Hesperian Health Guides

ບົດທີ 5: ລູກ​ຂອງທ່ານ​ສາມາດ​ໄດ້ຍິນ​ສຽງຫຍັງແດ່?

ຂໍ້ມູນສຸຂະພາບ > ການຊ່ວຍເຫຼືອເດັກນ້ອຍຫູໜອກ > ບົດທີ 5: ລູກ​ຂອງທ່ານ​ສາມາດ​ໄດ້ຍິນ​ສຽງຫຍັງແດ່?

ຢູ່ໃນພາກນີ້:

A child does not react to the sounds made by a spoon hitting a pan.
ແຕ໋...ແຕ໋ງ...!

ເດັກ​ບາງຄົນ​ກໍ່​ຫູໜວກ​ສະໜິດ ແລະ ບໍ່​ສາມາດ​ໄດ້ຍິນ​ສິ່ງໃດ​ເລີຍ​ ຫຼື​ ສາມາດ​ໄດ້ຍິນ​ພຽງແຕ່​ສຽງ​ດັງໆ​ເທົ່ານັ້ນ. ເມື່ອ​ເດັກ​ຍັງອ່ອນ​ຜູ້ເປັນ​ພໍ່​ແມ່​ສາມາດ​ສັງເກດ​ເຫັນ​ວ່າ​ລູກ​ຂອງຕົນ​ບໍ່​ສາມາດ​ຮັບຮູ້​ທາງຫູ​ໄດ້​ເພາະ ວ່າ ເດັກ​ບໍ່ມີ​ການ​ໝູນຫົວ​ຂອງ​ພວກເຂົາ ຫຼື ຕອບສະໜອງ, ເຖິງ​ແມ່ນ​ວ່າ ຈະເປັນ​ສຽງ​ທີ່ດັງ​ແຮງ​ກໍຕາມ.

ຍັງມີ​ເດັກ​ຫຼາຍໆ​ຄົນ​ທີ່​ພິການ​ທາງຫູ​ທີ່​ສາມາດ​ໄດ້ຍິນ​ສຽງ​ສ່ວນໃດ​ສ່ວນໜຶ່ງ. ກໍ່ລະນີ​ການ​ສູນເສຍ​ການຟັງ​ປະເພດ​ດັ່ງກ່າວ​ນີ້ ແມ່ນ​ເປັນການ​ຍາກ​ຫຼາຍ​ສຳລັບ​ພໍ່​ແມ່​ໃນການ​ສັງເກດ. ເດັກ​ອາດຈະ​ສະແດງ​ເຮັດໃຫ້​ແປກໃຈ​ ຫຼື ມີການ​ໝູນຫົວ​ຂອງເຂົາ​ໄປຫາ​ບ່ອນທີ່​ມີ​ສຽງດັງ ແຕ່​ສຽງ​ທີ່​ຄອຍຜັດ​ບໍ່ໄດ້ອຜົນ. ເຂົາ​ອາດຈະ ຕອບ​ສະໜອງ​ພຽງແຕ່​ປະເພດ​ສຽງ​ສະເພາະ​ໃດ​ໜຶ່ງ. ເດັກ​ບາງຄົນ​ຜັດຍັງ​ສາມາດ​ໄດ້ຍິນ​ພຽງ​ເລັກໜ້ອຍ​ເມື່ອ​ມີຄົນ​ເວົ້າ​ກັບ​ພວກເຂົາ. ພວກເຂົາ​ອາດຈະ​ຮຽນຮູ້​ຊ້າ​ໃນການ​ຈົດຈຳ ແລະ ຕອບສະໜອງ​ບາງ​ຄຳສັບ​ແຕ່​ພວກເຂົາ​ບໍ່​ໄດ້ຍິນ​ໝົດ​ທຸກ​ຄຳສັບ​ທັງໝົດ​ຢ່າງ​ຈະແຈ້ງ​ ພໍທີ່​ຈະ​ເຂົ້າໃຈ​ໄດ້. ເດັກ​ທີ່​ມີການ​ສູນເສຍ​ການຟັງ​ປະເພດ​ນີ້​ ແມ່ນຈະ​ມີຄວາມ​ຊັກຊ້າ​ໃນ​ການ​ຮຽນ​ເວົ້າ.

A small child turns his head to see a spoon hitting a pan.
ແຕ໋...ແຕ໋ງ...!

ເດັກ​ຫຼາຍໆ​ຄົນ​ທີ່​ສູນເສຍ​ການຟັງ​ເນື່ອງຈາກ​ການ​ຊຶມເຊື້ອ​ທາງຫູ​ເປັນ​ເວລາ​ຍາວນານ​ ແລະ​ ຫຼາຍຄັ້ງ​ຊ້ໍາຊາກ​ກັນ ຫຼື ອີກ​ສາເຫດ​ໜຶ່ງ​ອາດ​ເປັນຜົນ​ເນື່ອງ​ມາຈາກ​ຢາ. ຜູ້ເປັນ​ພໍ່​ແມ່ ອາດ​ບໍ່​ສັງເກດ​ເຫັນວ່າ​ເດັກ​ໄດ້ ສູນເສຍ​ການຟັງ​ຂອງເຂົາ​ໄປຢ່າງ​ຊ້າໆ ຈົນກະທັ້ງ​ເຂົາມີ​ອາຍຸ​ໄດ້ 4-5 ປີ ແຕ່ກໍ່​ບໍ່ທັນ​ຮຽນເວົ້າ​ເທື່ອ​ ຫຼື ​ບໍ່ທັນ​ສາມາດ​ເວົ້າໄດ້​ຢ່າງ​ຈະແຈ້ງ​ໄດ້.

ຖ້າທ່ານ​ຫາກຮູ້​ວ່າ ລູກ​ຂອງທ່ານ​ສາມາດ​ຮັບຮູ້​ທາງຫູ​ໄດ້​ຫຼາຍ​ພຽງໃດ​ນັ້ນ​ ມັນ​ຈະຊ່ວຍ​ໃຫ້ທ່ານ​ຮູ້ວ່າ ຈະ​ໃຫ້ການ​ຊ່ວຍເຫຼືອ​ແບບໃດ​ແກ່ເຂົາ ເພື່ອໃຫ້ເຂົາ​ສາມາດ​ສື່ສານ​ໄດ້. ບາງຄັ້ງ​ພໍ່​ແມ່, ເດັກ​ຄົນອື່ນໆ ຫຼື ຄູ​ຄິດວ່າ​ເດັກ​ທີ່​ສູນເສຍ​ການຟັງນັ້ນ​ແມ່ນການ​ຈະເລີນ​ເຕີບໂຕ​ທາງດ້ານ​ຈິດໃຈ​ຊ້າ​ເທົ່ານັ້ນ. ຖ້າຫາກ​ເດັກ​ທີ່​ພິການ​ທາງຫູ​ຫາກໄດ້ຮັບ​ການຊ່ວຍເຫຼືອ​ເປັນພິເສດ​ໃນການ​ຮຽນຮູ້​ການສື່ສານ​ນັ້ນ, ພວກເຂົາ​ເກືອບທັງໝົດ​ສາມາດ​ຮຽນ ແລະ ໄດ້ຮັບ​ການສຶກສາ​ຄືກັບເດັກ​ຄົນອື່ນໄດ້. ດັ່ງນັ້ນ ມັນຈິ່ງມີ​ຄວາມສຳຄັນ​ຫຼາຍ​ທີ່ຈະ​ຊອກຮູ້​ວ່າ​ມີຫຍັງ​ຜິດປົກກະຕິ ຫຼື​ ບໍ່ກ່ຽວກັບ​ການຮັບຮູ້​ທາງຫູ​ຂອງເດັກ.