Hesperian Health Guides
ຄຳແນະນຳສຳລັບການຊ່ວຍເຫຼືອເດັກໃຫ້ມີການຮຽນຮູ້
ຂໍ້ມູນສຸຂະພາບ > ການຊ່ວຍເຫຼືອເດັກນ້ອຍຫູໜອກ > ບົດທີ 3: ການແນະນຳສຳລັບການສອນພາສາ > ຄຳແນະນຳສຳລັບການຊ່ວຍເຫຼືອເດັກໃຫ້ມີການຮຽນຮູ້
ເນື້ອໃນ
- ໑ ໃຫ້ລູກຂອງທ່ານເປັນຜູ້ນຳພາເຮັດ
- ໒ ການເຮັດໃຫ້ການສື່ສານສະໜຸກສະໜານ ແລະ ມີຜົນປະໂຫຍດ
- ໓ ໃຫ້ລູກຂອງທ່ານຊ່ວຍໃນການເຮັດວຽກງານ
- ໔ ສ້າງຄວາມໃສ່ໃຈລູກຂອງທ່ານ ກ່ອນທີ່ທ່ານຈະສື່ສານກັບເຂົາ
- ໕ ສະແດງສັນຍະລັກ ຫຼື ເວົ້າເຊິ່ງໜ້າໃນລະດັບສາຍຕາທີ່ພຽງກັນ
- ໖ ການໃຊ້ພາສາມື, ການສຳຜັດ ແລະ ການສະແດງສີໜ້າ
- ໗ ຫຼຸດຜ່ອນພາວະວຸ້ນວາຍຈິດໃຈໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້
- ໘ ດັດແປງກິດຈະກຳໃຫ້ເໝາະສົມກັບລູກຂອງທ່ານ
ໃຫ້ລູກຂອງທ່ານເປັນຜູ້ນຳພາເຮັດ
ເດັກມັກສະແຫວງຫາໃນການຮຽນຮູ້ທີ່ສຸດ, ຖ້າພວກເຂົາໄດ້ເຮັດສິ່ງໃດສິ່ງໜຶ່ງທີ່ພວກເຂົາມັກ. ຖ້າລູກຂອງທ່ານຫາກມີຄວາມສົນໃຈໃນສິ່ງໃດສິ່ງໜຶ່ງ ຫຼື ມັກຫຼິ້ນກັບເຄື່ອງຫຼິ້ນຊິ້ນພິເສດໃດໜຶ່ງ, ຈ່ົງໃຊ້ໂອກາດດັ່ງກ່າວຊ່ວຍເຫຼືອພັດທະນາທາງດ້ານການຮຽນຮູ້ ແລະ ທັກສະການສື່ສານຂອງເຂົາ.
ໃຫ້ລູກຂອງທ່ານນຳພາເຮັດກິດຈະກຳມັນຈະຊ່ວຍຮັກສາຄວາມໃສ່ໃຈຂອງເຂົາ ແລະ ຊ່ວຍໃຫ້ເດັກໄດ້ຮຽນຮູ້ວ່າ ການຕັດສິນໃຈຂອງເຂົານັ້ນແມ່ນມີຄວາມສຳຄັນ ແລະ ເດັກຈະຮູ້ອີກວ່າ ເຂົາໄດ້ມີສ່ວນໃນການຄວບຄຸມໃນສິ່ງທີ່ເກີດຂຶ້ນ. ນີ້ມີຄວາມສຳຄັນຫຼາຍໂດຍສະເພາະແມ່ນຕໍ່ກັບແມ່ຍິງ. ຫຼາຍໆແຫ່ງໃນໂລກທີ່ຄາດຫວັງໃຫ້ຜູ້ຍິງຕ້ອງເປັນຄົນທີ່ມິດງຽບ ແລະ ເຮັດຕາມຄຳສັ່ງພຽງຢ່າງດຽວເທົ່ານັ້ນ. ການທີ່ໄດ້ຊ່ວຍເຫຼືອແມ່ຍິງໄດ້ຕັດສິນໃຈ ແລະ ເຮັດຕາມແນວຄວາມຄິດຂອງພວກເຂົານັ້ນ ສາມາດເຮັດໃຫ້ເຂົາມີຄວາມໝັ້ນໃຈ ແລະ ຄວາມສາມາດຫຼາຍຂຶ້ນ.
ການທີ່ທ່ານປ່ອຍໃຫ້ລູກຂອງທ່ານນຳພາເຮັດກິດຈະກຳນັ້ນ, ກໍ່ບໍ່ໄດ້ໝາຍຄວາມວ່າ ທ່ານຈະອະນຸຍາດໃຫ້ເຂົາປະພຶດໄປໃນທາງທີ່ບໍ່ດີ ຫຼື ເຮັດໃຫ້ເຂົາຕົກຢູ່ໃນສະຖານະການທີ່ອັນຕະລາຍ. ສະນັ້ນ ການໃຫ້ຄຳແນະນຳແກ່ພວກເຂົານັ້ນມີຄວາມສຳຄັນຫຼາຍ ແລະ ຄວາມຮູ້ທີທ່ານມີກ່ຽວກັບຄວາມຕ້ອງການ, ຄວາມສາມາດທາງດ້ານພາສາຂອງເຂົາ ຈະສາມາດຊ່ວຍທ່ານໃຫ້ການແນະນຳໃນການຫຼິ້ນທີ່ເຮັດໃຫ້ເຂົາມີການຮຽນຮູ້ໄດ້.
ການເຮັດໃຫ້ການສື່ສານສະໜຸກສະໜານ ແລະ ມີຜົນປະໂຫຍດ
ເດັກຈະມ່ວນຊື່ນກັບການສື່ສານ ເມື່ອພວກເຂົາມີສິ່ງທີ່ເປັນຂອງຈິງໃນການເຮັດສັນຍະລັກ ຫຼື ເວົ້າກ່ຽວກັບສິ່ງນັ້ນ, ເຊິ່ງອາດຈະເປັນສິ່ງທີ່ຄົນເຮົາເຮັດສັນຍະລັກໃຫ້ ແລະ ເວົ້າກ່ຽວກັບມັນ. ຈົ່ງໃຫ້ໂອກາດແກ່ລູກຂອງທ່ານໃນການຮຽນຮູ້ກ່ຽວກັບໂລກ ແລະ ກະຕຸ້ນໃຫ້ເຂົາເຮັດສັນຍະລັກ ຫຼື ເວົ້າກ່ຽວກັບສິ່ງທີ່ເຂົາກຳລັງເຮັດຢູ່ນັ້ນ. ການສົນທະນາກັບລູກຂອງທ່ານຈະຊ່ວຍໃຫ້ເຂົາຮຽນຮູ້ໄດ້ໄວຂຶ້ນກວ່າເກົ່າ, ພຽງແຕ່ທ່ານບອກເຂົາໃຫ້ຈື່ ແລະ ເວົ້າຄືນກ່ຽວກັບເຄື່ອງໝາຍ ແລະ ຄຳສັບຕ່າງໆນັ້ນ.
ໃຫ້ລູກຂອງທ່ານຊ່ວຍໃນການເຮັດວຽກງານ
ໃຫ້ລູກຂອງທ່ານເຮັດຊ່ວຍເຮັດວຽກງານຂອງທ່ານ, ສື່ສານກັບເຂົາກ່ຽວກັບສິ່ງທີ່ພວກທ່ານກຳລັງເຮັດຢູ່ນັ້ນ ໂດຍມີການໃຊ້ຄຳສັບ ຫຼື ສັນຍະລັກເພື່ອບອກໃຫ້ເຂົາຊ່ວຍທ່ານເຮັດສິ່ງໃດສິ່ງໜຶ່ງເຊັ່ນ: ໄປເອົາເຄື່ອງມືມາໃຫ້ທ່ານ ຫຼື ຊ່ວຍໃນວິທີອື່ນໆ. ລູກຂອງທ່ານຈະມີຄວາມສົນໃຈຫຼາຍຂຶ້ນໃນການໃສ່ໃຈ ແລະ ການສ່ືສານໃນຂະນະທີ່ເຂົາກຳລັງຊ່ວຍທ່ານເຮັດສິ່ງໃດສິ່ງໜຶ່ງຢູ່ນັ້ນ, ຖືວ່າທ່ານຈະມີຜົນປະໂຫຍດທັງສອງຄົນ.
ສ້າງຄວາມໃສ່ໃຈລູກຂອງທ່ານ ກ່ອນທີ່ທ່ານຈະສື່ສານກັບເຂົາ
ເດັກຜູ້ທີ່ບໍ່ສາມາດຮັບຟັງໄດ້ດີນັ້ນ ຕ້ອງການທີ່ຈະສັງເກດຮີມສົບຂອງທ່ານເຄື່ອນເໜັງ, ສັງເກດພາສາມື ຫຼື ພາສາສັນຍະລັກຂອງທ່ານໃນການສື່ສານກັບຕົວທ່ານ. ເຂົາຍັງສາມາດໄດ້ຂ້ໍມູນຫຼາຍຢ່າງຈາກການສັງເກດເບິ່ງການສະແດງສີໜ້າຂອງທ່ານ. ສະນັ້ນ ມັນສຳຄັນຫຼາຍທີ່ຈະລໍຖ້າຈົນກວ່າເຂົາຫລຽວເບິ່ງໃບໜ້າຂອງທ່ານ ກ່ອນທີ່ທ່ານຈະເລີ່ມເວົ້າ ຫຼື ສະແດງພາສາມີເຂົ້າໃນການສື່ສານກັບເດັກນັ້ນ.
ໃນການທີ່ຈະດຶງດູດຄວາມໃສ່ໃຈຂອງເດັກນັ້ນ, ຈົ່ງພະຍາຍາມເຄື່ອນຍ້າຍ ຫຼື ແກວ່ງມືຂອງທ່ານ ໃນບ່ອນທີ່ເຂົາສາມາດສັງເກດເຫັນໄດ້, ເອີ້ນຊື່ຂອງເຂົາ, ສຳຜັດເຂົາ ຫຼື ຕີວັດຖຸທີ່ຢູ່ໃກ້ເຮັດໃຫ້ເກີດສຽງດັງ ເພື່ອທີ່ເດັກສາມາດຮັບຮູ້ເຖິງການສັ່ນສະເທືອນນັ້ນ.
ວິທີຕ່າງໆໃນການດຶງດູດຄວາມໃສ່ໃຈລູກຂອງທ່ານ
ຖ້າລູກຂອງທ່ານຫາກມີຄວາມສົນໃຈຕໍ່ສິ່ງວັດຖຸໃດໜຶ່ງຫຼາຍກວ່າໃນສິ່ງທ່ານກຳລັງສື່ສານຢູ່ນັ້ນ. ທ່ານສາມາດດຶງດູດຄວາມສົນໃຈລູກຂອງທ່ານໄດ້ ດ້ວຍການຢຸດການກະທຳທຸກຢ່າງ ແລ້ວນຳເອົາວັດຖຸດັ່ງກ່າວນັ້ນ ມາໃກ້ກັບໃບໜ້າຂອງທ່ານ ຫຼື ໃຊ້ພາສາມື ຫຼື ສັນຍະລັກໃກ້ກັບວັດຖຸນັ້ນ.
- ຢຸດການກະທຳທັງໝົດ. ຖ້າທ່ານຫາກຢຸດການເຄື່ອນໄຫວທັງໝົດແລ້ວ, ໂດຍສະເພາະແມ່ນວັດຖຸໃດໜຶ່ງທີ່ຢູ່ໃນມືຂອງທ່ານນັ້ນ. ເຊິ່ງອາດຈະເຮັດໃຫ້ລູກຂອງທ່ານຫລຽວເບິ່ງທ່ານວ່າ: ຍ້ອນຫຍັງທ່ານຈິ່ງຢຸດ.
- ນຳເອົາວັດຖຸທີ່ເຂົາສົນໃຈນັ້ນມາໃກ້ກັບໃບໜ້າຂອງທ່ານ. ເພື່ອເປັນການເຮັດໃຫ້ເດັກສາມາດເບິ່ງເຫັນໃບໜ້າຂອງທ່ານໄດ້ ແລະ ກໍ່ໃຊ້ວັດຖຸດັ່ງກ່າວນັ້ນເຮັດຄືເກົ່າ. (ຖ້າທ່ານຫາກຕ້ອງການໃຫ້ເດັກສັງເກດເບິ່ງຮີມສົບຂອງທ່ານ.)
- ຊີ້ມືໃສ່ ຫຼື ເຮັດສັນຍະລັກໃກ້ກັບວັດຖຸນັ້ນ (ຖ້າທ່ານຫາກຕ້ອງການໃຫ້ເຂົາຮຽນຮູ້ສັນຍະລັກສຳລັບວັດຖຸນັ້ນ)
ຕອນທຳອິດ, ມັນຫຍຸ້ງຍາກຫຼາຍທີ່ຈະຈົດຈຳວ່າ ຈະດຶງດູດຄວາມສົນໃຈທັງໝົດຂອງລູກທ່ານນັ້ນ ໄດ້ແລ້ວໃດ, ກ່ອນທີ່ທ່ານຈະເລີ່ມສື່ສານກັບເຂົານັ້ນ. ແຕ່ມັນກໍ່ຈະງ່າຍຂຶ້ນ ເມື່ອໄດ້ມີການເຝິກຊ້ອມ.
ສະແດງສັນຍະລັກ ຫຼື ເວົ້າເຊິ່ງໜ້າໃນລະດັບສາຍຕາທີ່ພຽງກັນ
ລູກຂອງທ່ານຈະສາມາດເຂົ້າໃຈໄດ້ຫຼາຍຂຶ້ນໃນທີ່ສິ່ງທີ່ທ່ານເວົ້າ ຫຼື ສັນຍະລັກນັ້ນ, ຖ້າທ່ານຫາກຄູ້ເຂົ່າລົງໃຫ້ໃກ້ກັບເຂົາ (ພາຍໃນ 1 ແມັດ) ແລະ ເບິ່ງໄປທີ່ໃບໜ້າຂອງເຂົາໃນຂະນະທີ່ທ່ານເວົ້າ ຫຼື ສະແດງສັນຍະລັກ.
ຖ້າເປັນໄປໄດ້. ແມ່ນພະຍາຍາມໃຫ້ມີແສງຈາກຕາເວັນ ແສງຂອງໂຄມໄຟສ່ອງໃສ່ໃບໜ້າຂອງທ່ານ. ແຕ່ຫາກບໍ່ແມ່ນສ່ອງມາທາງເບື້ອງຫຼັງທ່ານ, ເພາະວ່າ ເມື່ອແສງສ່ອງມາທາງເບື້ອງຫຼັງຂອງທ່ານ ຈະເຮັດໃຫ້ມື ແລະ ໃບໜ້າຂອງທ່ານເປັນເງົາ ເຊິ່ງຢາກທີ່ຈະສັງເກດເຫັນໄດ້.
ມັນຈະງ່າຍຂຶ້ນສຳລັບລູກຂອງທ່ານໃນການທີ່ຈະເຂົ້າໃຈໃນພາສາຄຳເວົ້າ, ຖ້າຫາກວ່າທ່ານເວົ້າຢ່າງເປັນທຳມະຊາດ ແລະ ມີນ້ໍາສຽງທີ່ຈະແຈ້ງ, ບໍ່ໃຫ້ຮ້ອງໃສ່, ເພາະວ່າ ການຮ້ອງໃສ່ນັ້ນ ມັນຈະເຮັດໃຫ້ຄຳເວົ້ານັ້ນຍາກທີ່ຈະເຂົ້າໃຈ. ພະຍາຍາມເວົ້າເປັນປະໂຫຍກທີ່ສັ້ນ ແລະ ທຳມະດາ. ສະນັ້ນ ທ່ານຈຶ່ງຈະບໍ່ເຮັດໃຫ້ເຂົາສັບສົນ ແລະ ມັນຈະງ່າຍຂຶ້ນສຳລັບລູກຂອງທ່ານໃນການສັງເກດການເຄື່ອນເໜັງຮີມສົບຂອງທ່ານໃນຂະນະທີ່ເວົ້າ.
ຖ້າລູກຂອງທ່ານຫາກສາມາດໄດ້ຍິນສ່ວນໃດສ່ວນໜຶ່ງ
ຄຳແນະນຳເຫຼົ່ານີ້ ອາດຈະຊ່ວຍໃຫ້ເຂົາໄດ້ຍິນດີຂຶ້ນຕື່ມເລັກໜ້ອຍ.
- ຫຸບມືເຂົ້າ ແລະ ວາງໄວ້ເບື້ອງຫຼັງຂອງຫູ ເຊິ່ງເປັນການເຮັດໃຫ້ສຽງຜ່ານເຂົ້າມາຜ່ານຫູໃຫ້ຫຼາຍຂຶ້ນ.
- ເວົ້າໃກ້ກັບຫູຂອງເດັກ, ວິທີນີ້ຈະຊ່ວຍໃຫ້ສຽງດັງຂຶ້ນ ແລະ ຫຼຸດຜ່ອນສຽງລົບກວນຈາກສິ່ງແວດລ້ອມອ້ອມຂ້າງໄດ້. ແຕ່ຕ້ອງເຂົ້າໃຈສະເໝີວ່າເຂົາຕ້ອງການທີ່ຈະສັງເກດໃບໜ້າຂອງທ່ານ ໃນເວລາທີ່ທ່ານກຳລັງເວົ້າກັບເຂົານັ້ນ.
ການໃຊ້ພາສາມື, ການສຳຜັດ ແລະ ການສະແດງສີໜ້າ
ທຸກຄົນລ້ວນແຕ່ເຄື່ອນໄຫວທາງດ້ານຮ່າງກາຍ, ການສຳຜັດ ແລະ ການສະແດງສີໜ້າ ເພື່ອຊ່ວຍໃຫ້ຄົນອື່ນເຂົ້າໃຈວ່າ ພວກເຂົາຕ້ອງການເວົ້າຫຍັງ, ເດັກກໍ່ມັກໃຊ້ການສຳຜັດສະເໝີໃນການສື່ສານກັບຄົນອື່ນ. ສຳລັບເດັກພິການທາງຫູຄົ້ນພົບວ່າ ການສຳຜັດມີຜົນປະໂຫຍດສູງທີ່ສຸດສຳລັບພວກເຂົາ, ເພາະວ່າ ການສຳຜັດຈະຊ່ວຍສື່ສານເຖິງຄວາມຫ່ວງໃຍ ແລະ ຄວາມຜູກພັນ ເຊິ່ງບໍ່ມີສິ່ງໃດສາມາດເຮັດໄດ້. ບາງຄັ້ງ ການ ເຄື່ອນໄຫວ ແລະ ການເບິ່ງກໍ່ສາມາດໃຊ້ແທນຄຳສັບ ຫຼື ສັນຍະລັກໄດ້. ຕໍ່ມາພວກເຂົາອາດຈະຕື່ມຂ້ໍມູນໃສ່ບັນດາຄຳເວົ້າ ແລະ ສັນຍະລັກເຫຼ່ົານັ້ນ.
ຈົ່ງຊ່ວຍເຫຼືອລູກຂອງທ່ານດ້ວຍການໃຊ້ການເຄ່ືອນໄຫວ ແລະ ການສະແດງສີໜ້າຂອງທ່ານ ໃນການສື່ສານໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້, ກ່ອນອື່ນ ພະຍາຍາມສັງເກດເບິ່ງວ່າ ທ່ານມີຄວາມພ້ອມພຽງໃດໃນການເຮັດສິ່ງດ່ັງກ່າວ, ຕໍ່ຈາກນັ້ນ ກໍ່ຊອກຫາວິທີທາງວ່າທ່ານຈະເຮັດແນວໃດເພື່ອເພີ່ມເຕີມໃສ່ໃນສິ່ງທີ່ທ່ານ ເຮັດນັ້ນ.
ຕ້ອງແນ່ໃຈສະເໝີວ່າ ຂ້ໍມູນທີ່ທ່ານສົ່ງໄປດ້ວຍການໃຊ້ພາກສ່ວນຂອງຮ່າງກາຍ ແລະ ສີໜ້ານັ້ນ ແມ່ນຖືກຕ້ອງກັບສິ່ງທີ່ທ່ານສົ່ງໄປດ້ວຍພາສາຄຳເວົ້າ ຫຼື ສັນຍະລັກນັ້ນ. ຖ້າຂໍ້ຄວາມທີ່ສົ່ງໄປໂດຍການໃຊ້ສີໜ້າຫາກບໍ່ຕົງກັບພາສາຄຳເວົ້າຂອງທ່ານ, ລູກຂອງທ່ານເອງກໍ່ຈະສັບສົນ.
ຫຼຸດຜ່ອນພາວະວຸ້ນວາຍຈິດໃຈໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້
ພາວະວຸ້ນວາຍຈິດໃຈ ເຊັ່ນ: ການທີ່ເດັກຄົນອ່ືນຫຼິ້ນຢູ້ໃກ້ກັບລູກຂອງທ່ານນັ້ນ ສາມາດສົ່ງຜົນການເຮັດກິດຈະກຳຂອງລູກທ່ານ ມີຄວາມຫຍຸ້ງຍາກຂຶ້ນ ຫຼື ເຮັດບໍ່ໄດ້ເລີຍ, ໃນກໍ່ລະນີດັ່ງກ່າວນີ້ ທ່ານສາມາດຊ່ວຍໄດ້ ໂດຍການຊອກຫາສະຖານທີ່ທີ່ມີສິ່ງລົບກວນໜ້ອຍ ແລະ ພະຍາຍາມເອົາສຽງຕ່າງໆ ທີ່ບໍ່ຈຳເປັນອອກ. ຖ້າຫາກໃນຫ້ອງມີສິ່ງລົບກວນຫຼາຍ ກໍ່ຈະເຮັດໃຫ້ເດັກຜູ້ທີ່ບໍ່ສາມາດຮັບຟັງໄດ້ດີນັ້ນ ມີຄວາມຫຍຸ້ງຍາກທີ່ຈະເຂົ້າໃຈໃນສິ່ງທີ່ຄົນອື່ນເວົ້າອອກມາ.
ດັດແປງກິດຈະກຳໃຫ້ເໝາະສົມກັບລູກຂອງທ່ານ
ບັນດາກິດຈະກຳທີ່ມີຢູ່ໃນປຶ້ມເຫຼັ້ມນີ້ ສາມາດຊ່ວຍໃຫ້ລູກຂອງທ່ານຮຽນຮູ້ການສື່ສານໄດ້. ແຕ່ພວກມັນເປັນພຽງຕົວຢ່າງທ່ີຊ່ວຍໃນການຮຽນຮູ້ຂອງເດັກເທົ່ານັ້ນ, ຈົ່ງສັງເກດເບິ່ງລູກຂອງທ່ານໃຫ້ລະອຽດວ່າ ເຂົາມີຄວາມສົນໃຈໃນສິ່ງໃດ ແລະ ເຮັດໃຫ້ເຂົາມີຄວາມຕ້ອງການຈະສື່ສານ, ພ້ອມທັງສັງເກດອີກວ່າ ແມ່ນສິ່ງໃດທີ່ເຮັດໃຫ້ເຂົາເສຍໃຈ ແລະ ເຮັດໃຫ້ເຂົາຢາກຢຸດການສື່ສານ. ຕໍ່ຈາກນັ້ນ ທ່ານກໍ່ສາມາດຄົ້ນຄິດເພື່ອຊອກຫາວິທີດັດແປງບັນດາກິດຈະກຳທີ່ຢູ່ໃນປຶ້ມເຫຼັ້ມນີ້, ແລ້ວກິດຈະກຳຕ່າງໆເຫຼົ່ານີ້ຈະໄດ້ຮັບຜົນດີ ແລະ ມີຄວາມເໝາະສົມກັບລູກຂອງທ່ານ. ພ້ອມກັນນັ້ນມັນກໍ່ຈະງ່າຍຂຶ້ນໃນການຈັດກິດຈະກຳປະຈຳວັນໃນຄອບຄົວຂອງທ່ານ.
ທ່ານຍັງສາມາດດັດປັບບັນດາກິດຈະກຳເຫຼົ່ານີ້ໃຫ້ເໝາະສົມກັບຄວາມອາດສາມາດຂອງລູກທ່ານ. ຕົວຢ່າງ:
|
ອາກາດມັນຮ້ອນ! ລູກຢາກດື່ມ ນ້ໍາບໍ? ພໍ່ກໍ່ຢາກດື່ມນ້ໍາຄືກັນ |
|
ຖ້າພວກເຈົ້າໃຊ້ສັນຍະລັກນີ້ ແທນໃຫ້ແກ່ “ລູກບານ” ຈັນທະ ສອນ ກໍ່ຈະສາມາດເຂົ້າໃຈໄດ້. |
|
ລູກໄດ້ຍິນບໍ? ມີຄົນຢູ່ທີ່ປະຕູ. |
ການຊ່ວຍເຫຼືອໃນການຈະເລີນເຕີບໂຕລູກຂອງທ່ານ | |
ຖ້າທ່ານຫາກປະຕິບັດບັນດາກິດຈະກຳເຫຼົ່ານີ້ ໃຫ້ກາຍເປັນພາກສ່ວນໜຶ່ງໃນຊີວິດປະຈຳວັນຂອງຄອບຄົວທ່ານແລ້ວ, ລູກຂອງທ່ານຈະມີຊີວິດໄວເດັກທີ່ເຕັມໄປດ້ວຍຄວາມສະໜຸກສະໜານ ແລະ ການຮຽນຮູ້ເມື່ອເຂົາເຕີບໃຫຍ່ຂຶ້ນມາ ເຂົາຈະສາມາດ: | |
ຮ່ວມການສົນທະນາຄອບຄົວໄດ້. | ພັດທະນາມິດຕະພາບ ກັບເດັກຄົນອື່ນໆໄດ້. |
ໄປໂຮງຮຽນ ແລະ ຮຽນ ຮູ້ເລື່ອງການຄິດໄລ່ໄດ້. | |
ພົບປະກັບບັນດາເດັກ ແລະ ຜູ້ໃຫຍ່ຄົນອື່ນ ທີ່ພິການທາງຫູ ຫຼື ບໍ່ສາມາດຮັບຟັງໄດ້ດີ. | |
ແຕ່ງງານ ແລະ ມີຄອບຄົວເປັນຂອງ ຕົນເອງ, ນັບຈາກນີ້ເປັນຕົ້ນໄປ. ເຂົາເອງກໍ່ຈະສາມາດສົ່ງເສີມຄອບຄົວ ຂອງເຂົາ ແລະ ຢູ່ຮ່ວມກັບຊຸມຊົນໄດ້. |
ໃນຂະນະທີ່ທ່ານເຮັດກິດຈະກຳຕ່າງໆໃນປຶ້ມເຫຼັ້ມນີ້, ຈົ່ງພະຍາຍາມຄື:
- ຕ້ອງອົດທົນ: ເດັກນ້ອຍສາມາດໃສ່ໃຈໄດ້ພຽງແຕ່ 2-3 ນາທີເທົ່ານັ້ນຕໍ່ຄັ້ງ.
- ຕ້ອງໃຫ້ມີຄວາມເບີກບານໃຈ: ການຮຽນຮູ້ກິດຈະກຳ ຈະມີປະສິດທິພາບຫຼາຍຂຶ້ນ, ຖ້າຫາກກິດຈະກຳເຫຼົ່ານັ້ນຫາກມີຄວາມສະໜຸກສະໜານສຳລັບທ່ານທັງສອງຝ່າຍ.
ບໍ່ຕ້ອງໝົດກຳລັງໃຈ, ບໍ່ຄວນຄາດຫວັງໃຫ້ມີການປ່ຽນແປງພຶດຕິກຳຂອງເດັກຢ່າງທັນທີທັນໃດ, ລູກ ຂອງທ່ານຈະສາມາດຮຽນຮູ້ສິ່ງໃດສິ່ງໜຶ່ງຈາກແຕ່ລະບັນດາກິດຈະກຳ, ຖ້າທ່ານບໍ່ສັງເກດ ທ່ານເອງກໍ່ບໍ່ສາ ມາດຮັບຮູ້ໄດ້.