Hesperian Health Guides

ພາກ​ພະນວກ II: ແຜນວາດ​ສະແດງການ​ພັດທະນາ​ຂອງ​ເດັກ

ຂໍ້ມູນສຸຂະພາບ > ການຊ່ວຍເຫຼືອເດັກນ້ອຍຫູໜອກ > ພາກ​ພະນວກ II: ແຜນວາດ​ສະແດງການ​ພັດທະນາ​ຂອງ​ເດັກ

ຢູ່ໃນພາກນີ້:

ວິທີການ​ໃຊ້​ແຜນວາດ ການ​ພັດທະນາ​ຂອງເດັກ​ເຫຼົ່ານີ້

ການ​ພັດທະນາ​ຂອງເດັກ​ແມ່ນ​ຈະຢູ່​ໃນ​ຂົງເຂດ: ທາງດ້ານ​ຮ່າງກາຍ (ຮ່າງກາຍ), ທາງດ້ານ​ສະຕິ​ປັນ ຍາ (ຈິດໃຈ), ທາງດ້ານ ການສື່ສານ (ການສັນຍະລັກ ຫຼື ການເວົ້າ) ແລະ ທາງດ້ານ ສັງຄົມ (ການສ້າງ​ສາຍ​ພົວພັນ​ກັບ​ຄົນອື່ນ). ການກະທຳ​ໃດໜຶ່ງ ທີ່ເດັກ​ສະແດງ​ອອກ​ເລື້ອຍໆ​ນັ້ນ, ແມ່ນ​ລວມຢູ່​ໃນບັນດາ​ທັກສະ​ທີ່​ມາຈາກ​ໃນ​ຂົງເຂດ​ນັ້ນ. ຕົວຢ່າງ ເຊັ່ນ:

A baby standing and holding up his arms.

ເມື່ອເດັກ​ໄດ້​ຊູແຂນ​ຂອງ ເຂົ້າ​ຂຶ້ນ​ນັ້ນ, ເຂົາຕ້ອງ​ໄດ້ໃຊ້:

  • ທັກສະ​ທາງດ້ານ​ຮ່າງກາຍ: ຄືເຂົາ​ໄດ້​ຍົກແຂນ​ຂອງເຂົາ​ຂຶ້ນ.
  • ທັກສະ​ທາງດ້ານ​ສະຕິປັນຍາ: ເຂົາ​ສາມາດ​ຈື່ທ່ານ
  • ທັກສະ​ທາງດ້ານ​ການ​ສື່ສານ: ເຂົາ​ບອກທ່ານ​ວ່າ​ເຂົາ​ຕ້ອງການ​ຫຍັງ.
  • ທັກສະ​ສັງຄົມ: ເຂົາ​ມີຄວາມ​ມ່ວນຊື່ນ ກັບສິ່ງ​ທີ່ທ່ານ​ເຮັດ​ຂຶ້ນມາ.


ແຜນວາດ​ທີ່​ຢູ່ໃນ​ໜ້ານີ້ ສະແດງ​ໃຫ້ເຫັນ​ທາງດ້ານ​ທັກສະ​ທີ່ເດັກ​ຮຽນຮູ້​ໃນໄວ​ອາຍຸ​ທີ່່ ເດັກ​ເກືອບ​ທຸກຄົນ​ໄດ້​ຮຽນຮູ້. ທ່ານ​ສາມາດ​ໃຊ້​ແຜນວາດ​ດັ່ງກ່າວ​ນີ້ ເພ່ືອເອົາ​ຂ້ໍມູນ​ທົ່ວໄປ​ກ່ຽວກັບ​ວ່າ ລູກ​ຂອງທ່ານ​ມີການ​ພັດທະນາ​ແລ້ວ​ໃດ ແລະ ຊ່ວຍທ່ານ​ໃນການ​ຕັດສິນໃຈ​ວ່າ​ມີ​ທັກສະ​ໃດແດ່ ທີ່​ລູກ​ຂອງທ່ານ​ຕ້ອງການ​ຮຽນຮູ້.


Images of a child at 6 months, 12 months, and 2 years.
6
ເດືອນ
12
ເດືອນ
2
ປີ
ແຜນວາດ​ໄດ້​ສະແດງ​ໃຫ້ເຫັນ​ວ່າ ທັກສະ​ທາງດ້ານ​ຮ່າງກາຍ ຂອງເດັກ ໄດ້​ມີການ​ປ່ຽນແປງ​ຄື​ແນວໃດ ເມື່ອ​ພວກເຂົາ​ເຕີບໂຕ​ຂຶ້ນ.

ຈະຮູ້​ໄດ້​ແນວໃດ​ວ່່າ​ມີ​ທັກສະ​ໃດແດ່ ທີ່ລູກ​ຂອງທ່ານ​ຕ້ອງການ​ທີ່ຈະ​ຮຽນຮູ້

ພິສູດ​ດ້ວຍການ​ເຮັດ​ແຜນວາດ ສຳລັບ​ກຸ່ມ​ເດັກນ້ອຍ​ຜູ້ທີ່​ມີ​ອາຍຸ​ໃກ້ຄຽງ​ກັບ​ລູກ​ຂອງທ່ານ. ໃນ​ແຜນວາດ ໃຫ້​ຂີດອ້ອມ​ເອົາ​ບັນດາ​ທັກສະ​ທີ່ລູກ​ຂອງທ່ານ​ໄດ້​ສະແດງອອກ, ແລ້ວທ່ານ ອາດຈະ​ເຫັນ​ໄດ້ວ່າ ລູກ​ຂອງທ່ານ​ບໍ່ໄດ້​ສະແດງ​ອອກ​ທັກສະ​ໃດ​ທັກສະ​ໜຶ່ງ ທີ່ເດັກ​ຄົນອື່ນ ເຊິ່ງມີ​ອາຍຸ​ຣຸ້ນຣາວ​ຄາວດຽວ​ກັນ​ສະແດງອອກ, ການທີ່​ໄດ້ຮູ້​ໃນສິ່ງ​ດັ່ງກ່າວ​ນີ້ ສາມາດ​ຊ່ວຍທ່ານ​ຕັດສິນໃຈ​ໄດ້ວ່າ ກິດຈະກຳ​ໃດ​ທີ່ທ່ານ​ຕ້ອງການ​ເຮັດກັບ​ລູກ​ຂອງທ່ານ. ເບິ່ງຂໍ້ມູນເພີ່ມຕື່ມໄດ້ໃນບົດທີ4.


DevChart background with circles.png
ອາຍຸ
2
ປີ
ທາງດ້ານ​ການ​ສື່ສານ
ທາງດ້ານ​ສະຕິ​ປັນຍາ
ທາງດ້ານ​ສັງຄົມ
ທາງດ້ານ​ຮ່າງກາຍ
ໃຊ້​ວັດຖຸ​ທີ່ມີ​ຄວາມ ປະກອບ​ມີ 2-3 ຄຳສັບ
ຫຼິ້ນບານ
A small girl.
A boy speaking and holding a ball.
A small child signing and pointing to a cup.
ໃຊ້​ຄຳສັບ ຫຼື ສັນ ຍະລັກ​ທີ່​ງ່າຍດາຍ
ຮູ້​ຄຳສັບ ຫຼື ສັນ ຍະລັກ 50-200 ຄຳສັບ
ຈອກ
A boy playing with different sized balls.
ຈັດ​ວັດຖຸ​ໃສ່ກັນ
A girl beating a drum with a stick.
ໃຊ້​ປະໂຫຍກ​ທີ່ ກ່ຽວພັ ນກັນ
A child playing with several toys.
ໃສ່ໃຈ​ຕໍ່​ກິດຈະກຳ ເປັນເວລາ​ດົນ
2 girls playing next to each other.
ຫຼິ້ນຢູ່​ຂ້າງໆ​ກັບ ເດັກ​ຄົນອື່ນ
A boy washing hands with his father.
ຮຽນແບບ​ຜູ້ທີ່​ດູແລ
A small girl facing her father.
ຖາມຫາ​ຄົນ​ອື່ນໆ ເມື່ອເຂົາ​ຕ້ອງການ ຄວາມຊ່ວຍເຫຼືອ
A small child stacking boxes.
ກອງ​ວັດຖຸ​ທີ່ໃຫຍ່​ຂຶ້ນ
A small boy walking.
ຍ່າງ
A small child squatting.
ນ່ັງ​ຢ່ອງຢ້ໍ



ໃນ​ແຜນວາດ​ຂ້າງເທິງ​ນີ້ ຜູ້ເປັນ​ແມ່​ຄົນໜຶ່ງ​ໄດ້​ຂີດອ້ອມ​ເອົາ​ກ່ຽວກັບ​ບັນດາ​ທັກສະ​ທີ່ລູກ ມີ​ອາຍຸ 8 ເດືອນ​ຂອງເຂົາ, ທີ່​ສາມາດ​ສະແດງ​ອອກ​ໄດ້. ລູກ​ຂອງເຂົາ​ຕ້ອງການ​ຄວາມ​ຊ່ວຍເຫຼືອ​ໃນການ​ຮຽນຮູ້​ທັກສະ​ອື່ນໆ ໃນ​ແຕ່ລະ​ຂົງເຂດ, ແຕ່ວ່າ​ເຂົາ​ຕ້ອງການ​ຄວາມ​ຊ່ວຍເຫຼືອ ໃນດ້ານ​ການສື່ສານ​ເປັນ​ສ່ວນຫຼາຍ ແລະ ໃນຂົງເຂດ​ທາງດ້ານ​ສະຕິປັນຍາ. ສຳລັບ​ເດັກ​ຄົນນີ້, ຄອບຄົວ​ຂອງເຂົາ​ຄວນຈະ​ເຮັດໃຫ້​ມີການ​ສື່ສານ​ຂັ້ນພື້ນ ຖານ (ບົດທີ 4) ແລະ ເລີ່ມທີ່​ຈະ​ເຂົ້າສູ່​ການ​ຮຽນຮູ້​ພາສາ.

ສຳລັບ​ເດັກ​ຜູ້ທີ່​ມີ​ອາຍຸ​ຫຼາຍ​ກວ່ານີ້, ທ່ານ​ສາມາດ​ທີ່ຈະ​ເລີ່ມຕົ້ນ​ດ້ວຍການ​ສັງເກດ​ໃນ ແຜນວາດ​ທີ່​ໃກ້ຄຽງ​ກັບ​ອາຍຸ​ຂອງເຂົາ​ທີ່ສຸດ. ແຕ່ທ່ານ​ອາດ​ຕ້ອງ​ໄດ້ເບິ່ງ​ໃນ​ແຜນວາດ​ສຳລັບ​ຂອງເດັກ​ຜູ້ທີ່​ມີ​ອາຍຸ​ອ່ອນກວ່າ ເພື່ອ​ສັງເກດ​ເບິ່ງ​ບັນດາ​ທັກສະ​ທີ່ເດັກ​ສາມາດ​ເຮັດໄດ້. ສ່ວນ​ແຜນວາດ​ອື່ນໆ​ນັ້ນ ຈະ​ເປັນການ​ໃຫ້​ຄວາມຄິດເຫັນ​ກ່ຽວກັບ​ບັນດາ​ປະເພດ​ຂອງ​ທັກສະ​ທີ່ລູກ​ຂອງທ່ານ​ຕ້ອງການ​ຮຽນຮູ້, ກ່ອນທີ່​ເຂົາຈະ​ສາມາດ​ຮຽນຮູ້​ທັກສະ​ອື່ນໆ​ຄື​ກັບເດັກ​ຄົນ​ອື່ນໆ ຢູ່ໃນ​ແຜນວາດ ທີ່ມີ​ອາຍຸ​ໃກ້ຄຽງ​ກັນ​ທີ່ສຸດ.

ຖ້າຫາກ​ລູກ​ຂອງທ່ານ​ບໍ່ສາມາດ​ຮັບຟັງ​ໄດ້ດີ​ກໍ່ເປັນ​ຄ້າຍ​ຄືກັນ​ກັບ​ວ່າ: ເຂົາ​ຕ້ອງການ ຄວາມຊ່ວຍ ເຫຼືອ​ພິເສດ​ໃນການ​ພັດທະນາ​ທັກສະ​ທາງດ້ານ​ການ​ສ່ືສານ, ທາງດ້ານ​ສະຕິ​ປັນຍາ ແລະ ທາງດ້ານ​ສັງຄົມ​ຂອງເຂົາ, ຢູ່ໃນ​ບົດທີ 2 ແລະ ບົດທີ 3 ຈະຊ່ວຍ​ໄດ້ຫຼາຍ​ເພາະວ່າ ມັນໄດ້ ອະທິບາຍ​ລະອຽດ​ເຖິງ​ບັນດາ​ວິທີ​ທີ່ເດັກ​ຮຽນຮູ້​ພາສາ ແລະ ຍັງໄດ້​ໃຫ້​ເຄັດລັບ​ທົ່ວໄປ​ໃນການ​ທີ່ຈະ​ເຮັດ​ກິດຈະກຳ​ກັບເດັກ​ໃໝ່​ນັ້ນ. ເພາະວ່າ ທັກສະ​ທາງດ້ານ​ສະຕິ​ປັນຍາ​ຂອງເດັກ ແມ່ນ​ໄດ້ມີ​ການ​ຂະຫຍາຍ​ຕົວ​ໄປ​ພ້ອມກັບ​ທັກສະ​ການ​ສື່ສານ, ບັນດາ​ກິດຈະກຳ​ທີ່ຢູ່​ໃນບົດ​ທີ 4, ບົດທີ 7, ບົດທີ 8 ແລະ ບົດທີ 9 ຈະຊ່ວຍ​ໃຫ້ເດັກ​ມີການ​ພັດທະນາ​ທາງດ້ານ​ການສື່ສານ ແລະ ທາງດ້ານ​ສະຕິ​ປັນຍາ​ຂອງເຂົາ. ໃນບົດ​ທີ 10, ເຊິ່ງ​ກ່ຽວຂ້ອງ​ກັບ​ທັກສະ​ທາງ​ສັງຄົມ​ນັ້ນແມ່ນ​ໄດ້ມີ​ການ​ແນະນຳ​ຫຼາຍ​ວິທີ ທີ່ທ່ານ​ສາມາດ​ຊ່ວຍເດັກ​ໃຫ້ມີ​ການ​ພັດທະນາ​ການ​ປະຕິສຳພັນ​ສັງຄົມ​ຂອງເຂົາ​ໄດ້.


ໃນ​ແຕ່ລະ​ພາກສ່ວນ​ຂອງ​ວົງນີ້ ໄດ້​ສະແດງ​ໃຫ້ເຫັນ​ການ​ພັດທະນາ​ໃນແຕ່ລະ​ຂົງເຂດ​ທີ່​ແຕກຕ່າງ​ກັນ. ບັນດາ​ຮູບພາບ ແລະ ຄຳເວົ້າ​ແມ່ນ​ຕົວຢ່າງ​ຂອງ​ບັນດາ​ທັກສະ​ທີ່​ເດັກແດງ​ຫຼາຍໆ​ຄົນ​ໄດ້​ສະແດງ​ອອກ ເມື່ອ​ພວກເຂົາ​ມີ​ອາຍຸ 3 ເດືອນ.



DevChart background.png
ອາຍຸ
3
ເດືອນ
ທາງດ້ານ​ການ​ສື່ສານ
ທາງດ້ານ​ສະຕິ​ປັນຍາ
ທາງດ້ານ​ສັງຄົມ
ທາງດ້ານ​ຮ່າງກາຍ


A man carrying his baby.
ຕອບສະໜອງ​ຕໍ່ສຽງ ຫຼື ໃບໜ້າ​ທີ່ເຂົາ​ຄຸ້ນ ເຄີຍ
A man playing a flute to his baby.
ມີ​ປະຕິກິລິຍາ ຫຼື ການ ເຄື່ອນໄຫວໂດຍ​ທັນທີ
A man carrying his baby.
ຈື່ຈຳ​ໄດ້​ເຖິງ​ບັນດາ ຜູ້ທີ່​ດູແລ​ຕົ້ນຕໍ
A woman holding her crying baby.
ຮ້ອງໄຫ້​ເມື່ອ​ຫິວເຂົ້າຫຼື ຢູ່ຍາກ
A man touching his baby.
ສາມາດ​ມີ​ຄວາມສຸກ​ໄດ້ ເມື່ອ​ໄດ້ຍິນ​ສຽງ ຫຼື ສຳຜັດ
A woman smiling at her baby.
ຍິ້ມ​ເມື່ອມີ​ຄົນ​ຫຼິ້ນນຳ
A baby looking at its hands.
ໃຫ້ຄວາມ​ໃສ່ໃຈ​ຕໍ່ມື
A woman breastfeeding her baby.
ດູດນົມ
A baby lying on his belly lifting his head.
ຍົກຫົວ​ຂຶ້ນ​ເມື່ອຕອນ​ທີ່ ທ້ອງ​ພອງຕົວ​ຂຶ້ນ



ເດັກ​ທີ່​ພິການ​ທາງຫູ ແລະ ຜູ້ທີ່​ບໍ່ສາມາດ​ຮັບຟັງ​ໄດ້ດີ​ນັ້ນ ຈະໄດ້​ຮັບຜົນ​ປະໂຫຍດ​ຈາກ ບັນດາ​ກິດຈະ ກຳ​ທີ່ຊ່ວຍ​ພວກເຂົາ​ໃນການ​ພັດທະນາ​ທັກສະ​ທັງໝົດ​ໃນແຕ່ລະ​ຂົງເຂດ​ນັ້ນ. ບັນດາ​ຮູບພາບ​ເປັນ​ພຽງແຕ່​ຕົວ ຢ່າງ​ຂອງ​ບັນດາ​ທັກສະ​ເທົ່ານັ້ນ. ໃນ​ຕົວຢ່າງ​ດັ່ງກ່າວ​ນີ້​ແມ່ນ​ໃຫ້ເບິ່ງ​ໃນ​ພາກສ່ວນ​ຂອງການ​ສື່ສານ​ຕື່ມ. ຄືທ່ານ​ບໍ່​ຈຳເປັນ​ຕ້ອງ​ເປົ່າປີ່​ໃຫ້​ເດັກຟັງ, ໃຫ້ຖາມ​ຕົວທ່ານ​ເອງ​ວ່າ ຄວນຈະ​ເຮັດຫຍັງ​ແທນ, ຖ້າເຂົາ​ຫາກມີ​ປະຕິລິຍາ​ຕໍ່ສຽງ ແລະ ການ​ເຄື່ອນໄຫວໂດຍ​ທັນທີ​ແທ້.

ຕ້ອງ​ເອົາໃຈໃສ່​ສະເໝີ​ວ່າ ຈຸດປະສົງ​ແມ່ນ​ເພື່ອໃຫ້​ລູກ​ຂອງທ່ານ ໄດ້ເຮັດ​ກິດຈະກຳ​ທີ່ເດັກ​ຄົນ​ອື່ນໆ ທີ່ມີ​ອາຍຸ​ຮຸ່ນດຽວ​ກັນ​ນັ້ນ ໄດ້​ສະແດງ​ອອກ​ຢູ່ໃນ​ຊຸມຊົນ​ຂອງທ່ານ.


ແຕ່ລະ​ພາກສ່ວນ​ຂອງ​ວົງນີ້ ໄດ້​ສະແດງ​ໃຫ້ເຫັນ​ການ​ພັດທະນາ​ໃນແຕ່ລະ​ຂົງເຂດ​ທີ່​ແຕກຕ່າງ​ກັນ. ບັນດາ​ຮູບພາບ ແລະ ຄຳເວົ້າ​ແມ່ນ​ຕົວຢ່າງ​ຂອງ​ບັນດາ​ທັກສະ​ທີ່ເດັກ​ຫຼາຍໆ​ຄົນ ໄດ້​ສະແດງ​ອອກ ເມື່ອ​ພວກເຂົາ​ມີ​ອາຍຸ 6 ເດືອນ.


DevChart background.png
ອາຍຸ
6
ເດືອນ


ທາງດ້ານ​ການ​ສື່ສານ
ທາງດ້ານ​ສະຕິ​ປັນຍາ
ທາງດ້ານ​ສັງຄົມ
ທາງດ້ານ​ຮ່າງກາຍ


A woman lying down with a baby on her chest.
ສ້າງສຽງ ແລະ ພາສາ ມື​ແບບ​ທຳມະດາ​ຂຶ້ນ
A man lying beside his baby shaking a rattle.
ໝູນຫົວ​ໄປຫາ​ສຽງ ຫຼື ການ​ເຄື່ອນໄຫວ​ໃດໜຶ່ງ
A woman taking something from her baby's mouth.
ຈັບເອົາ​ວັດຖຸ​ສິ່ງຂອງ ແລະ ເອົາ​ເຂົ້າໄປ​ໃນປາກ
A woman and a baby play with toys.
ຫຼິ້ນກັບ​ເຄື່ອງຫຼິ້ນ ໃນ​ຫຼາຍແບບ
A girl and her baby play with toys.
ມີຄວາມ​ສົນໃຈ​ຕໍ່ ວັດຖຸ​ໃດໜຶ່ງ
A woman looking at a baby who turns her head away.
ສະແດງ​ອາການ ຢ້ານ ຄົນ​ແປກ ໜ້າ
A baby lying down reaching her arms up to her mother.
ສ້າງການ​ຂໍຮ້ອງ​ຂຶ້ນ ເພື່ອ​ດຶງດູດ​ຄວາມ ສົນໃຈ
A baby reaches his arms out to her parents.
ຈື່ຈຳ​ຄົນ ຫຼາຍ​ຄົນ​ໄດ້
A baby lying down with arms out to the side.
ມີການ​ພິກຕົວ​ໄປມາ ຄື​ຈາກຫຼັງ​ໄປໜ້າ ແລະ ຈາກໜ້າ​ໄປຫຼັງ
A baby sitting in his mother's lap.
ນ່ັງໄດ້​ໂດຍ​ມີການ​ຄ້ໍາຊູ
A baby lying down playing with a rattle.
ສັ່ນ​ແລະ ຢຽດແຂນ ແລະ ຂາອອກ

ເດັກ​ທີ່​ພິການ​ທາງຫູ ຫຼື ບໍ່ສາມາດ​ຮັບຟັງ​ໄດ້ດີ​ນັ້ນ ຈະໄດ້​ຮັບ​ຜົນປະໂຫຍດ​ຈາກ​ບັນດາ​ກິດຈະກຳ​ ທີ່ຊ່ວຍ​ພວກເຂົາ ໃນການ​ພັດທະນາ​ທັກສະ​ຕ່າງໆ ໃນແຕ່ລະ​ຂົງເຂດ​ນັ້ນ, ບັນດາ​ຮູບພາບ ເປັນ​ພຽງແຕ່​ຕົວຢ່າງ​ຂອງ​ທັກສະ​ຕ່າງໆ​ເທົ່ານັ້ນ. ໃນ​ຕົວຢ່າງ​ດັ່ງກ່າວ​ນີ້ ແມ່ນ​ໃຫ້ເບິ່ງ​ໃນ​ພາກສ່ວນ​ຂອງ​ຮ່າງກາຍ​ລູກ​ຂອງທ່ານ​ບໍ່​ຈຳເປັນ​ທີ່ຈະ​ຫຼິ້ນກັບ​ເຄື່ອງຫຼິ້ນ​ທີ່ສັ່ນ​ແລ້ວ​ເກີດ​ມີສຽງ​ເທົ່ານັ້ນ. ໃຫ້ຖາມ​ຕົວທ່ານ​ເອງ​ວ່າ ມີ​ວິທີ​ໃດ​ເໝາະສົມ​ກວ່າ ເພື່ອທີ່​ຈະເຮັດ​ໃຫ້ລູກ​ຂອງທ່ານ​ມີການ​ສັ່ນ ຫຼື ຢຽດແຂນ ແລະ ຂາອອກ.

ຕ້ອງ​ໃສ່ໃຈ​ສະເໝີ​ວ່າ ຈຸດປະສົງ​ກໍ່ແມ່ນ​ເພື່ອ​ໃຫ້ລູກ​ຂອງທ່ານ ໄດ້ເຮັດ​ກິດຈະກຳ​ທີ່ເດັກ​ຄົນ​ອື່ນໆ ທີ່ມີ​ອາຍຸ​ຣຸ້ນດຽວກັນ​ນັ້ນ ໄດ້​ສະແດງອອກ​ຢູ່ໃນ​ຊຸມຊົນ​ຂອງທ່ານ.


ແຕ່ລະ​ພາກສ່ວນ​ຂອງ​ວົງນີ້ ໄດ້ສະແດງ​ໃຫ້ເຫັນ​ການ​ພັດທະນາ​ໃນແຕ່ລະ​ຂົງເຂດ​ທີ່​ແຕກຕ່າງ​ກັນ. ບັນດາ​ຮູບພາບ ແລະ ຄຳເວົ້າ​ແມ່ນ​ຕົວຢ່າງ​ຂອງ​ບັນດາ​ທັກສະ​ທີ່ເດັກ​ຫຼາຍໆ​ຄົນ​ໄດ້​ສະແດງອອກ ເມື່ອ​ພວກເຂົາ​ມີ​ອາຍຸ 12 ເດືອນ.



DevChart background.png
ອາຍຸ
12
ເດືອນ
ທາງດ້ານ​ການ​ສື່ສານ
ທາງດ້ານ​ສະຕິ​ປັນຍາ
ທາງດ້ານ​ສັງຄົມ
ທາງດ້ານ​ຮ່າງກາຍ


ເຂົ້າໃຈ​ຄຳເວົ້າ ແລະ ສັນຍະລັກ​ທີ່​ງ່າຍດາຍ
ເອົາມັນ ໃຫ້ຂ້ອຍ.
A small child repeating what his father says.
A woman signing to her small child.
A baby holding a rattle and making baby sounds.
ເລີ່ມ​ໃຊ້ສຽງ​ທີ່ບໍ່​ຈະແຈ້ງ ໂດຍ ການ​ເຊື່ອມຕໍ່​ສຽ​ງຕ່າງໆ​ເຂົ້າ ກັນ ຫຼື ຟັບມື​ໄປມາ
ຮຽນແບບ​ຄຳເວົ້າ ຫຼື ສັນຍະລັກ​ດ່ຽວ
ກາ.. ກາ
ພໍ່ .
ພໍ່ .
A baby sitting with a cup behind her.
ມີການ​ເຮັດວຽກ ເພື່ອ ແກ້ໄຂ​ບັນຫາ​ທີ່​ງ່າຍ
A baby putting a lid on a box.
ຮຽນຮູ້​ວ່າ​ມີວັດຖຸ​ໃດໜຶ່ງ, ເຖິງ​ແມ່ນວ່າ ວັດຖຸ​ດັ່ງກ່າວ ນັ້ນ​ຈະບໍ່​ຢູ້ໃນ​ສາຍຕາ
A baby pulling a string tied to a rattle.
ເລີ່ມ​ເຂົ້າໃຈ​ເຖິງ ສາເຫດ ແລະ ຜົນ
A baby standing and reaching up with his arms.
ໃຊ້​ພາສາ​ມື
A crying baby lying down.
ຮ້ອງໄຫ້​ເມື່ອ ຜູ້ດູແລ​ຈາກໄປ
A man covering his boy's face with a blanket.
ເລີ່ມ​ທີ່ຈະ​ມ່ວນຊື່ນ​ກັບ ເກມ​ມ່ວນຊື່ນ​ຂອງ​ສັງຄົມ
A baby sitting up alone.
ນັ່ງໄດ້​ໂດຍທີ່​ບໍ່ຕ້ອງການ ຄວາມຊ່ວຍເຫຼືອ
A baby crawling.
ຄານ
A baby stands up holding on to a stool.
ດຶງ​ຕົວເອງ​ຂຶ້ນ ໃຫ້ຢູ່​ໃນທ່າ​ຢືນ

ເດັກທີ່​ພິການ​ທາງຫູ ຫຼື ບໍ່ສາມາດ​ຮັບຟັງ​ໄດ້ດີ​ນັ້ນ ຈະໄດ້​ຮັບຜົນ​ປະໂຫຍດ​ຈາກ​ບັນດາ​ກິດຈະກຳ ທີ່ຊ່ວຍ​ພວກເຂົາ ໃນການ​ພັດທະນາ​ທັກສະ​ຕ່າງໆ ໃນແຕ່ລະ​ຂົງເຂດ​ນັ້ນ, ບັນດາ​ຮູບພາບ ເປັນພຽງ​ແຕ່ບັນດາ​ຕົວຢ່າງ​ຂອງ​ທັກສະ​ຕ່າງໆ​ເທົ່ານັ້ນ. ໃນ​ຕົວຢ່າງ​ດັ່ງກ່າວ​ນີ້ ແມ່ນ​ໃຫ້ເບິ່ງ​ໃນ​ພາກສ່ວນ​ຂອງ​ສັງຄົມ​ທ່ານ​ບໍ່ຈຳ ເປັນ​ທີ່ຈະ​ຫຼິ້ນເກມ​ເຊື່ອງຕົວ, ໃຫ້ຖາມ​ຕົວທ່ານ​ເອງ​ວ່າ ມີວິທີ​ໃດ​ເໝາະສົມ​ກວ່າ ເພື່ອ​ທີ່ຈະ​ເຮັດໃຫ້​ລູກ​ຂອງທ່ານ ມີຄວາມ​ມ່ວນຊື່ນ​ກັບຫານ​ຫຼິ້ນເກມ​ສັງຄົມ​ນັ້ນ.

ຕ້ອງໃສ່ໃຈສະເໝີວ່າ ຈຸດປະສົງກໍ່ແມ່ນເພື່ອໃຫ້ລູກຂອງທ່ານໄດ້ເຮັດກິດຈະກຳທີ່ເດັກຄົນອື່ນໆ ທີ່ມີອາຍຸຮຸ່ນດຽວກັນນັ້ນ ໄດ້ສະແດງອອກຢູ່ໃນຊຸມຊົນຂອງທ່ານ.


ແຕ່ລະ​ພາກສ່ວນ​ຂອງ​ວົງນີ້ ໄດ້​ສະແດງ​ໃຫ້ເຫັນ​ການພັດທະນາ​ໃນແຕ່ລະ​ຂົງເຂດ​ທີ່​ແຕກຕ່າງ​ກັນ. ບັນດາ​ຮູບພາບ ແລະ ຄຳເວົ້າ​ແມ່ນ​ຕົວຢ່າງ​ຂອງ​ບັນດາ​ທັກສະ​ທີ່ເດັກ​ຫຼາຍໆ​ຄົນ ໄດ້​ສະແດງ​ອອກ ເມື່ອ​ພວກເຂົາ​ມີອາຍຸ 2 ປີ.


DevChart background.png
ອາຍຸ
2
ປີ
ທາງດ້ານ​ການ​ສື່ສານ
ທາງດ້ານ​ສະຕິ​ປັນຍາ
ທາງດ້ານ​ສັງຄົມ
ທາງດ້ານ​ຮ່າງກາຍ


ໃຊ້​ວັດຖຸ​ທີ່ມີ​ຄວາມ ປະກອບ​ມີ 2-3 ຄຳສັບ
ຫຼິ້ນບານ
A small girl.
A boy speaking and holding a ball.
A small child signing and pointing to a cup.
ໃຊ້​ຄຳສັບ ຫຼື ສັນ ຍະລັກ​ທີ່​ງ່າຍດາຍ
ຮູ້​ຄຳສັບ ຫຼື ສັນ ຍະລັກ 50-200 ຄຳສັບ
ຈອກ
A boy playing with different sized balls.
ຈັດ​ວັດຖຸ​ໃສ່ກັນ
A girl beating a drum with a stick.
ໃຊ້​ປະໂຫຍກ​ທີ່ ກ່ຽວພັນກັນ
A child playing with several toys.
ໃສ່ໃຈ​ຕໍ່​ກິດຈະກຳ ເປັນເວລາ​ດົນ
2 girls playing next to each other.
ຫຼິ້ນຢູ່​ຂ້າງໆ​ກັບ ເດັກ​ຄົນອື່ນ
A boy washing hands with his father.
ຮຽນແບບ​ຜູ້ທີ່​ດູແລ
A small girl facing her father.
ຖາມຫາ​ຄົນ​ອື່ນໆ ເມື່ອເຂົາ​ຕ້ອງການ ຄວາມຊ່ວຍເຫຼືອ
A small child stacking boxes.
ກອງ​ວັດຖຸ​ທີ່ໃຫຍ່​ຂຶ້ນ
A small boy walking.
ຍ່າງ
A small child squatting.
ນ່ັງ​ຢ່ອງຢ້ໍ


ເດັກທີ່​ພິການ​ທາງຫູ ຫຼື ບໍ່ສາມາດ​ຟັງ​ໄດ້ດີ ນັ້ນ​ຈະ​ໄດ້ຮັບ​ຜົນປະໂຫຍດ​ຈາກບັນດາ​ກິດຈະກຳ ທີ່ຊ່ວຍ​ພວກເຂົາ ໃນການ​ພັດທະນາ​ທັກສະ​ຕ່າງໆ ໃນແຕ່ລະ​ຂົງເຂດ, ບັນດາ​ຮູບພາບ ເປັນພຽງ​ແຕ່ຕົວຢ່າງ​ຂອງ​ທັກສະ​ຕ່າງໆ​ເທົ່ານັ້ນ. ໃນ​ຕົວຢ່າງ​ດັ່ງກ່າວ​ນີ້ ແມ່ນ​ໃຫ້ເບິ່ງ​ໃນ​ພາກສ່ວນ​ສະຕິ​ປັນຍາ​ລູກ​ຂອງທ່ານ​ບໍ່​ຈຳເປັນ​ຕ້ອງ​ ຫຼິ້ນກອງ, ໃຫ້ຖາມ​ຕົວທ່ານ​ເອງ​ວ່າ ມີວິທີ​ໃດ​ເໝາະສົມ​ກວ່າ ເພື່ອ​ທີ່ຈະ​ເຮັດໃຫ້​ລູກ​ຂອງທ່ານ ມີການ​ໃຊ້​ບັນ ດາ​ວັດຖຸ​ທີ່ມີ​ຄວາມ​ສຳພັນ​ກັນ​ນັ້ນ.

ຕ້ອງໃ​ສ່ໃຈ​ສະເໝີ​ວ່າ ຈຸດປະສົງ​ກໍ່ແມ່ນ​ເພື່ອ​ໃຫ້ລູກ​ຂອງທ່ານ​ໄດ້ເຮັດ​ກິດຈະກຳ​ທີ່ເດັກ​ຄົນ​ອື່ນໆ ທີ່ມີ​ອາຍຸ​ຣຸ້ນນ​ດຽວກັນ​ນັ້ນ ໄດ້​ສະແດງ​ອອກ​ຢູ່ໃນ​ຊຸມຊົນ​ຂອງທ່ານ.


ແຕ່ລະ​ພາກສ່ວນ​ຂອງ​ວົງນີ້ ໄດ້ສະແດງ​ໃຫ້ເຫັນ​ການ​ພັດທະນາ​ໃນແຕ່ລະ​ຂົງເຂດ​ທີ່​ແຕກຕ່າງ​ກັນ. ບັນດາ​ຮູບພາບ ແລະ ຄຳເວົ້າ​ແມ່ນ​ຕົວຢ່າງ​ຂອງ​ບັນດາ​ທັກສະ​ທີ່ເດັກ​ຫຼາຍໆ​ຄົນ ໄດ້​ສະແດງ​ອອກ ເມື່ອ​ພວກເຂົາ​ມີ​ອາຍຸ 3 ປີ.


DevChart background.png
ອາຍຸ
3
ປີ


ທາງດ້ານ​ການ​ສື່ສານ
ທາງດ້ານ​ສະຕິ​ປັນຍາ
ທາງດ້ານ​ສັງຄົມ
ທາງດ້ານ​ຮ່າງກາຍ
A woman signing to her small boy.
ເຂົ້າໜົມ ຂອງລູກ​ຢູ່ໃສ
A girl standing.
A small child speaking.
ສື່ສານ​ໄດ້​ຢ່າງ​ຈະແຈ້ງ
ລູກຢາກໄ ປກັບພໍ່
ເຂົ້າໃຈ​ພາສາ​ທີ່ງ່າຍ ດາຍ​ເກືອບໝົດ
ຮູ້ ແລະ ໃຊ້​ຄຳສັບ ຫຼື ສັນຍະລັກ​ໄດ້ ແຕ່ 500-1000 ຄຳ


A boy fitting shapes together.
ສາມາດ​ປະກອບ​ຮູບ ໃສ່​ບ່ອນຫວ່າງ ຫຼື ບ່ອນ​ທີ່​ມີຮູ​ໄດ້
A boy sorting different shaped stones.
ຄັດເລືອກ ວັດຖຸ
A girl putting a lid on a box.
ແຍກ​ວັດຖຸ​ສິ່ງຂອງ​ອອກ ແລະ ເອົາໃຈໃສ່​ຄືນ​ໄດ້
A woman and her daughter sweeping together.
ມັກ​ໃຫ້ຍ້ອງ​ພາຍຫຼັງ​ທີ່ ເຮັດວຽກ ອັນໃດ ອັນໜຶ່ງ​ສຳເລັດ​ແລ້ວ
ຂອບໃຈທີ່ ຊ່ວຍເຫຼືອ
A woman and her daughter washing clothes together.
ສະໜຸກ​ສະໜານ​ກັບການ ຊ່ວຍວຽກ​ຢູ່​ອ້ອມເຮືອນ
A boy touching his mother's tears.
ໃສ່ໃຈ​ຕໍ່ຄວາມ​ຮູ້ ສົນ​ຫຼາຍຂຶ້ນ
A boy running.
ແລ່ນ, ເຕັ້ນ ແລະ ຄານ
A girl taking a lid off a container.
ໃຊ້ມື​ສຳລັບ​ວຽກ ທີ່ມີ​ຄວາມ ສັບ ສຶກ​ຂອງ​ຄົນ​ອື່ນໆ
A boy throwing a ball.
ໂຍນ​ໝາກບານ


ເດັກທີ່​ພິການ​ທາງຫູ ຫຼື ບໍ່ສາມາດ​ຮັບຟັງ​ໄດ້ດີ​ນັ້ນ ຈະໄດ້​ຮັບຜົນ​ປະໂຫຍດ​ຈາກ​ບັນດາ​ກິດຈະກຳ ທີ່ຊ່ວຍ​ພວກເຂົາ ໃນການ​ພັດທະນາ​ທັກສະ​ຕ່າງໆ ໃນແຕ່ລະ​ຂົງເຂດ​ນັ້ນ, ບັນດາ​ຮູບພາບ ເປັນ​ພຽງ ແຕ່​ຕົວຢ່າງ​ຂອງ​ທັກສະ​ຕ່າງໆເທົ່ານັ້ນ. ໃນ​ຕົວຢ່າງ​ດັ່ງກ່າວ​ນີ້ ແມ່ນ​ໃຫ້ເບິ່ງ​ໃນ​ພາກສ່ວນ​ຂອງ​ສັງຄົມ ລູກ​ຂອງທ່ານ​ບໍ່​ຈຳ ເປັນ​ຈະຕ້ອງ​ກວາດພື້ນ, ໃຫ້ຖາມ​ຕົວທ່ານ​ເອງ​ວ່າ ມີວຽກຂອງຄອບຄົວອັນອື່ນເໝາະສົມກວ່າ ທີ່ເຮັດ​ໃຫ້ລູກ​ຂອງທ່ານ​ມີຄວາມ​ສະໜຸກ​ສະໜານ​ໃນການ​ຊ່ວຍວຽກ​ຂອງ​ຄອບຄົວ​ນັ້ນ.

ຕ້ອງ​ໃສ່ໃຈ​ສະເໝີ​ວ່າ ຈຸດປະສົງ​ກໍ່ແມ່ນ​ເພື່ອ​ໃຫ້ລູກ​ຂອງທ່ານ​ໄດ້ເຮັດ​ກິດຈະກຳ​ທີ່ເດັກ​ຄົນ​ອື່ນໆ ທີ່ມີ​ອາຍຸ​ຣຸ້ນ​ດຽວກັນ​ນັ້ນ ໄດ້ ສະແດງອອກ​ຢູ່ໃນ​ຊຸມຊົນ​ຂອງທ່ານ.


ແຕ່ລະ​ພາກສ່ວນ​ຂອງ​ວົງນີ້ ໄດ້​ສະແດງ​ໃຫ້ເຫັນ​ການ​ພັດທະນາ​ໃນແຕ່ລະ​ຂົງເຂດ​ທີ່​ແຕກຕ່າງ​ກັນ. ບັນດາ​ຮູບພາບ ແລະ ຄຳເວົ້າ​ແມ່ນ​ຕົວຢ່າງ​ຂອງ​ບັນດາ​ທັກສະ​ທີ່ເດັກ​ຫຼາຍໆ​ຄົນ ໄດ້​ສະແດງອອກ ເມື່ອ​ພວກເຂົາ​ມີ​ອາຍຸ 5 ປີ.


DevChart background.png
ອາຍຸ
5
ປີ
ທາງດ້ານ​ການ​ສື່ສານ
ທາງດ້ານ​ສະຕິ​ປັນຍາ
ທາງດ້ານ​ສັງຄົມ
ທາງດ້ານ​ຮ່າງກາຍ


A boy with wet clothes signing.
ຂ້ອຍ​ຕົກນ້ໍາ
A girl standing.
A boy asking questions to his father.
ຖາມຫຼາຍ ຄຳຖາມ
ໃຜ​ຢູ່ທີ່ນັ້ນ? ພວກ ເຂົາ​ເຮັດຫຍັງ?
ບອກ ຫຼື ໃຊ້​ສັນ ຍະລັກ​ກ່ຽວກັບ ສິ່ງ ທີ່ລາວ ເຮັດ
ໃຊ້​ຄຳສັບ ຫຼື ສັນຍະລັກ​ໄດ້ ແຕ່ 2000 ຄຳ


A boy planting seeds in a garden.
ເຮັດຕາມ​ຄຳສັ່ງ
A girl playing with a puzzle.
ເຮັດເກມ​ຕໍ່ຮູບ
A boy playing with an abacus.
ເຂົ້າໃຈ​ການນັບ
3 children playing together rolling a tire.
ເຂົ້າໃຈ​ກົດລະບຽບ
2 children sitting at a school desk in front of a teacher.
ຫຼິ້ນ​ນຳກັນ​ກັບ ເດັກ​ຄົນອື່ນ
A girl signing.
ຂ້ອຍ... ຂ້ອຍເສຍໃຈ
ບອກໄດ້​ຫຼາຍຄວາມ​ຮູ້ສຶກ
A boy copying shapes on the ground.
ຮູ້ຈັກ​ລອກແບບ
A girl walking backwards.
ຍ່າງ​ຖອຍຫລັງ
A boy hopping on 1 foot.
ເຕັ້ນ​ຂາດຽວ


ເດັກທີ່​ພິການ​ທາງຫູ ຫຼື ບໍ່ສາມາດ​ຮັບຟັງ​ໄດ້ດີ​ນັ້ນ ຈະໄດ້​ຮັບຜົນ​ປະໂຫຍດ​ຈາກ​ບັນດາ​ກິດຈະກຳ ທີ່ຊ່ວຍ​ພວກເຂົາ ໃນການ​ພັດທະນາ​ທັກສະ​ຕ່າງໆ ໃນແຕ່ລະ​ຂົງເຂດ​ນັ້ນ, ບັນດາ​ຮູບພາບ​ເປັນ​ພຽງແຕ່​ຕົວຢ່າງ ຂອງ​ທັກສະ​ຕ່າງໆ​ເທົ່ານັ້ນ. ໃນ​ຕົວຢ່າງ​ດັ່ງກ່າວ​ນີ້ ແມ່ນ​ໃຫ້ເບິ່ງ​ໃນ​ພາກສ່ວນ​ຂອງ​ສັງຄົມ ລູກ​ຂອງທ່ານ​ບໍ່​ຈຳ ເປັນ​ຈະຕ້ອງ​ມີການ​ຫຼິ້ນ​ຕີນລົດ, ໃຫ້ຖາມ​ຕົວທ່ານ​ເອງ​ວ່າ ຖ້າລູກ​ຂອງທ່ານ​ເຂົ້າໃຈ​ກົດລະບຽບ​ຄືກັບ​ເດັກ​ຄົນອື່ນ.

ຕ້ອງ​ໃສ່ໃຈ​ສະເໝີ​ວ່າ ຈຸດປະສົງ​ກໍ່ແມ່ນ​ເພື່ອ​ໃຫ້ລູກ​ຂອງທ່ານ​ໄດ້ເຮັດ​ກິດຈະກຳ​ທີ່ເດັກ​ຄົນ​ອື່ນໆ ທີ່ມີ​ອາຍຸ​ຣຸ້ນດຽວ ກັນນັ້ນ ໄດ້​ສະແດງອອກ​ຢູ່ໃນ​ຊຸມຊົນ​ຂອງທ່ານ.