Hesperian Health Guides

ຄວາມເຂົ້າໃຈ​ກ່ຽວກັບສຽງ

ຢູ່ໃນພາກນີ້:

ຖ້າຫາກ​ພໍ່​ແມ່​ຮູ້​ກ່ຽວກັບ​ປະເພດສຽງ​ຕ່າງໆ, ມັນກໍ່​ຈະຊ່ວຍ​ໃຫ້​ພວກເຂົາ​ເຂົ້າໃຈໄດ້​ ສຽງ​ແຮງ​ປານໃດ ​ແລະ ສຽງ​ປະເພດໃດ​ທີ່​ລູກ​ຂອງຕົນ​ສາມາດ​ຮັບຟັງ​ໄດ້.

ຄວາມດັງ​ຂອງສຽງ

ບາງສຽງ​ກໍ່ດັງ​ແຮງກວ່າ​ສຽງ​ອື່ນໆ. ສຽງດັງ​ທີ່ຢູ່ໃກ້ກວ່າ​ຈະດັງກວ່າ​ສຽງດັງ​ທີ່ຢູ່​ຫ່າງອອກ​ໄປ.

A man and his daughter walking outside as 2 motorcycles pass nearby.
ລົດຈັກ​ແມ່ນ​ຈະມີ​ສຽງດັງ​ກວ່າ​ຄົນຍ່າງ. ເມື່ອລົດຈັກ​ຄັນທີ່ ເຂົ້າ​ມາໃກ້​ແມ່ນມັນ​ຈະມີ​ສຽງດັງ​ກວ່າ​ຄັນທີ່​ຢູ່ໄກ​ອອກໄປ.
A woman speaks loudly to her child.
ສຽງດັງ
A woman cups her hand to whisper into the ear of a girl.
ສຽງຄ່ອຍ

ບາງສຽງ​ກໍ່​ສາມາດ​ເຮັດໃຫ້​ດັງແຮງ​ຂຶ້ນ​ ຫຼື​ ດັງ​ຄ່ອຍລົງ​ໄດ້. ຕົວຢ່າງ: ທ່ານ​ສາມາດ​ເພີ່ມຄວາມ​ດັງ​ຂອງ​ວິທະຍຸ​ໄດ້ ຫຼື ທ່ານ​ສາມາດ​ເຮັດໃຫ້​ສຽງ​ຂອງທ່ານ​ຄ່ອຍລົງ​ໄດ້ ໂດຍການ​ປ່ຽນຈາກ​ການແຂກ​ຮ້ອງໃສ່​ມາເປັນ​ ການກະຊິບ.

ລະດັບ​ຂອງສຽງ

ລະດັບ​ຂອງສຽງ​ແມ່ນ​ຂະໜາດ​ຂອງສຽງ​ນັ້ນຕ່ຳ ຫຼື ສູງພຽງ​ໃດ​ເຊັ່ນ: ຢູ່ໃນ​ດົນຕີ, ສຽງ​ສາມາດ​ຂຶ້ນ ແລະ ລົງ​ໄດ້​ຈາກ​ລະດັບ​ສູງ​ຫາຕ່ຳ.

ລະດັບ​ຂອງສຽງ
ສຽງ​ນົກ​ຮ້ອງ ສຽງ​ເປົ່າປີ່ ສຽງ​ຖອກນ້ໍາ ສຽງ​ເດັກນ້ອຍ​ໄຫ້ ສຽງສູງ ແມ່ນ​ຈະເປັນ​ສຽງ​ທີ່ຄົມ ແລະ ບາງ, ເຊິ່ງ ສາມາດ​ຮູ້ສຶກ​ໄດ້​ໃນເມື່ອ​ມັນ​ຜ່ານເຂົ້າ​ຫູ​ຂອງເຮົາ
HCWD Ch5 Page 48-4.png
HCWD Ch5 Page 48-5.png
HCWD Ch5 Page 48-6.png
HCWD Ch5 Page 48-7.png


ລະດັບ​ສຽງຕ່ຳ
ສຽງງົວ​ຮ້ອງ ສຽງ​ຕີກອງ ສຽງຟ້າ​ຮ້ອງ ສຽງ​ຜູ້ຊາຍ ສຽງຕ່ຳ​ ແມ່ນ​ເປັນສຽງ​ເຕັມ ແລະ ສຽງໃຫຍ່, ເຊິ່ງທ່ານ​ສາມາດ​ຮູ້ສຶກ​ໄດ້​ໃນກະດູກ​ຂອງທ່ານ.
HCWD Ch5 Page 48-8.png
HCWD Ch5 Page 48-9.png
HCWD Ch5 Page 48-11.png
HCWD Ch5 Page 48-10.png


ສຽງ​ຄຳເວົ້າ​ທີ່​ແຕກຕ່າງ​ກັນນັ້ນ ອາດຈະ​ມີລະດັບ​ສຽງສູງ​ ຫຼື ຕ່ຳ. ຕົວຢ່າງ: ຕ້ອງເຮັດ​ສຽງຍາວ “ໂອ…” ແລະ ສຽງ “ມມມ໌...” (ສຽງນີ້​ຄ້າຍກັບ​ວ່າ​ເຈົ້າ​ງັບປາກ​ແລ້ວ​ເວົ້າ ຮື ຍາວໆ ແລະ ມີສຽງ ມ ຢູ່ນຳ) ແມ່ນ ລະດັບ​ສຽງຕ່ຳ, ສ່ວນ​ສຽງຍາວ “ອີ…” ແມ່ນມີ​ລະດັບ​ສຽງກາງ. ແຕ່ສຽງ “ສສສ໌…” ແລະ ສຽງ “ຟຟຟ໌…” ແມ່ນລະດັບສຽງສູງຕ້ອງມີລົມແຮງອອກຈາກຫວ່າງແຂ້ວ.