Hesperian Health Guides

ການ​ກວດສອບ​ນັ້ນ​ສາມາດ​ເຮັດ​ໃນສູນ​ສຸຂະພາບ​ໄດ້

ຢູ່ໃນພາກນີ້:

A health worker using a machine to test a child's hearing.

ຄຣີນິກ ຫຼື ສູນ​ສຸຂະພາບ ອາດຈະ​ສາມາດ​ທົດສອບ​ຄວາມ​ສາມາດ​ໃນການ​ໄດ້ຍິນ​ຂອງລູກ​ທ່ານ​ໄດ້. ການ​ທົດສອບ​ປະເພດ​ນີ້ ແມ່ນມີ​ຜົນປະໂຫຍດ​ຫຼາຍ, ຖ້າທ່ານ​ຫາກ​ຄິດວ່າ ລູກ​ຂອງທ່ານ​ມີບັນຫາ ໃນການ​ຟັງ​ແຕ່ທ່ານ​ບໍ່ຈຳເປັນ​ບອກວ່າ​ມີສຽງ​ປະເພດໃດ​ແດ່ ທີ່ລູກ​ຂອງທ່ານ​ສາມາດ​ໄດ້ຍິນ ຖ້າວ່າ​ມີ.

ຖ້າໂຊກ​ບໍ່ດີ, ຄຣີນິກ​ທີ່​ສາມາດ​ຟັງ​ໄດ້ນັ້ນ ອາດຈະ​ຢູ່​ຫ່າງໄກ ຫຼື ມີ​ລາຄາ​ແພງ​ເກີນໄປ. ແຕ່ການ​ທົດສອບ​ຂອງຜູ້​ຊ່ຽວຊານ​ນັ້ນ ຈະມີ​ຄວາມ​ຈຳເປັນ​ຫຼາຍ ຖ້າລູກ​ຂອງທ່ານ​ຈະໃຊ້​ເຄື່ອງຊ່ວຍ​ໃນ​ການຟັງ.

ຖ້າຫາກ​ທ່ານ​ໄດ້ມີ​ການ​ກວດສອບ​ຄວາມ​ສາມາດ​ໃນ​ການຟັງ​ໃນ​ສະຖານທີ່ ທີ່ເຂົາ​ຄຸ້ນເຄີຍ​ນັ້ນ. ເຂົາອາດ​ຈະ​ຮູ້ສຶກ​ຢ້ານ​ໜ້ອຍລົງ ແລະ ເຂົາ​ກໍ່ຈະ​ມີຄວາມ​ເຂົ້າໃຈ​ຫຼາຍຂຶ້ນ​ກ່ຽວກັບ​ສິ່ງ​ທີ່ເຂົາ​ຖືກບອກ​ໃຫ້ເຮັດ. ເບິ່ງຂໍ້ມູນເພີ່ມຕື່ມໄດ້ໃນເຄື່ອງ​ຊ່ວຍ​ໃນ​ການຟັງ.

ຈະເຮັດ​ແນວໃດ​ກັບ​ຂ້ໍມູນ​ດັ່ງກ່າວ​ນີ້

ຖ້າຫາກ​ລູກ​ຂອງທ່ານ​ສາມາດ​ໄດ້ຍິນສຽງ​ຈຳນວນໜຶ່ງ, ທ່ານ​ສາມາດ​ຊ່ວຍເຂົາ​ຮຽນຮູ້ ໃຊ້​ທັກສະ​ການຟັງ​ຂອງເຂົາ​ໃຫ້ດີຂຶ້ນ​ກວ່າເກົ່າ. ຈົ່ງເບິ່ງ​ໃນບົດ​ຕໍ່ໄປ​ໃນການ​ພັດທະນາ​ທັກສະ​ການຟັງ. ຫຼັງຈາກ​ທີ່ໄດ້​ເຮັດວຽກ​ກ່ຽວກັບ​ທັກສະ​ການຟັງ​ຂອງລູກ​ຂອງທ່ານ​ເປັນເວລາ​ປະມານ 6 ເດືອນ​ແລ້ວ, ຖ້າຫາກ​ຜົນ​ຂອງມັນ​ຍັງ​ຄືເກົ່າ, ຈົ່ງ​ກວດສອບ​ການຟັງ​ຂອງເຂົາ​ຄືນອີກ.