Hesperian Health Guides

ວິທີ​ໃນການ​ຮັກສາ​ເຄື່ອງຊ່ວຍ​ໃນການ​ຟັງ

ຢູ່ໃນພາກນີ້:

ຖ້າ​ໄດ້ຮັບ​ການ​ຮັກສາ​ເປັນປົກກະຕິ, ເຄື່ອງຊ່ວຍ​ໃນການ​ຟັງ​ຈະໃຊ້​ໄດ້ດົນ ແລະ ໃຫ້ສຽງ ທີ່​ຈະແຈ້ງ ແລະ ຊັດເຈນ.

ສິ່ງ​ຕໍ່ໄປນີ້​ແມ່ນ​ເຄັດລັບ​ຈຳນວນໜຶ່ງ ສຳລັບ​ການໃຊ້​ເຄື່ອງຊ່ວຍ​ໃນການ​ຟັງ​ທີ່ດີ

  • ຮັກສາ​ເຄື່ອງຊ່ວຍ​ໃນການ​ຟັງ​ນັ້ນ ໃຫ້ຢູ່​ຫ່າງໄກ​ຈາກ​ອຸປະກອນ​ການໃຊ້​ໄຟຟ້າ ເຊັ່ນ: ຕູ້ເຢັນ ແລະ ໂທລະທັດ.
  • ບໍ່ໃຫ້​ເຄື່ອງຊ່ວຍ​ໃນການ​ຟັງ​ນັ້ນຢູ່​ໃນ​ອຸນຫະພູມ​ທີ່ຮ້ອນ​ຫຼາຍ ຫຼື ເຢັນຫຼາຍ
  • ຈົ່ງ​ຮັກສາ​ໃຫ້ມັນ​ແຫ້ງ​ຢູ່​ສະເໝີ, ເພາະວ່າ​ເຫື່ອ ຫຼື ນ້ໍາ​ສາມາດ​ທຳລາຍ​ເຄື່ອງຊ່ວຍ​ໃນ ການ​ຟັງ. ໃນເວລາ​ຕອນ​ກາງເວັນ ແມ່ນໃຫ້​ພະຍາຍາມ​ເຊັດເຫື່ອ ຫຼື ຄວາມຊຸ່ມ​ອອກ, ຈົ່ງປົດ ເຄື່ອງຊ່ວຍ​ໃນການ​ຟັງ​ອອກກ່ອນ​ທີ່ຈະ​ອາບນ້ໍາ ຫຼື ລອຍນ້ໍາ ຫຼື ໃນເວລາ​ທີ່​ຕາກຝົນ. ໃນເວລາ​ກາງຄືນ ໃຫ້ເອົາ​ເຄື່ອງຊ່ວຍ​ໃນການ​ຟັງ​ເຂົ້າໄວ້​ໃນ​ພາຊະນະ​ບັນຈຸ​ແພນຸ້ມ​ທີ່ມີ​ສານ​ດູດຊຶມ​ຄວາມ​ຊຸ່ມຊື່ນ ບໍ່​ໃຫ້ໃຊ້​ນ້ໍາຫອມ ຫຼື ສະເປ​ທຸກທປະເພດ ສິດໃສ່​ເຄື່ອງຊ່ວຍ​ໃນການ​ຟັງ​ດັ່ງກ່າວ.


A woman speaking to her little boy as they clean a hearing aid.
ພວກເຮົາ​ຜັດມັນ​ດ້ວຍ ຜ້າ​ດຽວນີ້​ເທາະ!

ການ​ທຳຄວາມ​ສະອາດ

  • ໃຊ້ແພ​ທີ່ນຸ້ມ ແລະ ແຫ້ງດີ ໃນການ​ທຳຄວາມ​ສະອາດມັນ, ບໍ່​ໃຫ້ໃຊ້​ທາດແຫຼວອໃດໆ ທັງໝົດ​ທຳຄວາມ​ສະອາດ.


ເປົ້າຟັງ

  • ກວດເບິ່ງ​ຂີ້ຫູ​ທີ່​ຢູ່ໃນ​ເປົ້າຟັງ​ນັ້ນ​ຢ່າງ​ເປັນປົກກະຕິ.
  • ທຳຄວາມ​ສະອາດ​ເປົ້າຟັງ​ດ້ວຍ​ນ້ໍາອຸ່ນ.


ຖ່ານ (Battery)

  • ການທີ່​ຈະເຮັດ​ໃຫ້ຖ່ານ​ໃຊ້​ໄດ້ດົນ​ນັ້ນ ໃຫ້ປິດ​ເຄື່ອງຊ່ວຍ​ໃນການ​ຟັງ ເມື່ອ​ບໍ່ໄດ້​ໃຊ້ງານ ແລ້ວ.
  • ຈົ່ງ​ຮັກສາ​ໃຫ້ຖ່ານ​ນັ້ນ​ສະອາດ ແລະ ເອົາ​ເຄື່ອງຊ່ວຍ​ໃນການ​ຟັງ​ນັ້ນອອກ ເມື່ອ​ບໍ່ໄດ້​ໃຊ້​ ເປັນເວລາ​ດົນນານ, ຕົວຢ່າງ: ຕອນທີ່​ເດັກນອນ​ຕອນ​ກາງຄືນ.
  • ປ່ຽນຖ່ານ​ເປັນປົກກະຕິ, ໃຫ້​ກວດເບິ່ງ ເມື່ອຮອດ​ເວລາ​ປ່ຽນຖ່ານ​ແລ້ວ ດ້ວຍການ​ເປີດ​ໃຫ້ຢູ່​ໃນລະດັບ​ສຽງ​ທີ່​ສູງສຸດ, ຖ້າຫາກ​ສຽງ​ຂອງ​ນົກບິນ​ຍັງ​ສາມາດ​ໄດ້ຍິນ ແມ່ນ​ຖືວ່າ ຖ່ານ​ດັ່ງກ່າວ​ນັ້ນ​ຍັງ​ສາມາດ​ໃຊ້ໄດ້. ແຕ່​ຖ້າຫາກ​ບໍ່ດັ່ງ​ນັ້ນ ກໍ່​ໝາຍວ່າ ມັນ​ເຖິງເວລາ​ທີ່​ຈະຕ້ອງ​ປ່ຽນຖ່ານ​ໃໝ່​ແລ້ວ. ຖ້າຫາກ​ຖ່ານ​ສູນເສຍ​ພະລັງງານ​ໄປ​ຢ່າງ​ຜິດປົກກະຕິ ມັນອາດ​ຈະເປັນ​ສັນຍານ​ເຖິງ​ບັນຫາ​ທີ່ຈະ​ເກີດຂຶ້ນ​ກັບ​ເຄື່ອງຊ່ວຍ​ໃນການ​ຟັງ.
  • ຈົ່ງຮັກສາ​ຖ່ານ​ໄວ້​ໃນບ່ອນ​ທີ່ມີ​ອາກາດ​ເຢັນ, ແຫ້ງ​ໃຫ້​ນຳເອົາ​ຖ່ານ​ທີ່​ເກັບມ້ຽນ​ໃນ​ຕູ້ເຢັນ​ນັ້ນ ໄປ​ໃນຫ້ອງ​ທີ່ມີ​ອຸນຫະພູມ​ທີ່ສູງ​ເສຍກ່ອນ, ກ່ອນທີ່​ຈະ​ໃຊ້ງານ.

ຈົ່ງ​ພະຍາຍາມ​ນຳເອົາ​ເຄື່ອງຊ່ວຍ​ໃນການ​ຟັງ​ໄປກວດກາ​ໃນຄີນິກ​ທີ່​ກ່ຽວຂ້ອງ​ກັບ​ເຄື່ອງຊ່ວຍ​ໃນການ​ຟັງ​ ຫຼື ຫ້າງຮ້ານ​ຕ່າງໆ ຕາມໄລຍະ​ເວລາ​ທີ່​ກຳນົດ​ໃຫ້.

ເຄື່ອງຊ່ວຍ​ໃນການ​ຟັງ​ນັ້ນ ອາດ​ຈະຕ້ອງ​ໄດ້ຮັບ​ການ​ສ້ອມແປງ, ຕາມປົກກະຕິ​ແລ້ວ ການ​ສ້ອມແປງ​ນັ້ນ ສາມາດ​ເຮັດໄດ້​ໃນສະເພາະ​ບັນດາ​ຕົວເມືອງ​ໃຫຍ່​ເທົ່ານັ້ນ. ແຕ່​ອົງການ​ເດັກ​ພິການ​ທາງຫູ ໄດ້ເລີ່ມ​ມີການ​ເຝິກອົບຮົມ​ໃຫ້ແກ່​ຄົນ​ພິການ​ທາງຫູ ໂດຍປະກອບ​ມີການ​ສ້າງ​ເປົ້າຟັງ ແລະ ສ້ອມແປງ​ເຄື່ອງຊ່ວຍ​ໃນ ການ​ຟັງ.

ບັນຫາ ແລະ ການ​ແກ້ໄຂ​ບັນຫາ​ທົ່ວໄປ ສຳລັບ​ເຄື່ອງຊ່ວຍ​ໃນການ​ຟັງ

ຈົ່ງໃຊ້​ລາຍການ​ຕໍ່ໄປນີ້ ຊ່ວຍທ່ານ​ໃນການ​ກວດສອບ ແລະ ສ້ອມແປງ​ບາງບັນຫາ​ທີ່ທຳມະດາທີ່ມັກ​ເກີດຂຶ້ນ​ກັບ​ເຄື່ອງຊ່ວຍ​ໃນການ​ຟັງ, ຖ້າຫາກ​ເຄື່ອງຊ່ວຍ​ໃນການ​ຟັງ​ດັ່ງກ່າວ ຍັງບໍ່ທັນ​ເຮັດວຽກ, ມັນອາດ​ຈະຕ້ອງ​ໄດ້ຮັບ​ການ​ສ້ອມແປງ.