Hesperian Health Guides

ຈັດ​ກິດຈະກຳ​ໃຫ້ເໝາະສົມ​ເຂົ້າໃນ​ຊີວິດ​ປະຈຳວັນ​ຂອງ​ຄອບຄົວ​ຂອງທ່ານ

ຢູ່ໃນພາກນີ້:

ມັນເປັນ​ສິ່ງສຳຄັນ​ຫລາຍທີ່​ຈະຄົ້ນຄິດ​ກ່ຽວກັບ​ວິທີ​ໃນການ​ຊ່ວຍ​ສົ່ງເສີມ​ພັດທະນາການ​ລູກ​ຂອງທ່ານ, ໃນຊີວິດ​ທາງ​ທີ່ກາຍເປັນ​ສະຕິ​ສຳລັບ​ຄອບຄົວ​ຂອງທ່ານ​ເອງ. ກິດຈະກຳ​ຈຳນວນໜຶ່ງ​ທີ່ຢູ່​ໃນ​ປຶ້ມເຫຼັ້ມ​ດັ່ງກ່າວ​ນີ້ຕ້ອງ​ໃຊ້ເວລາ​ໃນການ​ປະຕິບັດ​ຕົວຈິງ ຫຼື ອາດຈະ​ເປັນການ​ດັດແປງ​ວິທີ​ທີ່ທ່ານ​ເຄີຍເຮັດ​ເປັນ​ປົກກະຕິ​ຜ່ານມາ.

ລູກ​ຂອງທ່ານ​ຈະຮຽນຮູ້​ໄດ້ດີ​ກວ່າ ເມື່ອ​ມີການ​ສອນໃຫ້​ເຂົາມີ​ສ່ວນຮ່ວມ​ໃນ​ກິດຈະກຳ​ປະຈຳວັນ.

  • ການເວົ້າ ຫຼື ໃຊ້​ພາສາ​ມື​ຕໍ່ລູກ​ຂອງທ່ານ​ໃນ​ຂະນະທີ່ເຮັດ​ກິດຈະກຳ​ຮ່ວມກັນ​ເຊັ່ນ: ການຮັບ​ປະທານ​ອາຫານ, ການ​ອາບນ້ໍາ, ການປ່ຽນ​ເຄື່ອງນຸ່ງ ແລະ ອື່ນໆ. ໄລຍະ​ເວລາ​ດ່ັງກ່າວ​ນັ້ນ ເປັນ​ໄລຍະ​ເວລາ​ທີ່ດີ​ໃນການ​ເວົ້າ ຫຼື ໃຊ້​ພາສາ​ມື ແມ່ນໄລຍະ​ເວລາ​ທີ່ທ່ານ​ໄດ້​ໃກ້ຊິດ​ກັບລູກ​ຂອງທ່ານ ແລະ ເຂົາເອງ​ກໍ່​ໃສ່ໃຈ​ຕໍ່ທ່ານ​ເປັນ​ປົກກະຕິ.
A young girl shows her younger brother how to plant beans.
ຖ້າ​ພວກເຮົາ​ຫາກ​ດູແລ ແລະຮັກສາ​ເບ້ຍ​ຖົ່ວນີ້ດີ, ພວກມັນ ກໍ່ຈະ​ເຕີບໂຕ ແລະ ແຂງແຮງ.
ໃຫຍ່!
A woman signing to her small child.
ເສື້ອ
ແມ່​ຂອງນາງ​ອານິດາ ກຳລັງໃຊ້​ພາສາ​ສັນຍະ ລັກ​ໃນການ​ສື່ສານ​ກັບເດັກ.

ໃນການ​ພັນລະນາ​ກ່ຽວກັບ​ສິ່ງທີ່​ທ່ານເຮັດ​ນັ້ນ. ຈົ່ງໃຊ້ຄຳສັບ ຫຼື ສັນຍະລັກໃຫ້ຄືກັນ ໃນເມື່ອມັນແມ່ນສິ່ງດຽວກັນໃນແຕ່ລະຄັ້ງ, ມັນຈະຊ່ວຍໃຫ້ລູກຂອງທ່ານຮຽນຮູ້ຄວາມໝາຍຂອງສັນຍະລັກ ແລະ ຄຳສັບດັ່ງກ່າວ ແລະຍັງຈະຊ່ວຍໃຫ້ເຂົາສາມາດນຳໃຊ້ບັນດາສັນຍະລັກ ແລະ ຄຳສັບດັ່ງກ່າວນັ້ນອີກດ້ວຍ. ເບິ່ງຂໍ້ມູນເພີ່ມຕື່ມໄດ້ໃນການ​ກະກຽມ​ໃຫ້ເດັກ​ໃນການ​ໃຊ້​ພາສາ​ສັນຍະລັກ ແລະ ການເວົ້າ.

A woman signing to her small child.
ລູກ​ຫົວບໍ? ລູກໄດ້ ກິນເຂົ້າ​ບໍ? ມ່ຳໆ!
ແມ່​ຂອງນາງ​ຄຳມະນີ ກຳລັງໃຊ້​ພາສາ​ມື​ໃນການ​ສື່ສານ.
  • ຈົ່ງເອົາ​ລູກ​ຂອງທ່ານ​ຢູ່ນຳ​ໃຫ້ຫລາຍ​ເທົ່່າທີ່​ຈະເປັນ​ໄປໄດ້​ໃນຂະນະ​ທີ່ທ່ານ​ເຮັດວຽກ ແລະ ພະຍາ ຍາມໃຊ້​ຄຳເວົ້າ​ທີ່ສັ້ນ​ໃນການ​ພັນລະນາ​ກ່ຽວກັບ​ສິ່ງທີ່​ທ່ານ​ກຳລັງ​ເຮັດຢູ່.
A boy speaking to his younger brother.
ແອັກ! ບໍ່ມັກ ຜັກຫົມຂົມ
ພີ່ນ້ອງ​ຂອງ ທ້າວ ຄຳແກ້ວ ກຳລັງ​ໃຊ້ຄຳເວົ້າ ແລະ ການສະແດງ​ສີໜ້າ​ໃນການ​ສື່ສານ.


  • ເວົ້າ ແລະ ສະແດງ​ສັນຍະລັກ​ກ່ຽວກັບ​ສິ່ງທີ່​ທ່ານຄິດວ່າ ລູກ​ຂອງທ່ານ​ໄດ້ເຫັນ, ກະທຳ ຫຼື ຮູ້ສຶກ. ໂດຍການ​ສົມມຸດ​ວ່າ​ທ່ານ​ແມ່ນ​ຕົວເຂົາ.
A woman and her small child put a pineapple in a basket.
ໝາກນັດ! ລູກຍັງ ຢາກໄດ້​ຫຍັງຕື່ມ​ບໍ?
  • ຕິດຕາມ​ຄວາມສົນໃຈ​ຂອງເດັກ, ແລະ ເຮັດ​ກິດຈະກຳ​ຂຶ້ນ​ໂດຍການ​ໃຊ້ສິ່ງທີ່​ລູກ​ຂອງທ່ານ​ສົນໃຈ.

ອີງຕາມ​ສະພາບ​ຄວາມເປັນຈິງ

  • ຈົ່ງ​ພະຍາຍາມ​ໃຫ້ຮູ້ເຖິງ​ຄວາມເປັນຈິງ​ກ່ຽວກັບ​ທ່ານ ແລະ ບຸກຄົນ​ອື່ນ​ທີ່ສາມາດ​ໃຊ້​ເວລາ​ຫຼິ້ນກັບ​ລູກ​ຂອງທ່ານ​ນັ້ນວ່າ ຫຼາຍ​ພຽງໃດ.
A woman thinking as she weaves.
ໃນຂະນະ​ທີ່ຂ້ອຍ​ກຳລັງ​ຕ່ຳຫູກ, ຂ້ອຍ ຍັງ​ສາມາດ​ເວົ້າກ່ຽວກັບສີ ແລະ ນາງ ຄຳແກ້ວ ກໍ່ຈະ​ຮຽນຮູ້​ຊື່​ຂອງສີ ເມື່ອນາງ ເວົ້າເລື່ອງ​ນຳຂ້ອຍ.
  • ພະຍາຍາມ​ປັບ​ກິດຈະກຳ​ໃຫ້​ເໝາະສົມ, ຈະເຮັດໃຫ້​ພວກເຂົາ​ສາມາດ​ປັບຕົວ​ເຂົ້າກັບ​ຊີວິດ​ປະຈຳວັນ​ຂອງທ່ານ​ໄດ້​ຢ່າງງ່າຍດາຍ ແລະ ໃຊ້​ເວລາ​ໜ້ອຍລົງ.


  • ຈົ່ງ​ພະຍາຍາມ​ເຮັດໃຫ້​ແຍກ​ກິດຈະກຳ ຫຼື ສິ່ງທີ່​ໃຫຍ່ ແລະ ຍາວອອກ​ໃຫ້ເປັນ​ພາກສ່ວນ​ນ້ອຍໆ. ມີຂັ້ນຕອນ​ເຮັດທີ່​ງ່າຍຂຶ້ນ. ວິທີນີ້ ທ່ານຈະໄດ້ຮັບ​ຜົນ ແລະ ຈະບໍ່​ເຮັດໃຫ້​ທໍ່ໃຈ.
2 women sit and speak together; a small child sits nearby.
ຂ້ອຍ​ຢາກໃຫ້ ທ້າວ​ມີໄຊ ຮຽນເວົ້າ ຊື່​ຂອງລາວ​ເອງ.
ຍ້ອນຫຍັງ ເຈົ້າຈຶ່ງ​ບໍ່ ເລີ່ມຕົ້ນ​ເທື່ອລະ​ໂຕ​ດ້ວຍ ການ​ແຍກອອກ, ເຊັ່ນ. “ມີ” ແລະ “ໄຊ”.