Hesperian Health Guides

ເດັກ​ຮຽນຮູ້​ການ​ສື່ສານ​ໄດ້​ແນວໃດ

ຢູ່ໃນພາກນີ້:

ເຖິງ​ແມ່ນວ່າ​ເດັກ​ມີການ​ສື່ສານ​ຕັ້ງແຕ່​ເກີດ, ແຕ່​ໃນຕອນ​ທຳອິດ​ນັ້ນ ເຂົາເອງ​ກໍ່ບໍ່​ຮູ້ວ່າ​ ເຂົາ​ກຳລັງ​ເຮັດຫຍັງ​ເຊັ່ນ: ເຄື່ອນຍ້າຍ​ຮ່າງກາຍ​ຂອງເຂົາ, ສົ່ງສຽງ​ອອກມາ ຫຼື ປ່ຽນແປງ​ຮູບ​ລັກສະນະ​ໃບໜ້າ​ຂອງ​ພວກເຂົາ​ ເພາະ​ວ່າ​ ສິ່ງ​ເຫຼົ່ານັ້ນ ເປັນພຽງ​ແຕ່​ສິ່ງທີ່​ເຂົາ​ຮູ້ສຶກ​ເທົ່ານັ້ນ. ຕົວຢ່າງ: ເຂົາ​ອາດຈະ​ໄຫ້ ເມື່ອເຂົາ​ຮູ້ສຶກ​ຫົວ ຫຼື ປຽກ. ດັ່ງນັ້ນ, ຍ້ອນ​ຂໍ້ຄວາມ​ດ່ັງກ່າວ​ນີ້ ເຮັດໃຫ້​ສິ່ງ​ອື່ນ​ເກີດຂຶ້ນ. ເມື່ອ​ເຂົາ​ໄຫ້​ ບາງຄົນ​ອາດຈະ​ຊອກຫາ​ວ່າ ມີຫຍັງ​ຜິດ​ປົກກະຕິ​ເກີດຂຶ້ນ​ກັບເຂົາ​ ຫຼື ບໍ່, ເມື່ອເຂົາ​ຍິ້ມ​ຄົນເຮົາ​ກໍ່​ມັກຈະ​ຍິ້ມຕອບ, ສະນັ້ນ ເຂົາກໍ່​ເລີ່ມ​ທີ່ຈະ​ສົ່ງ​ຂ້ໍຄວາມ​ເພື່ອ​ເຮັດໃຫ້​ສິ່ງອື່ນ​ເກີດຂຶ້ນ.

ການ​ສື່ສານ​ແມ່ນ​ເຄື່ອງມື​ທີ່ມີ​ອຳນາດ​ອັນໜຶ່ງ ໃນການ​ເອົາສິ່ງ​ທີ່​ພວກເຮົາ​ຢາກໄດ້​ ຫຼື ​ຕ້ອງການ​ນັ້ນ ແລະ ເຂົ້າໃຈ​ເຖິງ​ຄວາມ​ຕ້ອງການ ຫຼື ຄວາມຢາກ​ໄດ້​ຂອງ​ຄົນອື່ນ. ທ່ານ​ສາມາດ​ຊ່ວຍໃຫ້​ເດັກ​ເລີ່ມ​ມີການ​ສື່ສານ​ໄດ້ ໂດຍການ​ຕອບສະໜອງ​ຕໍ່​ບັນດາ​ການ​ເຄື່ອນໄຫວ, ສຽງ ແລະ ການ​ສະແດງ​ສີໜ້າ​ຂອງເຂົາ. ສິ່ງ​ເຫຼົ່ານີ້​ຈະຊ່ວຍ​ໃຫ້ເຂົາ​ຮຽນຮູ້​ວ່າ ການ​ກະທຳ​ຂອງເຂົາ​ນັ້ນ​ມີຜົນ​ກະທົບ​ຕໍ່​ບຸກຄົນ​ອື່ນ​ນັ້ນ​ແນວໃດ.

ໃຫ້ລູກ​ຂອງທ່ານ​ມີການ​ຜັດປ່ຽນ​ກັນ

A woman signing to her child.
ເອົາ​ໝາກບານ.

ການ​ຜັດປ່ຽນ​ກັນ​ຈະຊ່ວຍ​ໃຫ້ລູກ​ຂອງທ່ານ​ພັດທະນາ​ທັກສະ​ການ​ສື່ສານ​ສອງ​ທິດທາງ. ເມື່ອເຂົາ​ເຕີບໂຕ​ຂຶ້ນມາ, ນີ້​ຈະຊ່ວຍ​ໃຫ້ເຂົາ​ຮຽນຮູ້​ການ​ສົນທະນາ​ກັບ​ບຸກຄົນ​ອື່ນໆ. ນັ້ນແມ່ນ​ໝາກບານ.

ບັນດາ​ພາບ​ຕໍ່ໄປນີ້ ແມ່ນການ​ສະແດງເຖິງ​ນາງ ສົມຈັນ ແມ່ຂອງ ທ້າວ ຄຳແດງ, ກຳລັງ​ຊ່ວຍລູກ​ຂອງລາວ​ໃຫ້ມີການ​ຮຽນຮູ້​ການ​ສື່ສານ.

A woman points to herself as she signs to her child.
ນັ້ນແມ່ນ​ໝາກບານ.
ໃບໜ້າ​ຂອງ ນາງ ສົມຈັນ ໄດ້​ສະແດງ​ໃຫ້ ເຫັນ​ວ່າ: ລາວ​ກຳລັງ​ຖາມ​ຄຳຖາມ​ໃດໜຶ່ງ​ຢູ່.
A woman signs to her child.
ຂອບໃຈ! ຄຳແດງ ເຮັດ​ໄດ້ດີ​ຫຼາຍ.


ລູກ​ຂອງທ່ານ​ຈະ​ສາມາດ​ຮຽນຮູ້​ໄດ້ຫຼາຍ​ຂຶ້ນ, ຖ້າ​ທ່ານ ແລະ ລູກ​ຂອງທ່ານ ຫາກ​ສາມາດ​ຍິນຍອມ ແລະ ຍອມເສຍ​ສະລະ​ໃຫ້ແກ່​ກັນໄດ້.

A woman and her child roll a ball back and forth to each other.
ເມື່ອ ທ້າວ ຄຳແດງ ພ້ອມແລ້ວ, ສົມຈັນ ກໍ່ຈະ​ກິ້ງ​ໝາກບານ​ໄປຫາ​ລາວ.

ຕົວຢ່າງ: ນາງ ສົມຈັນ ຈະ​ລໍຖ້າ​ຈົນກວ່າ​ຄຳແດງ ລູກ​ຂອງລາວ, ເບິ່ງ​ໃບໜ້າ​ຂອງນາງ. ສົມຈັນ​ສ້າງຄວາມ​ສົນໃຈ ແລະ ດຶງດູດ​ຄວາມ​ໃສ່ໃຈ ດ້ວຍການ​ຍົກຄິ້ວ, ຍິ້ມ ແລະ ສັ່ນ​ໝາກບານ.


HCWD Ch4 Page 35-2.png
ເມື່ອ​ຄຳແດງ​ກິ້ງ​ໝາກບານ​ຄືນໃຫ້​ ສົມຈັນ. ລາວກໍ່ ຕອບ​ສະໜອງ​ດ້ວຍ ການຍິ້ມ ແລະ ຕົບມື...
HCWD Ch4 Page 35-3.png
...ແລະ ກິ້ງ​ໝາກບານ​ກັບໄປ​ຫາ ຄຳແດງ​ອີກ.


ຫຼັງຈາກ​ທີ່​ຄຳແດງ​ຮັບຮູ້​ວ່າ​ເຮັດແນວໃດ​ແລ້ວ. ລາວ ແລະ ແມ່​ຂອງລາວ​ກໍ່ຈະ​ປ່ຽນຜຽນ​ກັນ.

A woman raises her shoulders and extends her hands in surprise.

ຕໍ່ມາ ສົມຈັນ​ໄດ້ປ່ຽນ​ເກມຫຼິ້ນ ເພື່ອ​ຮັກສາ​ຄວາມ​ໃສ່ໃຈ​ຂອງ ທ້າວ ຄຳແດງ​ໄວ້. ນາງ​ໄດ້ເອົາ​ໝາກບານ​ເຂົ້າໄວ້​ໃນ​ກັບໜຶ່ງ. ສັງເກດ​ເບິ່ງ​ໃບໜ້າ​ຂອງ​ສົມຈັນ, ໃບໜ້າ​ຂອງທ່ານ​ຈະເປັນ​ແນວໃດ ຖ້າທ່ານ​ຫາກ​ຖືກຖາມ​ວ່າ “ໝາກບານຢູ່ໃສ?” ໂດຍທີ່ີບໍ່ໄດ້ໃຊ້ຄຳເວົ້າ.

HCWD Ch4 Page 35-5.png
ສົມຈັນລໍຖ້າໃນຂະນະທີ່ ຄຳແດງ ຄານໄປຫາກັບນັ້ນ.
HCWD Ch4 Page 35-6.png
ສົມຈັນ ຍິ້ມ ແລະ ຕົບມື​ອີກ ເມື່ອ​ຄຳ ແດງ​ສາມາດ​ຊອກເຫັນ​ລູກບານ​ນັ້ນ.


ການ​ສື່ສານ​ຂັ້ນ​ພື້ນຖານ ແມ່ນ​ໄດ້​ເລີ່ມຂຶ້ນ​ຕັ້ງແຕ່​ຄາວທີ່​ພວກເຂົາ​ຍັງເດັກ. ເຊິ່ງ​ເປັນການ​ສື່ສານ ທີ່ບໍ່ມີ​ພາສາ​ຄຳເວົ້າ.

ການ​ກະຕຸ້ນ​ໃຫ້ລູກ​ຂອງທ່ານ​ມີການ​ປ່ຽນຜຽນ​ກັນ

ທຸກຄັ້ງ​ທີ່ທ່ານ​ປ່ຽນຜຽນ​ກັບລູກ​ຂອງທ່ານ ມັນຈະມີ​ຄວາມ​ຫຍຸ້ງຍາກ​ພໍ​ສົມຄວນ. ບັນດາ​ວິທີ​ດັ່ງຕໍ່​ໄປນີ້ ແມ່ນ​ຄຳ​ແນະນຳ​ໂດຍລວມ ໃນການ​ເຮັດໃຫ້​ການ​ປ່ຽນຜຽນ​ກັນໄດ້​ຮັບຜົນ​ສຳເລັດ.

ໂດຍ​ເລີ່ມຈາກ:

  • ດຶງດູດ​ຄວາມ​ສົນໃຈ​ລູກ​ຂອງທ່ານ ແລະ ໃຫ້​ເຂົາຮູ້​ວ່າ ທ່ານ​ພ້ອມແລ້ວ​ທີ່ຈະ​ຫຼິ້ນ.
A woman touches her child's arm.
ຖ້າ​ລູກ​ຂອງທ່ານ​ຫາກ​ບໍ່ຕອບ​ສະໜອງ​ແຕ່​ປະການ ໃດ, ແມ່ນ​ໃຫ້​ກະຕຸ້ນ​ຢ່າງ​ໄວວາ ໂດຍການ​ຈັບແຂນ ຂອງເຂົາ ແລະ ເຕືອນວ່າ​ມັນເປັນ​ຜຽນ​ຂອງເຂົາ.
ອານິດາ?
  • ລູກ​ຂອງທ່ານ​ຈະຮູຸ​ວ່າ: ທ່ານ​ສັງເກດ​ການ​ກະທຳ ຂອງເຂົາ ແລະ ມັກໃນ​ສິ່ງ​ດັ່ງກ່າວ. ເຂົາຈະ​ພະຍາຍາມ​ເຮັດ​ໃນສິ່ງ​ດັ່ງກ່າວ​ນັ້ນອີກ ເພື່ອ​ໃຫ້ໄດ້​ຮັບການ​ຕອບສະໜອງ​ຈາກທ່ານ​ອີກ. ສະນັ້ນ ເມື່ອລູກ​ຂອງທ່ານ​ສົ່ງສຽງ ຫຼື ສ້າງ​ສັນຍະລັກ​ອັນໃດ​ອັນໜຶ່ງ​ອອກມາ, ໃຫ້ມີ​ການ​ຕອບສະໜອງ​ເຂົາ​ໄປໃນ​ທິດທາງ​ທີ່ບວກ ແລ້ວ​ຈະເຮັດ​ໃຫ້ເຂົາ​ສົ່ງສຽງ ແລະ ສ້າງ​ສັນຍະລັກ​ຫຼາຍຂຶ້ນ​ເລື້ອຍໆ.
A woman speaking as she rolls a ball to her child.
ເອົາເດີ! ບານກິ້ງ​ໄປແລ້ວ.
ລໍຖ້າ​ຈົນກວ່າ​ທ່ານ​ສາມາດ​ສ້າງ​ຄວາມ​ໃສ່ໃຈ​ລູກ​ຂອງທ່ານ​ໄດ້, ກ່ອນທີ່​ຈະມີ​ການ​ປ່ຽນຜຽນ​ຕໍ່ໄປ. ຕໍ່ຈາກນັ້ນ​ໃນຜຽນ​ຂອງ ທ່ານ ກໍ່​ພະຍາຍາມ​ໃຊ້​ເວລາ​ໃຫ້​ເທົ່າທຽມກັບ​ໄລຍະ​ເວລາ​ທີ່ ລູກ​ຂອງທ່ານ​ໃຊ້​ໃນຜຽນ​ຂອງເຂົາ​ນັ້ນ.
  • ໃຫ້ລູກ​ຂອງທ່ານ​ເປັນຝ່າຍ​ເລີ່ມກ່ອນ, ຕໍ່ຈາກນັ້ນ ທ່ານ​ສາມາດ​ຕອບ​ສະໜອງ​ໃນສິ່ງ​ທີ່ເຂົາ​ສົນໃຈ. ແຕ່​ຖ້າຫາກ​ທ່ານ​ຕ້ອງ​ລໍຖ້າ​ເປັນ​ເວລາ​ດົນ. ທ່ານ​ກໍ່ຕ້ອງ​ເປັນ ຜູ້​ເລີ່ມກ່ອນ


ເມື່ອທ່ານ​ຕອບສະໜອງ​ຕໍ່ລູກ​ຂອງທ່ານ​ນັ້ນ, ຈ່ົງ​ພະຍາຍາມ:

  • ຮຽນແບບ​ສຽງ ແລະ ການ​ກະທຳ​ຂອງເຂົາ (ຖ້າເຂົາ​ຫາກເວົ້າ​ອອກມາ​ວ່າ “ປາ…ປາ...” ກໍ່ຕ້ອງ​ເວົ້າວ່າ “ປາ...ປາ...ເຊັ່ນກັນ.)
  • ສືບຕໍ່​ເຮັດໃນ​ສິ່ງທີ່​ເຂົາມັກ (ການ​ກິ້ງ​ໝາກບານ​ໃຫ້ເຂົາ​ຄືນອີກ)
  • ເພີ່ມເຕີມ​ໃສ່ໃນ​ກິດຈະກຳ​ທີ່ເຂົາ​ກຳລັງ​ເຮັດ (ເຮັດໃຫ້​ເດັກ​ມີການ​ຊອກຫາ​ໝາກບານ​ຕື່ມອີກ ໃນຂະນະ​ທີ່ເຂົາ​ໄດ້ຫຼິ້ນ​ໝາກບານ​ແລ້ວ) ເຊິ່ງຈະ​ເປັນການ​ຮັກສາ​ຄວາມ​ໃສ່ໃຈ​ຂອງເດັກ ແລະ ຈະຊ່ວຍ​ໃຫ້​ເຂົາ​ຮຽນຮູ້​ວິທີ​ໃໝ່​ໃນການ​ຫຼິ້ນ.
HCWD Ch4 Page 36-3.png
ໝົດແລ້ວ​ບໍ?
ອະນຸຍາດ​ໃຫ້ລູກ​ຂອງທ່ານ​ຢຸດ​ໃນເມື່ອ​ໃດ​ກໍ່ໄດ້​ຕາມ ຄວາມ​ຕ້ອງການ​ຂອງເຂົາ. ໃນຕອນ​ທຳອິດ ການ​ປ່ຽນ ຜຽນ​ກັນ​ອາດໃຊ້​ເວລາ​ພຽງແຕ່ 1 ຫາ 2 ນາທີ​ເທົ່ານັ້ນ, ແຕ່​ຕໍ່ມາ​ລູກ​ຂອງທ່ານ​ອາດ​ຕ້ອງການ​ເວລາ​ຫຼາຍຂຶ້ນ​ໃນ ການ​ປ່ຽນຜຽນ​ກັນ.


ເມື່ອເດັກ​ເຕີບໂຕ​ຂຶ້ນ, ພວກເຂົາ​ຍິ່ງມີ​ຄວາມ​ຕ້ອງການ​ໃນການ​ປ່ຽນຜຽນ​ຫຼາຍຂຶ້ນ.