Hesperian Health Guides

ສິ່ງທີ່​ຈະຊ່ວຍ​ເຮັດໃຫ້​ໄດ້ຮັບຜົນ​ດີ​ທີ່ສຸດ

ຢູ່ໃນພາກນີ້:

A small child sits on his mother's lap.

ຜູ້ທີ່​ເປັນ ພໍ່ ຫຼື ແມ່ ຄວນຈະ

  • ອຸ້ມເດັກ​ໄວ້​ຢູ່ເທິງ​ຕັກ​ໃຫ້​ແໜ້ນດີ ແຕ່ກໍ່ມີ​ອິດສະລະ​ພໍ​ທີ່ຈະ ເຮັດ​ໃຫ້ເດັກ​ສາມາດ​ຫັນໄປ​ມາ​ໄດ້.
  • ບໍ່ມີ​ປະຕິ​ກິລິຍາ​ໃດໆ ຕໍ່ສຽງ​ຕ່າງໆ ທີ່ສ້າງ​ຂຶ້ນ​ໂດຍ​ຜູ້​ທົດສອບ​ທີ່ຢູ່​ເບື້ອງຫຼັງ.



ເດັກ​ສາມາດ​ໄດ້ຍິນສຽງ​ຂອງ​ຄຳເວົ້າ​ບໍ?

ສຽງ​ຂອງ​ພາສາ​ຄຳເວົ້າ​ມີຫຼາຍ​ລະດັບ​ທີ່​ແຕກຕ່າງ​ກັນ, ເຊັ່ນ ສຽງໂຕ “ທ” (ເທິ), “ດ” (ດ) ແລະ “ສສສ໌...” ຈະເປັນ​ສຽງສູງ​ກວ່າ ສຽງ “ໂອ…”, “ອີ…” ແລະ “ມມມ໌…” (ເບິ່ງໜ້າ​ທີ 49). ນີ້​ກໍ່ໝາຍ​ຄວາມ ວ່າ​ລູກ​ຂອງທ່ານ ອາດຈະ​ສາມາດ​ໄດ້ຍິນ​ສຽງ​ພາສາ​ຄຳເວົ້າ​ໄດ້​ແຕ່ບໍ່​ແມ່ນ​ທັງໝົດ.

ມັນຈະ​ຊ່ວຍໃຫ້​ຮູ້ ຖ້າ​ລູກ​ຂອງທ່ານ​ຫາກ​ສາມາດ​ໄດ້ຍິນ​ສຽງ​ຄຳເວົ້າ​ທີ່ເປັນ​ ສຽງສູງ, ສຽງກາງ​ ຫຼື​ ສຽງຕ່ຳ​ ແລະ ລະດັບ​ສຽງດັງ​ພຽງໃດ​ທີ່ເຂົາ​ສາມາດ​ໄດ້ຍິນ. ດັ່ງນັ້ນ​ຈົ່ງ​ພະຍາຍາມ​ສັງເກດ​ ເບິ່ງ​ບັນດາສຽງ​ຕ່າງໆ​ທີ່ເດັກ​ຄ້າຍຄື​ກັບວ່າ ເຂົາ​ສາມາດ​ໄດ້ຍິນ ເມື່ອ​ສະມາຊິກ​ໃນຄອບຄົວ​ເວົ້າລົມ​ນັ້ນ.

ເດັກ​ອາດຈະ​ຄ້າຍຄື​ວ່າ ເຂົ້າໃຈ​ໃນ​ຄຳເວົ້າ ເມື່ອ​ໃນ​ກໍ່ລະນີ​ທີ່ມີ​ສະຖາ​ນະການ​ໃດໜຶ່ງ ທີ່ເຮັດ​ໃຫ້ມີ​ຄວາມໝາຍ​ຈະແຈ້ງ​ຂຶ້ນ. ຕົວຢ່າງ​ເຊັ່ນ: ຖ້າຄົນໃດ​ຄົນໜຶ່ງ​ຫາກເວົ້າ​ກັບເດັກ​ຄົນໜຶ່ງ​ວ່າ “ຈັບເອົາ​ໝາກບານ” ພ້ອມທັງ​ຊີ້ມື​ໃສ່​ ແລະ ແນມເບິ່ງ. ເດັກ​ກໍ່ອາດ​ຈັບເອົາ​ໝາກບານ​ນັ້ນ. ເຊິ່ງ​ບາງເທື່ອ​ເຂົາ​ອາດຈະ​ບໍ່ໄດ້ຍິນ​ຄຳເວົ້າ​ດັ່ງກ່າວ​ນັ້ນດອກ ແຕ່ອາດ​ໄດ້ເຫັນ​ບຸກຄົນ​ດັ່ງກ່າວ​ຊີ້ມື​ໃສ່​ໝາກບານ​ໜ່ວຍ​ນັ້ນ.

ການຊອກຮູ້​ວ່າ ເດັກ​ສາມາດ​ໄດ້ຍິນ​ຄຳເວົ້າ​ ຫຼື​ ບໍ່ນັ້ນ, ແມ່ນ​ສາມາດ​ຮູ້ໄດ້​ໂດຍການ​ນຳໃຊ້​ວັດຖຸ​ ທີ່ເຂົາ​ຄຸ້ນເຄີຍ 3 ຫຼື 4 ຢ່າງ ເຂົ້າ​ໃນການ​ຫຼິ້ນເກມ ຫຼື ພາກສ່ວນ​ໃດໜຶ່ງ​ຂອງ​ກິດຈະກຳ​ປະຈຳວັນ​ທີ່ເຂົາ​ຮູ້ແລ້ວ. ເຮັດ​ຄື​ແນວນີ້ 5 ຫາ 6 ຄັ້ງ​ໃນການ​ຊອກຮູ້ ຖ້າລູກ​ຂອງທ່ານ ຫາກ​ໄດ້ຍິນ​ຊື່​ຂອງ​ວັດຖຸ​ເຫຼົ່ານັ້ນ.


alt=A woman sits beside a ball and her child as she thinks, then speaks.
ເຮັດໃຫ້​ແມ່​ເບິ່ງ, ສົມ ໝາຍ, ຖ້າຫາກ​ໄດ້ ຍິນ​ໃນສິ່ງອທີ່ແມ່​ເວົ້າ.
ຈັບເອົາ​ໝາກ ບານ​ຂອງລູກ.
ທຳອິດ, ເວົ້າຄຳ​ດັ່ງກ່າວ ໂດຍ​ບໍ່ໄດ້​ໃຫ້​ຄຳໃບ້​ໃດໆ.
A woman speaks as she sits beside a ball and her child.
ຈັບເອົາ​ໝາກ ບານ​ຂອງລູກ.
ຕໍ່ຈາກ​ນັ້ນ, ຖ້າ​ລູກ​ຂອງທ່ານ​ຫາກຍັງ​ບໍ່ທັນ​ເຂົ້າໃຈ​ໃນ ການ​ໃຊ້ຄຳເວົ້າ​ພຽງແຕ່​ຢ່າງດຽວ ກໍ່​ໃຫ້ເວົ້າ​ຄຳເວົ້າ​ດັ່ງ ກ່າວ​ນັ້ນອີກ ພ້ອມທັງ ແນມເບິ່ງ​ວັດຖຸ​ດ່ັງກ່າວ​ນັ້ນ.
A woman sits with a small child while she speaks and points to a ball.
ຖ້າຫາກ​ລູກ​ຂອງທ່ານ​ຍັງບໍ່ທັນ​ເຂົ້າໃຈ​ອີກ, ກໍ່​ໃຫ້ເວົ້າ​ຄຳເວົ້າ​ດັ່ງ ກ່າວອີກ ພ້ອມທັງ​ແນມເບິ່ງ​ວັດຖຸ​ດ່ັງກ່າວ ແລະ ຊີ້ມື​ໃສ່.
ຈັບເອົາ​ໝາກ ບານ​ຂອງລູກ.

ລູກຂອງ​ທ່ານ​ອາດຈະ​ຄ້າຍຄື​ກັບວ່າ ໄດ້ຍິນ​ສຽງ​ພຽງແຕ່​ບາງຄັ້ງຄາວ​ເທົ່ານັ້ນ, ແຕ່ບໍ່ແມ່ນ​ຕະຫຼອດ. ນີ້​ກໍ່ບໍ່ໄດ້​ໝາຍຄວາມ​ວ່າ ລູກ​ຂອງທ່ານ​ເປັນຄົນ​ທີ່​ດື້ດ້ານ. ເຂົາ​ອາດຈະ​ບໍ່ໄດ້ຍິນ​ທ່ານ​ກໍ່ເປັນໄດ້. ມີ​ຫຼາຍໆ​ສິ່ງ​ທີ່​ສາມາດ​ກະທົບໃສ່​ເຂົາ ໃນການ​ຕອບສະໜອງ​ຕໍ່ສຽງ​ນັ້ນ ເຊັ່ນ: ໄລຍະ​ເວລາ​ຂອງ​ມື້, ຄວາມຫິວ ຫຼື ວ່າ ລູກຂອງ​ທ່ານ​ຮູ້ສຶກ​ຄື​ແນວໃດ ໃນມື້ນັ້ນ. ການເປັນໄຂ້​ໜາວ ແລະ ຫູ​ມີການ​ຕິດເຊື້ອ​ກໍ່ສາມາດ​ສົ່ງຜົນ​ກະທົບ​ຕໍ່ການຟັງ​ຂອງເດັກ​ໃນໄລຍະ​ຊົ່ວຄາວ​ໄດ້.

ການ​ກວດສອບ​ສຽງເວົ້າ​ທີ່ ແອນ້ອຍ ແລະ ເດັກ​ສາມາດ​ໄດ້ຍິນ

ໃນການ​ກວດສອບ​ພາສາຄຳ​ເວົ້າ ແທນທີ່​ຈະສັ່ນ​ກະປ໋ອງ ເພື່ອສ້າງ​ສຽງຂຶ້ນ, ຜູ້​ທົດສອບ ຜັດ​ຕ້ອງສ້າງ​ສຽງຂຶ້ນ​ດ້ວຍສຽງ​ຂອງເຂົາ​ເອງ.

ໃນການ​ທົດສອບ​ດັ່ງກ່າວ​ນີ້ ທ່ານຈະ​ໃຊ້ສຽງ​ຄື:

  1. ສຽງ “ມມມ໌…” (ສຽງຕ່ຳ)
  2. ສຽງ “ໂອ…” (ສຽງກາງ)
  3. ສຽງ “ສສສ໌...” (ສຽງສູງ)
    (ເບິ່ງ​ໜ້າທີ 49 ວິທີ​ອອກສຽງ)


ສຽງ​ທີ່​ເປົານັ້ນ ຄວນຈະ​ໃຫ້ມັນ​ຄ່ອຍ​ເທົ່າທີ່​ຈະເປັນ​ໄປໄດ້. ບອກໃຫ້​ຄົນທີ່​ປົກກະຕິ​ຟັງທ່ານ ແລະ ບອກທ່ານ ເມື່ອເຂົາ​ສາມາດ​ໄດ້ຍິນ​ສຽງ​ທີ່ທ່ານ​ເວົ້າ​ອອກໄປ​ຢ່າງ​ເບົາໆ​ນັ້ນ.

A man stands behind his wife and child and makes a sound.
“ສສສ໌…”

ການ​ທົດສອບ​ແບບນີ້​ແມ່ນ​ເຮັດແບບ​ວິທີ​ດຽວກັນ​ກັບການ​ທົດສອບ​ຄວາມດັງ​ ຂອງສຽງ​ ແລະ​ ລະດັບ​ຂອງສຽງ. ທ່ານ​ອາດຈະ​ເລີ່ມດ້ວຍ​ລະດັບ​ສຽງຕ່ຳ​ທີ່ສຸດ “ມມມ໌…” ໂດຍສ້າງ​ເປັນສຽງ​ເບົາໆ ໃນໄລຍະ​ເວລາ 3 ຫາ 4 ວິນາທີ, ທີ່ຢູ່​ທາງ​ເບື້ອງຫຼັງ​ຫູ​ເບື້ອງຊ້າຍ​ຂອງເດັກ. ແລ້ວ​ສືບຕໍ່​ເຮັດ​ວິທີ​ເດີມ ຈາກສຽງ​ທີ່​ຄ່ອຍ​ເປັນສຽງ​ທີ່​ແຮງຂຶ້ນ, ຈາກຫູ​ເບື້ອງຊ້າຍ​ໄປຫາ​ຫູ​ເບື້ອງຂວາ, ຈາກລະດັບ​ສຽງຕ່ຳ​ໄປຫາ​ລະດັບ​ສຽງສູງ. ແຕ່ຕ້ອງ​ລະມັດ​ລະວັງ​ບໍ່ເພີ່ມ​ລະດັບ​ຂອງສຽງ​ໃນຂະນະ​ທີ່ທ່ານ​ເພີ່ມຄວາມ​ດັງ​ຂອງສຽງ​ຂຶ້ນ.

ການ​ມີສ່ວນຮ່ວມ​ຂອງເດັກ

ເດັກ​ສາມາດ​ມີ​ບົດບາດ​ສຳຄັນ​ໃນການ​ຊ່ວຍເຫຼືອ​ການ​ກວດສອບ​ຄວາມອາດ​ສາມາດ​ ໃນການ​ຟັງ​ຂອງ​ອ້າຍ ​ຫຼື ນ້ອງຊາຍ, ເອື້ອຍ ຫຼື ນ້ອງສາວ ແລະ ເດັກ​ຄົນ​ອື່ນໆໃນ​ຊຸມຊົນ.

ວິທີການ​ກວດສອບ​ເດັກ​ທາລົກ​ອາຍຸ 4 ເດືອນ ແລະ​ເດັກ​ໃຫຍ່ກວ່າ

A girl shakes a rattle at her baby brother, who is crawling away from her.
  • ເຮັດສຽງ​ດັງກ້ອງ​ຈາກ​ກະປ໋ອງ ຫຼື ນ້ໍາເຕົ້າ​ທີ່ມີ​ໝາກຫີນ​ນ້ອຍຢູ່​ເບື້ອງໃນ. ໂດຍທີ່​ເດັກ​ຄືບຄານ​ເຂົ້າມາ​ທາງຫຼັງ​ຂອງເດັກ​ແດງ​ຢ່າງ​ເບົາໆ. ຈົ່ງ​ແນ່ໃຈ​ສະເໝີ​ວ່າ ເດັກ​ບໍ່​ແນມເຫັນ​ກ່ອນ.ສັ່ນ​ໃຫ້ເກີດ​ສຽງກ້ອງ​ທີ່ຢູ່​ທາງ​ເບື້ອງຫຼັງ​ຂອງເຂົາ, ເຊິ່ງ​ທຳອິດ​ແມ່ນ​ເລີ່ມຈາກ​ເບື້ອງໃດ​ເບື້ອງໜຶ່ງ​ສາກ່ອນ ແລ້ວ​ປ່ຽນໄປ​ເບື້ອງອື່ນ​ຕໍ່. ຈົ່ງ​ສັງເກດ​ເບິ່ງວ່າ​ແອນ້ອຍ​ຕື່ນ​ຕົກໃຈ.
A girl speaks to her baby sister, who lies face down.
ມາລີ!
  • ເອີ້ນຊື່​ເດັກ​ທາລົກ​ຈາກ​ຫຼາຍໆອບ່ອນອທີ່ບໍ່​ຊ້ຳກັນ​ຢູ່ ໃນຫ້ອງ. ພ້ອມ​ສັງເກດ​ເບິ່ງວ່າ​ເຂົາ ຕອບສະໜອງ​ຕໍ່ວິທີ​ໃດໜຶ່ງ.

ວິທີການ​ກວດສອບ​ຄວາມ​ສາມາດ​ໃນການຟັງ​ຂອງ​ເດັກນ້ອຍ

ການ​ຫຼິ້ນເກມ: ໂຕສັດນັ້ນແມ່ນ​ໂຕຫຍັງ? ໃຫ້ເດັກ​ຄົນໜຶ່ງ​ເປັນຜູ້ເວົ້າ ໂດຍ​ໃຫ້ເຂົາ​ຢືນ​ຫ່າງຈາກ​ແຖວ​ຂອງ​ເດັກນ້ອຍ​ໃນ​ໄລຍະຫ່າງ 4 ແມັດ. ຢູ່​ເບື້ອງຫຼັງ​ຂອງເດັກ​ແຕ່ລະຄົນ​ຈະມີ​ເດັກ​ຜູ້ທີ່​ໃຫຍ່ກວ່າ​ທີ່​ຖືປື້ມ ແລະ ສໍດຳ.

3 small children stand facing an older child; another older child stands behind each small child.
ແມວ
ຜູ້​ເວົ້າ

ທຳອິດ, ຜູ້ເວົ້າ​ໃຊ້ສຽງ​ແຮງຫຼາຍ​ໃນການ​ເອີ້ນ ຊື່ຂອງ​ສັດ​ທົ່ວໄປ. ເດັກນ້ອຍ​ຈະກະຊິບ​ບອກ ຊື່​ສັດ​ທີ່

ພວກເຂົາ​ໄດ້ຍິນ​ໃຫ້ແກ່​ຄູ່​ຂອງ​ພວກເຂົາ ທີ່ມີ​ອາຍຸ​ຫຼາຍກວ່າ​ນັ້ນ. ເດັກ​ຜູ້ທີ່​ໃຫຍ່ກວ່າ​ນັ້ນ​ ກໍ່ຈະ​ຂຽນລົງ ໃສ່​ແຜ່ນເຈ້ຍ.

ຕໍ່ຈາກນັ້ນ ຜູ້ເວົ້າ​ກໍ່​ສືບຕໍ່​ເວົ້າຊື່​ສັດ​ອື່ນໆ. ເຊິ່ງ​ການເວົ້າ​ແຕ່ລະຄັ້ງ​ຕ້ອງ​ມິດງຽບ​ຈົນກວ່າ​ທີ່ເດັກ​ນັ້ນ ໄດ້​ກະຊິບ​ບອກຄູ່​ຂອງເຂົາ​ແລ້ວ ແລະ ເດັກ​ຜູ້ທີ່​ຢືນຢູ່​ເບື້ອງຫຼັງ ກໍ່ຈະ​ຈົດ​ທຸກໆ​ຊື່​ຂອງສັດ​ທີ່ເດັກ​ບອກ​ໃຫ້ຂຽນ.

ຫຼັງຈາກ​ຜູ້ທີ່​ເວົ້ານັ້ນ ໄດ້ເວົ້າ​ຊື່​ຂອງສັດ​ຮອດ 10 ຊື່ແລ້ວ. ເອົາ​ຄຳເວົ້າ​ຂອງເດັກ​ທີ່ບອກ​ໃຫ້ຂຽນ ລົງ​ໃສ່ເຈ້ຍ​ນັ້ນມາ​ປຽບທຽບ​ກັນ, ມີເດັກ​ຄົນໃດ​ບໍ່​ທີ່ບໍ່​ໄດ້ຍິນ​ຄຳສັບ​ເທົ່າທຽມ​ກັບ​ຄົນອື່ນ ຫຼື ບໍ່​ໄດ້ຍິນ​ຊື່​ສັດ​ເຫຼົ່ານັ້ນ​ຢ່າງ​ຖືກຕ້ອງ ເຊິ່ງ​ເຂົາອາດ​ເປັນຜູ້​ທີ່ມີ​ບັນຫາ​ທາງຫູ​ໄດ້.