອຍຫູໜອກ > ພາກ​ພະນວກ I: ເຄື່ອງ​ຊ່ວຍ​ໃນ​ການຟັງ

ຢູ່ໃນພາກນີ້:

ເຄື່ອງຊ່ວຍ​ໃນການ​ຟັງ​ແມ່ນ​ຊິ້ນສ່ວນ​ນ້ອຍໜຶ່ງ​ທີ່​ເຮັດໃຫ້​ສຽງດັງ​ຂຶ້ນ. ຫຼາຍໆ​ຄົນ​ຄິດວ່າ ເຄື່ອງ​ຊ່ວຍໃນ​ການຟັງ ຈະຊ່ວຍ​ຮັກສາ​ບັນຫາ​ການຟັງ​ຂອງເດັກ ແລະ ເຮັດໃຫ້​ເຂົາ​ສາມາດ​ໄດ້ຍິນ​ສຽງ​ຄືກັນ​ກັບ​ຄົນອື່ນ. ນີ້​ບໍ່ແມ່ນ​ຄວາມຈິງ. ເຄື່ອງຊ່ວຍ​ໃນການ​ຟັງ​ພຽງແຕ່​ເຮັດໃຫ້​ສຽງດັງ​ຂຶ້ນ​ເທົ່ານັ້ນ, ມັນ​ບໍ່ໄດ້​ສ້ອມແຊມ​ບັນຫາ​ໃດໆ​ເລີຍ. ສຳລັບ​ຂ້ໍມູນ​ເພີ່ມເຕີມ​ກ່ຽວກັບ​ປະເທດ​ຕ່າງໆ ຂອງການ​ສູນເສຍ​ການຟັງ​ນັ້ນ ແມ່ນ​ໃຫ້ເບິ່ງ​ໃນ ບົດທີ 5.

ເຄື່ອງຊ່ວຍ​ໃນການ​ຟັງ​ສາມາດ​ໃສ່ໄດ້​ດ້ວຍຫູ​ເບື້ອງດຽວ ຫຼື ຫູ​ທັງສອງ​ເບື້ອງ, ຂຶ້ນກັບ​ແຕ່ລະ​ປະເພດ​ການ​ສູນເສຍ ການຟັງ​ໃນແຕ່ລະ​ປະເພດ​ທີ່ເດັກ​ເປັນ ເຊິ່ງມັນ​ສາມາດ​ຊ່ວຍເດັກ​ຜູ້ທີ່​ສາມາດ​ໄດ້ຍິນ​ສຽງ​ສ່ວນໃດ​ສ່ວນໜຶ່ງ​ນັ້ນ ໄດ້ຍິນ​ສຽງ​ດີຂຶ້ນ​ກວ່າເກົ່າ. ຖ້າ​ຫາກເດັກ​ບໍ່ສາມາດ​ໄດ້ຍິນ​ສຽງ​ໄດ້​ຈັກໜ້ອຍ​ເລີຍ, ເຄື່ອງຊ່ວຍ​ໃນການ​ຟັງ​ນັ້ນ​ກໍ່ບໍ່​ສາມາດ​ທີ່ຈະ​ຊ່ວຍຫຍັງ​ໄດ້.

ເຄື່ອງຊ່ວຍ​ໃນການ​ຟັງ​ແມ່ນ​ເໝາະສົມ​ກັບລູກ​ຂອງຂ້ອຍ​ບໍ່?

A girl wearing a hearing aid.
ຄຸນປະໂຫຍດ
ເຄື່ອງຊ່ວຍ​ໃນການ​ຟັງ ອາດຈະ ສາມາດ​ຊ່ວຍອໃຫ້ເດັກ​ຜູ້ທີ່​ໄດ້ຍິນ ໜ້ອຍໜຶ່ງ ສາມາດ​ເຂົ້າໃຈ​ຄຳເວົ້າ, ໄດ້ຍິນ​ສຽງ ຕ່າງໆ​ດີຂຶ້ນ ແລະ ການເວົ້າ​ກໍ່ຈະ​ໄດ້ດີ​ຂຶ້ນ.
ຄວາມ​ຫຍຸ້ງຍາກ
ເຄື່ອງຊ່ວຍ​ໃນການ​ຟັງ​ແມ່ນ​ສາມາດ​ຊ່ວຍ ໄດ້​ພຽງແຕ່ ເດັກ​ຜູ້ທີ່​ສູນເສຍ ການ​ໄດ້ຍິນ.ເຄື່ອງຊ່ວຍ​ໃນການ​ຟັງ ແມ່ນ​ຕ້ອງການ​ໃຊ້ ຖ່ານ ແລະ ຕ້ອງການ​ເຮັດ​ຄວາມສະອາດ ເຊິ່ງ​ພວກມັນ​ມີ​ມູນຄ່າ​ແພງ ແລະ ແຕກງ່າຍ. ເດັກ​ຜູ້ທີ່​ໃຊ້​ເຄື່ອງຊ່ວຍອໃນການ​ຟັງ​ຈະຕ້ອງ ເດີນທາງ​ໄປ​ຄີນິກ​ເປັນປົກກະຕິ ເພື່ອ​ທົດ ສອບ​ການຟັງ.


ເຄື່ອງຊ່ວຍ​ໃນການ​ຟັງ​ຈະໄດ້​ຮັບຜົນ​ດີ ຖ້າຫາກ​ມັນ​ເໝາະສົມ​ກັບຫູ​ຂອງເດັກ. ເປົ້າ​ຟັງຫູ (ພາກສ່ວນ​ທີ່​ນຳເຂົ້າ​ໄປໃນ​ຫູ) ເຊິ່ງ​ເຮັດ​ໜ້າທີ່​ຮັບສຽງ​ມາຈາກ​ອຸປະກອນ​ທີ່ຢູ່​ພາຍນອກ​ຂອງຫູ ແລະ ເປົ້າ​ຟັງຫູ​ທັງສອງ​ຂ້າງ​ບາງອັນ​ກໍ່ຈະ​ບໍ່ພໍດີ​ກັບຫູ​ຂອງເດັກ. ເປົ້າ​ຟັງຫູ​ຕ້ອງ​ໄດ້ຮັບ​ການ​ກວດກາ​ຢ່າງໜ້ອຍ 2 ຄັ້ງ​ຕໍ່ປີ, ມັນ​ຈຳເປັນ ຕ້ອງ​ໄດ້ປ່ຽນ​ຕາມການ​ຈະເລີນ​ເຕີບໂຕ​ຂອງຫູ​ຂອງເດັກ ແລະ ປ່ຽນ​ຂະໜາດ ຮູບຮ່າງ​ຂອງມັນ.

ສິ່ງທີ່​ເຄື່ອງຊ່ວຍ​ໃນການ​ຟັງ​ສາມາດ​ເຮັດໄດ້

ຜົນ​ໄດ້ຮັບ​ຂອງເຄື່ອງ​ຊ່ວຍ​ໃນການ​ຟັງ ແມ່ນ​ຂຶ້ນກັບ​ປະເທດ​ຂອງການ​ສູນເສຍ​ການຟັງ​ທີ່ ເດັກ​ເປັນຢູ່​ນັ້ນ.

  • ຖ້າ​ຫາກວ່າ​ເດັກ​ສາມາດ​ໄດ້ຍິນ​ສຽງ​ສ່ວນໃດ​ສ່ວນໜຶ່ງ, ເຄື່ອງຊ່ວຍ​ໃນການ​ຟັງ​ຈະຊ່ວຍ​ໃຫ້ເຂົາ​ຮູ້ໄດ້​ ແລະ ລະວັງຕົວ​ຕໍ່ສຽງ​ອັນຕະລາຍ​ທີ່ອາດ​ຈະ​ເກີດຂຶ້ນ​ກັບເຂົາ.
A loud motorcycle drives past a child wearing a hearing aid.
  • ຖ້າຫາກ​ສາມາດ​ໄດ້ຍິນ​ສຽງ​ຄຳເວົ້າ​ທີ່ບໍ່​ຈະແຈ້ງ​ປານໃດ, ເຄື່ອງຊ່ວຍ​ໃນການ​ຟັງ​ຈະຊ່ວຍ​ເຮັດ​ໃຫ້ສຽງ​ຄຳເວົ້າ​ດັ່ງກ່າວ​ນັ້ນ ດັງ​ແຮງຂຶ້ນ ແລະ ອາດຈະ​ຊ່ວຍ​ເຂົາ​ໃຫ້​ໄດ້ຍິນ​ໃນສິ່ງ​ທີ່​ຄົນອື່ນ​ເວົ້າ. ສິ່ງ​ດັ່ງກ່າວ​ນີ້ ຍັງ​ສາມາດ​ຊ່ວຍ​ໃຫ້ເດັກ​ຮຽນຮູ້​ພາສາ​ເວົ້າ​ໄດ້.
A dog barking near a boy wearing a hearing aid.
  • ຖ້າຫາກ​ເດັກ​ສາມາດ​ໄດ້ຍິນ​ສຽງ​ໄດ້​ພາກສ່ວນ​ໃດ​ພາກສ່ວນ​ໜຶ່ງ, ເຄື່ອງຊ່ວຍ​ໃນການ​ຟັງ​ຈະຊ່ວຍ​ໃນການ​ໄດ້ຍິນ​ສຽງ ຂອງ​ພວກເຂົາ​ຊັດເຈນ​ຂຶ້ນ. ເຖິງ​ແມ່ນວ່າ ສຽງ​ດັ່ງກ່າວ​ນັ້ນ​ຈະເປັນ​ສຽງ​ທີ່​ເບົາຫຼາຍ​ກໍ່ຕາມ ແລະ ເຂົາ​ກໍ່ຈະ​ສາມາດ​ໄດ້ຍິນ​ສຽງ​ດ້ວຍຕົວ​ຂອງ​ຕົນເອງ.

ສິ່ງທີ່​ເຄື່ອງຊ່ວຍ​ໃນການ​ຟັງ​ບໍ່ສາມາດ​ເຮັດໄດ້

  • ຖ້າຫາກ​ເດັກ​ບໍ່ສາມາດ​ໄດ້ຍິນ​ສຽງ​ຈັກໜ້ອຍ​ເລີຍ​ໃນລະດັບ​ສຽງ​ໃດໜຶ່ງ. ເຄື່ອງຊ່ວຍ​ໃນການ​ຟັງ​ກໍ່ຈະ​ບໍ່ສາມາດ​ຊ່ວຍໃຫ້​ພວກເຂົາ​ສາມາດ​ໄດ້ຍິນ​ສຽງ​ປະເພດ ເຫຼົ່ານັ້ນ​ໄດ້. ເບິ່ງຂໍ້ມູນເພີ່ມຕື່ມໄດ້ໃນບົດທີ5.
A man playing a flute behind his small boy.
ເດັກ​ຄົນນີ້​ບໍ່ສາມາດ​ໄດ້ຍິນ​ລະດັບ​ສຽງສູງ​ໄດ້, ເຖິງ​ແມ່ນວ່າ ມັນຈະ​ດັງແຮງ​ພຽງໃດ​ກໍ່ຕາມ. ສະນັ້ນ ເຄື່ອງຊ່ວຍ​ໃນການ​ຟັງ​ກໍ່ຈະ​ບໍ່ສາມາດ​ເຮັດໃຫ້​ລາວ​ໄດ້ຍິນ​ສຽງ​ປີ່​ໄດ້.
A small girl thinking as her father speaks to her while they walk along a road.
ພວກເຮົາ​ຈະ​ກັບເຮືອນ ດີກວ່າ, ນວນຕາ.
ແມ່ນພໍ່​ເວົ້າ ຫຍັງ?
  • ເຄື່ອງຊ່ວຍ​ໃນການ​ຟັງ​ແມ່ນ​ເຮັດໃຫ້​ທຸກໆ​ສຽງ​ດັງຂຶ້ນ, ນີ້ກໍ່​ໝາຍ​ຄວາມວ່າ ເຄື່ອງຊ່ວຍ​ໃນການ​ຟັງ​ຈະບໍ່​ໄດ້ຊ່ວຍ​ໃຫ້ຄົນ​ຫູໜວກ ໄດ້ຍິນ​ສຽງ​ຄົນເວົ້າ​ໄດ້​ຢ່າງ​ຈະແຈ້ງ ເມື່ອຢູ່​ໃນ​ສະຖານທີ່​ເນືອງນັນ.