Hesperian Health Guides
ວິທີການກວດສອບຄວາມສາມາດໃນການຟັງຂອງລູກທ່ານ
ຂໍ້ມູນສຸຂະພາບ > ການຊ່ວຍເຫຼືອເດັກນ້ອຍຫູໜອກ > ບົດທີ 5: ລູກຂອງທ່ານສາມາດໄດ້ຍິນສຽງຫຍັງແດ່? > ວິທີການກວດສອບຄວາມສາມາດໃນການຟັງຂອງລູກທ່ານ
ຈົ່ງພະຍາຍາມສັງເກດເບິ່ງວ່າ ມີປະເພດສຽງໃດແດ່ທີ່ລູກຂອງທ່ານ ຕອບສະໜອງກັບໃນແຕ່ລະວັນ. ວິທີນີ້ເປັນວິທີທີ່ດີ ແລະ ທົ່ວໄປໃນການຮຽນຮູ້ ກ່ຽວກັບຄວາມອາດສາມາດໃນການຟັງຂອງລູກທ່ານ. ຕໍ່ຈາກນັ້ນ ທ່ານສາມາດກວດສອບເບິ່ງວ່າ ສຽງໃດແດ່ທີ່ເຂົາສາມາດໄດ້ຍິນສາກ່ອນເຊັ່ນ: ສຽງວັດຖຸໃດແດ່, ຕໍ່ມາແມ່ນສຽງຄຳເວົ້າໃດແດ່ທີ່ເຂົາໄດ້ຍິນເມື່ອຄົນເຮົາລົມກັນ.
ໃນການປະຕິບັດສິ່ງດັ່ງກ່າວນີ້, ທ່ານຕ້ອງການມີ:
- ສະຖານທີ່ທີ່ມິດງຽບ, ບໍ່ມີສິ່ງລົບກວນ.
- ອຸປະກອນທີ່ຊອກຫາໄດ້ງ່າຍຈຳນວນໜຶ່ງ.
- ຜູ້ຊ່ວຍອີກ 2 ຄົນ.
ທຳອິດແມ່ນກວດສອບຄວາມສາມາດໃນການຟັງຂອງເດັກຜູ້ທີ່ມີອາຍຸຮຸ້ນດຽວກັບລູກຂອງທ່ານວ່າ
ການຟັງຂອງຜູ້ໃດທີ່ເປັນປົກກະຕິ. ເຝິກຊ້ອມຈົນທ່ານສາມາດຮູ້ແນ່ນອນວ່າ ເດັກຈະມີການຕອບສະໜອງແນວໃດ ເມື່ອໄດ້ຍິນສຽງ.
ເນື້ອໃນ
ກວດສອບຄວາມດັງ ແລະ ລະດັບຂອງສຽງ
ສ່ວນຄົນອື່ນນັ້ນແມ່ນຢູ່ເບື້ອງຫຼັງ ໃນໄລຍະຫ່າງປະມານ 1 ແມັດ ແລະ ບໍ່ໃຫ້ເດັກສາມາດແນມເຫັນໄດ້, ເຊິ່ງບຸກຄົນດັ່ງກ່າວນັ້ນ ຈະເປັນຜູ້ທົດສອບ ແລ້ວຜູ້ທົດສອບນີ້ ຈະເປັນຜູ້ທີ່ສ້າງສຽງຂຶ້ນໃນແຕ່ລະເບື້ອງຂອງເດັກ ເພື່ອໃຫ້ເດັກສາມາດໄດ້ຍິນ. ຖ້າຫາກເດັກຫຼຽວໜ້າໄປເບິ່ງຜູ້ທົດສອບ, ຜູ້ທົດສອບນັ້ນ ບໍ່ຄວນມີປະຕິກິລິຍາໃດໆຕໍ່ເດັກ ແລະເດັກອາດຈະຍິ້ມ ຫຼື ແນມເບິ່ງເທົ່ານັ້ນ.
ສິ່ງທີ່ທ່ານຕ້ອງການໃນການກວດສອບຄວາມອາດສາມາດໃນການຟັງ
ໃນການທົດສອບດ່ັງກ່າວນີ້ ທ່ານຈະຕ້ອງການອຸປະກອນທີ່ສ້າງສຽງຂຶ້ນແບບທຳມະດາເຊິ່ງຖືກສ້າງຂຶ້ນ ຈາກ 3 ກະປ໋ອງເປົ່າທີ່ຄືກັນດັ່ງລຸ່ມນີ້:
1. ເອົາປີ້ງໄມ້ຖິ້ມລົງໃນ ປ໋ອງທີ 1 (ລະດັບສຽງຕ່ຳ) | 2. ກຳເອົາແກ່ນໝາກ ຖົ່ວດິບແຫ້ງກຳໃຫຍ່ໜຶ່ງ ຖິ້ມລົງໃນປ໋ອງທີ 2 (ລະດັບສຽງກາງ) | 3. ເອົາເຂົ້າສານກຳໃຫຍ່ໜຶ່ງຖິ້ມ ລົງໃນປ໋ອງທີ 3 (ລະດັບສຽງສູງ) |
ສັ່ນກະປ໋ອງນັ້ນຢ່າງເບົາໆ ກໍ່ຈະໄດ້ສຽງທີ່ຄ່ອຍ, ຖ້າຫາກສັ່ນກະປ໋ອງນັ້ນແຮງຂຶ້ນ ກໍ່ຈະໄດ້ສຽງລະດັບ ກາງ, ແຕ່ຖ້າຫາກສັ່ນກະປ໋ອງນັ້ນຢ່າງແຮງ ກໍ່ຈະໄດ້ລະດັບສຽງທີ່ດັງ. ຜູ້ທົດສອບຄວນເຝິກຊ້ອມ ການສັ່ນກະປ໋ອງ ຈົນກວ່າຈະສາມາດຄວບຄຸມຂອງມັນໄດ້ເສຍກ່ອນ.
ການທົດສອບເດັກ
ຜູ້ຊ່ວຍ: ພະຍາຍາມດຶງດູດຄວາມສົນໃຈຂອງເດັກດ້ວຍເຄື່ອງຫຼິ້ນຢ່າງໃຈເຢັນ. ເມື່ອເດັກກຳລັງໃສ່ໃຈຕໍ່ກັບເຄື່ອງຫຼິ້ນຢູ່ນັ້ນ ແລ້ວກໍ່ເອົາມືປົກປິດເຄື່ອງຫຼິ້ນນັ້ນໄວ້.
ຜູ້ທົດສອບ: ນຳໃຊ້ກະປ໋ອງທີ່ໄດ້ກະກຽມໄວ້ນັ້ນເຮັດໃຫ້ເກີດສຽງລະດັບຕ່ຳໂດຍການປິດຝາກະປ໋ອງ ແລະ ສັ່ນກະປ໋ອງດັ່ງກ່າວ ປະມານ 3-4 ວິນາທີ ຢູ່ເບື້ອງຫຼັງຫູຂອງເດັກ ແຕ່ລະຂ້າງ. ທຳອິດແມ່ນເຮັດເປັນສຽງທີ່ຄ່ອຍກ່ອນ.
ຜູ້ຊ່ວຍ ແລະ ພໍ່ແມ່: ສັງເກດເບິ່ງວ່າເດັກມີການຕອບສະໜອງຕໍ່ກັບສຽງດັ່ງກ່າວ.
ຜູ້ຊ່ວຍ: ຖ້າຫາກເດັກມີການຕອບສະໜອງແມ່ນໃຫ້ງຶກຫົວເບົາໆ ເພື່ອເປັນການສັນຍານໃຫ້ແກ່ຜູ້ທົດສອບທີ່ຢູ່ເບື້ອງຫຼັງວ່າ ເດັກມີການຕອບສະໜອງ.
ຜູ້ທົດສອບ: ຖ້າຫາກເດັກຕອບສະໜອງຕໍ່ສຽງຄ່ອຍນັ້ນ, ໝາຍໃສ່ຕາຕະລາງທີ່ຈັດໄວ້ນັ້ນ ດ້ວຍວົງມົນໜຶ່ງ ແລະ ກໍ່ຢຸດຕິການທົດສອບຫູເບື້ອງນັ້ນດ້ວຍລະດັບສຽງທີ່ຕ່ຳ.
ຖ້າຫາກເດັກບໍ່ຕອບສະໜອງຕໍ່ສຽງທີ່ຄ່ອຍດັ່ງກ່າວນັ້ນ, ແລ້ວກໍ່ສັ່ນກະປ໋ອງນັ້ນແຮງຂຶ້ນຕື່ມໜ້ອຍໜຶ່ງ ເພື່ອເຮັດໃຫ້ເກີດສຽງລະດັບກາງໂດຍໃຊ້ເວລາປະມານ 3-4 ວິນາທີ ເຊັ່ນກັນ ພ້ອມທັງລໍຖ້າເບິ່ງວ່າເດັກຕອບສະໜອງ.
ຖ້າຫາກເດັກຕອບສະໜອງຕໍ່ສຽງດັ່ງກ່າວນັ້ນ ກໍ່ໝາຍໃສ່ຕາຕະລາງນັ້ນ ດ້ວຍສອງວົງມົນຊ້ອນກັນ ແລະ ຢຸດຕິການທົດສອບກັບຫູເບື້ອງນັ້ນ ດ້ວຍລະດັບສຽງດັ່ງກ່າວ. ຖ້າເດັກຫາກບໍ່ຕອບສະໜອງ ຕໍ່ລະດັບສຽງກາງ ກໍ່ສັ່ນກະປ໋ອງຕື່ມອີກ ເຮັດໃຫ້ເກີດສຽງດັງ ໂດຍໃຊ້ເວລາ 3-4 ວິນາທີ ເຊັ່ນກັນ. ຖ້າເດັກຫາກຕອບສະໜອງຕໍ່ສຽງດັງນັ້ນ ກໍ່ໃຫ້ຂີດວົງມົນຊ້ອນກັນສາມຮອບ ໃສ່ຫ້ອງຕາຕະລາງທີ່ກຳນົດໄວ້ນັ້ນ.
ຈະບໍ່ມີການຂີດວົງມົນ ຖ້າຫາກເດັກບໍ່ຕອບສະໜອງຕໍ່ສຽງດັງກ່າວນັ້ນ.
ຕ້ອງແນ່ໃຈວ່າ ໄດ້ມີການທົດສອບຫູທັງສອງເບື້ອງດ້ວຍລະດັບສຽງທັງ ສາມນັ້ນ ໝົດແລ້ວ.
- ລະດັບສຽງຕ່ຳ. (ປ໋ອງທີ່ມີປີ້ງໄມ້)
- ລະດັບສຽງກາງ (ປ໋ອງທີ່ມີແກ່ນໝາກຖົ່ວ)
- ລະດັບສຽງສູງ (ປ໋ອງທີ່ມີເມັດເຂົ້າ)
ເວລາທີ່ທ່ານສຳເລັດ
ປຽບທຽບເບິ່ງແບບຢ່າງໃນການທົດສອບຄວາມສາມາດໃນການຟັງ ມັນອາດຈະມີຄວາມແຕກຕ່າງກັນຫຼາຍຂອງເດັກແຕ່ລະຄົນ.
ຫູເບື້ອງຊ້າຍ
ຫູເບື້ອງຂວາ
ສຽງເບົາ
ສຽງກາງ
ສຽງດັງ
ເດັກຄົນນີ້ ສາມາດໄດ້ຍິນສຽງ ຕ່ຳ ສຽງສູງ. |
ຫູເບື້ອງຊ້າຍ
ຫູເບື້ອງຂວາ
ສຽງເບົາ
ສຽງກາງ
ສຽງດັງ
ເດັກຄົນນີ້ ແມ່ນພິ ການທາງຫູເກືອບ ສະໜິດ. |
ລະດັບສຽງສູງຕ້ອງດັງແຮງຈຶ່ງເຮັດໃຫ້ເຂົາ ໄດ້ຍິນໄດ້. ຫູເບື້ອງຂວາຂອງລາວແມ່ນສາ ມາດຮັບຟັງໄດ້ດີກວ່າຫູເບື້ອງຊ້າຍ. | ຫູເບື້ອງຊ້າຍຂອງລາວແມ່ນບໍ່ສາມາດໄດ້ຍິນສຽງໃດເລີຍ, ແຕ່ ຫູເບື້ອງຂວາຂອງລາວ ແມ່ນສາມາດໄດ້ຍິນພຽງເລັກໜ້ອຍ ແຕ່ພຽງສະເພາະກັບສຽງລະດັບສຽງຕ່ຳທີ່ດັງແຮງເທົ່ານັ້ນ. |
= ລະດັບສຽງຕ່ຳ | = ລະດັບສຽງກາງ | = ລະດັບສຽງສູງ |