Hesperian Health Guides

ສຽງໃດແດ່ທີ່ລູກຂອງທ່ານສາມາດໄດ້ຍິນ?

ຢູ່ໃນພາກນີ້:

ຖ້າຫາກ​ລູກ​ຂອງທ່ານ​ສາມາດ​ໄດ້ຍິນ​ພຽງເລັກ​ໜ້ອຍ​ແລ້ວ, ຈົ່ງ​ພະຍາຍາມ​ຊອກຮູ້ວ່າ ມີສຽງ​ໃດແດ່​ທີ່ເຂົາ​ສາມາດ​ໄດ້ຍິນ ເຊິ່ງມັນ​ຈະສາມາດ​ຊ່ວຍທ່ານ​ໄດ້ຫຼາຍ. ເມື່ອທ່ານ​ມີຄວາມຮູ້​ຫລາຍ​ກ່ຽວກັບ​ຄວາມສາມາດ​ໃນການ​ຮັບຮູ້​ທາງຫູ​ຂອງລູກ​ທ່ານ ມັນຈະ​ເປັນຜົນດີ. ເພາະວ່າ ທ່ານຈະ​ສາມາດ​ສື່ສານ​ໃນ​ວິທີ​ທີ່ເຂົາ​ສາມາດ​ເຂົ້າໃຈ​ໄດ້.

ການ​ສັງເກດ​ວ່າ​ລູກ​ຂອງທ່ານ ຕອບສະໜອງ​ຕໍ່ສຽງ​ແນວໃດ

ເປັນການ​ຍາກຫຼາຍ​ທີ່ຈະ​ຮູ້ວ່າ ເມື່ອໃດ​ເດັກ​ຈຶ່ງ​ສາມາດ​ໄດ້ຍິນ​ສຽງ ໂດຍ​ສະເພາະ​ ກັບເດັກ​ອ່ອນ, ແຕ່ທ່ານ​ຈະຮູ້​ຖ້າຫາກ​ລູກ​ຂອງທ່ານ​ໄດ້ຍິນສຽງ ເພາະວ່າ​ເຂົາ​ອາດຈະ:

A woman shakes a rattle beside her baby.
ບາ!
  • ເຄື່ອນເໜັງ​ແຂນ ແລະ ຂາ​ຂອງເຂົາ.
  • ປ່ຽນຮູບ​ລັກສະນະ​ໃບໜ້າ​ຂອງ​ພວກເຂົາ.
  • ຢຸດນິ້ງ​ບໍ່​ເຄື່ອນໄຫວ.
  • ສ້າງສຽງ​ຂອງເຂົາ​ອອກມາ
  • ຍິ້ມ ຫຼື ຫົວ.
  • ຫັນໄປ​ຫາສຽງ​ດັງ​ດັ່ງກ່າວ​ນັ້ນ ຫຼື ອຽງຫູ​ຂອງເຂົາ ເພື່ອຟັງ​ສຽງນັ້ນ.
  • ສະດຸ້ງ​ຕົກໃຈ, ມືນຕາ​ກວ້າງ ຫຼື ກະພິບຕາ.

ລູກ​ຂອງທ່ານ​ຄ້າຍຄື​ກັບວ່າ​ໄດ້ຍິນ​ສຽງ​ໃດ​ສຽງໜຶ່ງ​ຫຼືບໍ?

ການ​ຊອກຮູ້​ວ່າ​ມີສຽງ​ໃດແດ່​ທີ່ເດັກ​ສາມາດ​ໄດ້ຍິນ​ນັ້ນ ຈ່ົງ​ພະຍາຍາມ​ສັງເກດ​ເຂົາ​ຢ່າງ​ໃກ້ຊິດ​ໃນ​ຕະ ຫຼອດວັນ ແລະ ຖາມ​ຕົນເອງ​ວ່າ:

  • ເຂົາ​ສາມາດ​ໄດ້​ຍິນສຽງ​ລະດັບ​ສຽງສູງ ຫຼື ສຽງ​ລະດັບ​ສຽງຕ່ຳ​ໄດ້​ເກືອບ​ທັງໝົດ ຫຼື ເປັນສຽງ​ທີ່ມີ​ການປະສົມ​ປະສານ​ຂອງ​ທັງສອງ​ສຽງ​ນັ້ນ?
  • ເຂົາ​ສາມາດ​ໄດ້ຍິນ​ເປັນ​ບາງເວລາ​ບໍ?
  • ເຂົາ​ສາມາດ​ໄດ້ຍິນ​ພຽງແຕ່​ຢູ່ໃນ​ຫ້ອງ​ທີ່​ມິດງຽບ​ບໍ?
  • ເຂົາ​ສາມາດ​ໄດ້ຍິນ​ແຕ່ສຽງ​ທີ່ດັງ​ເທົ່ານັ້ນ​ບໍ?
A woman and her child sit on the floor and knock down toy blocks.
A woman and her child sit together beside a stack of blocks; another woman and her son talk nearby.
ເມື່ອ​ຫ້ອງມິດ​ງຽບ ໂກຟີ ສາມາດ​ໄດ້ ຍິນສຽງ​ຂອງຮູບ​ກັບທີ່​ຕົກລົງ​ມາ​ໄດ້. ໂກຟີ ອາດຈະ​ບໍ່​ສາມາດ​ໄດ້ຍິນ​ສຽງ​ຮູບ​ກັບ​ທີ່ຕົກ ລົງມາໄດ້ ໃນເມື່ອມີສຽງອື່ນລົບກວນຢູ່ໃນຫ້ອງ.

ການ​ກວດສອບ​ຄວາມ​ສາມາດ​ໃນການ​ຟັງ​ຂອງເດັກ​ຢູ່ເຮືອນ

ມັນມີ​ຄວາມ​ຫຍຸ້ງຍາກ​ໃນການ​ກວດສອບ​ຄວາມ​ສາມາດ​ໃນການ​ຟັງ​ຂອງເດັກ​ນ້ອຍ. ແຕ່​ຖ້າຫາກ​ເມື່ອໃດ​ທີ່ທ່ານ​ໄດ້​ວາງແຜນ​ທີ່ຈະໃຫ້​ຜູ້​ຊ່ຽວຊານ​ກວດສອບ​ຄວາມ​ສາມາດ​ໃນການ​ຟັງ​ຂອງລູກ​ຂອງທ່ານ​ແລ້ວ, ມັນຈະ​ມີສ່ວນ​ຊ່ວຍໄດ້​ຫຼາຍ ຖ້າທ່ານ​ຫາກ​ສາມາດ​ກວດສອບ​ຄວາມ​ອາດ​ສາມາດ​ໃນການ​ຟັງ​ຂອງລູກ​ທ່ານ​ກ່ອນ. ຕໍ່ຈາກ​ນັ້ນ ທ່ານເອງ​ກໍ່​ສາມາດ​ທີ່ຈະ​ໃຫ້​ຂ້ໍມູນ​ແກ່​ຜູ້ຊ່ຽວຊານ​ນັ້ນ​ໄດ້ ແລະ ທ່ານ​ເອງ​ກໍ່​ຈະສາມາດ​ເຂົ້າໃຈ​ໄດ້ດີ​ຂຶ້ນວ່າ​ ຜູ້​ຊ່ຽວຊານ​ຈະເຮັດ​ຫຍັງ​ກັບລູກ​ຂອງທ່ານ.

ເຊັ່ນດຽວ​ກັບການ​ກວດສອບ​ການຟັງ​ຢູ້​ໃນເຮືອນ​ເຊິ່ງ​ເປັນບ່ອນ​ທີ່ມີ​ຄວາມ​ເປັນ​ອິດສະຫຼະ ແລະ ນຳໃຊ້​ວັດຖຸ​ອຸປະກອນ​ທີ່ຫາໄດ້ງ່າຍ ແລະ ໃນການ​ກວດສອບ​ດ້ວຍ​ຕົນເອງ​ກໍ່ຈະ​ເຮັດໃຫ້​ທ່ານ​ມີຄວາມ​ໝັ້ນໃຈ​ຫຼາຍຂຶ້ນ ໃນການ​ຕັດສິນໃຈ​ກ່ຽວກັບ​ການ​ພັດທະນາ ແລະ ການດູ​ແລ​ລູກ​ຂອງທ່ານ ແລະ ມັນຍັງ​ເປັນ​ວິທີ​ທີ່ດີ​ສຳລັບ​ໝູ່ເພື່ອນ ແລະ ສະມາຊິກ​ໃນ​ຄອບຄົວ​ທີ່ຈະ​ມີສ່ວນຮ່ວມ​ຫຼາຍຂຶ້ນ​ໃນການ​ເຮັດໃຫ້​ລູກ​ຂອງທ່ານ​ຮຽນຮູ້​ໃນການ​ສື່ສານ.

A man kneels down before his daughter.

ຈົ່ງຈຳ​ໄວ້​ສະເໝີວ່າ ລູກ​ຂອງທ່ານ​ອາດຈະ​ຕອບ​ສະໜອງ​ຕໍ່:

  • ສິ່ງທີ່​ເຂົາ​ໄດ້ເຫັນ, ນີ້ບໍ່​ໄດ້​ໝາຍເຖິງ​ສຽງ.
  • ການ​ສັ່ນສະເທືອນ​ທີ່​ສາມາດ​ສ້າງຂຶ້ນ​ມາ​ນັ້ນ.
  • ການ​ສະແດງ​ສີໜ້າ ຫຼື ພາສາ​ມື​ຂອງ​ທ່ານ.


ແລະ ລູກ​ຂອງທ່ານ​ອາດຈະ​ບໍ່ຕອບ​ສະໜອງ​ເລີຍ​ຖ້າຫາກ:

  • ເຂົາຍັງ​ຫຍຸ້ງ​ຢູ່​ກັບການ​ເຮັດສິ່ງ​ອື່ນ.
  • ເຂົາ​ເຈັບປ່ວຍ ຫຼື ມີ​ອາການ​ຕິດເຊື້ອ​ຂອງຫູ.
  • ເຂົາຫາກ​ອິດເມື່ອຍ, ເບື່ອ ຫຼື ອາລົມ​ບໍ່ດີ.