Hesperian Health Guides
ບົດທີ 7: ການເລືອກເຟັ້ນ ແລະ ການຮຽນຮູ້ພາສາ
ຂໍ້ມູນສຸຂະພາບ > ການຊ່ວຍເຫຼືອເດັກນ້ອຍຫູໜອກ > ບົດທີ 7: ການເລືອກເຟັ້ນ ແລະ ການຮຽນຮູ້ພາສາ
ຢູ່ໃນພາກນີ້:
- ບົດທີ 7: ການເລືອກເຟັ້ນ ແລະ ການຮຽນຮູ້ພາສາ
- ການຮຽນພາສາຕັ້ງແຕ່ອາຍຸຍັງນ້ອຍ ແມ່ນມີຄວາມສຳຄັນ
- ພາສາມື ແລະ ພາສາເວົ້າ
- ການໝູນໃຊ້ພາສາມື
- ການໝູນໃຊ້ພາສາເວົ້າ
- ສິ່ງທີ່ຄວນອຄິດເຖິງ
- ຂ້ອຍຈະຮູ້ໄດ້ແນວໃດວ່າລູກຂ້ອຍກຳລັງຮຽນ?
- ແມ່ນຜູ້ໃດທີ່ຮູ້ວ່າສິ່ງໃດດີທີ່ສຸດສຳລັບລູກຂອງທ່ານ?
- ໃຊ້ພາສາທີ່ເໝາະສົມກັບລູກຂອງທ່ານ
- ສະຖານທີ່, ບຸກຄົນທ່ີສາມາດໃຫ້ຄວາມຊ່ວຍເຫຼືອແກ່ພໍ່ແມ່ເດັກ
ເມື່ອເດັກສາມາດໜູນໃຊ້ທັກສະຂັ້ນພື້ນຖານໃນການສື່ສານ ດັ່ງທີ່ໄດ້ອະທິບາຍຢູ່ໃນບົດທີ 4 ແລ້ວ. ມັນກໍ່ໝາຍຄວາມວ່າ ເດັກຜູ້ນັ້ນພ້ອມແລ້ວ ສຳລັບການເລີ່ມຮຽນຮູ້ພາສາ. ໃນຂັ້ນຕົ້ນ ເດັກຫູໜວກ ຫຼື ເດັກຜູ້ທີ່ມີບັນຫາໃນການໄດ້ຍິນ ອາດຈະເລີ່ມຮຽນພາສາມື ຫຼື ພາສາເວົ້າ ກໍ່ໄດ້. ເບິ່ງຂໍ້ມູນເພີ່ມຕື່ມໄດ້ໃນບົດທີ8ແລະບົດທີ9. ແຕ່ຕ້ອງເບິ່ງວ່າພາສາປະເພດໃດ ທີ່ສາມາດຕອບສະໜອງຄວາມຕ້ອງການຂອງເດັກຜູ້ນັ້ນ.
ປະເພດພາສາທີ່ເດັກຈະຮຽນນັ້ນ ກໍ່ຂຶ້ນກັບຫຼາຍປັດໄຈ ເຊັ່ນ: ຄວາມສາມາດໃນການໄດ້ຍິນຂອງເດັກຜູ້ນັ້ນ, ພາສາປະເພດໃດທີ່ລາວມັກ, ຄວາມສາມາດພື້ນຖານຂອງເດັກ ແລະ ຂ້ໍມູນ, ອຸປະກອນ ທີ່ພໍ່ແມ່ຂອງເດັກຈະສາມາດໄດ້ຈາກຊຸມຊົນ. ພ້ອມນັ້ນກໍ່ຂຶ້ນກັບຄວາມເຂົ້າໃຈ ຂອງຜູ້ເປັນພໍ່ແມ່ ທີ່ມີຕໍ່ຄົນຫູໜວກ. ຖ້າພໍ່ແມ່ຂອງເດັກຫາກຮູ້ຈັກກັບຄົນຫູໜວກຜູ້ໃດຜູ້ໜຶ່ງໃນຊຸມຊົມ, ກໍ່ຍິ່ງຈະຊ່ວຍໃຫ້ເຂົາເຈົ້າມີຄວາມເຂົ້າໃຈ ແລະ ຍອມຮັບຄວາມຫູໜວກຂອງເດັກໄດ້ດີຂຶ້ນ, ພ້ອມນັ້ນຍັງຈະຊ່ວຍໃຫ້ພໍ່ແມ່ເດັກສາມາດຊອກຮູ້ວິທີທາງ ເພື່ອຊ່ວຍໃຫ້ເດັກສາມາດຮຽນຮູ້ ພາສາໄດ້ອີກດ້ວຍ.
ໃນບາງຂົງເຂດ ທີ່ມີຂ້ໍມູນ ອຸປະກອນ ກ່ຽວກັບເດັກຫູໜວກຈຳກັດ, ຜູ້ເປັນພໍ່ແມ່ບໍ່ມີທາງເລືອກສຳລັບປະເພດພາສາທີ່ເດັກຄວນຮຽນ. ແຕ່ຖ້າພໍ່ແມ່ຂອງເດັກເອົາໃຈໃສ່ສັງເກດເຖິງຄວາມຕ້ອງການ ແລະ ຄວາມສາມາດຂອງເດັກ, ກໍ່ອາດຈະຊ່ວຍໃຫ້ເຂົາເຈົ້າສາມາດຕັດສິນໃຈໄດ້ຖືກຕ້ອງ.
