Hesperian Health Guides
ບົດທີ 4: ທັກສະການສື່ສານພື້ນຖານ<
ຂໍ້ມູນສຸຂະພາບ > ການຊ່ວຍເຫຼືອເດັກນ້ອຍຫູໜອກ > ບົດທີ 4: ທັກສະການສື່ສານພື້ນຖານ
ຄົນເຮົາຕາມປົກກະຕິແລ້ວ ຈະສື່ສານໂດຍພາສາຄຳເວົ້າ ຫຼື ສັນຍະລັກ. ເດັກກໍ່ໄດ້ມີການສື່ສານດົນນານມາແລ້ວ ກ່ອນທີ່ພວກເຂົາຈະຮຽນຮູ້ທັກສະຕ່າງໆເຫຼົ່ານີ້ເສຍອີກ. ການສື່ສານເກີດຂຶ້ນເມື່ອ:
- ຄົນໃດຄົນໜຶ່ງສົ່ງຂໍ້ຄວາມອອກໄປ.
- ສ່ວນຄົນອື່ນນັ້ນຮັບເອົາຂ້ໍຄວາມດັ່ງກ່າວນັ້ນແລ້ວຕອບສະໜອງຄືນ.
ເດັກແດງສົ່ງຂໍ້ຄວາມດ້ວຍການເຄື່ອນໄຫວລຳໂຕຂອງເຂົາ ແລະ ສົ່ງສຽງອອກມາ ຫຼື ເຂົາອາດຈະປ່ຽນລັກສະນະສີໜ້າຂອງພວກເຂົາ. ເມື່ອຜູ້ທີ່ເປັນພໍ່ແມ່ເຂົ້າໃຈຕໍ່ກັບການກະທຳຂອງເຂົາ ແລະ ຕອບສະ ໜອງ, ນັ້ນກໍ່ໝາຍຄວາມວ່າ ພວກເຂົາໄດ້ສື່ສານກັນແລ້ວ.
ເດັກຄົນນີ້ກຳລັງສົ່ງຂໍ້ຄວາມວ່າ:
ເຂົາຕື່ນເຕັ້ນ | ເຂົາຢາກໄດ້ເຄື່ອງຫຼິ້ນ | ອຳ...!
ເຂົາມີຄວາມສຸກທີ່ເຫັນແມ່ຂອງລາວ.
ເຈົ້າ, ສຸພັນນີ ມາຂີ່ຫຼັງແມ່ບໍ່! |
ອາ...! |
ທັກສະການສື່ສານພື້ນຖານໄດ້ຮັບການພັດທະນາຄາວເມື່ອເດັກຍັງເປັນເດັກອ່ອນ, ກ່ອນທີ່ເຂົາຈະຮຽນເວົ້າ ຫຼື ໃຊ້ພາສາ ສັນຍະລັກ. ໃນໄລຍະເວລາດັ່ງກ່າວນີ້. ທ່ານສາມາດຊ່ວຍລູກຂອງທ່ານຮຽນຮູ້ວ່າ ການສື່ສານນັ້ນເຮັດໃຫ້ທຸກສິ່ງເກີດຂຶ້ນໄດ້. ການສ່ືສານຂັ້ນພື້ນຖານໄດ້ເປັນການກະກຽມໃຫ້ລູກຂອງທ່ານຮຽນພາສາເວົ້າ ແລະ ໃຊ້ພາສາສັນຍະລັກ.
ໃນບົດນີ້ຈະຊ່ວຍໃຫ້ທ່ານເຂົ້າໃຈວ່າ ລູກຂອງທ່ານສາມາດ:
- ປ່ຽນຜຽນກັນໄດ້ແນວໃດ.
- ໃສ່ໃຈຕໍ່ທ່ານໄດ້ແນວໃດ.
- ເຂົ້າໃຈທ່ານໄດ້ແນວໃດ.
- ໃຊ້ພາສາມືໄດ້ແນວໃດ.
- ສ້າງສຽງຂຶ້ນໄດ້ແນວໃດ.